ຊາວໄທເມືອງກາລະສິນ ເຕືອນຫ້າມກິນປາດິບ

ຊາວເມືອງ ກາລະສິນ ຂອງໄທ ລະດົມ ປ່າວເຕືອນກັນ ບໍ່ໃຫ້ກິນ ປາດິບ ເພື່ອຫລີກລ່ຽງ ການສ່ຽງຕໍ່ ພຍາດໃນຕັບ.
ສົມເນ
2010.09.14

ເທດສບານ ເມືອງ ກາລະສິນ ຂອງໄທ ໃນວັນອັງຄານ ນີ້ໄດ້ຈັດ ກິຈກັມຂື້ນ ເພື່ອຣະດົມ ບໍ່ໃຫ້ຄົນກິນ ປາດິບ ຫລັງຈາກພົບວ່າ ຊາວບ້ານ ໃນເຂດນັ້ນ ເຈັບປ່ວຍ ກ່ວາ 500 ຄົນ ແລະໄດ້ນໍາ ເອົາຄົນເຈັບ ເຂົ້າໄປປິ່ນປົວ ໃນໂຮງໝໍ, ຕາມລາຍງານ ໜັງສືພິມ ຜູ້ຈັດການ ຂອງໄທ.

ລາຍງານວ່າ ສາລາສຸຂ ບ້ານຕ້ອມ ໝູ່ 7 ເທສບານ ຕາແສງເໜືອ ເມືອງກາລະສິນ ພ້ອມດ້ວຍຊາວບ້ານ ຫລາຍກ່ວາ 500 ຄົນ ໄດ້ຈັດ ກິຈກັມ ປຸກຣະດົມ ບໍ່ໃຫ້ຄົນກິນ ປາດິບ. ການປຸກຣະດົມ ດັ່ງກ່າວ ແມ່ນພາຍໄຕ້ ໂຄງການພັທນາ ຊຸມຊົນຕົວຢ່າງ ເພື່ອຫລີກລ່ຽງ ການເປັນພຍາດ ໃບໄມ້ໃນຕັບ.

ຫົວໜ້າ ສາລາສຸຂ ເມືອງກາລະສິນ ເວົ້າວ່າ ພຍາດ ໃບໄມ້ໃນຕັບ ເປັນບັນຫາໃຫ່ຽ ສໍາລັບ ສຸຂພາບ ຂອງປະຊາຊົນ. ທ່ານວ່າ ຫລັງຈາກກວດ ອຸດຈາຣະ ຂອງ ຊາວເມືອງ ທີ່ມີອາຍຸ ຕັ້ງແຕ່ 15 ປີ ຂື້ນໄປ ໃນ 12 ບ້ານ ລວມທັງໝົດ 1,357 ຄົນ ພົບວ່າມີ ຄົນຕິດພຍາດ 558 ຄົນ ຫລືວ່າ 41%. ໃນຈໍານວນນັ້ນ ຕິດພຍາດ ໃບໄມ້ໃນຕັບ 305 ຄົນ ພຍາດ ໃບໄມ້ລໍາໄສ້ 120 ຄົນ ເປັນພຍາດ ໂຕກະຕືກເຂັມ 96 ຄົນ ເປັນພຍາດ ໂຕກະຕືກ ປາກຂໍ 100 ຄົນ.

ຫົວໜ້າ ສາທາຣະນະສຸຂ ວ່າ ກຸ່ມຄົນທີ່ເປັນ ພຍາດດັ່ງກ່າວ ມານີ້ ມີຄວາມສ່ຽງສູງ ເປັນໂຣກ ມະເຣັງໃນຕັບ ແລະມະເຣັງ ທໍ່ນໍ້າບີ ຊື່ງ ປັດຈຸບັນນີ້ ຊາວບ້ານ ເຂດຕາແສງ ກາລະສິນເໜືອ ມີອັດຕຣາ ເປັນໂຣກມະເຣັງຕັບ ແລະ ມະເຣັງທໍ່ນໍ້າບີ ອັນດັບ 2 ໃນພາກອິສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.