ເຣື້ອງທີ່ເກັບບັນທຶກໄວ້
2023-07-19
ຄົບຮອບ 5 ປີ ເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນມື້ວັນທີ 23 ກໍຣະກະດາ ປີ 2018 ເຊິ່ງມາຮອດປັດຈຸບັນ ຊາວບ້ານ ທີ່ໄດຮັບຜົລກະທົບ ສ່ວນໃຫຍ່ ຍັງບໍ່ທັນມີຄຸນນະພາບຊີວິດທີ່ດີຂຶ້ນ ແລະເງິນຊົດເຊີຍຣາຍການທີ 6 ເປັນປະເພດ ຊັບສິນມີຄ່າ ຍັງບໍ່ທັນມີການຊົດເຊີຍ.
2023-07-18
ໃນໄລຍະໜ້າຝົນນີ້ ຊາວບ້ານຫຼາຍບ້ານ ທີ່ອາສັຍຢູ່ໃກ້ຖນົນທ່າເດື່ອ ກັບຖນົນ 450 ປີ ນະຄອນຫຼວງວຽງຈັນ ປະສົບເຖິງບັນຫາ ຣົຖບັນທຸກແກ່ຫິນ ແລະແກ່ຊາຍ ທີ່ມັກແລ່ນຜ່ານເຂດບ້ານທຸກມື້ ທຸກເວລາ ເຮັດໃຫ້ຖນົນເປື້ອນ, ເປ່ເພ ແລະ ການສັນຈອນຫຍຸ້ງຍາກ.
2023-07-18
ຫລາຍເມືອງ ໃນນະຄອນຫລວງວຽງຈັນ ກວດກາ ແລະຮື້ຖອນປ້າຍໂຄສະນາ ຢູ່ຕາມແຄມຖນົນ ແລະປ້າຍຮ້ານຄ້າ ເພື່ອຄວາມເປັນລະບຽບ ແລະເພື່ອໃຫ້ຖືກຕ້ອງ ຕາມກົດໝາຍ ກ່ຽວກັບການເຮັດປ້າຍ ເປັນພາສາຕ່າງປະເທດ ກ່ອນລາວຈະເປັນເຈົ້າພາບ ຈັດກອງປະຊຸມອາຊ້ຽນ ໃນປີໜ້າ.
2023-07-18
ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ທີ່ໄດ້ດໍາເນີນມາເປັນເວລາ 17 ມື້ ແລະ ໄດ້ປິດລົງຢ່າງເປັນທາງການ ທ່າມກາງບັນຫາຫຼາຍດ້ານ ທີ່ສະມາຊິກສະພາ ຮຽກຮ້ອງໃຫ້ ຣັຖບານ ເອົາໃຈໃສ່ ແກ້ໄຂຢ່າງຮີບດ່ວນ ໂດຍສະເພາະ ສະຖານະການ ເສຖກິຈຂອງລາວ ໃນປັດຈຸບັນນີ້.
2023-07-18
ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ຈະປາບປາມອາຊຍາກັມ ທາງອອນລາຍນ໌ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ດ້ວຍການວາງ ລະບຽບແລະມາຕກວດກາ ຢ່າງເຂັ້ມງວດກວ່າເກົ່າ ຂະນະທີ່ຊາວບ້ານ ຈຳນວນນຶ່ງເຫັນວ່າ ເປັນການແກ້ໄຂເອົາໜ້າ ເຊິ່ງບໍ່ມີຜົລໃນທາງປະຕິບັດແທ້.
2023-07-17
ຣະດູຝົນ ເປັນໄລຍະທີ່ເຮັດໃຫ້ຍຸງລາຍ ຂຍາຍພັນ ເຊິ່ງໃນປີນີ້ ເຣີ່ມມີຜູ້ເປັນໄຂ້ຍຸງລາຍ ເພີ່ມຂຶ້ນຢ່າງໄວວາ ແລະເຖິງປັດຈຸບັນ ມີຜູ້ເປັນໄຂ້ເລືອດອອກແລ້ວກວ່າ 10,501 ຄົນ ລວມທັງມີຜູ້ເສັຍຊີວິດແລ້ວ 6 ຄົນ ຂະນະທີ່ບາງແຂວງເອົາໃຈໃສ່ ໃຫ້ຄວາມເຂົ້າໃຈ ກັບປະຊາຊົນ ເຖິງວ່າ ເຮັດໄດ້ບໍ່ທົ່ວເຖິງກໍຕາມ.
2023-07-17
ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ປີ 1977 ຄົບຮອບ 46 ປີ, 2 ປະເທດນີ້ ປະເທດໃດແທ້ທີ່ໄດ້ປໂຍດສູງສຸດ, ປະເທດໃດເສັຍປຽບ, ຈໍາປາທອງ ມີບົດສັມພາດ ດຣ. ຈັນທະລາວົງ-ວີເຊີ ປະທານ ອົງການ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ມາສເນີທ່ານ.
2023-07-17
ໃນເດືອນມິຖຸນາ 2023 ທີ່ຜ່ານມາ ທົ່ວປະເທດລາວ ມີອຸປະຕິເຫດຣົຖຍົນ ເກີດຂຶ້ນ 459 ກໍຣະນີ ເຮັດໃຫ້ມີຜູ້ເສັຽຊີວິດ 55 ຄົນ, ຜູ້ບາດເຈັບ 678 ຄົນ ແລະພາຫະນະເປ່ເພ 809 ຄັນ, ອີງຕາມການຣາຍງານ ຂອງກົມຕຳຣວດ ຈະຣາຈອນ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ.
2023-07-17
ເປົ້າໝາຍການພັທນາ ແບບຍືນຍົງທີ 7 ແມ່ນພາຍໃນປີ 2030 ຣັຖບານຈະຮັບປະກັນ ໃຫ້ປະຊາຊົນລາວທຸກຄົນມີພະລັງງານ ໄຟຟ້າ ທີ່ທັນສໄມ, ລາຄາຖືກ ແລະ ພະລັງງານສະອາດ ໃຊ້ ເຊິ່ງໃນປັດຈຸບັນນີ້ ປະຊາຊົນລາວ ຈຳນວນຫຼາຍ ຍັງບໍ່ສາມາດເຂົ້າເຖິງ ການໃຊ້ໄຟຟ້າ ໄດ້.
2023-07-17
ເຂດນິຄົມອຸດສາຫະກັມ ອັດສະຣິຍະ ອາຊີ-ໂປຕາສ ສາກົລ ຂອງບໍຣິສັດ ອາຊີ-ໂປຕາສ ຈໍາກັດ ຈາກປະເທດຈີນ ທີ່ຕັ້ງຢູ່ເຂດເມືອງທ່າແຂກ ແຂວງຄໍາມ່ວນ ກໍາລັງມີການໄກ່ເກັ່ຍ ດ້ານທີ່ດິນ ແລະຄ່າຊົດເຊີຍໃຫ້ແກ່ຊາວບ້ານ ຈໍານວນນຶ່ງ ທີ່ຖືກຜົລກະທົບ ຈາກໂຄງການນີ້.
2023-07-17
ນັກສຶກສາ ທີ່ຮຽນຈົບປະຣິນຍາຕຣີ ບໍ່ມີວຽກເຮັດ, ບໍ່ມີເງິນ, ບໍ່ມີເສັ້ນສາຍ ສມັກວຽກຍາກ, ແຕ່ກໍຖືກ ຄົນຕ່າງດ້າວ ຍາດອາຊີບ ທັງທີ່ວ່າ ກົດໝາຍ ຂອງສປປລາວມີ ແຕ່ກໍປ່ອຍປະລະເລີຍ ບໍ່ປະຕິບັດ.
2023-07-16
ເຜົ່າໄທດໍາ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
2023-07-16
ນັກລົງທຶນຈີນ ກັບມາ ເຣີ່ມກໍ່ສ້າງຕຶກເພີ່ມ ຢູ່ເຂດເສຖກິຈພິເສດ ໃກ້ກັບຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 4, ເຂື່ອນຫຼວງພຣະບາງ ເຣີ່ມແລ້ວ, ແຕ່ຢູແນັສໂກ ຍັງກັງວົນ, ຄວາມສັມພັນ ລາວຈີນ ຊື່ງມີຄວາມສໍາພັນ ຢ່າງແໜ້ນແຟ້ນ ໃນຫລາຍດ້ານ ທັງທາງດ້ານການເມືອງ, ເສຖກິຈ ແລະ ການທະຫານ.
2023-07-15
ຟິນນີ້ ອັກຄະສອນ ເປັນນັກມວຍຍິງລາວ ຄົນທໍາອິດ ທີ່ເຂົ້າມາຕີມວຍຄາດເຊືອກ ຢູ່ປະເທດໄທ ເປັນເວລາປະມານ 2 ປີ ເຊິ່ງຖືວ່າ ເປັນນັກມວຍທີ່ ໃຈເກີນລ້ອຍ, ສູ້ບໍ່ຖອຍ ເຖິງວ່າ ຜ່ານມາ ຈະມີອຸສັກໃນຊີວິດ ທີິ່ພໍ່ແມ່ບໍ່ສະໜັບສະໜູນ, ແຕ່ ຟິນນີ້ ກໍບໍ່ທໍ້ ຜ່ານຜ່າຈຸດນັ້ນມາໄດ້ ຈົນປະສົບຜົນສໍາເລັດໄດ້ ໃນທຸກມື້ນີ້.
2023-07-14
ຊາວກະສິກອນລາວ ກຳລັງປະເຊິນກັບການແຜ່ຣະບາດ ຂອງບົ້ງ ມາທໍາລາຍຜົລປູກ ເປັນຕົ້ນ ເຂົ້ານາ, ເຂົ້າໄຮ່, ໝາກສາລີ ແລະ ມັນຕົ້ນ ເຮັດໃຫ້ຜົລປູກເສັຽຫາຍ ເປັນຈຳນວນຫຼາຍ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງຍັງບໍ່ມີການຊ່ວຍເຫຼືອເທື່ອ.