ປະເທດໃດແທ້ ໄດ້ປໂຍດຈາກ ສົນທິສັນຍາ ລາວ-ວຽດນາມ 1977

ຈຳປາທອງ
2023.07.17
ປະເທດໃດແທ້ ໄດ້ປໂຍດຈາກ ສົນທິສັນຍາ ລາວ-ວຽດນາມ 1977 ຄົນວຽດນາມ ໃນນະຄອນຫຼວງວຽງຈັນ ທີ່ຂີ່ຣົດຖີບ ເລາະຂາຍເຄື່ອງ ຕາມເຂດຊຸມຊົນ.
RFA

ສົນທິສັນຍາມິຕພາບ ແລະການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ວຽດນາມ ທີ່ນາຍົກຣັຖມົນຕຣີ ໄກສອນ ພົມວິຫານ ແລະນາຍົກຣັຖມົນຕຣີ ຟາມ ວັນ ດົງ ໄດ້ລົງນາມທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 18 ກໍຣະກະດາ 1977 ມາເຖິງປີ 2023 ນີ້ ກໍຄົບຮອບ 46 ປີ.

ສົນທິສັນຍາຂອງ 2 ປະເທສ ທີ່ມີການປົກຄອງແບບຜະເດັດການ ພັກດຽວຜູກ ຂາດອຳນາດທີ່ວ່ານີ້ ມີ 7 ມາດຕຣາ. ມາດຕຣາ 1 ລະບຸວ່າ ການພົວພັນ ຮ່ວມມືກັນລະຫວ່າງ ລາວ-ວຽດນາມ ແມ່ນຢູ່ບົນຫລັກການ ສເມີພາບເຄົາຣົບເອກກະຣາຊອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງກັນບໍ່ແຊກແຊງ ເຂົ້າກິຈການພາຍໃນຂອງກັນຊ່ອຍເຫລືອເຊິ່ງກັນ ແລະກັນ ຢ່າງສຸດອົກສຸດໃຈ, ອັນຈະນໍາຜົລປໂຍດ ມາສູ່ທັງສອງປະເທດ. ແຕ່ຫລາຍຄົນເວົ້າວ່າ ອັນນັ້ນເປັນພຽງຄໍາເວົ້າຕາມທິດສະດີໃນການພົວ ພົລຫວ່າງປະເທດ, ແຕ່ໃນພາກປະຕິບັດຕົວຈິງ ບໍ່ເປັນຄືແນວນັ້ນ, ເວົ້າລວມແລ້ວ ມັນອໍານວຍຜົລປໂຍດໃຫ້ວຽດນາມ ພຽງຝ່າຍດຽວ, ລາວບໍ່ໄດ້ຜົລປໂຍດ ພໍເທົ່າໃດ ນອກຈາກການປ້ອງກັນຊາດ, ປ້ອງກັນຄວາມສງົບ ທີ່ປາບປາມປະຊາຊົນລາວ ຊຶ່ງຮຽກຮ້ອງເອົາສິດ, ເສຣີພາບ ແລະປະຊາທິປະໄຕ ຂອງພວກຕົນ.

ກ່ຽວກັບເຣື່ອງທີ່ວ່ານີ້ ດຣ. ບຸນທອນ ຈັນທະວົງ-ວີເຊີ ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ຜູ້ໄດ້ຮັບຣາງວັນຢູໂຣບ ເພື່ອຜູ້ນໍາສະຕຣີສາກົລ ກ່າວຕໍ່ວິທຍຸ ເອເຊັຽ ໃນມື້ວັນທີ 16 ກໍ ຣະກະດານີ້ວ່າ:

(......................................ສຽງ......................................)

ເວົ້າເຖິງເຣື່ອງຊາຍແດນ ລາວ-ວຽດນາມ ໃນມາດຕຣາ 4 ຂອງສົລທິສັນຍາ ສະບັບນີ້ ກໍເວົ້າວ່າ ເປັນຊາຍແດນມິຕພາບ ແຕ່ຕາມຄໍາເວົ້າຂອງ ດຣ. ບຸນທອນ ແລ້ວແມ່ນວ່າ ຟັງເຜີນໆຄືວ່າມັນຈົບມັນງາມ ແຕ່ເນື້ອແທ້ແລ້ວ ບໍ່ເປັນຄືແນວນັ້ນ.

(......................................ສຽງ......................................)

ສົນທິສັນຍາມິຕພາບ ແລະການຮ່ວມມື ລາວ-ວຽດນາມ ມີຜົລກະທົບຮອບ ດ້ານຕໍ່ລາວໃນການພັທນາປະເທດ, ບໍ່ພຽງແຕ່ຍັງເຮັດລາວບໍ່ຫລຸດພົ້ນ ອອກຈາກກຸ່ມປະເທດດ້ອຍພັທນາ, ທຸກຍາກ ຂາດເຂີນ ຂໍການຊ່ອຍເຫລືອ ຈາກປະເທດຕ່າງໆ ແລະອົງການຈັດຕັ້ງສາກົລເທົ່ານັ້ນ ແຕ່ຫາກຍັງມີສ່ວນເຮັດໃຫ້ລາວ ຕິດໜີ້ທັງຕ່າງປະເທດ ແລະຕິດໜີ້ພາຍໃນຢ່າງມະຫາສານ ຫລາຍຂຶ້ນ ຊຶ່ງມາເຖິງຕົ້ນຊຸມປີ 1980 ກໍຕິດໜີ້ວຽດນາມ ແລ້ວເຖິງ 1 ຕື້ປາຍໂດລາສະຫະຣັຖ ອີງຕາມເອກະສານຂອງກະຊວງການຕ່າງປະເທດ ທີ່ທາງການລາວບໍ່ໄດ້ເປີດເຜີຍ ໃຫ້ສາທາຣະນະຊົນຮູ້ ໃນຂະນະທີ່ວຽດນາມ ຂົນເອົາຊັພຍາກອນ ທັມມະຊາຕ ຮວມທັງໄມ້ ທີ່ສົ່ງອອກໄປເປັນຈໍານວນຫລວງຫລາຍ ໃນແຕ່ລະປີ.

ອີງຕາມການຣາຍງານ ຂອງບໍຣິສັດປະກັນໄພ Credendo ຂອງຢູໂຣບແລ້ວແມ່ນວ່າ ຈຳນວນໜີ້ສິນຂອງລາວເພີ່ມສູງຂຶ້ນ ເປັນ 128% ຂອງລວມຍອດມູນຄ່າຜລິຕພັນພາຍໃນ ຫລື GDP ທີ່ມີປະມານ 24 ຕື້ໂດລ້າຣ໌ສະຫະຣັຖ.  

ເວົ້າເຖິງການພົວພັນຮ່ວມມື ລາວ-ວຽດນາມ ໃນໄລຍະຫລັງໆນີ້ ມູນຄ່າການຄ້າ 2 ຝ່າຍປີ 2022 ມີ 1.7 ຕື້ໂດລ້າຣ໌ສະຫະຣັຖ, ການລົງທຶນຂອງວຽດນາມຢູ່ລາວ ມີ 239 ໂຄງການ, ມູນຄ່າ 5,36 ຕື້ໂດລ້າຣ໌ສະຫະຣັຖ ເປັນອັນດັບ 3 ຂອງການລົງທຶນຕ່າງປະເທດ ຢູ່ລາວ ລອງລົງມາຈາກຈີນ ແລະໄທຍ.

ໃນຕອນທ້າຍຂອງການສັມພາດ ດຣ. ບຸນທອນ ຈັນທະວົງ-ວີເຊີ ກໍໄດ້ຮຽກ ຮ້ອງໃຫ້ຍົກເລີກ ສົນທິສັນຍາມິຕພາບ ແລະ ການຮ່ວມມື ລາວ-ວຽດນາມ ປີ 1977 ນີ້ ຍ້ອນວ່າຝ່າຍລາວມີແຕ່ຜົລເສັຍ.

(......................................ສຽງ......................................)

ສົນທິສັນຍາ ລາວ-ວຽດນາມ ປີ 1977 ມີອາຍຸ 25 ປີ ແລະຈະໄດ້ຕໍ່ອາຍຸໄປ ໃນຕົວເທື່ອລະ 10 ປີ ຖ້າຝ່າຍນຶ່ງ ຂອງຄູ່ສັນຍາ ບໍ່ແຈ້ງຄວາມປະສົງ ຢາກລົບລ້າງ ໃຫ້ອີກຝ່າຍນຶ່ງຊາບລ່ວງໜ້າ ດ້ວຍລາຍລັກອັກສອນ ຢ່າງໜ້ອຍ 1 ປີ ກ່ອນທີ່ສົນທິສັນຍາ ຈະໝົດກໍານົດ ດັ່ງທີ່ໄດ້ລະບຸໄວ້ ໃນມາດຕຣາ 7. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.