ຄາຕກັມກາງເມືອງ ຕອນກາງເວັນແສດໆ

ສີ່ຄົນ ຖືກຍິງຕາຍ ໃນຕອນກາງ ເວັນແສດໆ ທີ່ນະຄອນ ຫລວງວຽງຈັນ ຄາດວ່າ ເປັນນັກຄ້າ ຢາເສບຕິດ.
ສິດນີ
2010.05.13

ກຸ່ມມືປືນໃນ ສປປລາວ ໄດ້ຍີງຄົນ 4 ຄົນເສັຽຊິວິດ ຈາກການດັກຊຸ້ມຍິງ ໃນຕອນກາງເວັນ ແສດໆ ທີ່ນະຄອນຫລວງ ວຽງຈັນ ສັນນິຖານວ່າ ມີສ່ວນພົວພັນ ກັບການ ຄ້າຢາເສບຕິດ ອິງຕາມລາຍງານ ຈາກສຳນັກຂ່າວສານ AFP ທີ່ອ້າງຕາມການ ລາຍງານຈາກ ຫນັງສືພິມທ້ອງຖິ່ນ ວຽງຈັນທາຍ ໃນມື້ວັນພຸດ.

ລາຍງານວ່າ 3 ຄົນເສັຽຊີວິດ ໃນຣົຖກະບະ ຫລັງຈາກຖືກຍິງ ດ້ວຍປືນ AK-47 ຜູ້ຂັບກະບະ ຖືກຍິງຕາຍ ໃນເວລາຕໍ່ມາ ໃກ້ທົ່ງນາ ໃນເຂດດັ່ງກ່າວ ຫລັງຈາກທີ່ລາວ ພຍາຍາມຫລົບຫນີ ຈາກການໂຈມຕີ ໃນຕອນເຊົ້າຂອງ ວັນຈັນ ທີ່ນະຄອນ ຫລວງວຽງຈັນ ຫນັງສືພິມ ວຽງຈັນທາຍ ລາຍງານ ທີ່ບົ່ງຈຳນວນ ຜູ້ທີ່ໄດ້ຮັບ ເຄາະຮ້າຍວ່າ ເປັນຊາຍສອງຄົນ ພ້ອມດ້ວຍ ແຟນສາວຂອງເຂົາ.

ລາຍງານ ທີ່ອີງຕາມຄຳ ໃຫ້ການຂອງເຈົ້າ ຫນ້າທີ່ຕຳຣວດ ວ່າຜູ້ທີ່ເສັຽ ຊີວິດສອງຄົນ ຖືປືນ AK-47 ປືນສັ້ນຄູ່ນຶ່ງ ລູກຣະເບີດແລະ ຢາບ້າຈຳນວນນຶ່ງ ແຕ່ບໍ່ມີໂອກາດ ທີ່ຈະໃຊ້ປືນ ດັ່ງກ່າວ ຍ້ອນຖືກຈູ່ໂຈມ ຢ່າງກະທັນຫັນ ຫົວຫນ້າຕຳຣວດ ນະຄອນບານ ທີ່ນະຄອນ ຫລວງວຽງຈັນ ທ່ານ ບຸນຕຽງ ຈັນທະມົງຄຸນ ໄດ້ກ່າວຕໍ່ ວຽງຈັນທາຍ

ທ່ານວ່າພວກເຮົາ ຄາດການວ່າ ການຜິດຖຽງກັນ ເກີດຂຶ້ນຈາກການ ປັນສ່ວນແບ່ງ ກ່ຽວກັບຕລາດການ ຄ້າຢາເສບຕິດ. ປະຊາຊົນ ທ້ອງຖິ່ນບອກວ່າ ເຫດການ ຄວາມວຸ້ນວາຍຢ່າງ ຮຸ່ນແຮງແບບນີ້ ບໍ່ຄ່ອຍເກີດຂຶ້ນ ໃນລາວ ເພາະເຈົ້າຫນ້າທີ່ ຮັກສາ ຄວາມປອດພັຍ ມີການຄວບຄຸມ ແລະ ເຝົ້າຣະວັງຢ່າງ ໃກ້ຊິດ.

ອົງການຄວບຄຸມ ຢາເສບຕິດ ແລະ ອາສຍາກອນ ຂ້າມຊາດ ສະຫະປະຊາຊາດ ກ່າວໃນເຄືອຂ່າຍ internet ຂອງອົງການວ່າ ເລີ້ມແຕ່ກາງຊຸ່ມປີ 1990 ເປັນຕົ້ນມາ ສປປລາວ  ຊຶ່ງເປັນປະເທດ ທີ່ທຸກຈົນທີ່ສຸດ ໃນຂົງເຂດເອເຊັຽ ໄດ້ກາຍເປັນຈຸດຜ່ານ ຂອງກຸ່ມຄ້າຢາບ້າ ແລະຢາເສບຕິດ ປະເພດຕ່າງໆ ໃນຂົງເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.