ປະເທດລາວ ຖືກຈັດຢູ່ໃນອັນດັບທີ 126 ໃນດ້ານຄວາມໂປ່ງໄສ

ອຸ່ນແກ້ວ
2023.12.14
ປະເທດລາວ ຖືກຈັດຢູ່ໃນອັນດັບທີ 126 ໃນດ້ານຄວາມໂປ່ງໄສ ສະກຸນ ເງິນກີບ ແລະ ສະກຸນເງິນຕ່າງປະເທດ.
ນັກຂ່າວ ພົລເມືອງ

ປະຊາຊົນ ແລະ ນັກທຸຣິກິຈ ຍັງບໍ່ເຊື່ອວ່າ ຣັຖບານຈະສາມາດແກ້ໄຂບັນຫາ ການສໍ້ຣາສບັງຫຼວງໄດ້ ຍ້ອນວ່າ ລະບົບກວດສອບ ບໍ່ມີຄວາມເປັນອິສຣະ.

ເມື່ອໃດກໍຕາມ ຊີວິດການເປັນຢູ່ຂອງພະນັກງານ ຍັງບໍ່ທັນດີຂຶ້ນ ມັນກໍຍັງມີຊ່ອງວ່າງໃຫ້ພະນັກງານທຸກຂັ້ນສວຍໂອກາດເຂົ້າພົວພັນ ການສໍ້ຣາສບັງຫຼວງ.

ປະຊາຊົນ ທ່ານນຶ່ງ ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ແກ້ໄຂໄດ້ບໍ່ ມັນເສຖກິຈບໍ່ຄົງທີ່ຫັ້ນນ່າ ຊິປານສໍ້ຣາສບັງຫຼັງໄດ້ແນວໃດ ມັນກະບໍ່ໄດ້ລະເນາະ ເພາະວ່າ ພະນັກງານເງິນເດືອນຊໍ່ານີ້ ມັນກະຕ້ອງໄດ້ກິນໄດ້ໃຊ້ ເຊັ່ນ ເຊັນເອກະສານ ກະຕ້ອງໄດ້ກິນ ໄດ້ໃຊ້ແມ່ນບໍ່ລະ ສໍ້ຣາສບັງຫຼັງກະນັບແຕ່ຫ້ອງການນຶ່ງ ນັບແຕ່ບ້ານພີ້ໄປ.

ການແກ້ໄຂ ການສໍ້າຣາສບັງຫລວງ ມັນເປັນໄປໄດ້ຍາກ ຍ້ອນວ່າ ມັນຫຼາຍເກີນຈະແກ້ແລ້ວ. ນັກທຸຣະກິຈ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ມັນກໍເວົ້າຍາກ ມັນກໍເປັນໄປໄດ້ຍາກ ເພາະວ່າ ມັນຫຼາຍເກີນຮັກສາແກ້ໄດ້ລະນະ ແກ້ບໍ່ໄດະລະນ່າ.

ນັກທຸຣະກິຈ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ບໍ່ເຊື່ອເລີຍຕາບໃດທີ່ບໍ່ມີໜ່ວຍງານອິສຣະ ທີ່ບໍ່ຂຶ້ນກັບຣັຖ ຕ້ອງມີໜ່ວຍງານກວດສອບ ສໍ້ຣາສບັງຫຼັງນັ້ນ ຂຶ້ນກັບສະພາແຫ່ງຊາຕ ຢ່າງດຽວ. ເຮັດບໍ່ໄດ້ດອກ ເອົາມືຊາຍມາກວດມືຂວາ ເອົາມືຂວາໄປກວດຖົງຂາຍ ຜູ້ດຽວກວດໂຕເອງມັນບໍ່ໄດ້.

ນັກທຸຣະກິຈ ທ່ານນີ້ ກ່າວຕື່ມອີກວ່າ:

ຕ້ອງມີໜ່ວຍງານອິສຣະກວດສອບພັກ-ຣັຖ ຕ້ອງມີກົດໝາຍຂຶ້ນມາອີກ ມີຣັຖທັມນູນຄຸ້ມຄອງ ອົງກອນນັ້ນ ອົງກອນນັ້ນ ຕ້ອງຂຶ້ນກັບສະພາແຫ່ງຊາຕ ບໍ່ໃຫ້ຂຶ້ນກັບຣັຖບານ ບໍ່ໃຫ້ໃຜມີສິດ ມີອໍານາດ.

ອົງການຄວາມໂປ່ງໄສສາກົລ ຫຼື Transparency International ໄດ້ອອກບົດຣາຍງານ ໃນປີ 2022 ວ່າ ປະເທດລາວ ຖືກຢູ່ໃນອັນດັບທີ 126 ໃນຈໍານວນ 180 ປເທດທົ່ວໂລກ ໂດຍມີ 31 ຄະແນນ ເຊິ່ງປະເທດໃດ ມີຄະແນນສູງເທົ່າໃດ ກໍຍິ່ງມີຄວາມໂປ່ງໄສ ຫຼາຍເທົ່ານັ້ນ.

ໃນປີ 2022 ປະເທດເດັນມາກ ເປັນປະເທດອັນດັບທີ 1 ທີ່ມີຄວາມໂປ່ງໄສ ຫຼາຍທີ່ສຸດ ຕໍ່ມາແມ່ນປະເທດຟິນແລນດ໌ ເປັນອັນດັບທີ 2.

ໃນຂະນະທີ ປະໃນປີ 2021 ປະເທດລາວ ຖືກຈັດຢູ່ໃນອັນດັບທີ 128 ໃນຈໍານວນ 180 ປະເທດໃນໂລກ ມີຄະແນນລວມ 30 ຄະແນນ.

ໃນໂອກາດພິທີສເລີມສລອງ ວັນຕ້ານການສໍ້ຣາສບັງຫຼວງ ສາກົລຄົບຮອບ 20 ປີເມື່ອວັນທີ 8 ທັນວາ ທີ່ຜ່ານມາ, ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ຣາຍງານວ່າ ພົບການສໍ້ຣາສບັງຫຼວງ ເປັນມູນຄ່າຫຼາຍ 100 ຕື້ກີບ ແລະ ຫຼາຍລ້ານໂດລ້າຣ໌ ພ້ອມທັງກວດພົບຜູ້ທີ່ເຂົ້າໄປພົວພັນ ຫຼາຍຄົນ.

ອີງຕາມ ທ່ານ ວິໄລວັນ ບຸດດາຄໍາ ຮອງຫົວໜ້າ ອົງການຕ້ານການສໍ້ຣາສ ບັງຫຼວງຂັ້ນສູງກາງ, ປີ 2023 ນີ້ອົງການກວດກາແຫ່ງຣັຖ ໄດ້ກວດພົບຜົລເສັຍຫາຍ ຈາກການສໍ້ຣາສ ບັງຫຼວງ ທີ່ເກີດຂຶ້ນໃນໂຄງການລົງທຶນ ຂອງຣັຖມູນຄ່າຫຼາຍກ່ວາ 800 ຕື້ກີບ ແລະ 16 ລ້ານໂດລ້າຣ໌ ໂດຍມີການກວດພົບ ຜູ້ມີສ່ວນພົວພັນ 34 ຄົນ. ໃນນັ້ນເປີດການສືບສວນ-ສອບສວນ ແລ້ວ 19 ຄົນ ແລະ ອີກ 15 ຄົນ ຢູ່ໃນລະຫວ່າງການກັກໂຕ ເຊິ່ງຜູ້ກ່ຽວຈຳນວນດັ່ງກ່າວ ໄດ້ກະທຳຜິດໃນຫຼາຍຂໍ້ຫາ ທັງການສວຍໃຊ້ຕຳແໜ່ງ-ໜ້າທີ່, ໃຫ້ ແລະ  ຮັບສິນບົນ, ຍັກຍອກ-ສໍ້ໂກງຊັບຂອງຣັຖ, ປອມແປງເອກະສານ ແລະ ອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.