ເປີດສູນໃຫ້ຄຳປຶກສາ, ປົກປ້ອງເດັກນ້ອຍ ທີ່ແຂວງຈຳປາສັກ

ໄຊຍາ
2023.12.15
ເປີດສູນໃຫ້ຄຳປຶກສາ, ປົກປ້ອງເດັກນ້ອຍ ທີ່ແຂວງຈຳປາສັກ ສະຫະພັນ ແມ່ຍິງແຂວງຈຳປາສັກ ຈັດພິທີທາງສາສນາ ເພື່ອເປີດການນຳໃຊ້ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ວັນທີ 28 ພຶສຈິກາ 2023.
ຂໍຂອບໃຈຮູບພາບຈາກເພຈ ຂ່າວແມ່ຍິງ ແຂວງຈຳປາສັກ

ວັນທີ 13 ທັນວາ 2023 ທີ່ຜ່ານມາ ມີພິທີເປີດນໍາໃຊ້ສູນ ໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍທີ່ໄດ້ຮັບຜົລກະທົບ ຈາກການນຳໃຊ້ຄວາມຮຸນແຮງ ຢູ່ບ້ານຫົວແຊ ເມືອງບາຈຽງຈະເຣີນສຸກຂອງສະຫະພັນແມ່ຍິງ ແຂວງຈຳປາສັກ ແຫ່ງທີ 6 ຂອງ ປະເທດລາວ ເພື່ອຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍທີ່ໄດ້ຮັບການບໍຣິການ ແບບຄົບວົງຈອນ ທັງການພັກເຊົາຊົ່ວຄາວ, ການໃຫ້ຄຳປຶກສາ ທາງດ້ານສັງຄົມ, ຈິດໃຈ, ຂະບວນການຍຸຕິທັມ ແລະ ການສ້າງອາຊີບ ໃຫ້ເຂັ້ມແຂງດ້ວຍຕົນເອງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ທັນວາ ນີ້ວ່າ:

ຊ່ອຍເຫຼືອຄົບວົງຈອນ ເຮົາກໍມີທີ່ພັກເຊົາຊົ່ວຄາວ ໃຫ້ແບບວ່າ ບໍ່ມີເຮືອນພີ່ນ້ອງ ຫຼືວ່າອີ່ຫຍັງກໍຣະນີສົມມຸດເນາະ ເປັນຄອບຄົວເນາະ ບໍ່ມີທີ່ເພີ່ງພາອາໄສ ບໍ່ມີພໍ່ ບໍ່ມີແມ່ ຫຼືວ່າບໍ່ມີຍາດຕິພີ່ນ້ອງ ທີ່ວ່າໄວ້ໃຈໄດ້ຫັ້ນນ່າ ເຮົາກໍສາມາດ ມາຢູ່ສູນກໍໄດ້ ຢູ່ສູນຊົ່ວຄາວ ຄັນວ່າເຂົາບໍ່ມີວິຊາຊີບ. ຄັນສົມມຸດເນາະເຮົາກໍຖາມຄວາມສະມັກໃຈ ເພິ່ນວ່າເພິ່ນມັກວິຊາຊີບຫຍັງ. ເຮົາບໍ່ທັນເຄີຍມີສູນເນາະ ແຕ່ວ່າເຮົາກໍເຄີຍມີໃຫ້ຄຳປຶກສາ ດ້ານກົດໝາຍ ແບບວ່າແນະນຳກົດໝາຍທີ່ກ່ຽວຂ້ອງໃຫ້ເຂົາ. ເວລາເພິ່ນມີສານຕັດສິນ ເຮົາກໍຕິດຕາມນຳສານ ນຳວິຊາການຫັ້ນແຫຼະໄປ.

ທີ່ຜ່ານມາຢູ່ແຂວງຈໍາປາສັກ ເຄີຍມີແມ່ຍິງອາຍຸ 18 ປີຂຶ້ນໄປໄດ້ຮັບຄວາມຮຸນແຮງ ທາງດ້ານຮ່າງກາຍ, ຈິດໃຈ ແລະ ເພດ ຄືຖືກ ຜູ້ຊາຍ ປະມານ 5 ຄົນລ່ວງລະເມີດທາງເພດ ແຕ່ບໍ່ໄດ້ຖືພາ ແລະບໍ່ຕິດພະຍາດ ຕິດຕໍ່ທາງເພດສຳພັນ ເຊິ່ງກໍຣະນີນີ້ ກໍບໍ່ສາມາດຊ່ອຍແມ່ຍິງ ໃຫ້ໄດ້ຮັບຄວາມຍຸຕິທັມ ຮຽກຮ້ອງຄ່າເສັຍຫາຍ ໃນຄະດີແພ່ງ ຈາກເຫດການດັ່ງກ່າວ ໃນຂັ້ນສານໄດ້ເນື່ອງຈາກ ຂາດງົບປະມານໃນການປະສານງານ ແລ່ນເອກະສານ ໄປຍັງແຕ່ລະພາກສ່ວນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອີກທ່ານນຶ່ງເຄີຍໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອປີ 2022 ທີ່ຜ່ານມາວ່າ:

“ລາວ 18 ປີ ນີ້ແຫຼະລາວ 18 ປີ ນີ້ຄົນບ້ານໃກ້ກັນຂົ່ມຂືນ ງານບຸນ. ລາວຍ່າງເມືອເຮືອນ ລາວນີ້ນ່າ ພໍດີເພິ່ນຜູ້ຊາຍ ເປັນກຸ່ມຫຼາຍຄົນ ມາອັນນັ້ນຂົ່ມຂືນລາວ ແລ້ວກໍຍັງຂາດເຣື່ອງທຶນຮອນ ທີ່ຈະສົ່ງເສີມເພິ່ນ ທຶນຮອນເຣື່ອງແລ່ນວຽກ ແລ່ນງານ ປະສານງານ ແຕ່ລະພາກສ່ວນ ກໍຍັງຫຍຸ້ງຍາກ.”

ບັນຫາຄວາມຮຸນແຮງ ທີ່ແມ່ຍິງ ແລະເດັກນ້ອຍປະເຊີນຢູ່ ແຂວງຈໍາປາສັກ ສ່ວນຫຼາຍແມ່ນຄວາມຮຸນແຮງ ດ້ານຈິດໃຈ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຈຳປາສັກ ທີ່ໄດ້ກ່າວຕອນຕົ້ນກ່າວຕື່ມວ່າ:

“ຄວາມຮຸນແຮງກໍສ່ວນຫຼາຍ ກໍຢູ່ດ້ານຈິດໃຈເວົ້າເຣື່ອງຄອບຄົວ ອິຫຍັງນີ້ແຫຼະ ແຕ່ວ່າກໍບໍ່ມີຜູ້ມາຂໍຄຳປຶກສາ ຫຼາຍປານໃດຫັ້ນນ່າບັນຫາທົ່ວໄປ ການບໍ່ເຂົ້າໃຈກັນໃນຄອບຄົວນີ້ແຫຼະ ລາວຢາກຢ່າຮ້າງກັບຄອບຄົວ ຈັ່ງຊີ້ ແບບວ່າຄອບຄົວເຂົາ ບໍ່ຢາກຢ່າຈັ່ງຊີ້ນ່າ. ເຂົາກໍມາຂໍຄຳປຶກສາ ເຮົາເຮົາກໍເວົ້າເຣື່ອງຜູ້ຊ່ຽວຊານ. ເຮົາກໍປຶກສາຜູ້ຊ່ຽວຊານ ທາງທາງກົດໝາຍ. ຄອບຄົວເປັນສານເປັນໄອຍະການ ກໍແນະນຳເຂົາ.”

ສໍາລັບສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ຂອງແຂວງຈໍາປາສັກ ໄດ້ເຣີ່ມກໍ່ສ້າງ ຈັດຕັ້ງປະຕິບັດ ມາຕັ້ງແຕ່ວັນທີ 24 ມີນາ ເຖິງ ວັນທີ 26 ກັນຍາ 2023 ເປັນອາຄານກໍ່ຊັ້ນດຽວ ມີເນື້ອທີ່ນຳໃຊ້ 224 ຕາແມັດ, ມີ 1 ຫ້ອງໂຖງພ້ອມທາງຍ່າງ, 1 ຫ້ອງນອນລວມ ຂນາດ 8ແມັດ ຄູນ 4 ແມັດ, 1 ຫ້ອງປະຊຸມ ລວມຂນາດ 3 ແມັດຄູນ 4 ແມັດ, ມີຫ້ອງຄົວດ້ານນອກ, ມີ 4 ຫ້ອງນໍ້າ ແລະ 2 ຫ້ອງອາບນໍ້າສຳລັບຍິງ-ຊາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງບາຈຽງຈະເຣີນສຸກ ກ່າວໃນມື້ດຽວກັນວ່າ:

“ເພາະວ່າເຮົາເປີດຢູ່ຫັ້ນ ກໍນໍາໃຊ້ເລີຍ ເພາະວ່າວຽກ ເຮົາກໍປະຈໍາເລີຍ ມີສາຍດ່ວນມີຫ້ອງແພດ ຫ້ອງປະຊຸມຫ້ອງໃຫ້ຄຳປຶກສາ ຫ້ອງນອນຍິງ-ຊາຍ. ແມ່ຍິງ-ເດັກນ້ອຍ ມີຫ້ອງຄົວ ມີຫ້ອງນໍ້ານອນໄດ້ຫຼາຍຄົນຢູ່. ຜູ້ໃຫ້ຄຳປຶກສາ ກໍມີແຕ່ຜູ້ນຶ່ງສອງຄົນເພາະວ່າ ເຮົາກໍເຣີ່ມເປີດແດ່ຫັ້ນນ່າ.”

ດ້ານປະຊາຊົນ ຈາກເມືອງບາຈຽງຈະເຣີນສຸກ ກ່າວວ່າສູນນີ້ຈະເຮັດໃຫ້ແມ່ຍິງ ແລະເດັກນ້ອຍ ມີທີ່ເພິ່ງພາທາງຈິດໃຈ ແລະຮ່າງກາຍ ຖືວ່າເປັນເຣື່ອງທີ່ດີ ທີ່ພາກສ່ວນກ່ຽວຂ້ອງ ເລັ່ງເຫັນເຖິງຄວາມຄວາມສຳຄັນຂອງວຽກງານ ການປົກປ້ອງແມ່ຍິງ ແລະເດັກນ້ອຍ ຈາກການໃຊ້ຄວາມຮຸນແຮງ.

ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:

“ເພາະຕອນນີ້ຫັ້ນ ເພິ່ນຫາກໍ່ເປີດສູນໃໝ່ເດ້ ມັນມີຄົບໝົດເລີຍເພາະວ່າ ມມັນກໍດີຫຼາຍຢ່າງ ເພາະວ່າອີກຢ່າງຖ້າລົມກັບພະນັກງານ ໂຕເອງທີ່ຮັບຜິດຊອບໂດຍກົງ ຈະຮູ້ຖ້າມີບັນຫາຫຍັງສາມາດ ເຂົ້າມາປຶກສານຳເພິ່ນໄດ້ເລີຍ ເພິ່ນຊ່ອຍໄດ້ຫຼາຍຢ່າງ ຢູ່ເພາະວ່າເພິ່ນມີແພດ ມີໝໍ ມີຫຍັງຊ່ອຍໄດ້ ໝົດເລີຍ.”

ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ມີທັງ 4 ດ້ານທີ່ປະກອບດ້ວຍ ຄວາມຮຸນດ້ານຮ່າງກາຍ ປະກອບມີ ການທຸບຕີ, ການກັກຂັງ, ການທໍລະມານ. ຄວາມຮຸນແຮງດ້ານຈິດໃຈ ປະກອບມີ ຄວາມຮູ້ສຶກ, ການດູໝິ່ນກຽດສັກສີ, ການປ້ອຍດ່າ, ການເມີຍເສີຍ ແລະ ການປ່ອຍປະລະເລີຍ. ຄວາມຮຸນແຮງທາງເພດມີ ການຂົ່ມຂືນ, ກະທຳສຳເລົາ, ການບັງຄັບຮ່ວມເພດ, ການທໍາລາມົກອະນາຈານ ແລະ ຄວາມຮຸນແຮງດ້ານຊັບສິນ ຫຼືເສຖກິຈ ມີການທຳລາຍຈູດເຜົາ ມ້າງເພເຮືອນຊານ, ວັດຖຸສິ່ງຂອງ, ການນຳໃຊ້ ແລະ ຄອບຄອງ ທີ່ບໍ່ຖືກຕ້ອງພາ ໃຫ້ເກີດຄວາມເສັຍຫາຍນັ້ນ. ອີງຕາມຂໍ້ມູນ ຈາກຫ້ອງການສະຫະພັນ ແມ່ຍິງແຂວງຈຳປາສັກ.

ນອກນັ້ນອີງຕາມຂໍ້ມູນ ຈາກເຟສບຸກຄ໌ ເພຈ “Lao Youth Radio” ຫຼື ສະຖານີວິທຍຸ ຊາວໜຸ່ມລາວ ສິນໄຊຍຸກໃໝ່ ຣາຍງານວ່າ. ປະເທດລາວ ລວມມີສູນໃຫ້ຄຳປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ທັງໝົດ 6 ແຫ່ງ ໃນນັ້ນມີຢູ່ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ສວັນນະເຂດ, ອັດຕະປື, ບໍລິຄໍາໄຊ ແລະ ຈໍາປາສັກ. ເວົ້າສະເພາະສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຢູ່ແຂວງຈຳປາສັກ, ອັດຕະປື ແລະ ບໍລິຄຳໄຊ ແມ່ນໄດ້ຮັບທຶນ ສນັບສນູນ ຈາກຣັຖບານຢີ່ປຸ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.