ຫຼວງພຣະບາງ ຈະກໍາຈັດຢາເສບຕິດ
2010.07.26

ແຂວງ ຫຼວງພຣະບາງ ໄດ້ຮັບຮອງ ເອົາແຜນ ຍຸທສາດ ແຫ່ງຊາຕ ວ່າດ້ວຍ ຍຸຕິການ ລັກລອບ ຄ້າຂາຍ ແລະ ຊົມໃຊ້ ຢາເສບຕິດ ປະເພດຕ່າງໆ ຂອງຣັຖບານ ມາເປັນແຜນ ການຈັດຕັ້ງ ປະຕິບັດ ຊຶ່ງແຜນການ ດັ່ງກ່າວ ເປັນແຜນການ ຈັດຕັ້ງ ປະຕິບັດ ທີ່ລະອຽດ ແລະ ຈະເຮັດໃຫ້ ທຸກໆແຂວງ ໃນປະເທດລາວ ກາຍເປັນເຂດ ປອດຢາເສບຕິດ ໃນປີ 2015 ຄື ກັບປະເທດ ໃນກຸ່ມ ອາຊຽນ ອີງຕາມ ຣາຍງານ ຈາກທ້ອງຖິ່ນ ໃນວັນທີ 25 ກໍຣະກະດາ ນີ້.
ທ່ານ ຄໍາດົ່ວ ເຢັຍກົວ ໜໍ່ເຮີຫວ່າງ ຮອງເລຂາ ພັກແຂວງ ປະທານຄນະ ກັມມະການ ກວດກາ ແລະ ຄວບຄຸມ ຢາເສບຕິດ ຂັ້ນແຂວງ ໄດ້ກ່າວກ່ຽວກັບ ສະພາບ ຢາເສບຕິດ ໃນແຂວງ ຫຼວງພຣະບາງ ວ່າ ໃນຫຼາຍປີ ຜ່ານມານີ້ ໂດຍສະເພາະ ຢາຝິ່ນ ທົ່ວແຂວງ ມີຄົນເສບ ຫລື ກິນຢາຝິ່ນ ຈໍານວນ 4,500 ກ່ວາຄົນ ໃນນັ້ນ ແມ່ຍິງ 680 ຄົນ.
ໃນການ ປະຕິບັດ ວຽກງານ ຂອງພາກສ່ວນ ກ່ຽວຂ້ອງ ຂັ້ນແຂວງ ແລະ ຂັ້ນເມືອງ ຊຶ່ງໄດ້ທຸ້ມເທ ທັງເຫື່ອແຮງ ແລະ ງົບປະມານ ຮວມທັງ ຈາກພາກສ່ວນ ອົງການ ສາກົນ ປະເທດ ເພື່ອນມິດ ແລະ ຣັຖບານ ພ້ອມສ້າງສູນ ບໍາບັດ ປິ່ນປົວຕ່າງໆ ຈົນໄດ້ຮັບ ຜົນດີ ພໍສົມຄວນ ຊຶ່ງປັດຈຸບັນ ຍັງເຫລືອ 697 ຄົນ ໃນນັ້ນ ແມ່ຍິງ 122 ຄົນ. ໃນຈໍານວນ ດັ່ງກ່າວ ມີຜູ້ທີ່ ບໍາບັດ ດີແລ້ວ ແຕ່ກັບຄືນມາ ຕິດອີກໃໝ່ 110 ຄົນ ຮວມທັງ ແມ່ຍິງ 25 ຄົນ. ແຕ່ແຂວງ ຫຼວງພຣະບາງ ກໍບໍ່ໄດ້ ລົດລະ ສືບຕໍ່ ບໍາບັດ ແລະ ປິ່ນປົວ ໃນລະຍະຍາວ ໂດຍມອບໃຫ້ ອໍານາດ ການປົກຄອງ ບ້ານ ແລະ ເມືອງ ເປັນຜູ້ຈັດຕັ້ງ ປະຕິບັດ ຕິດຕາມເບິ່ງແຍງ ຕໍ່ໄປ ຈົນກວ່າ ພວກຂະເຈົ້າ ຈະເຊົາໝົດ. ສ່ວນຜູ່ທີ່ເສບ ຫລື ກິນຝິ່ນ ທີ່ຢູ່ຕາມ ເມືອງນັ້ນ ຍັງມີເຫລືອ ຢູ່ໃນ 45 ບ້ານ ທົ່ວແຂວງ.
ທ່ານ ກ່າວຕື່ມວ່າ ອີກບັນຫານຶ່ງ ໃນຂນະນີ້ ກໍຄື ”ຢາບ້າ” ທີ່ເປັນ ພັຍຄຸກຄາມ ຢູ່ແຂວງ ຫຼວງພຣະບາງ ຢ່າງຮ້າຍແຮງ ຊຶ່ງຢາດັ່ງກ່າວ ໄດ້ຣະບາດ ໃນກຸ່ມຊາວໜຸ່ມ ນັກຮຽນ ນັກສຶກສາ ທັງໃນ ສະຖາບັນ ແລະນອກ ສະຖາບັນ ແລະແຜ່ລາມ ໄປຈົນເຖິງ ຊົນນະບົດ ແລະ ຕົວເມືອງຕ່າງໆ. ຈາກຕົວເລກ ຫລ້າສຸດ ຂອງທາງແຂວງ ມີຜູ້ຕິດ ຢາບ້າ ເຖິງ 5,000 ຄົນ ໃນນັ້ນ ແມ່ຍິງ 1,000 ຄົນ. ຜ່ານມາ ເຈົ້າໜ້າທີ່ ໄດ້ກັກຕົວ ເພື່ອດັດສ້າງ ຕາມການສເນີ ຂອງຜູ້ປົກຄອງ ຈໍານວນນຶ່ງ ທີ່ນໍາລູກເຕົ້າ ໄປຝາກເອງ ຢູ່ສູນບໍາບັດ ທີ່ນະຄອນ ຫຼວງວຽງຈັນ ແລະ ບາງຈໍານວນ ກໍໄປຝາກ ຢູ່ສູນບໍາບັດ ແຂວງ ອຸດົມໄຊ.
ສະນັ້ນ ເພື່ອສືບຕໍ່ ການປົກປັກ ຮັກສາ ຜົນງານ ແລະ ແກ້ໄຂ ບັນຫາ ຢາເສບຕິດ ໃນສະເພາະໜ້າ ຢ່າງຍາວນານນັ້ນ ທຸກພາກສ່ວນ ໃນສັງຄົມ ຂອງແຂວງ ມີໜ້າທີ່ ຮ່ວມກັນ ສະກັດກັ້ນ ແລະ ຕ້ານການຜລິດ ການຊົມໃຊ້ ການຂົນສົ່ງ ຊື້-ຂາຍ ຢາເສບຕິດ ທຸກປະເພດ ໃຫ້ໝົດໄປ ໃນປີ 2013 ນີ້.