ຢາເສພຕິດ ແພ່ຜາຍໃນລາວ ບໍ່ເປັນພຽງທາງຜ່ານ

ທາງການລາວ ວ່າ ລາວ ບໍ່ເປັນພຽງ ເສັ້ນທາງຜ່ານ ສໍາລັບການ ລັກລອບ ຂົນສົ່ງ ຢາເສພຕິດ ຫາກຈະຕ້ອງ ມີການ ແພ່ຜາຍຢູ່ ໃນລາວ ນໍາດ້ວຍ.
ມະນີຈັນ
2010.08.05

ຫ້ອງການ ສະຫະປະຊາຊາດ ດ້ານ ຢາເສບຕິດ ອາສຍາກັມ UNODC ເວົ້າວ່າ ສປປລາວ ເປັນພຽງ ເສັ້ນທາງຜ່ານ ສໍາລັບກຸ່ມ ລັກລອບຄ້າ ຢາເສບຕິດ ແຕ່ທາງການ ລາວ ເຊື່ອວ່າ ສປປລາວ ບໍ່ໄດ້ເປັນ ພຽງເສັ້ນ ທາງຜ່ານ ໃນການ ລັກລອບລໍາລຽງ ຢາເສບຕິດ ເທົ່ານັ້ນ ແຕ່ຢາເສບຕິດ ຈະຕ້ອງມີ ການແພ່ ກະຈາຍ ຢູ່ໃນ ບໍຣິເວນນັ້ນ ໂດຍສະເພາະ ໃນຕົວເມືອງໃຫຍ່. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ດ້ານຢາເສບຕິດ ໃນນະຄອນຫລວງ ວຽງຈັນ:

"ປົກກະຕິ ຄັນຜ່ານເສີຍໆ ແບບບໍ່ຮົ່ວໄຫລ ເປັນໄປບໍ່ໄດ້ ແບບຍັດເຂົ້າ container ແລ້ວບໍ່ມີ ໃຜກວດ ແບບນັ້ນ ເພາະວ່າ ຢາເສບຕິດ ມັນຕ້ອງເຮັ່ຽ ກະຈາຍໄປ ຕາມເສັ້ນທາງ".

ເຈົ້າໜ້າທີ່ ລາວ ກ່າວຕື່ມວ່າ ລາວ ເປັນປະເທດ ທີ່ສາມາດ ເຊື່ອມຕໍ່ ການຄົມນາຄົມ ກັບທຸກ ປະເທດ ໃນລຸ່ມ ແມ່ນໍ້າຂອງ ດ້ວຍກັນ ໃນທຸກທິດທາງ ຈຶ່ງເຮັດໃຫ້ ລາວ ກາຍເປັນເສັ້ນທາງ ເຊື່ອມໂຍງ ໃຫ້ກັບກຸ່ມ ພໍ່ຄ້າ ຢາເສບຕິດ ຊຶ່ງຢາເສບຕິດ ທີ່ຜລິດ ໃນພະມ້າ ແລະ ສານເຄມີ ປະສົມ ທີ່ມາຈາກ ຈີນ ລ້ວນແຕ່ ອາໄສ ເສັ້ນທາງ ໃນລາວ.

ເຖິງແມ່ນວ່າ ຣັຖບານລາວ ຈະມີແນວທາງ ເພື່ອຊ່ວຍ ໃຫ້ປະຊາຊົນ ຫລຸດຜ່ອນ ຫລືເຊົາ ປູກຝີ່ນໄດ້ ຢ່າງຫລວງຫລາຍ ແຕ່ຢາເສບຕິດ ຈາກ ສານສັງເຄາະ ຫລື ສານເຄມີ ປະເພດຢາບ້າ ກໍເຂົ້າມາ ແທນທີ່ ແລະໄດ້ ແພ່ຣະບາດ ຢ່າງກວ້າງຂວາງ ໃນກຸ່ມ ເຍົາວະຊົນ ໂດຍສະເພາະ ຢ່າງຍິ່ງ ໃນເຂດ ນະຄອນຫລວງ ວຽງຈັນ ກໍປາກົດ ມີການຄ້າ ແລະການໃຊ້ ຢາເສບຕິດ ກັນຫລາຍຂຶ້ນ ໃນກຸ່ມ ເຍົາວະຊົນ.

ຕາມຄໍາເວົ້າ ຂອງ ຜູ້ຕາງໜ້າ UNODC ປະຈໍາລາວ ເມື່ອຕົ້ນປີ 2010 ຄົນຕິດ ຢາບ້າ ຢູ່ລາວ ມີປະມານ 70 ພັນຄົນ ສ່ວນຫລາຍ ເປັນຄົນ ອາຍຸ ຣະຫວ່າງ 12 ປີ ຫາ 25 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.