ສອງໝູ່ບ້ານ ເທີນຫີນບູນ ໂຍກຍ້າຍແລ້ວ
2009.06.22
ປະຊາຊົນ ຊາວລາວທີ່ໄດ້ ຮັບຜົລກະທົບ ຈາກໂຄງກາຣ ສ້າງເຂື່ອນ ນ້ຳເທີນຫີນບູນພາຄ ຂຍາຍ ໄດ້ຖືກໂຍກຍ້າຍ ໄປຢູ່ບ່ອນປອດພັຍ ຕາມໂຄງກາຣ ຈັດສັນໃໝ່ ເປັນທີ່ຮຽບຮ້ອຍ ແລ້ວໂດຽໃຊ້ເວລາ ທັງໝົດ 3-4ເດືອນ ດັ່ງເຈົ້າໜ້າທີ່ ກອງເລຂາທິກາຣ ໂຍກຍ້າຍຈັດສັນ ໜ່ວຍງານຄຸ້ມຄອງ ປະຈຳແຂວງ ບໍຣິຄຳໄຊ ໄດ້ກ່າວວ່າ:
“ສຳເຣັຈແລ້ວ 2ບ້ານ ທີ່ຈັດກາຣ ກ່ຽວກັບກາຣ ໂຍກຍ້າຍ ມາເຖີງວັນນີ້ ສຳເຣັຈແລ້ວ ບ້ານສົມບຸນ ແລະບ້ານພະບັວ ເພີ່ງເສຣັຈວັນນີ້ ມື້ນີ້ເປັນມື້ ສຸດທ້າຍ”
ເຈົ້າໜ້າທີ່ທ່ານ ນີ້ໄດ້ແຈ້ງ ເພີ່ມວ່າ ປະຊາຊົນ ທັງສອງໝູ່ບ້ານ ໄດ້ຖືກໂຍກຍ້າຍ ໄປຢູ່ເຂຕທີ່ມີ ກາຣຈັດສັນໃໝ່ ແຕ່ກໍມີກາຣ ຫລ້າຊ້າຍ້ອນປະສົບ ກັບບັນຫາຕ່າງໆ ໂດຽສະເພາະໃນ ເມື່ອເຂົ້າສູ່ ຣະດູຝົນຕົກ ທີ່ເຮັດໃຫ້ກາຣ ຂົນສົ່ງ ບໍ່ສະດວກ ເພາະຖນົນສາຍ ຫລັກຕ່າງໆເພພັງ ແລະບັນຫາອື່ນ ເຊັ່ນປະຊາຊົນ ບໍ່ມີຄວາມຕຣຽມ ພ້ອມຫລື ບໍ່ພໍໃຈ ໂດຽສະເພາະ ກໍແມ່ນຄ່າ ຊົດເຊີຽ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ:
“ຂໍ້ຂັດຂ້ອງກ່ຽວ ກັບກາຣຊົດເຊີຽ ໂຍກຍ້າຍຊັກຊ້າ ໝາຍຄວາມວ່າ ກາຣຊົດເຊີຽເງີນ ຄ່າເສັຽຫາຍຕ່າງໆ ທີ່ອາຈຈະຕ້ອງ ໄດ້ໃຫ້ຊາວບ້ານ ໃຊ້ເວລານານ!!”
ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ໃຫ້ ກາຣອະທິບາຍ ອີກວ່າຈຳນວນ ປະຊາຊົນ ທີ່ຕ້ອງໄດ້ຖືກ ໂຍກຍ້າຍນັ້ນ ມີທັງໝົດ11 ໝູ່ບ້ານດ້ວຍກັນ ແລະວ່າເທົ່າ ປັຈຈຸບັນກໍ ສາມາດຜ່ານພົ້ນ ໄປແຕ່ພຽງ 2ໝູ່ບ້ານເທົ່ານັ້ນ ແລະຄາດວ່າຄົງ ຈະຕ້ອງໃຊ້ເວລາ ຕື່ມອີກ ແຕ່ກໍວ່າຈະຕ້ອງ ໃຫ້ແລ້ວຕາມ ກຳໜົດທີ່ກະໄວ້ ບໍ່ໃຫ້ເກີນປີ 2011.