ກອງປະຊຸມສະພາ ສະໃໝສາມັນ ຄັ້ງທີ 7

ກອງປະຊຸມ ສະໃໝສາມັນຄັ້ງທີ 7 ສະພາແຫ່ງຊາດລາວ ເປີດຂຶ້ນຢ່າງ ເປັນທາງການ ໃນມື້ວັນທີ 22 ມິຖຸນາ ຫາທີ9 ກໍຣະກະດາ 2009
ມະນີຈັນ
2009.06.22

ກອງປະຊຸມ ສມັຍສາມັນ ຄັ້ງທີ7 ຂອງ ສະພາແຫ່ງຊາດ ຊຸດທີ6 ປະຈໍາປີ 2008-2009  ເປີດຂຶ້ນ ຢ່າງເປັນທາງການ ໃນວັນທີ22 ມິຖຸນາ ນີ້ແລະຈະຈົບ ສີ້ນລົງໃນ ວັນທີ9 ກໍຣະກະດາ. ຈຸດປະສົງ ກອງປະຊຸມ ຄັ້ງນີ້ກໍເພື່ອ ໃຫ້ຣັຖບານໄດ້ ຣາຍງານ ຄວາມຄືບໜ້າ ນະໂຍບາຍຕ່າງໆ ທີ່ໄດ້ ປະຕິບັດມາ ແລະຣາຍງານ ບັນຫາຕ່າງໆ ທີ່ເກີດຂຶ້ນ. ທ່ານ ທອງສີງ ທໍາມະວົງ ປະທານ ສະພາແຫ່ງຊາດ ກ່າວເປີດກອງປະຊຸມ:

"ຈິດໃຈທີ່ກ່າວ ມາເທິງນັ້ນ ໃນນາມ ປະທານກອງປະຊຸມ ຂ້າພະເຈົ້າ ຂໍປະກາດໄຂ ກອງປະຊຸມສມັຍ ສາມັນເທື່ອທີ7 ຂອງ ສະພາແຫ່ງຊາດ ຊຸດທີ6 ຢ່າງເປັນທາງ ການ ນັບແຕ່ບັດນີ້ ເປັນຕົ້ນໄປ."

ພາຍຫລັງທີ່ທ່ານ ທອງສິງ ເສັດສີ້ນກ່າວເປີດ ຢ່າງເປັນ ທາງການແລ້ວ  ນາຍົກຣັຖມົນຕຣີ ບົວສອນ ບຸບຜາວັນ ກໍໄດ້ຕາງໜ້າ ໃຫ້ຣັຖບານ ຂຶ້ນຣາຍງານ ສະພາບ ການປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ ແລະງົບປະມານ ແຫ່ງຣັດ. ແລະ ດຣ. ສີນລະວົງ ຄູດໄພທູນ ຣັຖມົນຕຣີ ວ່າການກະຊວງ ແຜນການ ແລະການລົງທຶນ ກໍໄດ້ຂຶ້ນ ຣາຍງານ ການຈັດຕັ້ງ ປະຕິບັດ ແຜນງານ ເສຖກິດ-ສັງຄົມ ປີ2008-2009 ແລະທິດທາງ ຕໍ່ໄປຂອງປີ 2009ຫາ2010.

ຫລັງຈາກນັ້ນ ສະມາຊິກ ສະພາແຫ່ງຊາດ ກໍຈະໄດ້ ຮັບຟັງຣາຍງານ ຜົນກວດສອບ ງົບປະມານຣັຖ ປີ2007-2008, ການຣາຍງານ ແຜນການທໍາງານ ຂອງຄນະ ອັຍການແລະ ສາລປະຊາຊົນ ສູງສຸດ. ຈາກນັ້ນຄນະ ປະຈໍາ ສະພາແຫ່ງຊາດ ກໍມີຄໍາເຫັນ ຕໍ່ບົດຣາຍງານ ຂອງຣັຖບານ ອົງການກວດສອບ ແຫ່ງຣັດຕາມ ລໍາດັບ.

ບັນຫາຫລັກໆ ຂອງກອງປະຊຸມ ໃນຄັ້ງນີ້ແມ່ນ ເນັ້ນເຖິງບັນຫາ ການສໍ້ຣາສບັງຫລວງ ການບຸກລຸກປ່າສງວນ ການລົງທຶນດ້ານ ຂຸດຄົ້ນແຮ່ທາດ ການຕັດໄມ້ ທໍາລາຍ ປ່າ ການພັທນາ ເສຖກິດ ທົ່ວປະເທດ ການຂຍາຍການ ລົງທຶນ ທົ່ວປະເທດ ການນໍາໄຊ້ສິດທິ ພິເສດ ດ້ານການຄ້າ ກັບຕ່າງປະເທດ ການໃຫ້ ສັມປະທານ ທີ່ດິນ ຢ່າງເປັນທັມ ໂດຍຈະເນັ້ນເຖິງ ການພັທນາເຂດ ຫ່າງໃກສອກຫລີກ ເພື່ອໃຫ້ເກີດຄວາມ ເທົ່າທຽມກັນ ໃນສັງຄົມແລະ ໃຫ້ຫລຸດພົ້ນຈາກ ຄວາມຍາກຈົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.