ພັທນາ ພູເຂົາຄວາຍ ໃຫ້ເປັນ ອຸທິຍານແຫ່ງຊາດ

ຈຳປາທອງ
2022.01.11
ພັທນາ ພູເຂົາຄວາຍ ໃຫ້ເປັນ ອຸທິຍານແຫ່ງຊາດ ເສັ້ນທາງເຂົ້າຫາ ປ່າສງວນ ແຫ່ງຊາດ ພູເຂົາຄວາຍ
ພາບຈາກ: ວີດີໂອ ພົລເມືອງ

ນາຍົກຣັຖມົນຕຣີ ສປປລາວ ໄດ້ອອກດໍາຣັຖເລກທີ 733/ນຍ ລົງວັນທີ 30 ທັນວາ 2021ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດ ພູເຂົາຄວາຍ ເພື່ອຄຸ້ມຄອງ, ປົກປັກຮັກສາພູມສັນ ຖານ ທີ່ເປັນຜາຫີນສູງ ແລະຄຸ້ມຄອງຊີວະນາໆພັນ ຮວມທັງສັດປ່າ ແລະເຄື່ອງປ່າຂອງດົງ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວຕາມທິດສີຂຽວ ຊຶ່ງກ່ອນໜ້ານັ້ນ ທາງການກໍໄດ້ມີກອງປະຊຸມປຶກສາຫາລືກັນໃນມື້ວັນທີ 19 ແລະວັນທີ 20 ສິງຫາ 2021 ກ່ຽວກັບເຣື່ອງດັ່ງກ່າວ ເພື່ອແກ້ໄຂບັນຫາການບຸກລຸກປ່າ ແລະບັນຫາອື່ນໆ ດັ່ງເຈົ້າໜ້າທີ່ກະຊວງກະສິກໍາ ແລະປ່າໄມ້ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ມົກກະຣານີ້ວ່າ:

ແຕ່ກ່ອນເຂົາເອີ້ນ ປ່າສງວນ ແມ່ນອະນຸຮັກຊີວະນາໆພັນ ຊື່ໆເນາະ ແຕ່ມາບັດນີ້ຈັດເປັນ ອຸທິຍານແຫ່ງຊາດ ເຮົາສົ່ງເສີມການທ່ອງທ່ຽວເດ໋ ອະນຸຮັກທັມຊາດເດ໋ ເປົ້າໝາຍການນໍາໃຊ້ ຄືເກົ່າ ບໍ່ໄດ້ມີຫຍັງປ່ຽນແປງ ມີແຕ່ເປັນອຸທິຍານແຫ່ງຊາດ ເຂົາເອີ້ນວ່າເພີ່ມຄວາມສໍາຄັນມັນຂຶ້ນ ຕາມມາຕຖານຂອງ.

ທ່ານກ່າວຕື່ມວ່າ ພື້ນທີ່ພູເຂົາຄວາຍ ເຖິງແມ່ນຈະເປັນເຂດອຸທິຍານແຫ່ງຊາດແລ້ວກໍຕາມ ແຕ່ຊາວບ້ານທີ່ຢູ່ໃກ້ຄຽງ ກໍຍັງສາມາດເຂົ້າໄປເກັບເຫັດຕາມລະດູການໄດ້ຄືເກົ່າ ແລະເຣື່ອງຊາວບ້ານໄດ້ບຸກລຸກເຂົ້າໄປທໍາການຜລິດກະສິກໍານັ້ນ ທາງການກໍຈະຈັດສັນດິນບ່ອນອື່ນໃຫ້ເຮັດ. ສ່ວນເຣື່ອງການລ່າສັດປ່າ ທາງການກໍມີກົດໝາຍຫ້າມ, ຕາມມາດຕຣາ 2 ຂອງກົດໝາຍວ່າດ້ວຍສັດນໍ້າແລະສັດປ່າ ແມ່ນຫ້າມລ່າສັດປ່າປະເພດ ຊ້າງ, ເສືອ, ໝີ, ກວາງ, ຟານ, ລີງ, ງູ, ນົກ ແລະອື່ນໆຢູ່ແລ້ວ ດັ່ງທີ່ທ່ານກ່າວວ່າ:

ກະສິກັມ ທີ່ເຂົາເຈົ້າເຮັດແລ້ວນີ້ ຖ້າຫາກປະຊາຊົນ ບໍ່ມີທີ່ດິນທໍາກິນ ຣັຖກໍຈັດສັນໃຫ້. ໂຕນີ້ມັນກໍສາມາດ ຜ່ອນຜັນໃຫ້ປະຊາຊົນໄດ້ ແບ່ງເປັນເຂດຈັດສັນໃຫ້ເນາະ ສັດກໍກໍານົດໃນກົດມາຍຢູ່ແລ້ວ ປະເພດໃດທີ່ອະນຸຍາດໃຫ້ປະຊາຊົນ ໄປລ້າມາເປັນອາຫານ ະຈໍາວັນເຮົາກໍອະນຸຍາດໄດ້ ແຕ່ອັນໃດທີ່ຫວງຫ້າມໄປລ້າມາເປັນສິນຄ້າ ຄ້າຂາຍໂຕນີ້ກໍຫ້າມ.

ມາເຖິງປັດຈຸບັນ ການລັກຕັດໄມ້ ແລະລ່າສັດປ່າໃນເຂດອຸທິຍານແຫ່ງຊາດນີ້ ກໍຍັງມີຢູ່ຈໍານວນນຶ່ງ ຊຶ່ງສ່ວນຫລາຍແມ່ນຄົນມາແຕ່ໃນເມືອງ ແລະສ່ວນນຶ່ງກໍແມ່ນເຈົ້າໜ້າທີ່ທາງການເອງ ດັ່ງປະຊາຊົນຢູ່ເຂດພູເຂົາຄວາຍຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ມັນກໍມີຄົນຢູ່ໃນເມືອງຫັ້ນແຫລະສ່ວນໃຫຍ່ ຄວາມຈິງຈໍານວນນຶ່ງກໍແມ່ນພະນັກງານ ຜູ້ທີ່ມີໜ້າທີ່ຕໍາແໜ່ງໃຫຍ່ໆພຸ້ນກະມານະ ຂີ້ຣົດເອົາປືນຕິດກ້ອງ ແລ້ວກໍຂຶ້ນໂລດ ແບບບໍ່ໄດ້ອະນຸຍາດໄປ ກະບໍ່ກ້າເວົ້າໃຫ້

ເຂົາເຈົ້າ ເພິ່ນເປັນຜູ້ໃຫຍ່.                

ເຣື່ອງການລັກຕັດໄມ້ໃນເຂດອຸທິຍານແຫ່ງຊາດ ທ່ານເວົ້າວ່າ ຍັງມີຢູ່ ແຕ່ບໍ່ຫລາຍ, ສ່ວນໃຫຍ່ກໍແມ່ນຊາວບ້ານ ທີ່ເປັນຊົນເຜົ່າ.

ຊາວບ້ານໃນເຂດພູເຂົາຄວາຍທີ່ວ່ານີ້ ຮູ້ດີເຖິງຂໍ້ຫ້າມໃນເຂດອຸທິຍານແຫ່ງຊາດຊຶ່ງມີຫລາຍຢ່າງ ເປັນຕົ້ນຫ້າມລັກຕັດໄມ້ທໍາລາຍປ່າ, ຫ້າມລ່າສັດປ່າສງວນ ທີ່ມີຄົນຈໍານວນໜ້ອຍນຶ່ງ ຍັງລັກລ່າຢູ່.

ດັ່ງຊາວບ້ານໃນເຂດນີ້ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ມົກກະຣານີ້ວ່າ:

ໂຕນີ້ເພິ່ນກະສງວນໄວ້ຫັ້ນນ່າ ບໍ່ໃຫ້ຄົນໄປຕັດໄມ້ ຕັດຕອກແລ້ວນ່າ ແບບບໍ່ໃຫ້ມີປືນມີຫຍັງຍິງ ລ້າສັດຄົນກໍໄປລັກເອົາຊື່ໆ ແຕ່ວ່າເພິ່ນກໍບໍ່ໃຫ້ເຮັດແລ້ວ ກະມີສ່ວນໜ້ອຍຫັ້ນລະ ເຂົາກໍລັງໄປເອົາຫັ້ນລະ.  

ປັດຈຸບັນ ໃນເຂດດັ່ງກ່າວ ຊາວບ້ານສ່ວນໃຫຍ່ກໍຍັງເຂົ້າໄປຊອກຫາເຄື່ອງປ່າຂອງດົງຢູ່ ແລະຊາວບ້ານຊົນເຜົ່າກໍລ້ຽງສັດໃນເຂດນັ້ນ.

ດັ່ງປະຊາຊົນຢູ່ເຂດພູເຂົາຄວາຍຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ມີແຕ່ປະຊາຊົນ ຊົນເຜົ່າ ໄປລ້ຽສັດລ້ຽງງົວໃສ່ຫັ້ນ ແລະ ຊ່ວງໄລຍະເຫັດອອກ ກໍໄປເກັບ ປະຊາຊົນປົກປັກຮັກສາ ນໍາຫັ້ນແຫລະ ມີສ່ວນຮ່ວມ.       

ອຸທິຍານແຫ່ງຊາດພູເຂົາຄວາຍ ມີເນື້ອທີ່ເກືອບເຖິງ 200,000 ເຮັກຕາ, ກວມເອົາພື້ນທີ່ສ່ວນນຶ່ງຂອງເມືອງໄຊທານີ ແລະເມືອງປາກງື່ມ ນະຄອນຫລວງວຽງຈັນ ໃນເນື້ອທີ່ 22,000 ເຮັກຕາ, ຂອງເມືອງທຸລະຄົມ ແລະເມືອງແກ້ວອຸດົມ ແຂວງວຽງຈັນ ໃນເນື້ອທີ່ 38,000 ປາຍເຮັກຕາ, ຂອງເມືອງລ້ອງຊານ ແລະເມືອງຮົ່ມ ແຂວງໄຊສົມບູນ ໃນເນື້ອທີ່24,000 ປາຍເຮັກຕາ, ຂອງເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃນເນື້ອທີ່ 107,600 ປາຍເຮັກຕາ.   

ອີງຕາມຂໍ້ມູນຈາກດໍາຣັຖຂອງນາຍົກຣັຖມົນຕຣີ ເລກທີ 733/ນຍ ທີ່ວ່ານັ້ນ ແຫລ່ງທຶນ ທີ່ຈະໃຊ້ເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ ແລະພັທນາອຸທິຍານແຫ່ງຊາດພູເຂົາຄວາຍ ແມ່ນຈະມາຈາກງົບປະມານຂອງຣັຖ, ກອງທຶນປົກປັກຮັກສາປ່າໄມ້, ກອງທຶນປົກປັກຮັກສາສິ່ງແວດລ້ອມ, ການປະກອບທຶນກັບໂຄງການ ທີ່ດໍາເນີນກິຈການໃນເຂດນັ້ນ ຫລືເຂດໃກ້ຄຽງ ທີ່ສົ່ງຜົລກະທົບຕໍ່ອຸທິຍານແຫ່ງຊາດ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງຂອງຣັຖ ແລະເອກກະຊົນ ທັງພາຍໃນ ແລະຕ່າງປະເທດ ແລະແຫລ່ງ ທຶຶນອື່ນໆ ທີ່ຖືກຕ້ອງຕາມກົດໝາຍ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.