ເຈົ້າໜ້າທີ່ໄທຍ ສະກັດຈັບ ຄົນງານລາວ ລັກລອບເຂົ້າເມືອງ

ໄຊຍາ
2022.01.12
ເຈົ້າໜ້າທີ່ໄທຍ ສະກັດຈັບ ຄົນງານລາວ ລັກລອບເຂົ້າເມືອງ ແຂວງໜອງຄາຍ ປະເທດໄທຍ ຕຣຽມພ້ອມ ຮັບຄົນງານຈາກລາວ, ວັນທີ 23 ທັນວາ 2021.
RFA

ເຈົ້າໜ້າທີ່ຕຳຣວດ ແຂວງປະຈວບ ຄິຣີຂັນ ແລະ ແຂວງບູລີຣຳ ປະເທດໄທຍ ໄດ້ສົນທິກຳລັງສະກັດຈັບຣົຖຕູ້ ທີ່ຂົນແຮງງານເພື່ອລັກລອບເຂົ້າມາເຮັດວຽກໃນປະເທດໄທຍແບບຜິດກົດໝາຽ. ໃນຂນະທີ່ທາງການລາວ ແລະ ໄທຍໄດ້ປະກາດວ່າ ໃນໄລຍະນີ້ຄົນງານມີຈຸດປະສົງຈະໄປເຮັດວຽກ ຢູ່ໄທຍຕ້ອງໄດ້ຜ່ານບໍຣິສັດຈັດຫາງານ.

ວັນທີ 8 ມົກກະຣາ ຜ່ານມາ ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນ ເຈົ້າໜ້າທີ່ຕຳຣວດ ແຂວງປະຈວບຄີຣີຂັນ ສາມາດສະກັດ ຈັບຣົຖກະບະ 2 ຄັນ ທີ່ຂົນຄົນງານຜິດກົດໝາຽ ສັນຊາດລາວ ຈຳນວນ 24 ຄົນ ໃນນີ້ເປັນຊາຍ 10 ຄົນ, ຍິງ 9 ຄົນ ແລະ ເດັກນ້ອຍ 5 ຄົນ. ໂດຍມີຜູ້ນຳພາຊາວໄທຍ 5 ຄົນ ເປັນຊາຍ 3 ຄົນ ແລະ ຍິງ 2 ຄົນ. ໂດຍການຂົນສົ່ງໄດ້ໃຊ້ເສັ້ນທາງເຂົ້າໝູ່ບ້ານ ເກາະນານ້ອຍ ກ່ອນເຖິງດ່ານກວດກາ ປະມານ 500 ແມັດ.

ພາຍຫຼັງທີ່ເຈົ້າໜ້າທີ່ຕຳຣວດ ແຂວງປະຈວບຄີຣີຂັນ ໄດ້ທັມການກວດກາ ແລະ ກວດສອບສວນຄົນງານທີ່ຖືກຂົນລັກລອບເຂົ້າມາທາງຣົຖ ຈຶ່ງຊາບວ່າຄົນງານລາວຜິດກົດໝາຽ ສັນຊາດລາວທັງໝົດເດີນທາງມາຈາກ 3 ໝູ່ບ້ານຂອງແຂວງສວັນນະເຂດ ປະເທດລາວ ໂດຍມີຜູ້ນຳພາເປັນຄົນໄທຍ 5 ຄົນ. ນອກຈາກນີ້ເຈົ້າໜ້າທີ່ແພດເມືອງສາມຮ້ອຍຍອດກໍໄດ້ ກວດຫາໂຄວິດ-19 ຜົລອອກມາທັງໝົດເປັນລົບ.

ເຈົ້າໜ້າທີ່ໄດ້ສອບຖາມ ທ້າວທອງຄຳ ອາຍຸ 27 ປີ ໄດ້ເວົ້າວ່າພວກຕົນມາຈາກບ້ານເວີນ ແຂວງສວັນນະເຂດ ປະເທດລາວ ໂດຍຂີ່ເຮືອຂ້າມແມ່ນໍ້າຂອງມາຝັ່ງໄທຍໂດຍບໍ່ໄດ້ ຜ່ານດ່ານກວດຄົນເຂົ້າເມືອງຊຶ່ງມີຄົນໄທຍພາຍ່າງມາລໍຖ້າໃນປ່າອ້ອຍໃນແຂວງມຸກດາຫານ ເມື່ອເຖິງເວລາມີຣົຖມາຮັບພວກຕົນ. ລະຫວ່າງທາງທີ່ຜ່ານຫຼາຍຮ້ອຍກິໂລແມັດ ບໍ່ມີດ່ານກວດແຕ່ຢ່າງໃດ ແລະ ກໍຢຸດພັກກີນເຂົ້າ, ເຂົ້າຫ້ອງນໍ້າຕາມປໍ້ານໍ້າມັນເປັນໄລຍະ. ຈົນມາເຖິງເມືອງສາມຮ້ອຍຍອດ ແຂວງປະຈວບຄີຣີຂັນ ຈຶ່ງຖືກເຈົ້າໜ້າທີ່ຈັບ. ການເດີນທາງມາເທື່ອນີ້ ແມ່ນພວກຕົນທັງໝົດຕ້ອງຈ່າຍຄົນລະ 9,000​ – 10,000 ບາດ.

ສ່ວນ ຍານາງ ເຕືອນ ຜູ້ທີ່ຮັບຂົນຄົນງານລາວກໍກ່າວຕໍ່ນັກຂ່າວວ່າ ຕົນໄດ້ຮັບການຈ້າງຈາກນາຍໜ້າໃຫ້ໄປຮັບຄົນງານທີ່ຢືນລໍຖ້າຢູ່ປ່າອ້ອຍ ທີ່ແຂວງມຸກດາຫານ ແລະນໍາໄປສົ່ງທີ່ພາກໃຕ້ ແຂວງນະຄອນສີທັມມະຣາຊຊຶ່ງຕົນບໍ່ຮູ້ວ່າ ເປັນແຮງງານລັກລອບເຂົ້າເມືອງ ໂດຍຜິດກົດໝາຽ ຮູ້ພຽງແຕ່ວ່າໃຫ້ໄປສົ່ງທີ່ແຂວງດັ່ງກ່າວ ແລະຈະມີຄົນມາຮັບອີກເທື່ອນຶ່ງ.

ຫຼັງຈາກເຈົ້າໜ້າທີ່ ຄວບຄຸມໂຕທັງໝົດແລ້ວ ທີ່ເມືອງສາມຮ້ອຍຍອດແລ້ວໄດ້ສອບປວັດ ແລະ ບັນທຶກຂໍ້ມູນການຈັບກຸມ ແລະ ຫາຂໍ້ມູນທາງເລິກວ່າມີສ່ວນກ່ຽວຂ້ອງ ກັບການຄ້າມະນຸດ ບໍ່ພ້ອມທັງຕັ້ງຂໍ້ຫາເປັນບຸກຄົນລັກລອບເຂົ້າເມືອງຜິດກົດໝາຽ ແລະ ຢູ່ໃນຣາຊອານາຈັກໄທຍ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ດຳເນີນຂະດີ ກັບກຸ່ມຂົນຄົນງານໃນຂໍ້ຫານຳ ຫຼື ພາຄົນງານຜິດກົດໝາຽເຂົ້າໃນຣາຊອານາຈັກໄທຍພ້ອມສົ່ງພະນັກງານສອບສວນດຳເນີນຂະດີໃນຂໍ້ຫາລັກລອບເຂົ້າເມືອງໂດຍຜິດກົດໝາຽຕໍ່ໄປ.

ໃນວັນທີ 09 ມົກກະຣາ ຜ່ານມາ ຕາມສື່ທ້ອງຖິ່ນໄທຍໄດ້ຣາຍງານວ່າເຈົ້າໜ້າທີ່ຕຳ ຣວດແຂວງບູຣີຣັມ ປະເທດໄທຍ ໄດ້ສະກັດຈັບຣົຖຕູ້ 2 ຄັນ ໄດ້ລັກລອບຂົນຄົນງານລົບໜີເຂົ້າເມືອງໂດຍຜິດກົດໝາຽ.

ຈາກການກວດສອບພາຍໃນຣົຖຕູ້ ພົບຄົນງານຊາວລາວທັງຊາຍ-ຍິງ ໜັ່ງແອອັດກັນໃນຣົຖ 36 ຄົນ. ເຈົ້າໜ້າທີ່ຕຳຣວດຊຸດຈັບກຸມ ຈຶ່ງໄດ້ນຳໂຕຄົນງານທັງໝົດພ້ອມທັງ ທ້າວ ກິຕຕິພົລ ທອງເຕີມ ອາຍຸ 30 ປີ ຊາວເມືອງເຂັມມະຣາຊ ແຂວງອຸບົລຣາຊທານີ ປະເທດໄທຍ ແລະ ທ້າວ ບຸນທັນ ວິລາມາດ ອາຍຸ 54 ປີ ຊາວເມືອງຕຣະການພືດຜົລ ແຂວງ ອຸບົລຣາຊທານີ ຄົນຂັບຣົຖຕູ້ທັງ 2 ຄັນ ໄປສອບສວນທີ່ ສະຖານີຕຳຣວດ.

ຈາກການສອບສວນຄົນຂັບຣົຖຕູ້ ຍອມຮັບວ່າໄດ້ລັກລອບຂົນຄົນງານລາວ ດັ່ງກ່າວເຂົ້າມາຈີງໂດຍໄດ້ຄ່າຈ້າງຂົນຄັນລະ 4,000 ບາດ ໂດຍຈະນຳໄປສົ່ງທີ່ ນະຄອນຫຼວງບາງກອກ ແລະ ພັທຍາ ແຂວງ ຊົລບູຣີ ປະເທດໄທຍ ຕາມຄຳສັ່ງຂອງນາຍຈ້າງທີ່ວ່າຈ້າງ. ສ່ວນຄົນ ງານຊາວລາວອ້າງວ່າເສັຽຄ່າເດີນທາງໃຫ້ກັບນາຍຈ້າງຄົນລະ 8,500–10,000 ບາດ. ສ່ວນຫຼາຍເງິນທີ່ຈ້າງແມ່ນໄດ້ຢືມເງິນຄົນອື່ນມາຈ່າຍເພາະທີ່ບ້ານບໍ່ມີວຽກເຮັດຈຶ່ງຫາທາງມາ ປະເທດໄທຍ. ບາງຄົນເຄີຍເດີນທາງມາເຮັດວຽກໃນໄທຍແລ້ວ ໄດ້ເງິນກັບໄປລ້ຽງດູຄົນທີ່ບ້ານ ຈຶ່ງຢາກກັບມາເຮັດວຽກອີກໂດຍບໍ່ສົນວ່າ ເປັນໄລຍະສະຖານະການໂຄວິດ-19 ຣະບາດ.

ເບື້ອງຕົ້ນເຈົ້າໜ້າທີ່ຕຳຣວດໄດ້ບັນທຶກ ປວັດທຸກຄົນໄວ້ພ້ອມແຈ້ງຂໍ້ຫາ ເປັນຄົນຕ່າງດ້າວລົບໜີເຂົ້າມາ ແລະຢູ່ໃນຣາຊອານາຈັກໂດຍບໍ່ໄດ້ຮັບອະນຸຍາດ ແລະກະທຳການຫຼືດຳເນີນການໃດໆ ຊຶ່ງອາດຈະກໍ່ໃຫ້ເກີດສະພາວະ ທີ່ບໍ່ຖືກສຸຂລັກສະນະຊຶ່ງອາດເປັນເຫດໃຫ້ໂຣກຕິດຕໍ່ ອັນຕະຣາຍ ຫຼືໂຣກຣະບາດ ແຜ່ອອກໄປກ່ອນຜັກດັນກັບຄືນປະເທດ.

ສ່ວນຄົນຂັບຣົຖຕູ້ ທັງ 2 ໃສ່ຂໍ້ຫາຊ່ອຍເຫຼືອ ເຊື່ອງຊ້ອນ ແລະ ຊ່ອຍປະການໃດໆ ໃຫ້ບຸກຄົນຕ່າງດ້າວລົບໜີເຂົ້າເມືອງ ໂດຍຜິດກົດໝາຽພົ້ນຈາກການຈັບກຸມ ແລະກະທຳການຫຼືດຳ ເນີນການໃດໆ ຊຶ່ງອາດກໍໃຫ້ເກີດສະພາວະທີ່ບໍ່ຖືກສຸຂລັກສະນະ ຊຶ່ງອາດເປັນເຫດໃຫ້ໂຣກຕິດຕໍ່ອັນຕະລາຍ ຫຼື ໂຣກຣະບາດແຜ່ອອກໄປ.

ອີງຕາມການຣາຍງານ ຂ່າວສານແຮງງານ ແລະສວັດດີການສັງຄົມເມື່ອວັນທີ 29 ທັນວາ 2021 ຜ່ານມາ ຝ່າຍລາວໄດ້ສເນີໃຫ້ຝ່າຍໄທຍພິຈາຣະນາຄືນ ກ່ຽວກັບການອະນຸຍາດຈ້າງ ແຮງງານລາວເພື່ອໃຫ້ສາມາດກັບຄືນໄປເຮັດວຽກຢູ່ໄທຍໄດ້ອີກ. ພ້ອມທັງຊ່ອຍໃຫ້ຫຼຸດຜ່ອນ ຂັ້ນຕອນ ແລະຄ່າໃຊ້ຈ່າຍ ຕ່າງໆ ຂອງ ຄົນງງານລາວທີ່ຈະກັບຄືນໄປເຮັດວຽກຢູ່ໄທຍ ເປັນຕົ້ນຫຼຸດຄ່າທຳນຽມລົງຄ່າວິຊ້າຈາກ 2,000 ບາດຕໍ່ຄົນຕໍ່ສອງປີໃຫ້ຍັງເຫຼືອ 500 ບາດຕໍ່ຄົນຕໍ່ສອງປີຕາມທີ່ເຄີຍປະຕິບັດກ່ອນການຣະບາດຂອງເຊື້ອໂຄວິດ-19 ແລະ ອຳນວຍຄວາມສະດວກເຣື່ອງຂັ້ນຕອນຂອງເອກະສານຕ່າງໆ .  

ອີງຕາມການຣາຍງານຂອງສື່ໄທຍ ໃນວັນທີ 26 ພືສຈິກາ 2021 ຜ່ານມາ. ຣັຖບານໄທຍເລັ່ງແກ້ໄຂບັນຫາທີ່ຕົ້ນເຫດ ໂດຍນຶ່ງໃນສາເຫດຫຼັກ ກໍຄືການຂາດແຄນແຮງງານ ໃນໂຮງງານ, ກໍ່ສ້າງ, ພາກອຸດສາຫະກັມ. ກະຊວງແຮງງານ ດຳເນີນການຕາມຂໍ້ສັ່ງການ ຂອງນາຍົກຣັຖມົນຕຣີ ນຳເຂົ້າແຮງງານຕາມ MOU, ແຮງງານຕ່າງດ້າວ ສາມສັນຊາດໄດ້ແກ່ ມຽນມ້າ, ລາວ ແລະ ກັມພູຊາ ຢ່າງຖືກກົດໝາຽ ພາຍໃຕ້ສະຖານະການ ແຜ່ຣະບາດຂອງ ໂຄວິດ-19 ເພື່ອໃຫ້ນາຍຈ້າງ ແລະສະຖານປະກອບການໃນປະເທດມີແຮງງານ ໃນກິຈການພຽງພໍ ຊຶ່ງໄດ້ເຣີ່ມເປີດລົງທະບຽນ ໃນວັນທີ 1 ທັນວາ ທີ່ຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.