ຢາເສບຕິດຂຍາຍຕົວ ໃນບັນດາວັຍໜຸ່ມ
2010.06.22
ມາເຖິງ ປັດຈຸບັນນີ້ ປະຊາຊົນລາວ ຍິ່ງຕິດຢາບ້າ ຫລາຍເພີ້ມຂຶ້ນ ຍ້ອນສປປລາວ ເປັນທາງຜ່ານຂອງ ການລັກຂົນສົ່ງ ຢາເສບຕິດ ຊຶ່ງສ່ວນຫລາຍ ເຂົ້າມາທາງເຂດ ຊາຍແດນ ພາກຕາເວັນຕົກ ຜ່ານໄປທາງ ຕາເວັນອອກ ແລະກະຈາຍໄປ ສູ່ປະເທດໃກ້ຄຽງ. ຕາມຄຳເວົ້າຂອງ ທ່ານ ເລັກບຸນວັດ ຜູ້ຕາງໜ້າອົງການ ຕ້ານຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ ທີ່ນະຄອນຫລວງ ວຽງຈັນ:
"ສ່ວນຫລາຍຢາບ້ານີ້ ມີຢູ່ໃນເມືອງໃຫຍ່ໆ ແຕ່ວ່າ ປະເທດລາວ ເປັນທາງຜ່ານ. ຜ່ານປະເທດລາວ ນີ້ໄປສູ່ ປະເທດອື່ນ. ທາງຜ່ານ ຢາເສບຕິດນີ້ ມັນມີຫລາຍບ່ອນ. ສ່ວນຫລາຍ ກໍມາຈາກເຂດ ຊາຍແດນ ທາງຕາເວັນຕົກ ໄປທາງພາກຕາ ເວັນອອກ".
ທ່ານເວົ້າຕື່ມອີກວ່າ ໃນປັດຈຸບັນນີ້ ປະຊາຊົນລາວ ທີ່ຕິດຢາບ້າ ມີເຖິງ 40,000 ຄົນ. ໃນນັ້ນສ່ວນຫລາຍ ເປັນເດັກນ້ອຍ ແລະໄວໜຸ່ມສາວ ທີ່ມີອາຍຸ ຣະຫວ່າງ 12 ປີ ຫາ 25 ປີ ຊຶ່ງຖືວ່າເປັນ ກຳລັງສຳຄັນ ຂອງຊາດ.
ພວກເຂົາເຈົ້າ ຕິດຢາເສບຕິດ ສ່ວນໃຫຍ່ກໍແມ່ນ ຢາກທົດລອງ ແລະຍ້ອນການຊັກຊວນ ຂອງໝູ່ຄູ່ເພື່ອນຝູງ ທີ່ຢູ່ໃກ້ຄຽງ ແລະຣາຄາຢາບ້າ ກໍບໍ່ແພງເກີນໄປ
ຊຶ່ງຈະຫາຊື້ ໄດ້ງ່າຍ ຈາກຄົນທີ່ຮູ້ ຈັກກັນ.
ເພື່ອແກ້ໄຂບັນຫາ ຢາບ້າ ເຂົ້າມາຣະບາດຢູ່ ສປປລາວ ນັ້ນ ທ່ານ ເລັກ ເວົ້າວ່າ ທາງພາກຣັດແລະ ພາກເອກກະຊົນ ຈຳເປັນຕ້ອງ ເອົາໃຈໃສ່ ຢ່າງຈິງຈັງ ເນື່ອງຈາກວ່າ ເປັນບັນຫາທີ່ ສົ່ງຜົນກະທົບ ໃສ່ສັງຄົມລາວ ເຮັດໃຫ້ເກີດ ປະກົດການ ອັນບໍ່ດີ ແລະ ເປັນອັນຕະລາຍ ເປັນຕົ້ນຕໍ່ກູ່ມ ຊາວໜຸ່ມໄວ ຄະນອງ.