ຣັຖບານລາວ ຈະສ້າງຊ່ອງທາງດ່ວນ ຣົຖເມ ຢູ່ນະຄອນຫລວງວຽງຈັນ

ຈຳປາທອງ
2023.12.14
ຣັຖບານລາວ ຈະສ້າງຊ່ອງທາງດ່ວນ ຣົຖເມ ຢູ່ນະຄອນຫລວງວຽງຈັນ ປະຕູໄຊ ບໍຣິເວນທີ່ໂຄງການ ຊ່ອງທາງດ່ວນຣົຖເມ ຜ່ານ. ນະຄອນຫຼວງວຽງຈັນ ວັນທີ 17 ພຶສຈິກາ 2023.
ນັກຂ່າວ ພົລເມືອງ

ຣັຖບານລາວ ກູ້ຢືມເງິນ 15 ລ້ານໂດລ້າຣ໌ສະຫະຣັຖ ຈາກຫລາຍທະນາຄານ ຮວມທັງ ທະນາຄານພັທນາເອເຊັຽ, ທະນາຄານການລົງທຶນຢູໂຣບ ເພື່ອສ້າງຊ່ອງທາງດ່ວນຣົຖເມ ຢູ່ນະຄອນຫລວງວຽງຈັນ. ຊ່ອງທາງດັ່ງກ່າວ ຈະເຣີ່ມແຕ່ສວນເຈົ້າຟ້າງຸ່ມ ຫາ ປະຕູໄຊ ແລະ ໄປເຖິງມະຫາວິທຍາໄລແຫ່ງຊາຕ ຊຶ່ງຄາດວ່າ ໂຄງການນີ້ ຈະສໍາເຣັດວຽກພື້ນຖານ ໃນເດືອນ ມົກກະຣາ 2024 ທີ່ຈະມາເຖິງນີ້.  

ໂຄງການດັ່ງກ່າວ ຈະສ້າງຊ່ອງທາງດ່ວນຣົຖເມ ແລ່ນ ແລະຊ່ອງຈະຣາຈອນ ສໍາລັບການສັນຈອນທົ່ວໄປ ແລະທາງຍ່າງ ທັງ 2 ເບື້ອງ ຮວມໄລຍະທາງ ປະມານ 13 ກິໂລແມັດ. ນອກຈາກນີ້ ຍັງຈະຕິດຕັ້ງໂຄງສ້າວເຫລັກ ສະຖານີ ຢູ່ທັງໝົດ 27 ຈຸດ. ໃນນັ້ນ ຈະຢູ່ແຄມທາງ 5 ຈຸດ ແລະກາງທາງ 22 ຈຸດ, ຈຸດຈອດຣົຖເມ ນອກເຂດສະເພາະ 46 ຈຸດ ແລະສ້າງສະຖານີໃຫຍ່ ຢູ່ຖນົນເສດຖາທິຣາດ ໄລຍະ 600 ແມັດ ຊຶ່ງການກໍ່ສ້າງ ຈະໃຊ້ເວລາທັງໝົດ 12 ເດືອນ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ທັນວານີ້ ເຖິງໂຄງການສ້າງຊ່ອງທາງດ່ວນຣົຖເມ ວ່າ ເປັນໂຄງການ ທີ່ມີມາແຕ່ປີ 2014, ແຕ່ມາເຖິງປັດຈຸບັນ ຍັງບໍ່ທັນໄດ້ກໍ່ສ້າງເທື່ອ.

ແມ່ນ ເພິ່ນມາຕອນປີ 2014 ພຸ້ນແຫລະຈົນຮອດປັດຈຸບັນເພິ່ນກໍຍັງບໍ່ແລ່ນ ເພາະ ວ່າຄັນຊິເປີດໃຊ້ ຕົວນີ້ຈະແລ່ນແບບຣົຖເມ ໂດຍສານໂດຍສະເພາະ ເລີຍ. ຣົຖຄັນອື່ນບໍ່ສາມາດໄປໄດ້ບົນເສັ້ນທາງຣົຖເມ. ແມ່ນໆ ທຸກໆ 10 ນາທີແມ່ນມີຣົຖເມເລີຍ. ຍັງໆ ບໍ່ທັນໄດ້ກໍ່ສ້າງເລີຍ ຕົວນີ້ຍໍ່ຈະເກີດງ່າຍດອກ ຕ້ອງລໍປີ 2024 ແຕ່ບໍ່ຮູ້ວ່າມັນຈະເກີດບໍ່.

ປັດຈຸບັນ ເສັ້ນທາງ ຕັ້ງແຕ່ສວນເຈົ້າຟ້າງຸ່ມ ໄປຫາມະຫາວິທຍາໄລແຫ່ງຊາຕ ໃນຊ່ວງເຂົ້າການຕອນເຊົ້າ ມີຣົຖຕິດເປັນຊ່ວງໆ ດັ່ງນັ້ນ ການກໍ່ສ້າງຊ່ອງທາງດ່ວນທີ່ວ່ານັ້ນ ຈຶ່ງເປັນເຣື່ອງດີ ຍ້ອນມັນຈະຊ່ອຍເຮັດໃຫ້ການໃຊ້ຣົຖຫລຸດ ຜ່ອນລົງ ແລະແກ້ບັນຫາຣົຖຕິດ ໃນນະຄອນຫລວງໄດ້ ດັ່ງຊາວນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ມັນກໍດີຫັ້ນແຫລະ ມັນຈະມາຫລຸດຜ່ອນຈໍານວນຣົຖ ໃນນະຄອນຫລວງຫັ້ນນ່າ ພວກທີ່ໄປວຽກໝົມື້ເນາະ ເອົາຣົຖໄປລັນລ້າ ຫລືວ່າຫ້ອງການນຶ່ງນີ້ ປະມານຣົຖ 50 ຄັນ ກໍຂີ່ຣັຖໄປເມິດຊິລິເດ້ ມັນກໍໄປກອງຍັນ 50 ຄັນແລ້ວຂີ່ຣົຖເມໄປ ແລ້ວກໍແລ້ວໄປຕອນເຊົ້າ ແລ້ວຕອນແລງຣົຖເມມາຮັບ. ແລ້ວກໍກັບບ້ານ ກໍຖືວ່າລົດຈໍານວນຣົຖທີ່ແລ່ນນໍາທາງໄດ້ດີ.

ແລະຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ກໍເວົ້າຄືກັນ ເຖິງເຣື່ອງການທີ່ຈະສ້າງຊ່ອງທາງດ່ວນຣົຖເມ ນັ້ນວ່າ ເປັນເຣື່ອງດີຫລາຍ, ແຕ່ທ່ານກໍຢາກໃຫ້ມີການປັບປຸງ ຄຸນນະພາບຣົຖເມ ໃຫ້ດີຂຶ້ນ ເພື່ອດຶງດູດໃຫ້ຄົນ ຫັນມາໃຊ້ຣົຖຂົນສົ່ງສາທາຣະນະຫລາຍຂຶ້ນ ຊຶ່ງປັດຈຸບັນ ຣົຖເມ ຍັງບໍ່ໄດ້ຮັບຄວາມນິຍົມ ແລະສິ່ງທີ່ຄວນປັບປຸງ ກໍເປັນເຣື່ອງຄວາມຖີ່ ຂອງຮອບຣົຖ ທີ່ຄວນໃຫ້ໄວຂຶ້ນ ແທນທີ່ຈະຕ້ອງໄດ້ລໍຖ້າ ເປັນເຄິ່ງຊົ່ວໂມງ ຫລືເຫິງກວ່ານັ້ນ ແລະເຣື່ອງຈຸດລໍຖ້າຣົຖ ກໍຄວນເພີ່ມໃຫ້ມີຫລາຍຂຶ້ນ ກວ່າເກົ່າ.

ດັ່ງທີ່ທ່ານເວົ້າວ່າ:

1. ໃຫ້ມັນຖືກ 2. ມາໃຫ້ໄວກວ່າຂຶ້ນ ຢ່າງເຊັ່ນເນາະ ປັດຈຸບັນພໍຂ້ອຍຖ້າຣົຖ ຕ້ອງໄດ້ລໍຖ້າເຄິ່ງຊົ່ວໂມງ 30-40 ນາທີບໍ່ ເພາະ ວ່າຣົຖເມມັນຍັງບໍ່ຫລາຍ 3. ທໍາບ່ອນລໍຖ້າທັນສໄມ ເພາະວ່າປັດຈຸບັນຕາມຂົງເຂດຕາມບ່ອນມັນກໍບໍ່ມີບ່ອນລໍຖ້າ ຕອນນີ້ບ່ອນຖ້າຣົຖເມມັນຍັງບໍ່ມີຫລາຍ ເດີນໄປ 500 ແມັດຊິມີຢູ່ບ່ອນນຶ່ງ ມັນເຮັດໃຫ້ເຂົາເຈົ້າລໍຖ້າແມ່ນບໍ່ ມັນໄກຕີ໋.

ພ້ອມດຽວກັນນັ້ນ ຊາວນະຄອນຫລວງວຽງຈັນອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນັ້ນເຖິງຄ່າຣົຖເມໃນນະຄອນຫລວງວ່າ ເຖິງຈະບໍ່ແພງ ແຕ່ການໃຊ້ຣັຖເມ ກໍຍັງບໍ່ ຫລາຍ, ຍັງບໍ່ເປັນທີ່ນິຍົມກັນ, ມີການໃຊ້ບໍຣິການຣົຖແທັກຊີ ຫລາຍຂຶ້ນ ຍ້ອນບໍ່ໄດ້ລໍຖ້າດົນ.

ບໍ່ປານໃດຫັ້ນນ່າ ຣົຖເມມັນຊ້າແດ່ເນາະ ຣົຖແກຣັບມັນຈະແປັບດຽວ ມັນ ຮອດໆ ເຖິງຈຸດໝາຍປາຍທາງຫັ້ນນ່າ ຂະເຈົ້າກໍຫັນໄປໃຊ້ແກຣັບຫລາຍກວ່າ ແມ່ນແລ້ວ ຣົຖເມຫັ່ນມີທົ່ວຢູ່ແລ້ວ. ຣົົຖເມຫັ້ນນ່າ ແຕ່ຖ້າສ່ວນຫລາຍຢູ່ແຖວໃນຕົວເມືອງແທ້ໆ ສ່ວນຫລາຍ ຂະເຈົ້າໃຊ້ແກຣັບຫລາຍກວ່າ.

ເມື່ອວັນທີ 9 ພຶສຈິກາ ທີ່ຜ່ານມາ ບໍຣິສັດ ຫຸ້ນສ່ວນ ເຄື່ອງທີ່ສີຂຽວ ແລະ ອັສຣິຍະ (Green & Smart Mobility ຫຼື GSM) ໄດ້ເປີດໃຫ້ບໍຣິການ ຣົຖແທັກຊີໄຟຟ້າ ຍີ່ຫໍ້ ແຊນ ເເອສເອັມ (Xanh SM) ຂອງບໍຣິສັດ ແຊນ ແອສເອັມ (Xanh SM) ຈາກວຽດນາມ ຢູ່ໃນນະຄອນຫລວງວຽງຈັນ ຈໍານວນ 150 ຄັນ, ແລະໄດ້ເປີດ ແອັບພລິເຄຊັ້ນ ແຊນ ແອສເອັມ ລາວ (Xanh SM Lao) ສໍາລັບ ໃຊ້ບໍຣິການ ຈອ່ງຣົຖແທັກຊີນັ້ນ. ກ່ອນໜ້ານີ້ ເມື່ອເດືອນກຸມພາທີ່ຜ່ານມາ ຣັຖບານຍີ່ປຸ່ນ ໄດ້ສົ່ງມອບຣົຖເມ 52 ຄັນ ພ້ອມອຸປກອນສ້ອມແປງ, ອະໄລ່ຣົຖ, ເຄື່ອງຈໍາລອງ ການຂັບຂີ່ໃຫ້ລາວ ເພື່ອສົ່ງເສີມຄວາມເຂັ້ມແຂງ ດ້ານການຂົນສົ່ງສາທາຣະນະ ໂດຍສະເພາະໃນນະຄອນຫລວງວຽງຈັນ.

ອີງຕາມຂໍ້ມູນ ຈາກສູນສະຖິຕິແຫ່ງຊາຕ ປີ 2021 ປະເທດລາວ ມີພາຫານະຈໍານວນ 2,991,825 ຄັນ. ໃນນັ້ນ ເປັນຣົຖຈັກ 715,039 ຄັນ, ຣົຖກະບະ 466,155 ຄັນ, ຣົຖບັນທຸກ 73,315 ຄັນ ແລະຣົຖເກັງ 98,259 ຄັນ. ສ່ວນຣົຖໂດຍສານ ໃນຕົວເມືອງມີ 67 ຄັນ. ທັງໝົດ ແມ່ນຢູ່ນະຄອນຫລວງວຽງຈັນ. ແລະມີຣົຖໂດຍສານທົ່ວປະເທດ ທັງໝົດ 6,212 ຄັນ, ແຂວງທີ່ມີພາຫານະຫລາຍທີ່ສຸດ ແມ່ນນະຄອນຫລວງວຽງຈັນ, ຮອງລົງມາແມ່ນແຂວງ ສວັນນະເຂດ ແລະແຂວງຈໍາປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.