ວັນຕໍ່ຕ້ານຢາເສພຕິດ ສາກົລໃນລາວ
2010.06.25
ເນື່ອງໃນວັນ ຕໍ່ຕ້ານຢາເສພຕິດ ສາກົລ ໃນມື້ວັນທີ່ 25 ມີຖຸນາ 2010 ນີ້ ທາງສຳນັກງານ ວ່າດ້ວຍ ຢາເສພຕິດ ແລະອາຊຍາກັມ ສະຫະປະຊາຊາຕ ຫລື UNODC ປະຈຳ ສປປລາວ ໄດ້ຈັດພິທີ ຈູດເຜົາ ຢາເສພຕິດ ທີ່ທາງເຈົ້າໜ້າທີ່ ກ່ຽວຂ້ອງຍຶດມາ ໄດ້ນັ້ນຖິ້ມ ໂດຽກາຣເປັນ ປະທານຂອງທ່ານ ນາຍົກຣັຖມົນຕຣີ ບົວສອນ ບຸບຜາວັນ ພ້ອມກັບແຂກ ຜູ້ມີກຽຕຫລາຍໆ ທ່ານເຂົ້າຮ່ວມ:
“ບັນຫາຢາເສພຕິດ ເປັນສິ່ງທ້າທາຍ ແລະເປັນພັຍຂົ່ມຂູ່ ຕໍ່ສະເຖັຽຣະພາບ ແລະຄວາມສງົບສຸຂ ຂອງບ້ານເມືອງ ທັ້ງເປັນບັນຫາ ທີ່ເຊື່ອມໂຍງ ກັບບັນດາປະເທສ ເພື່ອນບ້ານໃກ້ຄຽງ ໃນພາຄພື້ນ ແລະໃນ ໂລກ ສະນັ້ນຈຶ່ງຮຽກຮ້ອງ ໃຫ້ມີກາຣເຂົ້າຮ່ວມ ຂອງທົ່ວສັງຄົມ ແລະມີກາຣ ປະສານສົມທົບ ຮ່ວມໄມ້ຮ່ວມມື ຂອງທຸກປະເທສ ຕ່າງໆຢ່າງກົມກຽວ”.
ໃນຂນະດຽວກັນ ຜູ້ນຳຣັຖບາລ ສປປລາວ ກໍສະແດງຄວາມ ຮູ້ສຶກຍິນດີ ທີ່ໄດ້ຮ່ວມກັບ ທົ່ວໂລກ ສລອງວັນສາກົລ ຕ້ານຢາເສພຕິດ ຄົບຮອບ 23 ປີ ພ້ອມກັບຢືນຢັນວ່າ ທາງກາຣລາວ ກໍຈະເອົາໃຈໃສ່ ແກ້ໄຂບັນຫາ ນີ້ຢ່າງຈິງຈັງ ເພື່ອບໍ່ໃຫ້ ຢາເສພຕິດ ກາຍມາເປັນບັນຫາ ທ້າທາຍ ໃນລາວຕື່ມຕໍ່ ໄປໄດ້ແຕ່ຢ່າງໃດ. ພ້ອມດຽວກັນນີ້ ທ່ານ ເລັກ ບຸນວັດ ເຈົ້າໜ້າທີ່ ຣະດັບສູງຂອງ ອົງກາຣ UNODC ປະຈຳລາວກ່າວວ່າ:
“On the international day against illicit drug… ” ທ່ານວ່າ: “ມີຄວາມດີໃຈ ທີ່ໄດ້ມີສ່ວນຮ່ວມ ໃນວັນຕໍ່ຕ້ານ ຢາເສພຕິດສາກົລ ພ້ອມກັບຢືນຢັນ ທີ່ຈະສືບຕໍ່ໃນ ຄວາມຮັບຜິດຊອບ ດຳເນີນກາຣ ຕໍ່ຕ້ານຢາເສພຕິດ ທີ່ໃຫ້ໂທສ ດັ່ງກ່າວນີ້ຕໍ່ໆໄປ”.
ຢ່າງໃດກໍຕາມ ກ່ຽວກັບຢາເສພຕິດ ດັ່ງກ່າວນີ້ ຢູ່ເມືອງລາວ ພົບວ່າ ມີບັນຫາຄວາມ ຮຸນແຮງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໂດຽສະເພາະຢາບ້າ ກັນຊາ ແລະຢາຝິ່ນ ທີ່ມີກາຣປູກ ຫລາຍເພີ່ມຂຶ້ນກວ່າ 1,000 ເຮັກຕ໊າຣ໌ ຊຶ່ງສ່ວນໃຫຍ່ ຈະເປັນກາຣຜລິຕ ເພື່ອຂາຍສະເພາະ ພາຍໃນປະເທສ ເທົ່ານັ້ນ.