ຣົຖເມນະຄອນຫຼວງ ຕລາດເຊົ້າ 4 ສາຍ ຈະປັບຂຶ້ນຄ່າໂດຍສານ
2024.02.02
ຖ່າມກາງ ເສຖກິຈທີ່ຝືດເຄືອງ ຣັຖວິສາຫະກິຈ ຣົດເມນະຄອນຫລວງວຽງຈັນ ຈະປັບຄ່າໂດຍສານ ຕລາດເຊົ້າ 4 ສາຍ ເພີ່ມຂຶ້ນ ໃນວັນທີ 5 ກຸມພາ ນີ້ ຂະນະທີ່ຊາວລາວຫຼາຍຄົນ ຕ້ອງຈໍາໃຈຍອມຮັບ.
ປັດຈຸບັນນີ້ ເສຖກິຈໃນລາວ ຍັງມີສະພາບການທີ່ຝືດເຄືອງຫຼາຍ ເພາະສິນຄ້າທຸກຢ່າງກໍຍັງມີລາພາແພງ ລວມເຖິງການບໍຣິການອື່ນໆ ຍັງມີລາຄາສູງຂຶ້ນ ຫຼ້າສຸດນີ້ ຣັຖວິສາຫະກິຈ ຣົຖເມນະຄອນຫລວງວຽງຈັນ ຈະປັບລາຄາ ຄ່າຣົຖໂດຍສານຕລາດເຊົ້າ 4 ສາຍທາງ ເພີ່ນຂຶ້ນ ໂດຍຈະເຣີ່ມແຕ່ວັນທີ 5 ກຸມພາ 2024 ເປັນຕົ້ນໄປ.
ຈະມີຣົຖເມ ສາຍ 29 ຕລາດເຊົ້າ-ດົງໂດກ ຈາກລາຄາ 6,000 ປັບຂຶ້ນເປັນ 8,000 ກີບ, ສາຍ 31 ຕລາດເຊົ້າ-ໂພນຕ້ອງ-ດົງໂດກ ຈາກລາຄາ 6,000 ກີບ ປັບຂຶ້ນເປັນ 8,000 ກີບ, ສາຍ 23 ຕລາດເຊົ້າ-ທ່່າງ່ອນ ຈາກລາຄາ 10,000 ກີບ ປັບຂຶ້ນເປັນ 12,000 ກີິບ, ແລະ ສາຍ 8 ຕລາດເຊົ້າ-ສີໄຄ-ຄິວຣົຖສາຍເໜືອ ຈາກລາຄາ 10,000 ກີບ ປັບຂຶ້ນເປັນ 12,000 ກີບ.
ສາເຫດ ທີ່ຣັຖວິສາຫະກິຈ ຣົຖເມນະຄອນຫລວງວຽງຈັນ ປັບຄ່າໂດຍສານ ຕລາດເຊົ້າ 4 ສາຍ ຂຶ້ນ ຍ້ອນວ່າ ອີງຕາມການແລກປ່ຽນ ຂອງເງິນຕຣາ ແລະ ນໍ້າມັນມີລາຄາແພງ.
ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ຣົຖເມ ນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 1 ກຸມພາ ນີ້ວ່າ:
“ປັບຄ່າຣົຖຂຶ້ນນີ້ຫວະ ຣົຖເມຂຽວນີ້ແຫຼະ ສໍາລັບຕລາດເຊົ້າ ບາງສາຍທາງຊື່ໆ. ພວກດົງໂດກ, ທ່າງ່ອນ, ສາຍເໜືອ, ໂພນຕ້ອງ. ມັນກໍບໍ່ໄດ້ແພງເດ້. ເພິ່ນຂຶ້ນບໍ່ໄດ້ຫຼາຍເດ້. ມັນອີງໃສ່ອັດຕຣາແລກປ່ຽນເດ້. ນໍ້າມັນກໍຂຶ້ນ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ ຖ້າທາງການ ຈະປັບລາຄາ ຣົຖໂດຍສານຕລາດເຊົ້າຂຶ້ນ ແນ່ນອນຫຼາຍຄົນ ກໍຕ້ອງ ຈໍາໃນຍອມຮັບ ເພາະໃນລາວ ບໍ່ສາມາດຈະເຮັດຫຍັງໄດ້ ຖ້າທາງການປະກາດແບບໃດ ຕ້ອງເປັນໄປແບບນັ້ນ ແລະ ປັດຈຸບັນ ນໍ້າມັນ ລາຄາແພງຂຶ້ນນໍາດ້ວຍ ກໍເປັນທັມມະດາ ທີ່ເຂົາເຈົ້າຈະປັບລາຄາຣົຖໂດຍສານຂຶ້ນ ຕາມລາຄານໍ້າມັນ.
ດັ່ງ ທ່ານກ່າວວ່າ:
“ວ່າແມ່ນຍອມຮັບ ກໍຈໍາເປັນແຫຼະ ເພາະວ່າ ປະເທດລາວ ມັນເຮັດຫຍັງບໍ່ໄດ້ ຕ້ອງຈໍາເປັນໄດ້ແຕ່ຍອມ ແຕ່ວ່າ ມັນເປັນຂອງເອກຊົນ. ມັນກໍຕ້ອງໄດ້ປັບຫັ້ນແຫຼະ ເພາະວ່າ ນໍ້າມັນຂຶ້ນຫຼາຍເດ້ ບໍ່ຫຍັງຈະຫຼຸດລົງ ມີແຕ່ຂຶ້ນທຸກຢ່າງ. ທາງດ່ວນກໍຍັງຂຶ້ນ ຂຶ້ນໝົດສິນຄ້າ.”
ທ່ານ ກ່າວຕື່ມວ່າ ແມ້ກະທັງການບໍຣິການຂົນສົ່ງ ເຄື່ອງໄປຕ່າງແຂວງ ກໍຍັງຕ້ອງປັບຂຶ້ນຕາມລາຄານໍ້າມັນ ເຊັ່ນແຕ່ກ່ອນນໍ້າໜັກລະດັບ 20 ກິໂລກະຣາມ ຄິດຄ່າຂົນສົ່ງປະມານ 1 ລ້ານ 5 ແສນ ກີບ ແຕ່ດຽວນີ້ ຖ້າຢູ່ລະດັບ 50 ກິໂລກະຣາມ ຕ້ອງຄິດຄ່າຂົນສົ່ງ 2 ລ້ານ 5 ແສນ ກີິບ ເຊິ່ງແຕກຕ່າງກັນຫຼາຍ.
ໃນຂະນະທີ່ຊາວລາວ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ ຕ້ອງຈໍາຍອມ ຖ້າເຂົາເຈົ້າປັບລາຄາໂດຍສານຕລາດເຊົ້າ ເພາະໄລຍະນີ້ ບໍ່ເຫັນວ່າ ລາຄາສິນຄ້າ ຫຼື ຄ່າບໍຣິການໃດໆ ໃນລາວ ຈະຫຼຸດລົງ ເຊິ່ງທ່ານຄິດວ່າ ທາງການກໍຕ້ອງຄິດໄລ່ ຕາມອັດຕຣາເງິນຕຣາຕ່າງປະເທດ ເຂົາເຈົ້າເລີຍຈະປັບຂຶ້ນ ແລະ ໃນອະນາຄົດ ຄ່າໂດຍສານຈະສູງຂຶ້ນອີກ ເພາະເປັນສິ່ງທີ່ຈໍາເປັນ ເພາະສັງຄົມ ຕ້ອງໃຊ້ບໍຣິການຢູ່ ເຖິງວ່າ ລາຄາໂດຍສານ ຈະແພງປານໃດ ກໍຕ້ອງຈໍາເປັນ ຕ້ອງໄດ້ຊື້ໃນລາຄາແພງຄືເກົ່າ.
ດັ່ງທ່ານກ່າວວ່າ:
“ຊາເອື້ອຍເຮັດຂົນສົ່ງ ມັນກໍໄລ່ໄປຕາມກິໂລ ຕາມເສັ້ນທາງ. ນໍ້າໜັກຂອງເຄື່ອງ ຖ້າວ່າດ່ວນເຮົາກໍຈະຄິດເປັນລາຄາເໝົາ ສົມມຸດວ່າ 10 ກິໂລ ຫຼື 20 ກິໂລ. ເຮົາກໍຈະໄລ່ຢູ່ແຖວນະຄອນຫລວງ ລະດັບຖ້ຽວນຶ່ງ 1 ລ້ານ 5 ແສນ ກີບ ແຕ່ດຽວນີ້ ມາສົມທຽບວ່າ ນໍ້າມັນຂຶ້ນ ຢູ່ລະດັບ 50 ກິໂລ ແມ່ນ 2 ລ້ານ 5 ແສນ ກີບ ຈັ່ງໄປໄດ້.”
ພ້ອມດຽວກັນນີ້ ຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກໍກ່າວເຖິງບັນຫານີ້ ວ່າ ກໍບໍ່ໄດ້ຕົກໃຈ ກໍຮູ້ສອກທໍາມະດາ ເພາະວ່າ ໃນໄລຍະນີ້ ທຸກຢ່າງມີລາຄາແພງຂຶ້ນໝົດ ແຕ່ ກໍຖືວ່າ ເຂົາເຈົ້າບໍ່ຂຶ້ນຫຼາຍປານໃດ ສ່ວນໃຫຍ່ຍັງມີຄົນໃຊ້ບໍຣິການຣົຖໂດຍສານ ກັນຫຼາຍຢູ່ ສ່ວນຫຼາຍຈະມີແຕ່ນັກຮຽນ ນັກສຶກສານັ່ງ ຕອນເຊົ້າໆ.
ດັ່ງທ່ານກ່າວວ່າ:
“ມັນບໍ່ມີຫຼຸດດອກ ເພາະວ່າ ຍາມນີ້ເນາະ ເພາະວ່າ ອິຫຍັງມັນກະແພງໝົດຫັ້ນນ່າ. ມັນຜລິດອິຫຍັງຫຼາຍຢ່າງບໍ່ໄດ້. ຕ້ອງໄດ້ນໍາເຂົ້າຈາກຕ່່າງປະເທດຫັ້ນນ່າ. ມັນແຫ່ງຈະສູງກ່ອນນີ້ ແບບວ່າ ແບບວ່າເຂົາເຈົ້າໄລ່ຕາມເຣັດເງິນເດ້. ມັນກະເລີຍວ່າຂຶ້ນຕາມເຣດເງິນ. ທຸກຄົນກໍຕ້ອງການແພງ ຊໍ່າໃດກະຕ້ອງໄດ້ຊື້ນັ່ງຣົຖເມ ຣົຖໂດຍສານ, ເທັກຊີ້ຈັ້ງຊີ້ລະ.”
ກ່ອນໜ້ານີ້ ໃນວັນທີ 19 ຕຸລາ ປີ 2022 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປັບຂຶ້ນລາຄາ ຄ່າໂດຍສານ ຣົຖເມປະຈໍາທາງ ໃນທົ່ວປະເທດໃໝ່ ເຮັດໃຫ້ຜູ້ປະກອບການ ຣົຖໂດຍສານຫຼາຍຄົນດີໃຈ ເພາະລາຄານໍ້າມັນແພງ ໃນຂະນະດຽວກັນຊາວລາວ ກໍຕ້ອງຍອມທໍາໃຈເຊັ່ນກັນ.
- ຣົຖເມທັມມະດາ ວຽງຈັນ-ປາເຊ ລາຄາ 240,000 ກີບ ຈາກແຕ່ກ່ອນ 170,000 ກີບ.
- ຣົຖເມດ່ວນ ວຽງຈັນ-ປາກເຊ VIP1 ລາຄາ 290,000 ກີິບ ແຕ່ກ່ອນ 230,000 ກີບ.
- ຣົຖເມດ່ວນວຽງຈັນ-ປາກເຊ VIP2 ລາຄາ 280,000 ກີບ ຈາກແຕ່ກ່ອນ 200,000 ກີບ
- ຣົຖເມທັມມະດາ ວຽງຈັນ-ສາລະວັນ ລາຄາ 230,000 ກີບ ຈາກແຕ່ກ່ອນ 200,000 ກີບ.
- ຣົຖເມດ່ວນວຽງຈັນ-ສາລະວັນ VIP1 ລາຄາ 300,000 ກີບ ແຕ່ກ່ອນ 260,000 ກີບ.
- ຣົຖເມດ່ວນ ວຽງຈັນ-ສາລະວັນ VIP2 ລາຄາ 280,000 ກີິບ ແຕ່ກ່ອນ 230,000 ກີບ.
- ຣົຖເມທັມມະດາ ວຽງຈັນ-ສວັນນະເຂດ ລາຄາ 170,000 ກີບ ຈາກແຕ່ກ່ອນ 130,000 ກີບ.
- ຣົຖເມດ່ວນ ວຽງຈັນ-ສວັນນະເຂດ VIP1 ລາຄາ 220,000 ກີບ ແຕ່ກ່ອນ 170,000 ກິີບ.
- ຣົຖເມດ່ວນ ວຽງຈັນ-ສວັນນະເຂດ VIP2 ລາຄາ 200,000 ກີບ ແຕ່ກ່ອນ 150,000 ກີບ.