ຄະນະຄຸ້ມຄອງ ເຂດສາມຫຼ່ຽມຄຳ ເດີນໜ້າປາບປາມ ອາຊກັມອອນລາຍນ໌
2023.07.18

ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ຮ່ວມກັບກອງບັນຊາການ ປ້ອງກັນຄວາມສງົບ ເຂດພິເສດ ສາມຫລ່ຽມຄໍາ ແລະສະພາບໍຣິຫານ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ໄດ້ຈັດກອງປະຊຸມເຜີຍແຜ່ ລະບຽບການ, ມາຕການກວດກາ ແລະປາບປາມ ອາຊຍາກັມ ສໍ້ໂກງທາງອອນລາຍນ໌ ຢູ່ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເມື່ອວັນທີ 12 ກໍຣະກະດາ 2023 ນີ້ ເພື່ອຜັນຂຍາຍ ມະຕິກອງປະຊຸມຂອງ ກະຊວງປ້ອງກັນຄວາມສງົບ ຂອງລາວ ແລະຈີນ ກ່ຽວກັບການປາບປາມ ກິຈການທີ່ກ່ຽວຂ້ອງກັບຄອລເຊັນເຕີ້ຣ໌ ຫລືການສໍ້ໂກງທາງອອນລາຍນ໌, ຫ້າມຂາຍຄົນງານ ໃຫ້ບໍຣິສັດອື່ນ ແລະອາຊຍາກັມອື່ນໆ ເພື່ອເຮັດໃຫ້ເຂດເສຖກິຈນີ້ ມີຄວາມສງົບ, ອີງຕາມຣາຍງານ ຂອງຫ້ອງການ ສະພາບໍຣິຫານເຂດເສຖກິຈ ພິເສດສາມຫລ່ຽມຄໍາ.
ເຈົ້າໜ້າທີ່ ສະພາບໍຣິຫານ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 18 ກໍຣະກະດານີ້ ເຖິງກອງປະຊຸມດັ່ງກ່າວນັ້ນວ່າ ໄດ້ຈັດຂຶ້ນແຕ່ພຽງມື້ດຽວ ເພື່ອເຜີຍແຜ່ລະບຽບການຕ່າງໆ ໃຫ້ຜູ້ປະກອບການ ທີ່ເຂົ້າຮ່ວມໄດ້ຮັບຊາບ ແລະຕໍ່ໄປຈະໄດ້ຈັດຕັ້ງການໂຄສນາ ຢູ່ພາຍໃນເຂດເສຖກິຈນີ້, ແຕ່ເຣື່ອງລາຍລະອຽດຕ່າງໆ ນາງບໍ່ຮູ້.
“ເຂົາເຈົ້າລວມກັນແລ້ວ ແຈ້ງການເຂົາເຈົ້າຍັງບໍ່ໄດ້ອອກມາເທື່ອ ກະຢູ່ສະພາ ແຕ່ວ່າບໍ່ໄດ້ເຂົ້າຮ່ວມນໍາຫັ້ນນ່າ.”
ຜູ້ປະກອບການ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຜູ້ນຶ່ງ ກໍເວົ້າເຖິງຜູ້ທີ່ເຮັດວຽກ ຢູ່ໃນເຂດເສຖກິຈນີ້ວ່າ ປັດຈຸບັນ ຜູ້ທີ່ຖືກຕົວະ ມາເຮັດວຽກສໍ້ໂກງທາງ ອອນລາຍນ໌ ຢູ່ໃນເຂດນີ້ ບໍ່ຫລາຍຄືແຕ່ກ່ອນແລ້ວ ເນື່ອງຈາກການເຂົ້າ-ອອກເຂດນີ້ ຂ້ອນຂ້າງເສຣີ ແລະສະດວກຫລາຍຂຶ້ນ ແລະກໍບໍ່ໄດ້ມີການກັກຂັງຄົນງານ, ບໍ່ໃຫ້ອອກໄປນອກເຂດນີ້ຫລາຍຄືດັ່ງທີ່ຜ່ານມາ.
“ຕອບແຊັດນີ້ບໍ໋. ຊ່ວງນີ້ຖືວ່າດັບລົງຫລາຍແລ້ວໄດ໋ ເພາະວ່າເຂົ້າອອກເສຣີເດ້ ເພາະວ່າມັນໄດ້ເຂົ້າອອກ 24 ຊົ່ວ ໂມງຫັ້ນນ່າ. ບໍ່ຄືແຕ່ກ່ອນ ຖ້າວ່າແຕ່ກ່ອນ ມັນຈະກັ້ນພື້ນທີ່ປ່າໄວ້ ເພື່ອວ່າຈະບໍ່ໃຫ້ຄົນເຂົ້າອອກ. ດຽວນີ້ແມ່ນສາມາດ ເຂົ້າ-ອອກ 24 ຊົ່ວໂມງ.”
ປະຊາຊົນລາວອີກຜູ້ນຶ່ງ ທີ່ເຮັດວຽກຢູ່ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ບັນຫາຄົນລາວ ແລະຄົນຕ່າງປະ ເທດ ທີ່ຖືກຕົວະມາເຮັດວຽກ ສໍ້ໂກງທາງອອນລາຍນ໌ຢູ່ເຂດນີ້ ແມ່ນມີໜ້ອຍລົງກວ່າແຕ່ກ່ອນ, ແຕ່ບໍ່ຮູ້ຄັກແນ່ວ່າ ທາງເຈົ້າໜ້າທີ່ໄດ້ມີການແກ້ໄຂບັນຫານີ້ ແນວໃດກັນແທ້, ຮູ້ພຽງແຕ່ວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ເພີ່ມມາຕການຄຸ້ມຄອງ ພົລເມືອງເຂົ້າ-ອອກເຂດນັ້ນ ເຂັ້ມງວດຂຶ້ນກວ່າເກົ່າ.
“ໂອ໋! ໂຕນີ້ບໍ່ຮູ້ນໍາເພິ່ນນ່າ ແມ່ນມາເພິ່ນກະມາຄຸ້ມຄອງ. ຖ້າມາຖືກກົດໝາຍເຂົ້າ ຕມ. ເຂົ້າດ່ານມາພຸ້ນລະ. ໂຕນັ້ນບໍ່ມີບັນຫາ ຖ້າມາຖືກກົດໝາຍ ແຈ້ງເຈົ້າໜ້າທີ່ ເຂົາເຈົ້າຕອນກາງຄືນກະມີ.”
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຢູ່ແຂວງບໍ່ແກ້ວ ຈໍານວນນຶ່ງ ກໍເຫັນວ່າ ການອອກມາຕການ ແລະການປາບປາມອາຊຍາກໍາສໍ້ໂກງທາງອອນລາຍນ໌ ໃນເຂດດັ່ງກ່າວນີ້ ຈະເຮັດບໍ່ໄດ້ ແລະມັນຍັງຈະຢູ່ໃນສະພາບເດີມໆຄືເກົ່າ ຍ້ອນເປັນການແກ້ໄຂບັນຫາ ພຽງສາກໜ້າເທົ່ານັ້ນ, ຕົ້ນຕໍແທ້ໆຂອງບັນຫາ ກໍຍັງຈະລອຍນວນຢູ່ ແລະຈະບໍ່ສາມາດຈັບຕົ້ນຕໍ ຂອງແກ້ງອາຊຍາກໍານັ້ນໄດ້ເທື່ອ.
ດັ່ງຊາວບ້ານຜູ້ນຶ່ງເວົ້າວ່າ:
“ແກ້ບໍ່ໄດ້ກ່າ. ເຂົາກະແຈ້ງຢູ່. ແກ້ໄຂບໍ່ໄດ້ແຫລະ. ໂອ໋! ມັນແກ້ຫຍັງ ມັນກໍບໍ່ຢາກໄດ້ຫັ້ນແຫລະ ມັນກໍສະພາບເດີມໆ ຄືເກົ່າ ກັບມາຄືເກົ່ານີ້.”
ມີຊາວໜຸ່ມລາວ ເກືອບ 50 ຄົນ ຈາກແຂວງຫລວງນໍ້າທາ ທີ່ເຄີຍຖືກຕົວະມາເຮັດວຽກ ຄອລເຊັນເຕີ້ຣ໌ ຢູ່ເຂດເສຖກິຈສາມຫລ່ຽມຄໍາ ແລ້ວຖືກຂາຍຕໍ່ໄປກາຊີໂນແຫ່ງນຶ່ງ ຢູ່ເມືອງມຽວວະດີ ຣັຖກະຈິນ ປະເທດພະມ້າ ຍັງບໍ່ໄດ້ຮັບການຊ່ອຍເຫຼືອ ໃຫ້ໄດ້ກັບຄືນສູ່ຄອບຄົວເທື່ອ ແລະການປະສານງານ ຊ່ອຍເຫລືອ ຂອງພາກສ່ວນທີ່ກ່ຽວຂ້ອງ ໃນລາວ ບໍ່ມີຄວບຄືບໜ້າແນວໃດເທື່ອ.
ດັ່ງຜູ້ປົກຄອງ ຂອງຜູ້ເຄາະຮ້າຍ ຄົນນຶ່ງເວົ້າວ່າ:
“ຄືຕົວະໄປເຮັດວຽກ ຢູ່ພະມ້ານີ້. ເຮົາໄປຫາເຂົາ ໄປຫາເຈົ້າໜ້າທີ່ ຫລາຍເທື່ອແລ້ວ. ໄປເທື່ອໃດກະວ່າເອີໆ. ກະບໍ່ຄືບໜ້າປານໃດ ແຫລະ. ທໍາອິດແລ້ວໄປທາງຕົ້ນເຜິ້ງກ່ອນ. ໄປເຮັດວຽກຢູ່ຫັ້ນ. ແລ້ວເຂົາຕົວະ ຫລັງຈາກນັ້ນແລ້ວ ພາໄປທ່ຽວທາງພຸ້ນ ແລ້ວກໍຂາຍຢູ່ພະມ້າ.”
ໃນໂອກາດ ກອງປະຊຸມເຜີຍແຜ່ ລະບຽບການທີ່ວ່ານັ້ນ ທ່ານ ຫວາງ ເອີ້ປາວ ຜູ້ອໍານວຍການໃຫຍ່ ຂອງກຸ່ມບໍຣິສັດ ດອກງິ້ວຄໍາ ຈໍາກັດ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຈໍານວນ 500 ຄົນ ທີ່ໄດ້ເຂົ້າຮ່ວມກອງປະຊຸມນັ້ນ ໃຫ້ຮ່ວມມືປະຕິບັດຕາມ ມາຕການດັ່ງກ່າວ ຢ່າງເຂັ້ມງວດ ແລະພ້ອມທັງປະຕິບັດຕາມ ນິຕິກັມຕ່າງໆຂອງພັກ-ຣັຖ ເພື່ອປະກອບສ່ວນ ເຂົ້າໃນການພັທນາ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ແລະບໍ່ອະນຸຍາດໃຫ້ເຮັດກິຈການ ທີ່ຜິດລະບຽບກົດໝາຍ ຫລືທໍາລາຍ ຜົລງານ ການພັທນາ ຂອງເຂດເສຖກິຈນີ້ ເຖິງຢ່າງໃດກໍຕາມ ກອງປະຊຸມເຜີຍແພ່ ລະບຽບການ, ມາຕການກວດກາ ແລະປາບປາມ ອາຊຍາກັມ ສໍ້ໂກງທາງອອນລາຍນ໌ ຢູ່ໃນເຂດເສຖກິຈພິເສດສາມ ຫລ່ຽມຄໍາ ນັ້ນ ເປັນພຽງການເຜີຍແພ່ ມາຕການເທົ່ານັ້ນ, ບໍ່ໄດ້ຈັດຕັ້ງປະຕິບັດ ໃນພາກຕົວຈິງເທື່ອ.