11 ປີ, ສົມບັດ ສົມພອນ ຖືກລັກພາໂຕ, ແຕ່ວຽກງານ ຍັງຖືກສານຕໍ່
2023.12.15

ເປັນເວລາ 11 ປີເຕັມ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສ ດີເດັ່ນ ດ້ານການພັທນາຊຸມຊົນ ແລະ ອະດີດຜູ້ກໍ່ຕັ້ງສູນອົບຮົມຮ່ວມພັທນາ ຫຼືສູນປາແດກ ຖືກກຸ່ມຄົນບໍ່ດີ ລັກພາໂຕໄປ ເມື່ອວັນທີ 15 ທັນວາ ປີ 2012 ທີ່ນະຄອນຫຼວງວຽງຈັນ ຖ່າມກາງທີ່ຄວາມພະຍາຍາມ ໃນການຊອກຫາທ່ານ ກໍຍັງບໍ່ມີຄວາມຄືບໜ້າໃດໆ.
ແຕ່ເມື່ອເວົ້າເຖິງມໍຣະດົກ ແລະ ບັນດາວຽກງານ ໃນຂແນງການຕ່າງໆ ຂອງທ່ານ ສົມບັດ ສົມພອນ ທີ່ໄດ້ສ້າງຜົລງານໄວ້ ໃຫ້ຢູ່ຄູ່ກັບປະເທດລາວ ແລ້ວ ນັບວ່າມີຢ່າງມະຫາສານ ແລະ ບາງວຽກງານ ກໍຍັງຖືກສານຕໍ່ ຢ່າງເປັນປົກກະຕິມາ.
ວຽກງານທີ່ພົ້ນເດັ່ນ ກໍແມ່ນການພັທນາຊຸມຊົນ ໃຫ້ມີຄວາມເຂັ້ມແຂງ ທາງດ້ານຈິຕໃຈ, ສາມາດເພິ່ງພາໂຕເອງໄດ້, ມີອາຫານການກິນ ກຸ້ມໂຕເອງ ແລະ ຄອບຄົວ ແລະ ການຮັກສາສິ່ງແວດລ້ອມ ເພື່ອໃຫ້ເກີດຄວາມຍືນຍົງ.
ສິ່ງນຶ່ງ ທີ່ເຫັນໄດ້ ກໍແມ່ນວຽກງານ ການພັທນາສີມືແຮງງານ ຜ່ານໂຮງຮຽນວິຊາຊີບ ທີ່ອະດີດພະນັກງານ ສູນອົບຮົມຮ່ວມພັທນາ ຫຼືສູນປາແດກ ເຄີຍມີສ່ວນຮ່ວມ ໃນການກໍ່ຕັ້ງ ໂຮງຮຽນວິຊາຊີບນາສ້ຽວ ທີ່ຕັ້ງຢູ່ບ້ານນາສ້ຽວ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ເຖິງວ່າທ່ານ ສົມບັດ ສົມພອນ ຈະຫາຍສາບສູນໄປ ແລະ ບໍ່ໄດ້ກ່ຽວຂ້ອງ ກັບໂຮງຮຽນແຫ່ງດັ່ງກ່າວ, ແຕ່ແນວຄວາມຄຶດ ທີ່ຢາກສ້າງໃຫ້ຊາວໜຸ່ມລາວ ໃນເຂດຊົນນະບົດ ທີ່ຂາດໂອກາດ ໄດ້ມີຄວາມຮູ້ ແລະ ມີວິຊາຊີບຕິດໂຕ ເພື່ອໃຫ້ເປັນຄົນງານ ທີ່ມີສີມືແຮງງານ ຈົນນຳໄປສູ່ ການເພິ່ງພາໂຕເອງໄດ້ ແລະ ຊ່ອຍເຫຼືອຄົນອື່ນ ກໍໄດ້ມີການສານຕໍ່. ດັ່ງຜູ້ທີ່ຮູ້ ກ່ຽວກັບວຽກງານນີ້ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວາ 2023 ນີ້ວ່າ:
“ຄືເພິ່ນຫາຍໄປແລ້ວ, ຫັ້ນນ່າ ເວົ້າງ່າຍໆສາເນາະ ເຮົາກະບໍ່ຮູ້. ເຮົາກະຕ້ອງໄດ້ສືບຕໍ່ທີ່ເຮົາ, ຊີ້ນ່າ. ແຕ່ວ່າເຮົາກະຕ້ອງມີລາຍຮັບ ລະກະຊ່ອຍພັທນາຄົນ, ພັທນາເດັກນ້ອຍພ້ອມ, ຫັ້ນນ່າ. ນັກຂ່າວຖາມ: ແຕ່ວ່າຄວາມເປັນຈິງແລ້ວຫັ້ນ ສູນວິຊາຊີບນາສ້ຽວ ນີ້, ມີຫຍັງບໍ່ ທີ່ວ່າກ່ຽວກັບເພິ່ນ? ຜູ້ທີ່ຮູ້ຕອບ: ກະບໍ່ໄດ້ກ່ຽວ, ບໍ່ໄດ້ກ່ຽວກັນ ເພາະວ່າເຮົາເຮັດເປັນຈຸດເດີນ ຂອງພວກເຮົາເອງ, ກະບໍ່ໄດ້ກ່ຽວ. ຫາກແຕ່ວ່າ ເອີ່, ແນ່ນອນ ແນວຄວາມຄຶດ ກະມີໜ້ອຍນຶ່ງ ຫັ້ນແຫຼະເນາະວ່າ ເອີ່ ເພິ່ນຝຶກມາ ໃຫ້ເປັນຄົນຮູ້ຈັກ ຊ່ອຍເຫຼືອຄົນອື່ນ, ຊີ້ນ່າ. ລະແມ່ນ ກະມີແນວຄວາມຄຶດ ຂອງເພິ່ນເນາະ, ຫັ້ນນ່າ ເພິ່ນກະເຄີຍເວົ້າໃຫ້ຟັງເດ, ຫັ້ນນ່າ. ເຣື່ອງອື່ນໆ ການພັທນາວັຍໜຸ່ມ ແບບຊີ້, ເຮົາກະປູກຝັງ ດ້ວຍໂຕເຮົາເອງເນາະ. ຄືວ່າແຫຼະ ເພິ່ນຫາຍໄປແລ້ວ ເຮົາກະບໍ່ຮູ້ ວ່າເພິ່ນຢູ່ໃສເນາະ ເຮົາກະມີແຕ່ເດີນໜ້າເນາະ.”
ທ່ານກ່າວຕື່ມວ່າ ນອກຈາກແນວຄວາມຄຶດ ໃນການພັທນາຊາວໜຸ່ມ ໃຫ້ເປັນຄົນດີແລ້ວ, ການຝຶກວິຊາຊີບ ຜ່ານໂຮງຮຽນດັ່ງກ່າວ ກໍຍັງເປັນການເປີດໂອກາດ ໃຫ້ແກ່ຊາວໜຸ່ມ ຜູ້ທີ່ດ້ອຍໂອກາດ ໄດ້ເຂົ້າຮຽນວິຊາຊີບ ເພື່ອເປັນຄົນງານ ທີ່ມີສີມືແຮງງານ ແລະ ສາມາດຫຼຸດຜ່ອນບັນຫາ ການຖືກຕວົະຍວົະ ໄປເປັນເຫຍື່ອການຄ້າມະນຸສ ແລະ ສ້າງໂອກາດໃນຊີວິຕ.
“ພວກເຮົາ ແມ່ນຈະຝຶກແຕ່ວິຊາຊີບເນາະ ເປັນວິຊາຊ່າງ ວ່າຊັ້ນສາ ສ່ວນໃຫຍ່, ຫັ້ນນ່າ. ເຮົາບໍ່ໄດ້ເປັນລົງເລິກ ເຣື່ອງພັທນາຄົນ 100%, ເປັນແຕ່ຊ່າງ ວ່າຊັ້ນສາ ວິຊາຊີບ ພວກໃດທີ່ບໍ່ໄດ້ຮຽນຕໍ່ມະຫາວິທຍາລັຍ ບໍ, ພວກທີ່ວ່າ ບໍ່ໄດ້ມີໂອກາດ, ວ່າຊັ້ນສາ ເພື່ອປ້ອງກັນ ບໍ່ໃຫ້ເຂົາເຈົ້າ ໄປກ່ຽວກັບຄ້າມະນຸສ ອີ່ຫຍັງຕ່າງໆ. ເຮົາກະພະຍາຍາມ ໃຫ້ເຂົາເຈົ້າມີອາຊີບ, ຫັ້ນນ່າ. ລະກະສອງມາ ບໍ່ໃຫ້ເຂົາເຈົ້າ ເປັນແຮງງານດິບໆ ວ່າຊັ້ນສາ ບໍ່ມີອາຊີບ, ຫັ້ນນ່າ. ຖ້າຜູ້ໃດມີອາຊີບ ມີໃບປະກາດ ມັນກະມີ ເຣື່ອງຄ່າແຮງ ກະຊິດີຂຶ້ນ ເນາະ, ເອີ່ ໂອກາດກະຊິມີຫຼາຍຂຶ້ນ, ຫັ້ນນ່າ. ຄັນວ່າເຂົາເຈົ້າ ໄປຢູ່ໄທຍໄດ້ ເຂົາເຈົ້າກະມີ ໃບປະກາດເນາະ ບໍ່ແມ່ນໄປເປັນແຮງງານ ແບບດິບໆ, ຈັ່ງຊີ້ນ່າ ມັນກະມີ ອາຈມີໂອກາດ ໄດ້ຕໍ່ລອງ ກັບຜູ້ຈ້າງ ບໍ, ຈັ່ງຊີ້ນ່າ. ມັນເປັນຈັ່ງຊັ້ນ ແນວຄິດ, ຫັ້ນນ່າ.”
ນອກຈາກວຽກງານ ການສ້າງວິຊາຊີບແລ້ວ, ວຽກງານອື່ນໆ ກໍຍັງຖືກສານຕໍ່ ຜ່ານເພື່ອນຮ່ວມງານ ແລະ ອະດີດພະນັກງານ ສູນປາແດກ ໃນວົງກວ້າງ ຜ່ານອົງການຈັດຕັ້ງ ໃນແຂວງຕ່າງໆ ຂອງປະເທດລາວ.
ອະດີດພະນັກງານ ສູນອົບຮົມ ຮ່ວມພັທນາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ສຽງ ກໍໄດ້ກ່າວ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 13 ທັນວາ 2023 ນີ້ວ່າ ຫຼາຍແນວຄວາມຄຶດ ແລະ ວຽກງານອື່ນໆ ທີ່ທ່ານ ສົມບັດ ສົມພອນ ໄດ້ສ້າງໄວ້ ກໍຍັງຖືກສານຕໍ່, ແຕ່ໃນຮູບການ ທີ່ແຕກຕ່າງອອກໄປ ຕາມຍຸກສໄມ ທີ່ປ່ຽນໄປ ບໍ່ວ່າຈະເປັນ:
“ໂຮງຮຽນໂຕແບບ ຫຼືໂຮງຮຽນຄຸນນະພາບ ເພື່ອໃຫ້ນັກຮຽນ ມີການຮຽນທີ່ມີຄຸນນະພາບ, ໂຄງການພັທນາຊາວໜຸ່ມ ເພື່ອໃຫ້ຊາວໜຸ່ມລາວ ມີຄວາມເຂັ້ມແຂງດ້ານຈິຕໃຈ ແລະ ກາຍເປັນຜູ້ນຳຊຸມຊົນ ໃນອະນາຄົດ, ການທະນຸບຳຣຸງ ພຸທສາສນາ ເພື່ອສ້າງໃຫ້ຊາວໜຸ່ມລາວ ແລະ ປະຊາຊົນລາວ ໂດຍທົ່ວໄປ ໃຫ້ຮູ້ຈັກທັມມະ ແລະ ມີຄວາມເມດຕາຕໍ່ກັນ ບໍ່ບຽດບຽນເຊິ່ງກັນ ແລະ ກັນ, ສວນປັນຍານິເວດ ອັນເປັນສວນສາທິດ ດ້ານການກະເສຕ ທີ່ທ່ານ ສົມບັດ ສົມພອນ ໄດ້ອຸທິດຕົນ ເພື່ອພັທນາການກະເສຕ ປອດສານພິດ ແລະ ໃຫ້ເກີດມີຄວາມຍືນຍົງ, ນ້ຳສຸຂແຊບ ທີ່ທຸກໆຄັ້ງ ທີ່ມີການວາງສະແດງຜົລງານ ແລະ ງານພົບພໍ້ຕ່າງໆ ຂອງຊຸມຊົນ ກໍມັກຈະມີການປຸງນ້ຳຫວານ ທີ່ເຮັດຈາກພືດທັມມະຊາດ ທີ່ໃສ່ນ້ຳຕານໜ້ອຍ ຫຼືບໍ່ໃສ່ເລີຍ ເພື່ອມາແຈກຢາຍ ໃຫ້ກັນດື່ມຟຣີ ເປັນຕົ້ນແມ່ນ ນ້ຳກະຈ໊ຽບ, ນ້ຳຫົວສິງໃຄ ແລະ ນ້ຳດອກອັນຊັນ. ສິ່ງເຫຼົ່ານັ້ນ, ແມ່ນໄດ້ຖືກຈັດຕັ້ງປະຕິບັດ ແລະ ສານຕໍ່ ຜ່ານໂຄງການ ໃນຊຸມຊົນຕ່າງໆ ໃນທົ່ວປະເທດລາວ.”
ນັກສຶກສາລາວ ທ່ານນຶ່ງ ທີ່ສຶກສາດ້ານກົດໝາຍ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 11 ທັນວາ 2023 ໃນວາຣະຄົບຮອບ 11 ປີ ການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ວ່າ ໃນກຸ່ມນັກສຶກສາລາວ ແລະ ສະຖາບັນການສຶກສາ ໃນລາວ ເກືອບຈະບໍ່ມີໃຜ ກ້າເວົ້າເຖິງ ເຣື່ອງທ່ານ ສົມບັດ ສົມພອນ ຖືກລັກພາໂຕ ຢ່າງເປີດເຜີຍ, ແຕ່ສ່ວນໂຕທ່ານແລ້ວ ເຖິງເວລາຈະຜ່ານໄປຫຼາຍປີ ທ່ານກໍຍັງຕິດຕາມຂ່າວ ກ່ຽວກັບທ່ານ ສົມບັດ ສົມພອນ ຜ່ານສື່ຕ່າງໆ ແລະ ຮູ້ສຶກເຫັນໃຈຄອບຄົວເພິ່ນ ທຸກໆຄັ້ງ ທີ່ໃກ້ຈະເຖິງວັນທີ 15 ເດືອນທັນວາ ອັນເປັນມື້ຄົບຮອບ ການລັກພາໂຕທ່ານ ສົມບັດ ສົມພອນ.
“ເຮົາຮູ້ຫຍັງ, ແຕ່ເຮົາກະຫ້າມເວົ້າ ເພາະວ່າຄັນເຮົາເວົ້າ, ເຮົາເວົ້າບໍ່ໄດ້ເດ. ຕອນໄລຍະທີ່ນ້ອງຮຽນຢູ່ ນ້ອງກະໄດ້ອ່ານຂ່າວຫຼາຍໆຢ່າງ ແລະ ນ້ອງກະນຳອ່ານຂ່າວທຸກອັນ ທີ່ວ່າກ່ຽວກັບໂຕນັ້ນ, ຫັ້ນນ່າ. ທຸກຢ່າງທີ່ແບບວ່າຂ່າວໄທຍ ລະກະຂ່າວ ຂອງ UNHCR ຂອງເມືອງນອກ ອີ່ຫຍັງ, ຫັ້ນນ່າ ທີ່ເຮົາກະນຳອ່ານຢູ່ເນາະ. ເຮົາກະເຫັນໃຈ ເພາະວ່າ ຖ້າຖືກເປັນຄອບຄົວຂອງເຮົາ ຫຼືເປັນພີ່ນ້ອງ ຂອງເຮົາ, ຫັ້ນນ່າ ເຮົາກະສະເທືອນໃຈ ຫຼືວ່າຮູ້ສຶກເສັຽໃຈ ກະແບບວ່າ ກະຄືອັນນັ້ນຫັ້ນແຫຼະ. ຫຼາຍໆຄົນທີ່ວ່າ ບໍ່ແມ່ນແຕ່ນ້ອງຜູ້ດຽວເນາະ, ຄົນລາວທຸກຄົນ ເຂົາເຈົ້າກະໜ້າຈະເຫັນອົກເຫັນໃຈເພິ່ນ, ຫັ້ນລະ. ຖ້າວ່າເປັນຄອບຄົວຂອງເຮົາ ເຮົາກະຄືຊິແບບ ຄືຊິບໍ່ນິ້ງນ້ອນໃຈ ວ່າເຣື່ອງແບບຊີ້ນ່າ ບໍ່ເກີດກັບໃຜ ກະບໍ່ຮູ້, ຫັ້ນນ່າ. ຖ້າສົມມຸດວ່າເປັນພໍ່ເຮົາເດ ຫາຍໂຕໄປແບບຊີ້ ບໍ່ຮູ້ວ່າຕາຍ ຫຼືຍັງ ຫຼືວ່າອີ່ຫຍັງ, ຫັ້ນນ່າ ເຮົາກະຍັງບໍ່ຮູ້ຊະຕາກັມ ຂອງເພິ່ນ.”
ຕລອດ 30 ປາຍປີ ທີ່ທ່ານ ສົມບັດ ສົມພອນ ເຄື່ອນໄຫວວຽກງານ ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ໃນການຊ່ອຍສ້າງສັງຄົມລາວ ແລະ ຊາວໜຸ່ມລາວ ໃຫ້ກາຍເປັນບຸກຄະລາກອນ ທີ່ມີຄຸນຄ່າ ຂອງຊາຕ, ມີວິຊາອາຊີບ ຈົນກ້າວໄປສູ່ ການສາມາດເພິ່ງພາຕົນເອງໄດ້ ພ້ອມທັງຊ່ອຍເຫຼືອສັງຄົມ ບໍ່ເປັນພາລະ ຂອງສັງຄົມ. ຄຽງຄູ່ກັນນີ້ ທ່ານກໍເຄື່ອນໄຫວວຽກງານ ທີ່ຊ່ອຍໃຫ້ມີການພັທນາ ທີ່ຍືນຍົງ ໂດຍເນັ້ນໜັກ ດ້ານການກະເສຕ ນັບວ່າເປັນສິ່ງທີ່ປະເສີດ ແລະ ມີຄຸນຄ່າ ຈົນທ່ານຖືກເລືອກ ໃຫ້ໄດ້ຮັບຣາງວັນອັນຊົງກຽດ ທີ່ໜ້າເຊີດຊູຍິ່ງ ຣາງວັນ “ຣາມອນ ແມັກໄຊໄຊ” ເມື່ອປີ 2005 ທີ່ປະເທດຟິລິບປິນສ໌ ໃນຖານະຜູ້ທີ່ກໍ່ຕັ້ງ ສູນອົບຮົມ ຮ່ວມພັທນາ ຫຼືທີ່ຮູ້ຈັກກັນດີ ໃນສັງຄົມລາວ ວ່າ ສູນປາແດກ ທີ່ທ່ານໄດ້ນຳພາ ນຳແນວຄວາມຄຶດການພັທນາຊຸມຊົນ ໃຫ້ມີຄວາມເຂັ້ມແຂງ.
ສ່ວນໃນເຣື່ອງຄວາມຄືບໜ້າ ໃນການຊອກຫາ ທ່ານ ສົມບັດ ສົມພອນ ນັ້ນ, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມ ໄປຍັງ ກົມຕຳຣວດສືບສວນສອບສວນ, ກະຊວງປ້ອງກັນຄວາມສງົບ ໃນວັນທີ 15 ທັນວາ ນີ້, ແຕ່ເຈົ້າໜ້າທີ່ ຜູ້ຮັບໂທຣະສັບ ກ່າວພຽງສັ້ນໆວ່າ ໃຫ້ເຂົ້າມາພົວພັນທີ່ຫ້ອງການ.
ເຖິງຢ່າງໃດກໍຕາມ, ມາດາມ ອຶ້ງ ຊຸ່ຍ-ເມັ້ງ ພັນລະຍາ ຂອງທ່ານ ສົມບັດ ສົມພອນ ກໍເຄີຍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອເດືອນພຶສຈິກາ 2023 ທີ່ຜ່ານມາວ່າ ບໍ່ມີຄວາມຄືບໜ້າໃດໆ ແລະ ບໍ່ມີພາກສ່ວນໃດ ແຈ້ງຂໍ້ມູນເພີ່ມຕື່ມ ໃຫ້ຄອບຄົວຮູ້ ລວມເຖິງຄະນະຮັບຜິດຊອບ ໃນການສືບສວນສອບສວນ ເພື່ອຊອກຫາ ທ່ານ ສົມບັດ ສົມພອນ ກໍມີການປ່ຽນໜ້າທີ່ໝົດແລ້ວ.
ນອກຈາກນີ້, ວັນທີ 15 ທັນວາ ຂອງທຸກປີ ນັບຕັ້ງແຕ່ທ່ານ ສົມບັດ ສົມພອນ ຖືກກຸ່ມຄົນບໍ່ດີ ລັກພາໂຕ ແລ້ວຫາຍສາບສູນໄປນັ້ນ, ຄອບຄົວ ແລະ ຍາດຕິພີ່ນ້ອງ ຂອງທ່ານ ສົມບັດ ສົມພອນ ກໍມັກມີກຳນົດເຮັດບຸນ ດັ່ງທີ່ພວກເພິ່ນ ເຄີຍປະຕິບັດກັນມາ ໃນແຕ່ລະປີ.
ໃນປີນີ້, ຄອບຄົວ, ຍາດຕິພີ່ນ້ອງ ຕລອດເຖິງ ອະດີດເພື່ອນຮ່ວມງານ ຂອງທ່ານ ສົມບັດ ສົມພອນ ກໍມີກຳນົດສູດມົນ ແລະ ເຮັດບຸນ ໃນຕອນເຊົ້າ ເວລາ 9 ໂມງເຄິ່ງ ເຖິງ 11 ໂມງ ພ້ອມຈັດຖວາຍເພນ ແດ່ພຣະພິຂຸສົງ ໃນວັນທີ 16 ທັນວາ 2023 ທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອຣະນຶກເຖິງ ທ່ານ ສົມບັດ ສົມພອນ. ສບາຍດີ.