ແມ່ຍິງລາວ ເຮັດວຽກ ຢູ່ຄິງສ໌ໂຣມັນສ໌ ຍັງລໍການຊ່ອຍເຫຼືອ

ຈຳປາທອງ
2022.01.11
ແມ່ຍິງລາວ ເຮັດວຽກ ຢູ່ຄິງສ໌ໂຣມັນສ໌ ຍັງລໍການຊ່ອຍເຫຼືອ ບັນຍາກາດ ກາສິໂນ ຄິງສ໌ໂຣມັນສ໌ ເຂດເສຖກິຈພິເສດສາມຫລ່ຽມຄໍາຂອງຈີນ ແຂວງບໍ່ແກ້ວ, ວັນທີ 26 ຕຸລາ 2021.
RFA

ແມ່ຍິງລາວ ຈາກຕ່າງແຂວງ 3 ຄົນ ທີ່ຖືກບໍຣິສັດຕົວະຍົວະ ໄປເຮັດວຽກເປັນສາວຮ້ານ ແລະເປັນຄົນງານຕອບແຊັດ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ຍັງບໍ່ທັນໄດ້ເຮັດວຽກ ມາຕັ້ງແຕ່ມື້ວັນທີ 15 ທັນວາ 2021 ຈົນມາຮອດມື້ນີ້. ທັງ 3 ຄົນ ໄດ້ເປັນໜີ້ຄົນລະ 10,000 ຢັວນ ຫລື 17,000,000 ປາຍກີບ ແລະຖືກກັກໂຕຢູ່ແຕ່ໃນຫ້ອງ. ດັ່ງນັ້ນ ພວກນາງຈຶ່ງຢາກໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງທາງການລາວຊ່ອຍເຫລືອ ຍ້ອນບໍ່ມີເງິນໃຊ້ໜີ້ບໍຣິສັດນັ້ນ.

ແມ່ຍິງລາວຈາກ ນະຄອນຫລວງວຽງຈັນ, ອາຍຸ 32 ປີ ຊຶ່ງເປັນ 1 ໃນ 3 ຄົນນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມົກກະຣານີ້ວ່າ ແມ່ຍິງລາວທັງໝົດ ທີ່ຖືກກັກໂຕຢູ່ນັ້ນ ບໍ່ເຫັນເຈົ້າໜ້າທີ່ລາວຈັກຄົນ, ເຫັນແຕ່ເຈົ້າໜ້າທີ່ຈີນ. ດັ່ງນັ້ນ ຈຶ່ງເຮັດໃຫ້ການຂໍຄວາມຊ່ອຍເຫລືອ ໃຫ້ໄດ້ອອກຈາກທີ່ນັ້ນ ເປັນໄປໄດ້ຍາກ. ແລະຖ້າຫາກພວກຕົນຢາກຈະຍ້າຍໄປ ບໍຣິສັດອື່ນ ກໍຕ້ອງໄດ້ໃຊ້ໜີ້ບໍຣິສັດເກົ່າ ໃນຈໍານວນຫລາຍກວ່າທີ່ພວກຕົນເປັນໜີ້ ຄືຕ້ອງໄດ້ໃຊ້ໜີ້ ບໍ່ຕໍ່າກວ່າ 20,000 ຢັວນ. ດັ່ງນັ້ນພວກຕົນຈຶ່ງຍັງຖືກກັກຂັງຢູ່, ບໍ່ຮູ້ວ່າຈະຫາທາງອອກແນວໃດ ດັ່ງທີ່ນາງເວົ້າວ່າ:

ຄັນຍ້າຍຫົວໜ້າໃໝ່ນີ້ ໃຫ້ເຂົາມາຊື້ເອົາໂຕອອກໄປໜີ້ ມັນແພງຈັ່ງຊີ້ນ່າ ແລ້ວເຂົາບໍ່ຊື້ ຕ້ອງໄດ້ຖ້າ ຖ້າກັກໂຕນີ້ ຖ້າແຕ່ອອກໄປເຮັດວຽກຫັ້ນແຫລະ ຕາມເຂົາເວົ້າເນາະ ເຮົາກໍບໍ່ຮູ້ວ່າ ໂຕຈິງມັນເປັນຈັ່ງໃດ ເຈົ້າໜ້າທີ່ເພິ່ນເຂົ້າມາໃນນີ້ບໍ່ໄດ້. ທີ່ນີ້ ມັນເປັນຈີນເຂົາສໍາ ປະ ທານ ຄືເວົ້າງ່າຍໆ ມັນເປັນປະເທດຈີນ ຈັ່ງຊີ້ນ່າ.

ນາງເວົ້າຕື່ມວ່າ ກ່ອນທີ່ຕົນ ແລະໝູ່ ສມັກໄປເຮັດວຽກນັ້ນ ແມ່ນມີປະກາດຮັບສມັກ ຊຶ່ງຣະບຸຢ່າງຈະແຈ້ງວ່າ ທຸກຢ່າງຟຣີ ບໍ່ໄດ້ເສັຍຄ່າຣົຖ, ຄ່າແລ່ນເອກສານມາເຮັດວຽກ, ຄ່າບ່ອນ ຢູ່, ຄ່າອາຫານ, ຄ່າເຄື່ອງດື່ມ ແລະຄ່າຢາປິ່ນປົວ. ແຕ່ພໍມາຮອດກາສິໂນຄິງສ໌ໂຣມັນສ໌ແລ້ວ ມັນບໍ່ເປັນໄປຕາມທີ່ປະກາດນັ້ນ ແລະທັງບໍ່ຮູ້ແຈ້ງກ່ຽວກັບໜ້າທີ່ ທີ່ຈະຕ້ອງໄດ້ເຮັດໃນການເປັນສາວຮ້ານ ຫລືພະນັກງານຕອບແຊັດນັ້ນ, ຮູ້ແຕ່ວ່າ ໄດ້ເງິນເດືອນສູງ ຈຶ່ງໄດ້ຂີ່ຣົຖຕູ້ຈາກນະຄອນຫລວງວຽງຈັນ ມາກາສິໂນຄິງສ໌ໂຣມັນສ໌ ແລ້ວກໍໄດ້ພົບພໍ້ກັບໝູ່ແມ່ຍິງອີກ 2 ຄົນ: ຈາກນະຄອນຫລວງວຽງຈັນ 1 ຄົນ ແລະຈາກນະຄອນປາກເຊ ແຂວງຈໍາປາສັກ 1 ຄົນ.

ໃນຂະນະດຽວກັນ ແມ່ຍິງຈາກນະຄອນປາກເຊ ອາຍຸ 21 ປີ ທີ່ສມັກເປັນພະນັກງານຕອບແຊັດ ຍ້ອນຢາກໄດ້ເງິນຫລາຍ ໄປເບິ່ງແຍງແມ່ເຖົ້າ ທີ່ກໍາລັງເຈັບປ່ວຍ ແລະນ້ອງອີກ 3 ຄົນທີ່ກໍາລັງສຶກສາຢູ່ມະຫາວິທຍາລັຍ ແລະຮຽນຢູ່ຊັ້ນປະຖົມ ກໍຜິດຫວັງ ເນື່ອງຈາກພໍ້ນາຍໜ້າເປັນຄົນໃຈຮ້າຍ, ໃຫ້ກັກໂຕຢູ່ແຕ່ໃນຫ້ອງນໍາໝູ່ອີກ 2 ຄົນ, ບໍ່ໃຫ້ເຮັດວຽກ ແລະເປັນໜີ້ເພີ່ມຂຶ້ນນໍາທຸກມື້ ຊຶ່ງນາງກໍຢາກໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງທາງການ ຊ່ອຍໃຫ້ນາງ ແລະໝູ່ໄດ້ອອກຈາກກາສິໂນແຫ່ງນີ້ ດັ່ງທີ່ນາງເວົ້າໃນມື້ດຽວກັນນີ້ວ່າ:

ຕິດໜີ້ເຂົາເຈົ້າໄປ. ຖ້າວ່າເຮົາສິເອົາໝໍ້ຕົ້ມນໍ້າ ຈັ່ງຊີ້ນ່າ ເຂົາເຈົ້າກໍສິໄລ່ເອົາ ລະກໍຊື້ໝີ່ຈັ່ງຊີ້ນ່າ ເຂົາເຈົ້າກໍໄລ່ເອົາໆ ບ່ອນຢູ່ບ່ອນກິນ ບ່ອນ ຜ້າປອກຜ້າປູອິຫຍັງ ເຂົາເຈົ້າກໍໄລ່ໄປໝົດ ລວມໝົດຈັ່ງຊີ້ນ່າ ຢ້ານເປັນໜີ້ເປັນສິນ ພວກນ້ອງກໍບໍ່ຮູ້ສິເຮັດຈັ່ງໃດ ເພາະວ່າທາງບ້ານ ກໍມີພາຣະແດ່ ສິມາກັກຕອກກັກໂຕ ແບນີ້ ບໍ່ໄດ້ ເພາະ່າທາງບ້ານ ກໍຕ້ອງການເຮົາຢູ່ ຈັ່ງຊີ້ນ່າ.

DSC04351.JPGນາງເວົ້າຕື່ມວ່າ ຕົນ ແລະໝູ່ອີກ 2 ຄົນ ຖືກຕົວະໃຫ້ມາເຮັດວຽກທີ່ວ່ານັ້ນແທ້. ພວກນາງທັງ 3 ຄົນ ຖືກໃຫ້ຢູ່ໃຫ້ກິນຢູ່ໃນຫ້ອງດຽວກັນ ແລະບໍ່ໄດ້ເຮັດວຽກຫຍັງ. ພໍເຖິງເວລາກິນເຂົ້າເຊົ້າ, ເຂົ້ສວຍ ແລະເຂົ້າແລງ ກໍຈະມີເຈົ້າໜ້າທີ່ຈີນ ເອົາເຂົ້າເອົານໍ້າມາວາງໃຫ້ຢູ່ໜ້າຫ້ອງ ແລ້ວເຄາະປະຕູເອີ້ນໃຫ້ອອກມາເອົາ ໄປກິນນໍາກັນ. ສ່ວນແມ່ຍິງຄົນອື່ນໆ ທີ່ນັ່ງຣົຖຕູ້ມານໍາກັນອີກ 5 ຄົນ ກໍໄດ້ຖືກແຍກໃຫ້ໄປຢູ່ຫ້ອງອື່ນ, ບໍ່ໄດ້ຕິດຕໍ່ກັນອີກເລີຍ.

ແລະແມ່ຍິງຈາກນະຄອນຫລວງວຽງຈັນ, ອາຍຸ 35 ປີ ທີ່ສມັກໄປເຮັດວຽກເປັນສາວຮ້ານ ກໍເວົ້າໃນມື້ດຽວກັນນີ້ວ່າ 14 ມື້ທໍາອິດ ທີ່ມາຮອດ ແມ່ນຖືກກັກໂຕຢູ່ໂຮງແຮມ ໃນແຂວງບໍ່ແກ້ວ ເພື່ອລໍຖ້າຜົລການກວດຫາເຊື້ອໂຄວິດ-19. ເມື່ອຜົລກວດອອກມາບໍ່ພົບເຊື້ອແລ້ວ ກໍໄດ້ຖືກສົ່ງຕົວໄປຢູ່ໃນຕຶກ ໃນເຂດກາສິໂນຄິງສ໌ໂຣມັນສ໌ ທັນທີ. ເມື່ອມາເຖິງຕຶກ ທັງ 3 ຄົນກໍຕ້ອງໄດ້ກວດຫາເຊື້ອໂຄວິດ-19 ຕື່ມອີກ ແລະຖືກກັກຕົວຕັ້ງແຕ່ມື້ວັນທີ 29 ທັນວາ 2021 ຫາທີ 20 ມົົກກະຣາ 2022. ຫາກຜົລການກວດບໍ່ພົບເຊື້ອ ກໍຈະຖືກຫົວໜ້າພາໄປເຮັດວຽກໃນ ຕໍາແໜ່ງ ທີ່ແຕ່ລະຄົນສມັກມາ. ແຕ່ມາຮອດດຽວນີ້ ບໍ່ຢາກເຮັດວຽກແລ້ວ ຍ້ອນບໍ່ຮູ້ວ່າ ຈະເກີດຫຍັງຂຶ້ນອີກໃນອະນາຄົດ.

ດັ່ງນັ້ນຈຶ່ງຢາກໃຫ້ເຈົ້າໜ້າທີ່ລາວທີ່ກ່ຽວຂ້ອງ ເຂົ້າມາຊ່ອຍເຫລືອໃຫ້ໄດ້ອອກໄປ ໄວເທົ່າທີ່ຈະໄວໄດ້ ດັ່ງທີ່ນາງເວົ້າວ່າ:

ບາດນີ້ມາກໍບໍ່ຄືດັ່ງວ່າ ເນາະ ກໍວ່າໃຫ້ກັກໂຕ ແລ້ວມາໄລ່ເອົາເງິນເອົາຄໍາ ຄ່າກິນຄ່າຢາ ຄ່າຣົຖຄ່າລາງ ສິໜີກໍບໍ່ໄດ້ ເຂົາກໍໄວ້ມີແຕ່ຈີນ-ວຽດ ມາທ່ຽວຢູ່ ມີແຕ່ ມາແຕ່ວຽງຈັນ ແລ້ວມານອນຢູ່ໂຮງແຮມ ບໍ່ແກ້ວ ຕື່ນມາກໍມາແຕ່ເດິກ. ມາແຕ່ເດິກ ແລ້ວກໍມາຢູ່ອິຫຍັງ ຢູ່ໂຮງແຮມ ຕົ້ນເຜິ້ງ ແລ້ວກໍພໍ້ໃຜ ຕື່ນມາແລ້ວກໍ

ແລ່ນ ແລ່ນໜັງສຶເຂົ້າມາເລີຍ ກວດໂຄວິດແລ້ວເຂົ້າມາເລີຍ.

ນາງເວົ້າຕື່ມວ່າ ການກວດຫາເຊື້ອໂຄວິດ-19 ພາຍໃນຕຶກນັ້ນ ກໍບໍ່ສາມາດຢັ້ງຢືນທາງການແພດ ໄດ້ຄັກແນ່ວ່າ ເປັນຜົລກວດທີ່ຖືກຕ້ອງ ຫລືບໍ່ ເນື່ອງຈາກຜົລການກວດເພິ່ມອອກມາ ວ່າ ພວກຕົນທັງ 3 ຄົນ ຕິດເຊື້ອ, ບໍ່ສາມາດອອກໄປເຮັດວຽກໄດ້. ​ແຕ່ໃນຕົວຈິງ ທັງ 3 ຄົນນີ້ ບໍ່ມີອາການເປັນໄຂ້ ຫລືໄອ ຫຍັງເລີຍ. ຫລັງຈາກນັ້ນ ກໍໄດ້ກວດຫາເຊື້ອໂຄວິດ-19 ຕື່ມ, ຫາກກວດບໍ່ພົບກໍຈະໄດ້ອອກໄປເຮັດວຽກ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມົກກະຣານີ້ວ່າ ທີ່ຜ່ານມາ ຜແນກແຮງງານແລະສວັດດິການສັງຄົມ ແຂວງ ບໍ່ແກ້ວ ໄດ້ຊ່ອຍເຫລືອແມ່ຍິງແລະຜູ້ຊາຍ ທີ່ຖືກຕົວະໄປເຮັດວຽກຢູ່ກາສິໂນ ຄິງສ໌ໂຣມັນສ໌ ໄດ້ຫລາຍຄົນ ແລະກໍຍັງມີອີກຫລາຍຄົນ ທີ່ເຈົ້າໜ້າທີ່ບໍ່ສາມາດຊ່ອຍເຫລືອໄດ້ ເນື່ອງຈາກບໍຣິສັດຈີນ ບໍ່ອະນຸຍາດໃຫ້ເອົາຄົນລາວອອກມາ ຍ້ອນຄົນລາວ ທີ່ຖືກຕົວະເຂົ້າໄປນັ້ນ ເປັນໜີ້ບໍຣິສັດ ຄ່າແລ່ນເອກສານ, ຄ່າຢູ່,ຄ່າກິນ ແລະຄ່າອື່ນໆ.

ດັ່ງນັ້ນຈຶ່ງຍັງບໍ່ສາມາດແກ້ໄຂບັນ ຫານີ້ໄດ້ເທື່ອ ດັ່ງທີ່ທ່ານກ່າວວ່າ:

ຫລາຍຄົນທີ່ວ່າ ຖືກຕົວະຫັ້ນນ່າ ກໍເຂົາເຈົ້າ ກໍຢູ່ຜແນກ ກໍໄປຊ່ວຍຫລາຍຄົນແລ້ວກໍ໋ ອັນຫົວໜ້າຄົນຈີນ ເຂົາບໍ່ໃຫ້ເຮົາ ອອກໄປ.

ທ່ານກ່າວຕື່ມວ່າ ແມ່ຍິງ ຫລືຄອບຄົວຂອງແມ່ຍິງ ທີ່ຕ້ອງການຄວາມຊ່ອຍເຫລືອ ຕ້ອງໄດ້ປະກອບເອກສານ ສົ່ງໄປຫາຜແນກແຮງງານ ແລະສວັດດິການສັງຄົມ ເປັນຕົ້ນ ຊື່ ນາມ ສະກຸນ, ໃບສັກວັກຊິນປ້ອງກັນໂຄວິດ-19, ທີ່ຢູ່ປັດຈຸບັນ, ເລກບັດປະຈໍາຕົວ ຫລືປຶ້ມສໍາມະໂນຄົວ, ຊື່ບໍຣິສັດ ບ່ອນທີ່ພັກປັດຈຸບັນ ຮວມທັງຫ້ອງນອນ, ເລກໂທຣະສັບ ແລະຮູບ ເພື່ອໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງກວດສອບ. ຫາກເອກສານຜ່ານ, ມີການຢັ້ງຢືນຈາກທາງການລາວ ແລະບໍຣິສັດຈີນຄັກແນ່ ກໍຈະສາມາດອອກຈາກບ່ອນນັ້ນ, ດັ່ງທີ່ທ່ານກ່າວວ່າ:

ເຮົາຕ້ອງເຮັດເອກສານຢັ້ງຢຶນ ອິຫຍັງໄປຫາສາມຫລ່ຽມຄໍາ ຈຶ່ງອອກມາໄດ້.

ແຕ່ເຖິງແນວໃດກໍຕາມ ແມ່ຍິງທັງ 3 ຄົນທີ່ວ່ານີ້ ກໍຢາກອອກມາຈາກບ່ອນກັກຕົວ ໃນເຂດກາສິໂນ ຄິງສ໌ໂຣມັນສ໌, ຢາກກັບບ້ານ ໃນຂະນະທີ່ແພສພັອດ ແລະຂໍ້ມູນສ່ວນຕົວຂອງພວກເຂົາເຈົ້າ ຢູ່ກັບບໍຣິ  ສັດຈີນ ດັ່ງນັ້ນຈຶ່ງຢາກໃຫ້ເຈົ້າໜ້າທີ່ທາງການທີ່ກ່ຽວຂ້ອງຂອງລາວຊ່ອຍເຫລືອ ຍ້ອນວ່າພວກເຂົາເຈົ້າ ຖືກຕົວະມາແທ້.

ເພື່ອຂໍຮູ້ກ່ຽວກັບເຣື່ອງດັ່ງກ່າວນີ້ຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫົວໜ້າລາວແສງ

ຊຶ່ງເປັນຫົວໜ້າທີ່ເບິ່ງແບງເຣື່ອງການຊ່ອຍເຫລືອຄົນອອກຈາກກາສິໂນຄິງສ໌ໂຣມັນສ໌ ແຕ່ບໍ່ສາ ມາດຕິດຕໍ່ໄດ້. 

ນອກຈາກແມ່ຍິງ 3 ຄົນທີ່ວ່ານີ້ແລ້ວ ກໍມີຂ່າວວ່າ ຍັງມີອີກຫລາຍກໍຣະນີ ທີ່ແມ່ຍິງລາວຖືກຕົວະໄປເຮັດວຽກ ແລ້ວຖືກຂັງຈົນຈ່ອຍໂຊ ເຈັບປ່ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 12, 2022 12:29 AM

ແມ່ຍິງລາວ ຍັງສືບຕໍ່ ຕົກເປັນເຫຍື່ອ ຂອງການຄ້າມະນຸດ ຖືກກົດຂີ່ຂົ່ມເຫັງ ມາໄດ້ຫລາຍປີແລ້ວ ແຕ່ພາຍຫລັງ ເຂດເສດຖະກິດພິເສດ ເກີດຂຶ້ນມາ ກໍ່ເຮັດໃຫ້ແມ່ຍິງ ຫລາຍໆຄົນ ຖືກຫລອກໄປ ຂາຍໂຕ ຖືກບັງຄັບໃຊ້ ແຮງງານເກີນຂອບເຂດ ຖືກຫລອກໄປແລ້ວ ຖືກກັກຂັງໜ່ວງໜ່ວຍ ຫລັງຈາກນັ້ນ ກໍຄິດໄລ່ເອົາເງິນຄ່າພັກເຊົາ ຄ່າກິນ ເກີນຂອບເຂດ ຫລາຍກ່ວາ ຄວາມສາມາດ ທີ່ເຂົາເຈົ້າ ຈະຈ່າຍໄດ້. ພວກນີ້ ເຂົາຕັ້ງເອົາແມ່ຍິງລາວ ໄດ້ຂູດຮີດເອົາເງິນ ເຂດເສດຖະກິດພິເສດ ກາຍເປັນ ບ່ອນກັກຂັງໜ່ວງໜ່ວຍ ແມ່ຍິງລາວ ແຕ່ເຈົ້າໜ້າທີ່ລາວ ປິດຫູປິດຕາ ເຮັດຄືບໍ່ໄດ້ຍິນໄດ້ເຫັນຫຍັງເລີຍ ເພາະຢ້ານອຳນາດຈີນ. ຕ່າງຊາດເຂົ້າມາມີສິດຫລາຍກ່ວາຄົນລາວ ມີສິດເໜືອກວ່າອຳນາດລັດ ແລະ ພັກ ກໍ່ເທົ່າກັບວ່າ ລາວເຮົາ ກາຍເປັນຫົວເມືອງຂຶ້ນຂອງເຂົາແລ້ວ ຜູ້ນຳລາວກາຍເປັນຄົນຂາຍຊາດ ຂາຍແຜ່ນດິນໃຫ້ເຂົາແລ້ວ. ເຈົ້າໜ້າທີ່ ປາບປາມການຄ້າມະນຸດເຮັດຫຍັງຢູ່ ຕຳຫລວດເຮັດຫຍັງຢູ່ ສະພັນແມ່ຍິງເຮັດຫຍັງຢູ່ ທ່ານນາງອິນລາວັນ ແກ້ວບຸນພັນ ເຮັດຫຍັງຢູ່ ຄືບໍ່ເປັນຊ່ວຍເຫລືອແມ່ຍິງລາວແດ່. ເວົ້າມາແລ້ວ ເມື່ອຍນໍາຜູ້ນຳເຮົາເດ້. ຂໍລະບາຍແດ່.

Anonymous
Jan 17, 2022 05:44 PM

ບໍ່ເຂົ້າໃຈຄືກັນ,ແຮງງານເປັນຜູ້ຂັບເຂືີອນແລະກະຕຸ້ນສົ່ງເສີມເສດຖະກິດຂອງປະເທດນັ້ນໆຢ່າງເສລີ,ບາດລາວຊໍ້າເປັນປະເທດທີ່ບໍ່ມີກົດໝາຍຄຸ້ມຄອງແຮງງານຂາດການເອົາໃຈໄສ່ດູແລແຮງງານໃນປະເທດໂຕເອງ,ຫຼືຄິດວ່າແຮງງານຂອງຄົນລາວໄດ້ກາຍເປັນຂ້າທາດຂອງຈີນໄປແລ້ວ,ໂດຍບໍ່ມີກົດໝາຍໃດໆຂອງລາວທີ່ເໜືອກ່ວາອໍານາດຂອງຈີນເລີບໍ,ສົງສານເພື່ອນຮ່ວມຊາດເຊັ່ນດຽວກັນ,ພະຍາຢາມສູ້ຕໍ່ໄປ.