ເຣື້ອງທີ່ເກັບບັນທຶກໄວ້
2009-06-22
ປະຊາຊົນ ສອງໝູ່ບ້ານ ທີ່ໄດ້ຮັບ ຜົລກະທົບຈາກ ໂຄງກາຣສ້າງເຂື່ອນ ເທີນຫີນບູນ ພາຄຂຍາຍໄດ້ ໂຍກຍ້າຍແລ້ວໆ.
2009-06-22
ກອງປະຊຸມ ສະໃໝສາມັນຄັ້ງທີ 7 ສະພາແຫ່ງຊາດລາວ ເປີດຂຶ້ນຢ່າງ ເປັນທາງການ ໃນມື້ວັນທີ 22 ມິຖຸນາ ຫາທີ9 ກໍຣະກະດາ 2009
2009-06-22
ວັນທີ່ 19 ມິຖຸນາ ເປັນວັນຄົບຮອບ 64 ປີຂອງ madame Aung San Suu Kyi ນັກຕໍ່ສູ້ເພື່ອ ປະຊາທິປະໄຕ ໃນພະມ້າ. ໂອກາດນີ້ ບຸກຄົນສຳຄັນ ໃນທຸກວົງການ ໄດ້ຮຽກຮອ້ງ ເປັນສຽງດຽວກັນ ໃຫ້ຣັຖບານ ທະຫານພະມ້າ ປ່ອຍຕົວທ່ານ ດັ່ງ ວຽງໄຊ ຈະສເນີ ຣາຍລະອຽດ ໃນອັນດັບ ຕໍ່ໄປ.
2009-06-19
ເດັກນ້ອຍ ຜູ້ຍີງລາວ ບາງຄົນ ຫາຍສາບສູນ ຫລັງຈາກພາກັນ ລັກຂ້າມແດນ ໄປເຮັດວຽກແບບ ຜີດກົດຫມາຍ ໃນປະເທດ ເພື່ອນບ້ານ ດັ່ງທີ່ ປະເທດຈີນ ເຈົ້າຫນ້າທີ່ຊາວ ຫນຸ່ມຫລວງນ້ຳທາໃຫ້ການ.
2009-06-19
ເກົາຫລີເໜືອ ຍັງບໍ່ຍຸຕິ ການທ້າທາຍ ກໍ່ກວນ ເກົາຫລີໃຕ້ ແລະປະເທດໃນ ຂົງເຂດພາກພື້ນ ເອເຊັຍແລະທົ່ວໂລກ ໂດຍການທີ່ຈະ ທົດລອງ ອາວຸດ ນິວເຄລັຍ ຕໍ່ໄປອີກເຖິງວ່າ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ຈະເອົາມາຕການ ລົງໂທດເຄັ່ງຄັດ ຫລາຍ ຂື້ນກໍຕາມ.
2009-06-19
ສະພາແຫ່ງຊາດ ຂອງລາວ ຈະເປີດກອງ ປະຊຸມສະມັຍ ສາມັນຄັ້ງທີ 7 ຂື້ນໃນບໍ່ຫລາຍ ວັນຂ້າງໜ້ານີ້. ໃນນັ້ນຈະມີ ການ ພິຈາຣະນາ ຮັບຜ່ານແຜນການ ພັທນາເສຖກິດ-ສັງຄົມ ແລະງົບປະມານ ຮັບຮອງເອົາ ກົດໝາຍໃໝ່ ແລະຈະມີການ ຕຳນິຕິຊົມ ກ່ຽວກັບບັນຫາ ຕ່າງໆທີ່ພົ້ນເດັ່ນ ຂື້ນຢູ່ໃນສັງຄົມ.
2009-06-19
ມື້ວັນສຸກທີ່ 19 ມີຖຸນາ ນີ້ເປັນວັນ ຄ້າຍວັນເກີດ ຄົບຮອບປີທີ່ 64 ຂອງຍານາງ Aung San Suu-kyi ຜູ້ນຳພັກຝ່າຍຄ້ານ ຣັຖບາລ ທະຫາຣພະມ້າ ແຕ່ແທນທີ່ຈະ ສາມາດຈັດພິທີ ສລອງຮ່ວມກັບ ຍາຕພີ່ນ້ອງແລະ ປະຊາຊົນ ຊາວພະມ້າ ໂດຽທົ່ວໄປນັ້ນ ຍານາງຍັງຕ້ອງ ຖືກຂັງຄຸກ ຢູ່ຕໍ່ໄປ.
2009-06-19
ແຂວງຫລວງພຣະບາງ ເອົາໃຈໃສ່ການ ເຝົ້າຣະວັງ ການແຜ່ຣະບາດ ຂອງເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ຢູ່ໃນ ສນາມບິນ ແລະດ່ານສາກົນ ທາງບົກ ລາວ-ວຽດນາມ.
2009-06-19
ທາງກາຣ ສປປລາວ ມີກາຣສຣຸບ ພົບເຫັນ ໄຂ້ຫວັດໃຫຍ່ 2009 ພຽງກໍຣະນີດຽວ ເທົ່ານັ້ນໃນສັປດາ ຜ່ານມານີ້.
2009-06-18
ກົດໝາຍສະບັບໃໝ່ ວ່າດ້ວຍການ ຕໍ່ຕ້ານການ ຄ້າແຮງງານ ເດັກນ້ອຍໃນລາວ ເວລານີ້ ຍັງຢູ່ໃນຂັ້ນ ພິຈາຣະນາ ຂອງສະພາ ແຫ່ງຊາດລາວຢູ່.
2009-06-18
ສະພາສະຫະຣັຖ ຮ້ອງຮຽນຕໍ່ ຣັຖບາລຂອງທ່ານ ໂອບ໊າມ໋າ ແລະ ທາງກາຣໄທຽ ໄດ້ຍຸຕິ ກາຣສົ່ງຊາວມົ້ງ ກັບຄືນເມືອງລາວ.
2009-06-18
ຫ້ອງການຄວບຄຸມ ຢາເສບຕິດເມືອງ Fresno ຣັຖຄາລີຟໍເນັຽ ສະຫະຣັຖ ອາເມຣິກາ ສາມາດສະກັດກັ້ນ ແລະ ຈັບຫໍ່ຝິ່ນນຶ່ງຫໍ່ ມີນໍ້າໜັກ 6ປອນເຄິ່ງ ທີ່ສົ່ງທາງ ໄປສະນີ ຈາກ ປະເທດລາວ ມາຍັງ Fresno ຕາມລາຍງານຂ່າວ ທາງອິນເທີເນັດ.
2009-06-18
ໂຣຄໄຂ້ຫວັດໃຫຍ່ ສາຍພັນ H1N1 ຍັງສືບຕໍ່ ຣະບາດໃນຫລາຍ ປະເທດໃນໂລກ ໃນປັດຈຸບັນ ຍັງບໍ່ມີ ຮ່ອງຮອຍວ່າ ຈະສີ້ນສຸດ ລົງໂດຍງ່າຍ ແລະ ສປປລາວ ໃນອາທີດນີ້ ກໍ່ພົບເຫັນ ຜູ້ຕິດເຊື້ອ ຄົນທຳອີດ ທີ່ເປັນນັກທ່ອງທ່ຽວ ຊາວຕ່າງຊາດ, ຣັຖບານລາວ ຍັງຂາດການ ປ້ອງກັນໂຮຄ ດັ່ງກ່າວ.
2009-06-18
ຈົດໝາຍຂອງ ລູກເສຣີ ຈາກເມືອງ Kasota ຣັຖມີນີໂຊຕ້າ, ຈົດໝາຍຂອງ ຫອຍໄຕ່ຕາມຄາດ ຈາກເມືອງ Lowell ຣັຖ Massachsette, ຈົດໝາຍຂອງ ຄ.ຍົມມະຣາຊ ຈາກ Canada ແລະ ຈົດໝາຍຂອງ ປາຊີວ ຕິດຕາມດ້ວຍ ສຽງເພງ ພຣະຄຸນພໍ່ ຊຶ່ງເປັນຜົນງານຂອງ ສົມຊາຍ ພົນພິບຸນ ທີ່ຣັຖ ມີນີໂຊຕ້າ.