ພິທີສົມໂພດ ພຣະບໍຣົມຮູປ ເຈົ້າອານຸວົງ

ຮູບປັ້ນຫລໍ່ ເຈົ້າອານູວົງ ໄດ້ຖືກຈັດ ພິທີ ປະດິດສະຖານ ແລະ ສົມໂພດ ຢ່າງເປັນ ທາງການແລ້ວ.
ໂພໄຊສວັດ
2010.11.08
F-anouvong ພຣະບໍຣົມຮູປ ເຈົ້າອານຸວົງ ໃນເວລາທີ່ ມີການກໍສ້າງ ເພື່ອຕຽມເປີດ ພິທີສົມໂພດ
RFA

ກົດຟັງສຽງ

ທາງການລາວ ໄດ້ຈັດພິທີ ສົມໂພດ ຮູບປັ້ນຫລໍ່ ເຈົ້າອານູວົງ ໃນມື້ວັນ ອາທິດທີ 7 ພຶສຈິກາ 2010 ຫລັງຈາກທີ່ ໄດ້ນຳມາ ປະດິດ ສະຖານ ຢູ່ໃນສວນ ເຈົ້າອານຸວົງ ຫາດດອນຈັນ ແຄມແມ່ນ້ຳຂອງ ນະຄອນຫລວງ ວຽງຈັນ.

ໃນພິທີດັ່ງກ່າວ ໄດ້ມີ ບຸກຄົນສຳຄັນ ຫລາຍທ່ານ ເຂົ້າຮ່ວມ ເຊັ່ນປະທານ ປະທາດ ສປປລາວ, ນາຍົກ ຣັຖມົນຕຣີ, ຣັຖມົນຕຣີ ຈາກຫລາຍໆ ກະຊວງ ແລະເຈົ້າໜ້າທີ່ ລະດັບສູງອື່ນໆ ພ້ອມທັງ ປະຊາຊົນ ຫລາຍ 10 ພັນຄົນ ເຂົ້າຮ່ວມ. ນອກຈາກນີ້ ກໍຍັງມີ ນັກທ່ອງທ່ຽວ ຊາວຕ່າງປະເທດ ຢ່າງຫລວງຫລາຍ ອີກດ້ວຍ. ປະທານຈັດງານ 450 ປີ ໄດ້ຂຶ້ນກ່າວ ບົດລາຍງານ. ປະທາດ ສປປລາວ ໄດ້ໃຫ້ກຽດ ຂຶ້ນລັ່ນຄ້ອງ ເກົ້າບາດ ແລະປ່ອຍປຸມເປົ້າ ເປີດອະນຸສາວະລີ ເຈົ້າອານຸວົງ. ນັກທ່ອງທ່ຽວ ຈາກຕ່າງປະເທດ ຜູ້ນຶ່ງ ທີ່ມາຮ່ວມ ໃນງານກ່າວວ່າ:

"ຂ້າພະເຈົ້າຊື່ ແຈຝມາຈາກ ນິວຊີແລນ ບໍ່ຄາດຝັນ ວ່າຈະໄດ້ ເຫັນຄົນຫລາຍ ປານນີ້ ທີ່ມາຮ່ວມ ໃນພິທີສົມໂພດ ຮູບປັ້ນຫລໍ່ນີ້. ຂ້າພະເຈົ້າ ບໍ່ເຄີຍເຫັນ ພິທີແບບນີ້ ມາກ່ອນ, ມີຄວາມຕື່ນເຕັ້ນ".

ພິທີດັ່ງກ່າວ ນີ້ໄດ້ແບ່ງ ອອກເປັນ ພິທີທາງການ, ພິທີທາງ ສາສນາ ແລະພິທີທາງ ສິລປະ ວັທນະທັມ ຊຶ່ງເລີ້ມ ແຕ່ເວລາ 3 ໂມງແລງ ວັນອາທິດ ໄປຈົນຮອດ 7 ໂມງເຊົ້າວັນຈັນ ທີ 8 ພຶສຈິກາ.
ຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງ ທີ່ບໍ່ປະສົງ ອອກຊື່ ເວົ້າກັບຜູ້ສື່ຂ່າວ ເອເຊັຍເສຣີວ່າ:

"ຮູ້ສຶກດີໃຈ ແລ້ວທີ່ຣັຖບານ ເພິ່ນສ້າງ ປະໄວ້ນີ້ນະ ເພິ່ນຮື້ຟື້ນ ຄວາມເກົ່າ ພວກ ວິຣະກະສັດ ແຕ່ກ່ອນ ດີໃຈແທ້".

ບໍ່ວ່າຄົນລາວ ແລະ ນັກທ່ອງທ່ຽວ ຊາວຕ່າງຊາດ ທີ່ໄດ້ມາຮ່ວມ ໃນພິທີ ກໍມີຄວາມ ມ່ວນຊື່ນ ຍິນດີທີ່ ໄດ້ມາເປັນ ສັກຂີພິຍານ ໃນພິທີເປີດ ແລະສົມໂພດ ຮູບປັ້ນຫລໍ່ ເຈົ້າອານຸວົງ ຊື່ງເປັນ ພຣະມະຫາກະສັດ ຜູ້ກ້າຫານ ຂອງ ຣາຊອານາຈັກ ລ້ານຊ້າງ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Nov 18, 2010 02:02 AM

I WANT TO NKOW HOW LAO DENG NKOW THE FACE ANOUVONG.I THING FACE ANOUVONG NOW IS THE FACE VIETCONG

Anonymous
Jan 29, 2014 12:29 PM

ກ່ອນອື່ນຫມົດ ຂໍຖາມກ່ອນວ່າ ຄົນທີ່ຂຽນ ແມ່ນຄົນລາວແທ້ບໍ່ ຖ້າແມ່ນ ກໍ່ຄວນເບິ່ງຄືນ ການຫລັກການ ຂຽນພາສາລາວ ຄືນແນ່ ແຕ່ຖ້າບໍ່ແມ່ນ ກໍ່ຢາກໃຫ້ຄົນທີ່ຂຽນ ເອົາໃຈໃສ່ຕື່ມ ໃນການຂຽນ ເພາະຜິດຫລາຍ ໃນການຂຽນ ທາງໄວຍາກອນ ແລະ ສິ່ງທີ່ສຳຄັນ ກ່ອນທີ່ຈະມີການ ເອົາຂໍ້ມູນຕ່າງໆມາລົງນັ້ນ ໄດ້ມີການກວດກາ ຄືນບໍ່


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Nov 23, 2010 02:40 AM

Lao must control by Lao people, not vietnamese people, who long lao will be vietnamese slave, as soon as lao will be vietnamese states and up to vietnamese control, do you know how many vietnamese in lao my friend? 1 million vietnamese in lao, let's go back to see lao sisong pana
falled to the chinese hand up to today who
can get this states back to lao, the whole lao country will be one vietnamese states, like a lao sisong pana province