ພົບເຫັນຣະເບີດ ໃກ້ສະຖານທູດລາວ

ຣະເບີດ M67 ຖືກພົບຢູ່ ພຸ່ມໄມ້ ກົງກັນຂ້າມ ກັບສນາມ Golf ຂ້າງຖນົນ ປຣະຊາອຸທິດ ໃກ້ສະຖານທູດ ລາວ ໃນບາງກອກ ໃນວັນພຣະຫັດ ທີ 30 ກັນຍາ 2010 ນີ້. ຕາມຣາຍງານຂ່າວ ຈາກບາງກອກ.
ມະນີຈັນ
2010.10.01

ກົດຟັງສຽງ

ເຈົ້າໜ້າທີ່ ຕໍາຣວດໄທ ເວົ້າວ່າ ມີຊາວບ້ານ ແຖບນັ້ນ ໄດ້ໂທຣະສັບ ສຸກເສີນຫາ 191 ແຈ້ງໃຫ້ຊາບ ກ່ຽວກັບ ການພົບເຫັນ ຣະເບີດລູກ ດັ່ງກ່າວ ຊຶ່ງຍັງຢູ່ໃນ ສະພາບ ທີ່ປອດພັຍ. ແກັບຣະເບີດ ຍັງບໍ່ຖືກ ແກະອອກ ແລະ ກໍຢູ່ໃນຖົງ ເສື້ອຜ້າ ປະໄວ້ ໃນພຸມໄມ້. ຕໍາຣວດເຊື່ອວ່າ ຖົງດັ່ງກ່າວ ຄົງຖືກປະໄວ້ ໄດ້ຫລາຍມື້ແລ້ວ ເບິ່ງຕາມ ສະພາບຫຍ້າ ທີ່ຢູ່ກ້ອງຖົງ. 

ເຖິງແມ່ນວ່າ ຈະມີການ ປະກາດໃຊ້ ພຣະຣາຊກໍານົດ ສຸກເສີນ ແລະມາຕການ ປ້ອງກັນ ແຕ່ກໍເກີດເຫດ ລອບວາງຣະເບີດ ເກືອບວ່າ ບໍ່ເວັ້ນແຕ່ລະວັນ ໃນຫລາຍມື້ ຜ່ານມານີ້. ແຕ່ວັນສຸກ ທີ່ແລ້ວ ຫາ ວັນພຣະຫັດ ທີ 30 ກັນຍາ ມີຣາຍງານ ການໂຈມຕີ ດ້ວຍ ລູກຣະເບີດ ຢ່າງໜ້ອຍ 5 ກໍຣະນີ ໃນເມືອງບາງກອກ ແລະ ເຂດໃກ້ຄຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.