ກຸ່ມຄ້າຢາບ້າ ຖືກໂທດປະຫານ

ເມື່ອວັນທີ່ 29 ເດືອນ ກໍຣະກະດາ ຜ່ານມາ ສານຊັ້ນຕົ້ນ ນະຄອນຫລວງ ວຽງຈັນ ຕັດສີນ ລົງໂທດ ປະຫານຊີວິດ ກຸ່ມຄ້າ ຢາບ້າ 4 ຄົນ. ໃນຖານມີ ຢາບ້າ ໃນຄອບຄອງ ເຖິງ 2,000 ກິໂລກຣາມ.
ສົມເນ
2010.08.04
F-YABA ຕົວຢ່າງ ລັກສນະ ຢາບ້າ ທີ່ມີຫຼາຍສີ ແລະຫຼາຍຮູປແບບ
RFA

ການຈັບກຸມ ຜູ້ຄ້າ ຢາເສບຕິດ ຄັ້ງນີ້ ຖືວ່າເປັນ ລາຍໃຫ່ຽທີ່ສຸດ ຕັ້ງແຕ່ ທາງການລາວ ເຄີຽປະຕິບັດມາ. ແຕ່ການຈະ ຕັດສີນ ປະຫານຊີວິດ ຫລືລົງໂທດ ສະຖານໃດ ນັ້ນ ຂື້ນຢູ່ກັບ ການພິຈາຣະນາ ຂອງສານ ຂັ້ນສູງຕື່ມ ດັ່ງເຈົ້າໜ້າທີ່ ຫ້ອງການສານ ຊັ້ນຕົ້ນ ນະຄອນຫລວງ ໄດ້ກ່າວ:

"ສໍາລັບເຣື້ອງ ຢາ 2,000 ຄໍາຕັດສີນ ຂອງເຣົາ ຕັດສີນ ໃນວັນທີ 29 ເດືອນ 7 ປີ 2010 ຕັດສີນ ປະຫານຊີວິດ ຄະດີຍັງ ປະຕິບັດ ບໍ່ທັນໄດ້ ເພາະວ່າຍັງ ມີການ ຈອງອຸທອນ ເພາະວ່າມັນ ຍັງມີສານ ຂັ້ນຕໍ່ໄປ".

ຜູ້ຄ້າຢາບ້າ 4 ຄົນນີ້ ໄດ້ລັກລອບ ຢາບ້າ ມາແຕ່ພາກ ເໜືອຂອງລາວ ແລະ ຖືກຈັບຢູ່ ເມືອງວັງວຽງ ແຂວງວຽງຈັນ ພ້ອມທັງ ຂອງກາງຢາບ້າ ປະມານ 2,000 ກິໂລກຮາມ. ຜູ້ຄ້າຢາບ້າ ມີແຜນຈະສົ່ງ ຢາບ້າ ໄປຍັງ ປະເທດໄທ ເພື່ອຈໍາໜ່າຍ ຕໍ່ໄປ. ເຈົ້າໜ້າທີ່ ສານຊັ້ນຕົ້ນ ວ່າໃນ ລະຍະນີ້ ທະນາຍຄວາມ ຂອງຜູ້ ຄ້າຢາບ້າ ທີ່ຖືກຈັບນັ້ນ ກໍາລັງຍື່ນ ອຸທອນຄະດີ ໃຫ້ສານພາກ ເພື່ອຂໍ ຜ່ອນຜັນໂທດ ຈາກການຕັດສີນ ຂອງ ສານຊັ້ນຕົ້ນ. ຜູ້ຄ້າຢາບ້າ ທັງ 4 ຄົນ ປັດຈຸບັນ ຖືກຄຸມຂັງ ຢູ່ກະຊວງ ປ້ອງກັນ ຄວາມສງົບ ພາຍໃນ ນະຄອນຫລວງ ວຽງຈັນ.

ພາຍໃຕ້ກົດໝາຍ ວ່າດ້ວຍ ຢາເສບຕິດ ຂອງລາວ ຖ້າຜູ້ໃດ ມີຢາບ້າ ໃນຄອບຄອງ ຫລາຍກວ່າ 3 ກິໂລກຣາມ ຫລື ມີຢາເຮຣວນ ເກີນ 500 ກຣາມ ຈະໄດ້ຣັບ ໂທດ ປະຫານ ຊີວິດ. ຜູ້ໃດທີ່ມີ ຢາຝິ່ນ ໃນຄອບຄອງ ເກີນກວ່າ 5 kg ຈະໄດ້ຮັບ ໂທດຈໍາຄຸກ ຕຣອດຊີວິດ ແລະ ຖືກປັບໃໝ 200 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.