ຈັບຝິ່ນ ຈາກລາວ ມາຍັງ Fresno
2009.06.18
ຕາມລາຍງານຂ່າວ ທາງອິນເທີເນັດ KMP.com ລາຍງານວ່າ ກ່ອນເຈົ້າໜ້າທີ່ ຕໍາຣວດຫ້ອງການ ຢາເສບຕິດຂອງ Fresno ຈະສາມາດ ສະກັດກັ້ນການ ຂົນສົ່ງ ຝິ່ນຈໍານວນ ດັ່ງກ່າວນີ້ໄດ້ ເຈົ້າໜ້າທີ່ໄດ້ ສືບສວນ ເປັນເວລານຶ່ງ ເດືອນມາແລ້ວ ໂດຍມີການຮ່ວມ ມືກັບທາງການ ໄປສະນີແລະ ເຈົ້າໜ້າທີ່ດ່ານ ພາສີຊາຍແດນ.
ເຈົ້າໜ້າທີ່ດ່ານ ພາສີຊາຍແດນ ໃຫ້ລາຍງານແກ່ ເຈົ້າໜ້າທີ່ ຕໍາຣວດ ທີ່ສືບສວນ ເຣື້ອງນີ້ວ່າ ມີການຂົນສົ່ງ ຝິ່ນ ທາງໄປສະນີ ຈາກປະເທດລາວ ມາຍັງທີ່ຢູ່ ຖນົນ North Willow ແລະ east Shaw ເມືອງ Fresno.
ຫລັງຈາກ ເຈົ້າໜ້າທີ່ ໄປສະນີໄດ້ ສົ່ງຫໍ່ເຄື່ອງ ໃຫ້ເຈົ້າຂອງເຮືອນ ຕາມບ່ອນຢູ່ສອງ ແຫ່ງນັ້ນແລ້ວ ເຈົ້າໜ້າທີ່ຄົບຊຸດ ໃນເມືອງ Fresno ໄດ້ເຂົ້າຊອກ ຄົ້ນບ້ານພັກ ແລ້ວໄດ້ພົບເຫັນ ຝິ່ນຢູ່ບ້ານພັກ North willow ຈໍານວນ 4 ປອນເຄິ່ງ ແລະຝິ່ນອີກ 2ປອນ ໄດ້ພົບເຫັນຢູ່ ບ້ານພັກ East Shaw ພ້ອມທັງຝິ່ນ ຈໍານວນນຶ່ງອີກ ທີ່ຫໍ່ເປັນຫໍ່ນ້ອຍໆ ເພື່ອສົ່ງຂາຍຕໍ່.
ການສືບສວນ ຂອງເຈົ້າໜ້າທີ່ ໄດ້ນໍາພາໄປ ສູ່ການຈັບນາງ Mee Lee ອາຍຸ 52ປີ ແລະທ້າວຮົວທົວ ອາຍຸ 46ປີ ຊາວມົ້ງ ຊຶ່ງເຈົ້າໜ້າທີ່ ເຊື່ອວ່າເປັນຜູ້ ຈໍາຫນ່າຍ ຝິ່ນ ໃນທົ່ວເມືອງ Fresno. ເຈົ້າໜ້າທີ່ຕັ້ງ ຂໍ້ຫາໃສ່ສອງ ຄົນນີ້ວ່າມີ ຝິ່ນໃນຄອບຄອງ ເພື່ອຂາຍ ມີຝິ່ນໃນຄອບຄອງ ແລະສົມຮູ້ຮ່ວມຄິດ ເພື່ອແຈກຈໍານ່າຍ.