ຊາວບ້ານປະກາດບໍ່ຮັບ ຄ່າຊົດເຊີຍ ທີ່ຕໍ່າ

ອະວາຣີ
2020.07.10
F-expressway-01 ດິນຊາວບ້ານ ທີ່ທາງດ່ວນວຽງຈັນໝາຍເລຂ 01 ຈະຕັດຜ່ານ ເຂດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
RFA/TS

ຊາວນະຄອນຫລວງວຽງຈັນອີກສອງຄົນ ທີ່ຈະສູນເສັຍທີ່ດິນໃຫ້ແກ່ໂຄງການສ້າງ ທາງດ່ວນໝາຍເລກນຶ່ງ ຈະບໍ່ຍອມເອົາຄ່າຊົດເຊີຍເພາະ ຄ່າຊົດເຊີຍຕ່ຳເກີນໄປ. ພວກເຂົາສເນີໃຫ້ ໂຄງການຈ່າຍຄ່າຊົດເຊີຍຕາມຣາຄາຕລາດ ຫລືບໍ່ ກໍໃຫ້ຊອກຫາທີ່ດິນບ່ອນໃໝ່ໃຫ້ ທີ່ຢູ່ໃນ ບໍຣິເວນໃກ້ຄຽງກັນ. ດັ່ງເຈົ້າຂອງທີ່ດິນຜູ້ນຶ່ງ ໄດ້ກ່າວກັບວິທະຍຸເອເຊັຍເສຣີ ເມື່ອວັນທີ່ 6 ກໍຣະກະດາ 2020 ນີ້ວ່າ:

“ເຮົາຈະບໍ່ຍອມງ່າຍ ຈະມີສອງທາງ ຊຶ່ງໄດ້ສເນີຕໍ່ບໍຣິສັດແລ້ວວ່າ ອັນທີ່ນຶ່ງ ຢາກໃຫ້ບໍຣິສັດຊື້ຣາຄາຕລາດ ຊຶ່ງດຽວນີ້ ແມັດນຶ່ງ 4 ແສນ 5 ຫລື 6 ແສນ; ແຕ່ຖ້າບໍຣິສັດບໍ່ຊື້ ໃຫ້ຈັດສັນທີ່ດິນ ບ່ອນໃໝ່ໃຫ້ໃກ້ຄຽງ ກັບດິນເກົ່າ.”

ຊາວນະຄອນຫລວງວຽງຈັນຜູ້ນີ້ ອະທິບາຍວ່າ ແຕ່ກ່ອນເມື່ອເດືອນມົກກະຣາ ປີນີ້ດິນຂອງຕົນຈະບໍ່ໄດ້ຮັບຜົນກະທົບ ຈາກໂຄງການ ແຕ່ເມື່ອ ອາທິດທີ່ແລ້ວ ທາງການເພິ່ນປະກາດວ່າ ຕົນມີຊື່ຢູ່ໃນບັນຊີ ຣາຍຜູ້ທີ່ຈະສູນເສັຍທີ່ດິນ ໃຫ້ແກ່ໂຄງການ ແລະໃຫ້ໄປຮັບເອົາຄ່າຊົດເຊີຍ ພາຍໃນທ້າຍເດືອນກໍຣະກະດາ ນີ້. ຕົນເຂົ້າໃຈວ່າ ການປະກາດນັ້ນ ເປັນການໃຊ້ສິດອຳ ນາດເກີນຂອບເຂດ ໂດຍທີ່ບໍ່ໄດ້ປຶກສາຫາລື ແລະ ເຈຣະຈາຕົກລົງກັບປະຊາຊົນເສັຍກ່ອນ. ຊາວບ້ານຄົນດຽວກັນນີ້ ກ່າວຕື່ມວ່າ:

“ພວກເຮົາບໍ່ມີເຈຕະນາ ຫລືຈຸດປະ ສົງຈະຂັດຄ້ານການພັທນາຂອງຣັຖບານດອກ; ແຕ່ວ່າ ໃນເມື່ອໂຄງການຢາກໄດ້ດິນປະຊາຊົນ ກໍຢາກ ໃຫ້ເພິ່ນ ປະຕິບັດຕາມຣະບຽບກົດໝາຍແດ່ ຮັບຄຳຄິດຄຳເຫັນ ເຫັນໃຈປະຊາຊົນແດ່ວ່າ ກ່ອນຈະໄດ້ດິນຕອນນຶ່ງມາ ກໍຖືວ່າຍາກສົມຄວນ ຜູ້ມີເງິນກໍຊື້ໄວ້ ແຕ່ກ່ອນແລ້ວກໍຮັກສາໄວ້.”

ເຈົ້າຂອງທີ່ດິນອີກຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ແລະອອກສຽງ ກໍຈົ່ມວ່າ ເບິ່ງຕາມແຜນຜັງແລະ ພາບຖ່າຍທາງອາກາດ ດິນຂອງພວກເຮົາບໍ່ນອນ ຢູ່ໃນແລວທາງດ່ວນ ແຕ່ຕໍ່ມາ ເພິ່ນພັດວ່າ ຖືກຢູ່ໃນແລວ. ສະນັ້ນຢ່າງໜ້ອຍ 20 ຄອບຄົວ ຈະບໍ່ຍອມຮັບເອົາຄ່າຊົດເຊີຍ ແຕ່ກ່ອນມີເກືອບ 50 ຄອບຄົວ ແຕ່ສ່ວນນ່ຶງ ຍອມຮັບເອົາຄ່າຊົດເຊີຍໄປແລ້ວ ເພາະພວກ ເຂົາຢ້ານ.

ທາງໂຄງການອ້າງວ່າ ຕ້ອງການຂຍາຍທາງ ໃນບໍຣິເວນຈຸດເຊື່ອມຕໍ່ ຣະຫວ່າງ ທາງດ່ວນ ແລະ ທາງຣົດໄຟລາວ-ຈີນ.

ຊາວນະຄອນຫລວງຜູ້ນີ້ ເຊື່ອຮ້ອຍເປີເຊັນວ່າ ຕັ້ງແມ່ນບໍຣິສັດທາງດ່ວນນັ້ນແຫລະ ທີ່ອ້າງພັກຣັດ ເພື່ອຍຶດເອົາດິນຂອງປະຊາຊົນ. ຄວາມຈິງ ຂ້າພະເຈົ້າ ກໍບໍ່ຢາກຂັດຂືນໂຄງການ ພັທນາຂອງຣັດດອກ ບໍ່ເອົາເງິນຄ່າຊົດເຊີຍກໍໄດ້ ຂໍແຕ່ໄດ້ດິນບ່ອນໃໝ່ກໍແລ້ວໄປ. ຜ່ານມາພວກເຮົາ ໄດ້ຖາມຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ວ່າພາກສ່ວນໃດເປັນຜູ້ຢາກໄດ້ດິນຕອນນີ້ ເພິ່ນບໍ່ຕອບ.

ພວກເຂົາເຂົ້າໃຈວ່າ ການເຮັດແບບນັ້ນບໍ່ຖືກຕ້ອງ. ນອກນີ້ພວກເຮົາຍັງໄດ້ໂທໄປຫາສະພາແຫ່ງຊາດ ເພິ່ນກໍວ່າເພິ່ນບໍ່ຮູ້ເຣື່ອງນີ້. ສະນັ້ນ ພວກເຮົາຈະຕໍ່ສູ້ເພື່ອຄວາມເປັນທັມ.

ໃນຕອນທ້າຍ ປະຊາຊົນຜູ້ນີ້ ກ່າວອີກວ່າ ບໍຣິສັດຢາກໄດ້ດິນ ປະຊາຊົນເພື່ອສ້າງບ້ານຈັດສັນ; ຄວາມຈິງ ດິນຂອງປະຊາຊົນ ຮ້ອຍກວ່າ ເຮັກຕາ ບໍໄດ້ຢູ່ໃນໂຄງການ ແລະ ກໍຢູ່ໄກຈາກ ທາງດ່ວນເຖິງຫ້າຮ້ອຍຫົກຮ້ອຍ ແມັດພຸ່ນ. ບໍຣິສັດ ຊື້ຈ່າງຈອບອອຍ ເຈົ້າໜ້າທີ່ໃຫ້ມາ ເຈຣະຈາໄກ່ເກັ່ຍ ກັບປະຊາຊົນ.

ເມື່ອຕົ້ນອາທິດນີ້ ຊາວບ້ານອີກຄົນນຶ່ງກ່າວວ່າ ທາງໂຄງການໃຫ້ຄ່າຊົດເຊີຍ ພຽງແຕ່ແມັດລະ 10 ດອນລ່າສະຫະຣັດ ເທົ່ານັ້ນ ໜ້ອຍກວ່າ ຣາຄາຕລາດເຖິງຫົກເທົ່າ.

ທາງດ່ວນແຕ່ບຶງທາດຫຼວງ ຫາບ້ານດົງໝາກຄາຍ ທີ່ມີຄວາມຍາວ 13 ກິໂລແມັດ ເລິ້ມສ້າງແຕ່ເດືອນກຸມພາປີນີ້ ແລະຈະສຳເຣັດໃນເດືອນ ກຸມພາ ປີ 2023.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.