ກົດໝາຍຕໍ່ຕ້ານ ແຮງງານເດັກນ້ອຍ ຍັງຊັກຊ້າ

ກົດໝາຍສະບັບໃໝ່ ວ່າດ້ວຍການ ຕໍ່ຕ້ານການ ຄ້າແຮງງານ ເດັກນ້ອຍໃນລາວ ເວລານີ້ ຍັງຢູ່ໃນຂັ້ນ ພິຈາຣະນາ ຂອງສະພາ ແຫ່ງຊາດລາວຢູ່.
ສົມເນ
2009.06.18

ກົດໝາຍສະບັບ ປັດຈຸບັນຂາດ ຣະບຽບຫລັກການ ຫລາຍດ້ານ ຈຶ່ງເປີດຊ່ອງວ່າງ ໃຫ້ມີການຄ້າ ແຮງງານເດັກນ້ອຍ ພາຍໃນປະເທດ ແລະຍັງສົ່ງຜົນ ສະທ້ອນໃຫ້ ເດັກນ້ອຍຕົກເປັນ ເຫຍື່ອຂອງການຄ້າ ແຮງງານຢູ່ໃນ ຕ່າງປະເທດ ອີກດ້ວຍ ດັ່ງເຈົ້າໜ້າທີ່ ຈາກສູນກາງ ຊາວຫນຸ່ມລາວ ທີ່ນະຄອນຫລວງ ວຽງຈັນ ໄດ້ກ່າວ:

"ກ່ຽວກັບກົດໝາຍ ແຮງງານເດັກ ຮຽກວ່າກົດໝາຍ ຕ້ານການຄ້າ ແຮງງານເດັກ ຕອນນີ້ຍັງຢູ່ ໃນສະພາ ຍັງບໍ່ທັນອອກ ມາເປັນທາງການ ຍັງ ພິຈາຣະນາຢູ່."

ທ່ານວ່າ ປັດຈຸບັນນີ້ ບໍ່ທັນມີ ສະຖິຕິ ອ້າງອີງວ່າ ຈໍານວນແຮງງານ ເດັກນ້ອຍທີ່ບໍ່ ເຖິງກະສຽນ ຊຶ່ງຖືວ່າ ຜິດກົດໝາຍນັ້ນ ມີຫລາຍປານໃດ ແລະກໍຍັງລໍຖ້າ ການສລຸບ ຈາກຕ່າງແຂວງຢູ່ ວ່າມີຈໍານວນ ເດັກນ້ອຍທີ່ໄດ້ ຮັບເຄາະຮ້າຍຈາກ ການຄ້າແຮງງານ ນີ້ຈັກຄົນແທ້ໆ.

ເດັກນ້ອຍທີ່ໄດ້ ຮັບເຄາະກໍາຈາກ ຂະບວນການຄ້າ ແຮງງານເດັກນັ້ນ ເປັນເດັກນ້ອຍ ທີ່ລັກເຂົ້າໄປ ເຮັດວຽກຢູ່ໃນ ປະເທດເພື່ອນບ້ານ ແບບຜິດກົດໝາຍ ແລະຖືກ ນາຍຈ້າງບໍ່ຈ່າຍ ຄ່າແຮງງານ. ຫລັງຈາກ ເຈົ້າໜ້າທີ່ຂອງ ປະເທດເພື່ອນບ້ານ ຊ່ວຍອອກມາແລ້ວ ກໍຖືກສົ່ງກັບ ຄືນປະເທດ ແລະຈັດວ່າ ຢູ່ໃນຄະດີ ຜູ້ປະສົບ ເຄາະ ຮ້າຍຈາກການ ຄ້າແຮງງານເດັກ.

"ພວກໃນຄະດີ ຖຶກຫລອກໄປ ບໍ່ມີເງິນ ຄັນເຂົາເຈົ້າ ໄປໄດ້ເງິນ ເຮົາກໍວ່າເຣື້ອງ ການໃຊ້ແຮງງານ ຄັນໄດ້ເງີນແທ້ແລະ ເຂົາກໍບໍ່ໄດ້ ຖືກຫລອກ ບາງຄົນເຂົາ ກັບມາມີ ເງິນ ເຂົາກໍວ່າເຂົາ ໄດ້ເງິນດີ ແລະພວກຖືກຫລອກ ກໍຄືພວກ ບໍ່ໄດ້ເງິນ."

ມີໃຈຄວາມວ່າ ພວກທີ່ຢູ່ໃນ ຄະດີນີ້ແມ່ນ ພວກຖືກຫລອກ ໃຫ້ເຮັດວຽກ ໂດຍບໍ່ໄດ້ ຄ່າຕອບແທນ ແຮງງານ ສ່ວນພວກທີ່ໄປ ແລ້ວໄດ້ເຮັດວຽກ ແລະໄດ້ຮັບຄ່າ ຕອບແທນແຮງງານ ເມື່ອກັບມາແລ້ວ ກໍບໍ່ຖືວ່າ ເປັນພວກຢູ່ ໃນຄະດີ.

ຕາມທີ່ທ່ານໄດ້ ອະທີບາຍນັ້ນ ແຮງງານເດັກທີ່ ເຂົ້າປະເທດແບບ ຜິດກົດໝາຍນີ້ ຖືກກຸ່ມ ຄ້າມະນຸດ ນໍາໄປຂາຍ. ເມື່ອຖືກຜູ້ເປັນ ນາຍຈ້າງບໍ່ຈ່າຍ ຄ່າແຮງງານແລ້ວ ກໍບໍ່ມີສິດ ຕໍ່ວ່າຕໍ່ຂານໄດ້ ເພາະເປັນຄົນເຂົ້າ ເມືອງຜິດກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.