ເຣື້ອງທີ່ເກັບບັນທຶກໄວ້
2023-12-15
11 ປີຜ່ານໄປ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕ, ແຕ່ວຽກງານ ດ້ານການພັທນາຊຸມຊົນ ບາງຂແນງການ ທີ່ທ່ານໄດ້ສ້າງໄວ້ ກໍຍັງຖືກສານຕໍ່.
2023-12-15
ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົລລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ ແລະ ເຈົ້າໜ້າທີ່ຕຳຣວດ ດ່ານເມືອງຄຳ ຂອງຈີນ ໄດ້ຮ່ວມກັນລາດຕະເວນຕາມຊາຍແດນ ລາວ-ຈີນ ແລະໂຄສະນາເຜີຍແຜ່ ລະບຽບການເຂົ້າ-ອອກເມືອງ ຂອງຊາວລາວ ແລະ ຊາວຈີນ.
2023-12-15
ສະຫະຣັຖອາເມຣິກາ ພ້ອມສນັບສນູນລາວ ໃນການທີ່ຈະເປັນປະທານ ວຽນອາຊ້ຽນ ແລະເປັນເຈົ້າພາບກອງປະຊຸມ ສຸດຍອດອາຊ້ຽນ ໃນປີ 2024 ທີ່ຈະມາເຖິງນີ້.
2023-12-15
ແຂວງຈຳປາສັກ ເປີດນໍາໃຊ້ສູນ ໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ຢູ່ບ້ານຫົວແຊ ເມືອງບາຈຽງຈະເຣີນສຸກ ຂອງສະຫະພັນແມ່ຍິງແຂວງ ເພື່ອຊ່ອຍເຫຼືອ ແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບການບໍຣິການ ແບບຄົບວົງຈອນ.
2023-12-15
ປະຊາຄົມໂລກ ລະນຶກເຖິງ ທ່ານ ສົມບັດ ສົມພອນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ຄົບຮອບ 11 ປີ ນັບຕັ້ງແຕ່ ວັນທ 15 ເດືອນທັນວາ ປີ 2012 ຈົນມາເຖິງປັດຈຸບັນ ທາງການລາວ ຍັງບໍ່ໃຫ້ຄວາມກະຈ່າງແຈ້ງ ຕໍ່ກໍຣະນີດັ່ງກ່າວ.
2023-12-14
ຣັຖບານລາວ ຢືມເງິນຕ່າງປະເທດ 15 ລ້ານໂດລາສະຫະຣັຖ ມາສ້າງຊ່ອງທາງດ່ວນຣົຖເມ ແຕ່ສວນເຈົ້າຟ້າງຸ່ມ ຫາປະຕູໄຊ ແລະ ໄປເຖິງມະຫາວິທຍາໄລແຫ່ງຊາຕ ຢູ່ນະຄອນຫລວງວຽງຈັນ ເພື່ອຫລຸດຜ່ອນ ການແອອັດຂອງຈະຣາຈອນ.
2023-12-14
ປະເທດລາວ ຖືກຈັດຢູ່ໃນອັນດັບທີ 126 ໃນດ້ານຄວາມໂປ່ງໄສ ເຊິ່ງຖືວ່າເປັນຢູ່ໃນອັນດັບ ທີ່ມີການສໍ້ຣາສບັງຫຼວງຫຼາຍ ໃນຂະນະທີ່ປະຊາຊົນ ແລະ ນັກທຸຣະກິຈ ກໍບໍ່ເຊື່ອວ່າຣັຖບານ ຈະແກ້ໄຂບັນຫານີ້ໄດ້.
2023-12-14
ເມື່ອວັນທີ 8 ທັນວາ ທີ່ຜ່ານມາ ອົງການປົກຄອງແຂວງເຊກອງ ໄດ້ເຊັນສັນຍາ ໃຫ້ບໍຣິສັດ ຂອງຄົນລາວ ສັມປະທານ ໂຄງການກໍ່ສ້າງເຂື່ອນໄຟຟ້າຂນາດນ້ອຍ ຫ້ວຍປວງ 1 ແລະ ຫ້ວຍປວງ 2 ຢູ່ເມືອງ ດາກຈຶ້ງ ເຊິ່ງຍັງບໍ່ມີຂໍ້ມູນຣາຍລະອຽດ ເຖິງຜົລກະທົບກັບຊາວບ້ານ.
2023-12-14
ທາງການແຂວງໄຊຍະບູຣີ ຫ້າມທຸກພາກສ່ວນ ບໍ່ໃຫ້ນໍາສິນຄ້າຈາກຕ່າງປະເທດ 137 ຣາຍການ ທີ່ຜລິດໄດ້ ຢູ່ພາຍໃນເຂົ້າມາ ເພື່ອສົ່ງເສີມການຜລິດພາຍໃນ ຊຶ່ງສ່ວນໃຫຍ່ເປັນພືດພັກ, ໝາກໄມ້ ແລະ ສິນຄ້າປະເພດສັດ.
2023-12-14
ສະມາຊິກສະພາແຫ່ງຊາຕ ແລະສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນຫຼາຍຄົນ ໄດ້ມີຄໍາເຫັນ ຄັດຄ້ານໂຄງການຂຸດຄົ້ນບໍ່ແຮ່ ໃນເຂດນະຄອນຫຼວງວຽງຈັນ ໂດຍສະເພາະ ການລົງທຶນຂອງບໍຣິສັດຈີນ ທີ່ເຂົ້າມາຂຸດຄົ້ນບໍ່ແຮ່ ໃນເຂດນະຄອນຫຼວງວຽງຈັນ ແລ້ວເຮັດໃຫ້ດິນຊຸດໂຊມ ແລະເສັ້ນທາງເປ່ເພ.
2023-12-13
ບັນດາພວກພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ທີ່ລູກຫຼານຖືກຄ້າມະນຸສ ໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ຕັ້ງແຕ່ທ້າຍປີ 2022 ຍັງລໍຖ້າ ມື້ທີ່ລູກຫຼານ ໄດ້ຮັບການຊ່ອຍເຫຼືອ ແລະ ກັບຄືນບ້ານໂດຍໄວ.
2023-12-13
ຄົນລາວ ຕ້ອງການໄປເຮັດວຽກ ຢູ່ເກົາຫລີໃຕ້ ຫລາຍຂຶ້ນ ຍ້ອນໄດ້ເງິນເດືອນຫລາຍກວ່າ ສ່ວນເງິນເດືອນ ຢູ່ລາວ ບໍ່ສາມາດກຸ້ມກິນ ແລະປະຊາຊົນຈຳເປັນ ຕ້ອງໄດ້ຫາຊ່ອງທ່າງ ເພື່ອໃຫ້ຕົນເອງ ແລະຄອບຄົວ ຢູ່ລອດ ຊຶ່ງນຶ່ງໃນຊ່ອງທາງນັນ ກໍຄືການໄປເຮັດວຽກ ຢູ່ຕ່າງປະເທດ.
2023-12-13
ຮ້ານກິນດື່ມ ໃກ້ວັດອົງຕື້ ໃນເຂດເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ເປີດເພງສຽງດັງ ເກີນເວລາ ສ້າງຄວາມເດືອດຮ້ອນ ແກ່ຊາວບ້ານໃກ້ຄຽງ ຈົນບາງຄົນ ບໍ່ສາມາດນອນໄດ້, ແຕ່ຫຼ້າສຸດນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງແກ້ໄຂ ເປັນແຕ່ລະໄລຍະ ຕາມຄຳຮ້ອງຮຽນ ຂອງຊາວບ້ານນັ້ນແລ້ວ.
2023-12-13
ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ກວດພົບຢາບ້າ ຈໍານວນ 1,600,000 ເມັດ ຢູ່ເຂດບ້ານມອນແຫຼມ ແລະບ້ານຊຽງດາວ ແລະຈັບໂຕຜູ້ຕ້ອງສົງສັຍ ໄດ້ 1 ຄົນ ເພື່ອດໍາເນີນການສືບ ສວນ-ສອບສວນ ຂຍາຍຜົລ ຫາກຸ່ມແກ້ງ ມາດໍາເນີນຄະດີ ຕາມກົດໝາຍ.
2023-12-13
ອົງການສະຫະປະຊາຊາຕ ເພື່ອຕ້ານຢາເສບຕິດ ແລະ ອາຊຍາກັມ ຫຼື UNODC ອອກບົດຣາຍງານ ປະຈຳປີ 2023 ວ່າ ມີການສຳຣວດເຫັນ ເນື້ອທີ່ປູກຝິ່ນໃນລາວ ປະມານ 5,000 ເຮັກຕ້າຣ໌ ທີ່ສ່ວນໃຫຍ່ ຢູ່ໃນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.