ນະຄອນຫຼວງວຽງຈັນ ໄດ້ວາງໂຄງການຂົນສົ່ງໂດຍສານ ສາທາຣະນະ ແບບຍືນຍົງ
2023.09.01
ກະຊວງໂຍທາທິການ ແລະຂົນສົ່ງ ຮ່ວມກັບນະຄອນຫຼວງວຽງຈັນ ວາງໂຄງການຂົນສົ່ງແບບຍືນຍົງໃນໂຕເມືອງນະຄອນຫຼວງວຽງຈັນ ແຕ່ປີ 2014 ໂດຍມີຈຸດປະສົງ ເພື່ອທີ່ຈະຍົກລະດັບ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ ໃຫ້ສາມາດເຂົ້າເຖິງລະບົບຂົນສົ່ງສາທາຣະນະ ໄດ້ຢ່າງສະດວກສະບາຍ ແລະຍັງຊ່ອຍແກ້ໄຂບັນຫາການຈາຣະຈອນແອອັດໃນໂຕເມືອງ, ຫຼຸດຜ່ອນອຸບັດຕິເຫດ ແລະບັນຫາມົລພິດທາງອາກາດ.
ໂຄງການດັ່ງກ່າວ ມີ 5 ອົງປະກອບ ຄື ສ້າງໜ່ວຍງານຄຸ້ມຄອງການຂົນສົ່ງ ໃນໂຕເມືອງ, ການບໍຣິການ ດ້ວຍຣົຖເມທີ່ມີຄຸນນະພາບສູງ ແລະລະບົບຣົຖເມສາຍດ່ວນ (BRT), ລະບົບຄຸ້ມຄອງການສັນຈອນ, ການຄຸ້ມຄອງບ່ອນຈອດຣົຖ ແລະການຂົນສົ່ງທີ່ບໍ່ມີເຄື່ອງຈັກ.
ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ກັນຍາ ນີ້ວ່າ:
“ໂຄງການໂຕນຶ່ງ ເພິ່ນເອີ້ນວ່າ ໂຄງການ BRT ເນາະ ກ່ຽວກັບການຂົນສົ່ງຍືນຍົງ ໃນເຂດໂຕເມືອງເນາະ ແຕ່ທັງນີ້ທັງນັ້ນ ເພິ່ນຈະໄປຕາມສາຍທາງຫຼັກ ໃນສອກໃນຊອຍອັນນີ້ຫັ້ນ ຈະຍັງບໍ່ມີເທື່ອເຈົ້າ ດຽວນີ້ຫັ້ນ ເພິ່ນຮັບໃຊ້ສະເພາະສາຍທາງ ໂຕຢ່າງວ່າ ຈາກຕລາດເຊົ້າຫາໂພນພະເນົາ ຈາກຕລາດເຊົ້າຫາທ່າງ່ອນເນາະ ເອີ້ນວ່າ ສາຍທາງຫຼັກ.”
ທ່ານກ່າວຕື່ມອີກວ່າ ສໍາລັບລະບົບຣົຖເມສາຍດ່ວນ ຫຼື BRT ແມ່ນຈະໃຫ້ບໍຣິການສະເພາະເສັ້ນທາງຫຼັກເທົ່ານັ້ນ ສ່ວນທາງຊົນນະບົດ ຫຼື ທາງລະຫວ່າງບ້ານຕໍ່ບ້ານ ຈະຍັງບໍ່ເປີດໃຫ້ບໍຣິການເທື່ອ, ມາຮອດເດືອນສິງຫາ ປີ 2023 ນີ້ ໂຄງການມີຄວາມຄືບໜ້າ ປະມານ 50% ທຽບໃສ່ແຜນການ ເຫັນວ່າ ຊັກຊ້າກວ່າແຜນເບື້ອງຕົ້ນ ເນື່ອງຈາກ ປະສົບບັນຫາກັບການຣະບາດ ຂອງໂຄວິດ-19 ແລະມີກໍານົດໃຫ້ສໍາເຣັດ ໃນທ້າຍປີ 2024 ນີ້.
ບໍ່ພຽງເທົ່ານັ້ນ ຖນົນຫົນທາງຫຼາຍເສັ້ນ ໂດຍສະເພາະຖນົນສາຍຫຼັກໃນນະຄອນຫຼວງວຽງຈັນ ຍັງບໍ່ມີຄວາມສະດວກສະບາຍ ເພາະເປ່ເພຢ່າງໜັກ ແລະບໍ່ໄດ້ຮັບການສ້ອມແປງໃຫ້ດີຂຶ້ນ ຍ້ອນທາງການບໍ່ມີງົບປະມານພຽງພໍ.
ປັດຈຸບັນ ຣົຖໂດຍສານຂົນສົ່ງສາທາຣະນະ ຫຼື ຣົຖເມ ທີ່ໃຫ້ບໍຣິການໃນໂຕເມືອງ ນະຄອນຫຼວງວຽງຈັນ ມີທັງໝົດ 10 ເສັ້ນທາງ ເຊິ່ງມີຈຸດເຣີ່ມຕົ້ນ ຢູ່ສະຖານີຕລາດເຊົ້າ ເຊິ່ງເປັນສະຖານີຕົ້ນທາງ ແລະສະຖານີປາຍທາງ ຢູ່ທີ່ ດົງໂດກ, ທ່າງ່ອນ, ດອນປ່າໃໝ່, ດົງຄໍາຊ້າງ, ລາວໄອເຕັກ, ສນາມບິນ, ທົ່ງປົ່ງ, ໜອງແຕ່ງ, ຄິວຣົຖສາຍໃຕ້-ສາຍເໜືອ ແລະຂົວມິຕພາບແຫ່ງທີ່ 1 ສ່ວນຄ່າບໍຣິການຣົຖເມສາທາຣະນະ ຈະເຣີ່ມຕົ້ນແຕ່ ທີ່ລາຄາ 6,000 ກີບ ຫາ 10,000 ກີບ.
ຂະນະທີ່ ເຈົ້າໜ້າທີ່ຣັຖວິສາຫະກິຈຣົຖເມ ນະຄອນຫຼວງວຽງຈັນ ກ່າວວ່າ ປັດຈຸບັນ ນະຄອນຫຼວງວຽງຈັນ ໃຫ້ບໍຣິການຣົຖເມໂດຍສານສາທາຣະນະ ທີ່ຄອບຄຸມ 10 ເສັ້ນທາງ ນອກຈາກນີ້ ຍັງມີບໍຣິການຣົຖໂດຍສານນໍາທ່ຽວ ສໍາລັບໜ່ວຍງານຂອງຣັຖ, ກຸ່ມທົວ ແລະອົງການຈັດຕັ້ງ.
ດັ່ງເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຮົາຈະມີບໍຣິການ ຣົຖປະຈໍາສາຍທາງສາທາຣະນະ ຣົຖເມເຮົາຈະມີ 3 ປະເພດເນາະ ນຶ່ງ ຣົຖເມນ້ອຍ 25 ບ່ອນນັ່ງ ໃຊ້ນໍ້າມັນ, ສອງ ແມ່ນຣົຖເມໄຟຟ້າ 45 ບ່ອນນັ່ງ ແລ້ວກະສາມ ເປັນຣົຖເມຂຽວ 45 ບ່ອນນັ່ງ ເປັນຣົຖນໍ້າມັນ ແຕ່ລະຄັນ ລາຄາບໍ່ຄືກັນ.”
ກ່ຽວກັບເຣື່ອງນີ້ ຊາວລາວ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຫາກນະຄອນຫຼວງວຽງຈັນ ສາມາດໃຫ້ບໍຣິການຣົຖເມສາທາຣະນະໄດ້ຢ່າງຄອບຄຸມທັງໝົດ ປະຊາຊົນ ກໍຈະໃຊ້ບໍຣິການຢ່າງແນ່ນອນ ເພາະການຂົນສົ່ງສາທາຣະນະ ມີລາຄາຖືກ ແຕ່ໃນປັດຈຸບັນ ການບໍຣິການຣົຖເມສາທາຣະນະ ຍັງບໍ່ທັນຄອບຄຸມ, ຣົຖເມກະມີໜ້ອຍ ແລະຍັງຕ້ອງລໍຖ້າດົນ ກວ່າຣົຖເມຈະມາ ຈຶ່ງເຮັດໃຫ້ຊາວນະຄອນຫຼວງວຽງຈັນ ບໍ່ນິຍົມໃຊ້ບໍຣິການເທົ່າທີ່ຄວນ ອີກຢ່າງ ຄົນສ່ວນໃຫຍ່ ມັນຈະໃຊ້ຣົຖສ່ວນໂຕຫຼາຍກວ່າ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຣົຖເມປະຈໍາທາງ ມັນກະມີເປັນຊົ່ວໂມງເນາະ ມັນບໍ່ຄືຢູ່ໄທຍເນາະ ຢູ່ລາວ ມັນຈະມີເປັນຊົ່ວໂມງມາ, ຣົຖປະຈໍາທາງ ມັນກໍຖືກຢູ່ ແຕ່ວ່າ ມັນຫາກໃຊ້ເວລາຖ້າເນາະ ສ່ວນຫຼາຍຂະເຈົ້າ ກະມີແຕ່ໃຊ້ຣົຖສ່ວນໂຕ ມັນຈະໄວກວ່າເນາະ.”
ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການໃຫ້ບໍຣິການຣົຖເມ ສາທາຣະນະ ໃນປັດຈຸບັນ ຍັງບໍ່ທັນຄອບຄຸມທຸກພື້ນທີ່ ໃນນະຄອນຫຼວງວຽງຈັນ ແລະຣົຖເມກະມີໜ້ອຍ ເຮັດໃຫ້ການໃຊ້ບໍຣິການຣົຖເມສາທະຣະນະ ບໍ່ມີຄວາມສະດວກສະບາຍ, ຂະນະທີ່ ຊາວນະຄອນຫຼວງວຽງຈັນ ທີ່ບໍ່ມີຣົຖສ່ວນໂຕ ກໍມັກຈະໃຊ້ບໍຣິການຣົຖແທັກຊີ້, ລະບົບຂົນສົ່ງຜ່ານແອັບພິເຄຊັ້ນ ເຊັ່ນ LOCA ຫຼືສາມລໍ້ຈໍ້າໂບ້ ຫຼື ຕຸ໊ກໆ ເພາະມີໃຫ້ບໍຣິການທຸກຈຸດ ແລະຍັງໄປສົ່ງໄດ້ທຸກທີ່ ພ້ອມກັນນັ້ນ ກໍຍັງສາມາດຂົນເຄື່ອງ ແລະສິນຄ້າໄດ້ຢ່າງສະດວກສະບາຍ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ຄອບຄຸມໝົດທຸກເສັ້ນນ່່າ ກະບໍ່ຄ່ອຍມີແລ່ນປານໃດແລ້ວ ມັນມີແຕ່ບາງເສັ້ນ, ບາງບ້ານ ແຕ່ວ່າເຂດໂຕເມືອງແທ້ ບໍ່ສູ້ມີຣົຖເມ, ສ່ວນຫຼາຍມີຣົຖໄຟຟ້າຫັ້ນນ່າ ຢາກຄ້າຍໆກັບຣົຖຕຸ໊ກໆ ທີ່ຂະເຈົ້າບໍຣິການ ລາຄາຖືກ.”
ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຕາມການສັງເກດ ຊາວລາວໃນນະຄອນຫຼວງວຽງຈັນ ບໍ່ນິຍົມໃຊ້ບໍຣິການ ຣົຖເມສາທາຣະນະປານໃດ ເພາະຕ້ອງລໍຖ້າດົນ, ຣົຖເມສາກໍມີໜ້ອຍ ຫາກມີຄວາມຈໍາເປັນທີ່ຈະໃຊ້ບໍຣິການຂົນສົ່ງສາທາຣະນະ ກໍຈະໃຊ້ຣົຖແທັກຊີ້ ຫຼື ຕຸ໊ກໆຫຼາຍກວ່າ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສ່ວນຫຼາຍກະເປັນຣົຖຕຸ໊ກໆ ຫຼືບໍ່ຊັ້ນກະຈ້າງແທັກຊີ້ໄປເລີຍ ເພາະວ່າ ມັນບໍ່ທົ່ວເຖິງຫັ້ນນ່າຢູ່ລາວ ມັນບໍ່ຄ່ອຍທົ່ວເຖິງປານໃດ ກະມີຢູ່ ເປັນບາງຈຸດ ເຂົາກະໄປຂຶ້ນຢູ່ສະຖານີຕລາດເຊົ້າຫັ້ນແຫຼະ.”
ໃນມື້ວັນທີ 18 ສິງຫາ 2023 ທີ່ຜ່ານມານີ້ ນະຄອນຫຼວງວຽງຈັນ ກໍໄດ້ຊື້ຣົຖເມໄຟຟ້າ ຈໍານວນ 55 ຄັນ ນໍາບໍຣິສັດ ເຊີລີ-ວັນດາ ກຸ່ຍໂຈ ລົດເມ ຈໍາກັດ ແລະບໍຣິສັດ ຊາສີ ກຣຸບ ຈໍາກັດ ມູນຄ່າ 14 ລ້ານປາຍໂດລ້າຣ໌ສະຫະຣັຖ ເພື່ອນໍາໃຊ້ໃນໂຄງການຂົນສົ່ງແບບຍືນຍົງ ໃນໂຕເມືອງນະຄອນຫຼວງວຽງຈັນ.
ກ່ອນໜ້ານີ້ ຣັຖບານຍີ່ປຸ່ນ ກໍໄດ້ສນອງການຊ່ອຍເຫຼືອລ້າ ມູນຄ່າ 500 ລ້ານເຢນ ເພື່ອສົ່ງເສີມວຽກງານສ້າງຄວາມເຂັ້ມແຂງ ດ້ານການຂົນສົ່ງສາທາຣະນະ ເຊິ່ງການຊ່ອຍເຫຼືອໃນຄັ້ງນີ້ ປະກອບມີ: ຣົຖເມ 52 ຄັນ, ອຸປະກອນສ້ອມແປງ, ອາໄຫຼ່, ເຄື່ອງຈຳລອງການຂັບຂີ່ ແລະ ອື່ນໆ.
ໂຄງການຂົນສົ່ງແບບຍືນຍົງ ໃນໂຕເມືອງນະຄອນຫຼວງວຽງຈັນ ມີມູນຄ່າ 99.7 ລ້ານໂດລ້າຣ໌ສະຫະຣັຖ ໂດຍໄດ້ຮັບທຶນສນັບສນູນ ຈາກພາກສ່ວນຕ່າງທ ດັ່ງນີ້: ທະນາຄານພັທນາເອເຊັຍ ຫຼື ADB ຈໍານວນ 35 ລ້ານໂດລ້າຣ໌ສະຫະຣັຖ, ທະນາຄານຢຸໂຣບເພື່ອການລົງທຶນ ຫຼື EIB ຈໍານວນ 20 ລ້ານໂດລ້າຣ໌ສະຫະຣັຖ, ກອງທຶນກຸ່ມປະເທດສົ່ງນໍ້າມັນເປັນສິນຄ້າ ຫຼື OFID ຈໍານວນ 15 ລ້ານໂດລ້າຣ໌ສະຫະຣັຖ, ສະຫະພາບຢຸໂຣບ-ກອງທຶນສນັບສນູນການລົງທຶນໃນເອເຊັຍ ຫຼື EU-AIF ຈໍານວນ 6.9 ລ້ານໂດລ້າຣ໌ ແລະກອງທຶນ ສິ່ງແວດລ້ອມໂລກ ຫຼື GEF ຈໍານວນ 1.84 ລ້ານໂດລ້າຣ໌.
ໂຄງການດັ່ງກ່າວນີ້ ແມ່ນຖືກຮອງຮັບໂດຍຣັຖບານລາວ ເມື່ອປີ 2014 ແຕ່ມາເຣີ່ມຈັດຕັ້ງປະຕິບັດ ໃນເດືອນສິງຫາ ປີ 2018 ເຊິ່ງໃນຕອນນັ້ນ ມີຄວາມຄືບໜ້າໄດ້ປະມານ 30% ຈົນກະທັັ້ງເກີດການຣະບາດຂອງໂຄວິດ-19 ຈຶ່ງໄດ້ຢຸດເຊົາໂຄງການໄປຊົ່ວຄາວ.
ມາຮອດທ້າຍເດືອນມົກກະຣາ ປີ 2022 ໂຄງການດັ່ງກ່າວ ໄດ້ກັບມາຈັດຕັ້ງປະຕິບັດອີກຄັ້ງ ແລະຄາດໝາຍວ່າ ຈະໃຫ້ສໍາເຣັດ ແລະເປີດໃຫ້ບໍຣິການຢ່າງເປັນທາງການ ໃນທ້າຍປີ 2024 ນີ້.