ສະພາ ສະຫະຣັຖ ຮ້ອງຮຽນຕໍ່ ໂອບ໋າມ໋າ ແລະໄທ
2009.06.18
ສະມາຊີກສະພາ ນິຕິບັນຍັຕ ຂອງສະຫະຣັຖ ບໍ່ຕໍ່າກວ່າ 31ຄົນ ໄດ້ເຊັນໜັງສື ເປັນກາຣຮ້ອງຮຽນ ແລະສົ່ງເຖີງ ຍານາງ Hillary Rodham Clinton ຣັຖມົນຕຣີ ກາຣຕ່າງປະເທສ ຂອງສະຫະຣັຖ ຢ່າງເປັນທາງກາຣ ໃນມື້ວັນທີ່17 ມີຖຸນານີ້ ເພື່ອໃຫ້ ພິຈາຣະນາ ແກ້ໄຂບັນຫາ ຊາວມົ້ງລາວ ປະມານ 5,000ຄົນ ຊື່ງຍັງຄ້າງຢູ່ ສູນຊົ່ວຄາວທີ່ ບ້ານຫ້ວຍນ້ຳຂາວ ເມືອງເຂົ້າຄໍ້ ແຂວງ ເພັສບູນຂອງໄທຽ ທີ່ວ່າຈະຖືກ ຈັດສົ່ງກັບຄືນ ເມືອງລາວຕາມ ຂໍ້ຕົກລົງຂອງ ຣັຖບາລທັງສອງ ປະເທສນັ້ນ.
ໜັງສືກາຣ ຂໍຮ້ອງຕໍ່ທາງ ຣັຖບາລ ທ່ານ Barack Obama ໂດຽຜ່ານທາງ ກະຊວງກາຣ ຕ່າງປະເທສ ທີ່ມີສະມາຊິກ ສະພາຫລາຍຄົນ ຮ່ວມກັນເຊັນ ເຫັນພ້ອມ ໂດຽກາຣນຳພາ ຂອງທ່ານ Patrick Kennedy ສັງກັດພັກ ເດໂມແກຣຕ ຈາກຣັຖ Rhode Island ແລະຍານາງ Dennis Cardoza ສັງກັດພັກເດໂມ ແກຣຕ ຈາກຣັຖ California ພ້ອມກັບອົງກາຣ ຊາວມົ້ງ ລາວ-ອະເມຣິກັນ ນັ້ນມີເນື້ອໃນ ໃຈຄວາມວ່າ:
ຢາກໃຫ້ທາງກາຣ ສະຫະຣັຖ ໄດ້ກົດດັນໃຫ້ ທ່ານອະພິສິຕ ເວຊຊາຊີວະ ນາຍົກ ຣັຖມົນຕຣີໄທຽ ແລະບັນດາ ເຈົ້າໜ້າທີ່ ຣະດັບສູງໃນ ກອງທັພໄທຽ ໄດ້ຍຸຕິໂຄງ ກາຣທີ່ຈະສົ່ງ ຊາວມົ້ງລາວ ໝວດນີ້ຊື່ງກໍ ຮວມທັງອະດີດ ທະຫາຣທີ່ເຄີຽ ດຳເນີນກາຣ ຕໍ່ສູ້ຮ່ວມກັບ ກຳລັງຂອງ ສະຫະຣັຖ ໃນປາງສົງຄາມ ວຽຕນາມ ໃນເມື່ອກ່ອນ ຄືນໃຫ້ແກ່ ທາງກາຣ ສປປລາວ ເພາະຢ້ານຈະບໍ່ ມີຄວາມປອດໄພ.
ຢ່າງໃດກໍຕາມ ທາງກາຣໄທຽແລະ ສປປລາວ ໄດ້ຕົກລົງກັນ ທີ່ຈະແກ້ໄຂ ບັນຫາຊາວມົ້ງ ດັ່ງກ່າວດ້ວຍກາຣ ຈັດສົ່ງກັບຄືນ ເມືອງລາວຕາມຄວາມ ສມັກໃຈ ດັ່ງທີ່ມີ ກາຣຈັດສົ່ງ ຫລາຍເທື່ອມາກ່ອນ ແລ້ວນັ້ນ.