ຣົຖຂົນສົ່ງຄ້າງ ຢູ່ບໍ່ເຕັນ ຍັງເປັນບັນຫາແກ້ໄຂບໍ່ໄດ້
2022.01.12

ມາຮອດປັດຈຸບັນ, ບັນຫາຣົຖບັນທຸກ ຫຼາຍຮ້ອຍຄັນຕິດຄາ ຢູ່ດ່ານສາກົລບໍ່ເຕັນຊາຍແດນ ລາວ-ຈີນ ແຂວງຫຼວງນໍ້າທາ ຍັງບໍ່ທັນໄດ້ແກ້ໄຂ ເຖິງແມ່ນວ່າ ຄະນະກັມມະການບໍຣິຫານ ເຂດຮ່ວມມືເສຖກິຈ ບໍ່ຫານ-ບໍ່ເຕັນ ໄດ້ອອກແຈ້ງການ ຂຍາຍເວລາການຜ່ານດ່ານສາກົລ ບໍ່ຫານ ຊົ່ວຄາວຕັ້ງແຕ່ເວລາ 7:30 ໂມງ ຫາ 16:30 ໂມງ ກໍຕາມ, ແຕ່ກໍຍັງຈຳກັດຈຳນວນຣົຖ ຈາກລາວເຂົ້າໄປຈີນ ມື້ລະ 150 ຄັນຄືຜ່ານມາ ຊຶ່ງຜູ້ປະກອບການ ຂົນສົ່ງສິນຄ້າ ຫຼາຍຄົນເຫັນວ່າຍັງແກ້ບໍ່ຖືກຈຸດ.
ຜູ້ປະກອບການຂົນສົ່ງສິນຄ້າ ລາວ-ຈີນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ມົກກະຣານີ້ວ່າ:
“ໂອຍຣົຖຍັງຕິດຢູ່ມັນຣົຖຫຼາຍເນາະມັນຍັງຫຍຸ້ງຍາກຍັງລຳບາກຢູ່ດຽວນີ້ຂະເຈົ້າຍັງຈຳກັດຈັ່ງຊິແຫຼະເພາະວ່າໂຕນີ້ມັນຂຶ້ນກັບຂະເຈົ້າຣັຖບານພຸ້ນເນາະເພີ່ນເປັນຜູ້ແກ້ຫັ້ນນ່າ.”
ທ່ານໄດ້ກ່າວຕື່ມວ່າ ເຖິງແມ່ນວ່າພາກສ່ວນກ່ຽວຂ້ອງ ໄດ້ຂຍາຍເວລາການຜ່ານດ່ານສາກົລ ບໍ່ຫານຊົ່ວຄາວ ຈາກເວລາ 8:00-16:00 ໂມງ ເປັນ 7:30-16:30 ໂມງ ກໍຕາມ, ແຕ່ກໍຄິດວ່າ ອາດຈະແກ້ບັນຫາບໍ່ໄດ້ຫຼາຍ ຍ້ອນເພີ່ມເວລພຽງແຕ່ນຶ່ງຊົ່ວໂມງເທົ່ານັ້ນ. ຄັນເປັນໄປໄດ້ ຢາກໃຫ້ມີການປ່ອຍຣົຖບັນທຸກ ຈາກລາວເຂົ້າໄປຈີນ ມື້ລະປະມານ 200-300 ຄັນ ຈຶ່ງຈະດີກ່ວາ.
ໂຊເຟີ້ ຂັບຣົຖບັນທຸກ ຈຳນວນນຶ່ງກໍເຫັນວ່າ ການຂຍາຍເວລາຜ່ານດ່ານສາກົລ ບໍ່ຫານ ຊົ່ວຄາວ ນັ້ນກໍແກ້ໄຂບັນຫາ ຣົຖຕິດຢູ່ດ່ານສາກົລ ບໍ່ເຕັນ ໄດ້ພຽງໜ້ອຍດຽວເທົ່ານັ້ນ ເນື່ອງຈາກຍັງມີຈຳນວນຣົຖບັນທຸກຈາກລາວ ເຂົ້າຈີນ ມື້ລະ 150 ຄັນຢູ່ຄືເກົ່າ. ໃນຂະນະ ທີ່ຣົຖບັນທຸກໄດ້ເຂົ້າມາ ດ່ານສາກົລບໍ່ເຕັນ ເພີ່ມຂຶ້ນທຸກມື້.
ໂຊເຟີ້ຂັບຣົຖບັນທຸກທ່ານນຶ່ງກ່າວວ່າ:
“ມັນກໍບໍ່ຕິດຫຼາຍປານໃດ, ດຽວນີ້ເຂົາປ່ອຍແຕ່ລະມື້ ເຂົາປ່ອຍເຂົ້າຈຳນວນເທື່ອລະໜ້ອຍໆ. ມີແຕ່ເຂົາກຳນົດປ່ອຍມືຶ້ນຶ່ງ 150 ຄັນ ເຂົ້າຈີນນີ້ ເຂົາປ່ອຍຈັກໜ່ອຍໆ ເຂົ້າຈີນເຂົາເປີດຕລອດແຫຼະດ່ານນັ້ນ.”
“ຖ້າວ່າ 200-300 ຄັນຕໍ່ມື້ ມັນຈະໄປອັ່ງຢູ່ພຸ້ນ ມັນຈະໄປຕິດຄືເກົ່າຫັ້ນນ່າ ເຂົາເຈົ້າກຳນົດເອົາສ່ຳນັ້ນແລ້ວເດ້ ຕາມເບິ່ງກໍຂຶ້ນກັບບາງມື້ ບາງມື້ກໍບໍ່ຫຼາຍ ມື້ວານນີ້ບໍ່ຫຼາຍ.”
ນອກຈາກນັ້ນແລ້ວ ກໍຍັງເກີດປະກົດການໂຊເຟີ້ຂັບຣົຖບັນທຸກ ຈຳນວນນຶ່ງໂດຍສະເພາະ ໂຊເຟີ້ຊາວຈີນທີ່ມັກຂັບແຊງຄີວ ຄັນອື່ນໆ ເພື່ອຍາດເຂົ້າໄປໜ້າດ່ານສາກົລ ບໍ່ເຕັນ ຈຶ່ງເປັນສາເຫດໃຫ້ເກີດຄວາມວຸ້ນວາຍຢູ່ເລື້ອຍໆ .
ໂຊເຟີຂັບຣົຖບັນທຸກອີກທ່ານນຶ່ງກ່າວວ່າ:
“ດຽວນີ້ ເຣື່ອງການລົງຂອກ ລົງຄີວ ກໍຍັງພໍຜ່ອນຜັນໄປໄດ້ແລ້ວ ຄັນວ່າຈັດຄີວກັນຕາມຣະບຽບແລ້ວ ແຕ່ຫາກເວົ້າເຣື່ອງ ການປະທະຕົບຕີກັນນີ້ ຄົນຈີນບໍ່ໃຫ້ຄວາມຮ່ວມມືນຳ ດຽວນີ້ຂ່າວຍັງບໍ່ທັນແກ້ເທື່ອ.”
ທາງດ້ານເຈົ້າໜ້າ ທີ່ຢູ່ດ່ານສາກົລບໍ່ເຕັນ ທ່ານນຶ່ງກ່າວວ່າ ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ກໍກຳລັງແກ້ໄຂບັນຫາດັ່ງກ່າວເພື່ອລະບາຍຣົຖບັນທຸກ ໃຫ້ເຂົ້າໄປຈີນ ໄດ້ຢ່າງສະດວກ ແລະຮຽບຮ້ອຍ ແຕ່ບັນຫາຣົຖຕິດກໍຍັງເກີດຂຶ້ນຢູ່ເລື້ອຍໆ ຕິດຍາວຕັ້ງແຕ່ດ່ານສາກົລ ບໍ່ເຕັນ ໄປຮອດເຂດບ້ານນາເຕີຍ.
“ກໍຍັງບໍ່ທັນອັນນັ້ນ ມີແຕ່ວ່າເອົາເຂົ້າເທື່ອລະໜ້ອຍ ຣົຖ 22 ລໍ້ ຕໍ່ແຖວກັນ ມາຕາມຫຼັງກັນ ຢູ່ຕໍ່ໆ ກັນໄປຈົນຮອດພຸ້ນລະ ຣົຖ 22 ລໍ້ເປັນຣະບຽບຕັ້ງແຕ່ນາເຕີຍຂຶ້ນມານີ້.”
ປັດຈຸບັນຣົຖບັນທຸກສິນຄ້າ ໃນລາວທັງຂອງຄົນລາວ ແລະຄົນຈີນທີ່ເຂົ້າມາຢູ່ດ່ານສາກົລ ບໍ່ເຕັນ ເພື່ອລໍຖ້າຜ່ານໄປດ່ານສາກົລ ບໍ່ຫານ ມີປະມານ 350 ຄັນຕໍ່ມື້ ແລະ ນັບມື້ກໍເພີ່ມຈຳນວນ ສະສົມຂຶ້ນເລື້ອຍໆ, ສ່ວນໂຊເຟີ້ ຊຸດຂາວເບື້ອງຈີນ ທີ່ເຮັດວຽກສີດພົ່ນຢາຂ້າເຊື້ອ ໂຄວິ-19 ກໍມີພຽງແຕ່ 80 ຄົນ ແລະ ກໍໃຊ້ເວລາສີດພົ່ນຢາຂ້າເຊື້ອ 15-20 ນາທີຕໍ່ຄັ້ງ ຕໍ່ຄົນແລະຕ້ອງສີດຢາຂ້າເຊື້ອ 3 ຄັ້ງຕໍ່ຄົນ ຈຶ່ງຈະປ່ອຍໃຫ້ເຂົ້າໄປຈີນໄດ້ ຊຶ່ງມີຂັ້ນຕອນຫຼາຍເຕີບ.
ຢ່າງໃດກໍຕາມ ທາງຄະນະກັມມະການ ບໍຣິຫານດ່ານສາກົລ ບໍ່ເຕັນ ແຂວງຫຼວງນໍ້າທາ ຍັງໄດ້ສເນີໄປຍັງຫ້ອງການ ບໍຣິການດ່ານສາກົລ, ດ່ານບໍ່ຫານ ກິ່ງແຂວງສິບສອງປັນນາ ປະເທດຈີນເພື່ອໃຫ້ຟື້ນຟູເສັ້ນທາງ ຢູ່ດ່ານສາກົລ ບໍ່ຫານພ້ອມທັງສນັບສນູນ ວຽກງານທີ່ກ່ຽວຂ້ອງ ກັບການຂົນສົ່ງ ແລະເພື່ອແກ້ໄຂບັນຫາ ດັ່ງກ່າວ ພ້ອມທັງຫຼຸດຜ່ອນ ຄວາມແອອັດ ຂອງຣົຖບັນທຸກ ຢູ່ດ່ານສາກົລ. ອີງຕາມການຣາຍງານຂອງ ກະຊວງອຸດສາຫະກັມ ແລະການຄ້າໃນວັນທີ 05 ມົກກະຣາ ປີ 2022.