ປະຊຸມສະພາ ສະມັຍສາມັນ ຄັ້ງທີ 7
2009.06.19
ຣັຖທັມມະນູນ ຂອງ ສປປລາວ ກຳນົດໄວ້ວ່າ ສະພາແຫ່ງຊາດ ແມ່ນອົງການ ນິຕິບັນຍັດ ມີສິດຕົກລົງ ບັນດາບັນຫາ ພື້ນຖານ ຂອງປະເທດຊາດ ທັງເປັນອົງການ ຕິດຕາມກວດກາ ການເຄື່ອນໃຫວຂອງ ອົງການ ບໍຣິຫານ ແລະຕຸລາການ ແລະ ສະພາແຫ່ງຊາດ ເປີດປະຊຸມ ສະມັຍສາມັນ ປີລະ2ເທື່ອ.
ກອງປະຊຸມ ສະພາແຫ່ງຊາດ ເທື່ອນີ້ເປັນ ກອງປະຊຸມ ສະໃໝສາມັນ ຄັ້ງທີ7 ຂອງຊຸດທີ VI ຂອງສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ເປີດຂື້ນ ຢູ່ນະຄອນຫລວງ ວຽງຈັນ ແຕ່ວັນທີ22 ມິຖຸນາ ຫາວັນທີ13 ກໍຣະກະດາ 2009 ທີ່ຈະມາເຖິງນີ້.
ໃນກອງປະຊຸມ ສະພາຄັ້ງນີ້ ຈະໄດ້ມີການ ຮັບຟັງບົດລາຍ ງານຂອງນາຍົກ ຣັຖມົນຕຣີ ການລາຍງານ ຂອງບາງກະຊວງ ແລະອົງການ ທຽບເທົ່າ ເຊັ່ນ: ກະຊວງ ແຜນການ ແລະການລົງທຶນ, ກະຊວງການເງິນ, ສານປະຊາຊົນ ສູງສຸດ ແລະອົງການ ອະທິໄອຍະການ.
ສຳລັບພາກສ່ວນ ຂອງສະພາແຫ່ງຊາດ ເອງກໍຈະມີ ການລາຍງານ ກ່ຽວກັບການ ເຄື່ອນໃຫວ ວຽກງານພາຍໃນ ແລະການເຄື່ອນໃຫວ ວຽກງານການ ຕ່າງປະເທດ ຂອງຕົນ.
ສຳລັບ ບົດລາຍງານຂອງ ນາຍົກຣັຖມົນຕຣີ ກໍອາດຈະເລີ່ມ ຕົ້ນດ້ວຍທິດທາງ ຂອງການ ພັທນາເສຖກິດ-ສັງຄົມ ທີ່ໄດ້ກຳນົດ ເອົາໄວ້ຢູ່ໃນ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ VIII ຂອງພັກປະຊາຊົນ ປະຕິວັດລາວ ດັ່ງທີ່ທ່ານ ບົວສອນ ບຸບຜາວັນ ນາຍົກ ຣັຖມົນຕຣີລາວ ໄດ້ກ່າວຢູ່ໃນ ກອງປະຊຸມ ສະພາແຫ່ງຊາດ ໃນເທື່ອທີ່ຜ່ານ ມາວ່າ:
"ກອງປະຊຸມໃຫຍ່ ຄັ້ງທີVIII ຂອງພັກໄດ້ວາງ ຄາດໝາຍສູ້ຊົນ ແລະກຳນົດໜ້າ ທີ່ສຳລັບ2006 ເຖິງ2010 ໄວ້ຢ່າງຈະແຈ້ງ ເພື່ອສ້າງພື້ນຖານ ແລະ ທ່າທີໄໝ່ ໃນການພັທນາ ປະເທດຊາດ ໃຫ້ມີຄວາມ ໜັກແໜ້ນຍິ່ງຂື້ນ ຕາມທິດ ສັງຄົມນິຍົມ."
ໃນບົດລາຍງານນັ້ນ ຈະເວົ້າແບບ ສັງລວມ ສ່ວນວ່າ ລາຍລະອຽດ ກ່ຽວກັບແຜນການ ໃນປີໜ້າແລະ ການປະຕິບັດ ແຜນການພັທນາ ເສດຖະກິດ-ສັງຄົມ ແຫ່ງ ຊາດ ແລະງົບປະມານ ຜ່ານມານັ້ນ ກໍອາດແມ່ນຈະໃຫ້ ຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ແລະ ກະຊວງການເງິນ ເປັນຜູ້ສເນີ.
ແຕ່ເຖິງຢ່າງໃດ ໃນການສເນີ ບົດລາຍງານນັ້ນ ສ່ວນທີ່ ປະຕິບັດ ກໍອາດວ່າ ເປັນຍ້ອນແນວທາງ ນະໂຍບາຍຂອງ ພັກຖືກຕ້ອງແລະ ການນຳ ສລາດຊ່ອງໃສ ແຕ່ ອັນທີ່ເຮັດ ບໍ່ໄດ້ຕາມ ແຜນການທີ່ໄດ້ ວາງເອົາໄວ້ ກໍອາດຈະວ່າ ເປັນຍ້ອນ ພະນັກງານ ຣັຖກອນ ຍັງບໍ່ທັນ ຊາບຊຶມແນວທາງ ນະໂຍບາຍ ຂອງພັກ ຍັງບໍ່ທັນ ສາມາດ ຜັນຂະຫຍາຍ ມະຕິ ຄຳສັ່ງຂອງພັກ ໃຫ້ປາກົດຜົນ ເປັນຈິງໄດ້.
ແຕ່ເບີ່ງລວມແລ້ວ ຢູ່ໃນກອງ ປະຊຸມສະພາ ເທື່ອນີ້ ນອກຈາກຈະເວົ້າ ເຖິງເຫດຜົນ ສຳເລັດ ໃນດ້ານຕ່າງໆ ຂອງການ ປະຕິບັດ ແຜນການພັທນາ ເສຖກິດ-ສັງຄົມ ຕ່າງໆແລະການ ປະຕິບັດ ຣະບຽບກົດໝາຍ ແລ້ວ ກ່ອນອື່ນໝົດ ອາດຈະເວົ້າໃນ ທຳນອງທີ່ວ່າ ການພັທນາ ເສຖກິດ-ສັງຄົມ ມີບາງດ້ານ ບໍ່ສອດຄ່ອງກັບ ທິດທາງ ແລະໜ້າທີ່ຈຸດສຸມ ການວາງແຜນ ພັທນາ ບໍ່ທັນແທດເໝາະ ກັບທ່າແຮງ ທີ່ມີຢູ່ໃນແຕ່ ລະບໍລິເວນ ເຂດແຄ້ວນ ແລະບໍ່ທັນດຸ່ນດ່ຽງ ລະຫວ່າງແຜນວຽກ ແຜນເງິນ ແລະແຜນຄົນ ການເຕີບໂຕດ້ານ ເສຖກິດ ບໍ່ບັນລຸໄດ້ ຕາມຄາດໝາຍ ທີ່ວ່າຈະໃຫ້ໄດ້ 8ສ່ວນຮ້ອຍ ລົງມາເປັນ 7.5ສ່ວນຮ້ອຍ.
ດັ່ງທີ່ທ່ານ ບົວສອນ ບຸບຜາວັນ ໄດ້ ສເນີຕໍ່ສະພາ ແຫ່ງຊາດ ຢູ່ໃນກອງ ປະຊຸມລະຫວ່າງ ຄນະຣັຖບານ ແລະ ສະພາແຫ່ງຊາດ ເມື່ອວັນທີ28 ພຶສພາ ຜ່ານມາ ແລະມີການ ຄາດກັນວ່າການ ເກັບພາສີ ອາກອນ ແລະລາຍຮັບ ຂອງຣັຖບານ ໃນປີນີ້ ກໍຈະບໍ່ໄດ້ ຕາມຄາດໝາຍ ດັ່ງເຄີຍ ເສຖກິດ ມະຫາພາກ ກໍບໍ່ໝັ້ນທ່ຽງ ການແກ້ໄຂ ຊີວິດ ການເປັນຢູ່ ຂອງປະຊາຊົນ ທີ່ທຸກຍາກ ຂາດເຂີນ ບໍ່ສົມກັບ ທ່າແຮງທີ່ມີ ຣາຄາສິນຄ້າ ໃນທ້ອງຕລາດ ແພງແບບບໍ່ສົມ ສ່ວນກັບລາຍໄດ້ ຍັງມີຄວາມ ຫຍູ້ງຍາກ ໃນການຊ່ວຍເຫລືອ ດ້ານການ ສຶກສາແລະ ສາທາຣະນະສຸກ ການຫັນປ່ຽນ ໂຄງປະກອບ ເສຖກິດ ໄປຕາມ ທິດຫັນເປັນ ອຸດສາຫະກັມ ແລະທັນສະໄໝ ຮວມທັງຂະແໜງ ການທີ່ລາວມີ ທ່າແຮງ ກໍຍັງຊັກຊ້າ, ການກໍ່ສ້າງໂຄງ ລ່າງເສຖກິດ ຍັງບໍ່ມີ ປະສິດທິຜົນ ສູງ.
ການພັທນາ ກະສິກັມຮອບດ້ານ ກໍເຮັດບໍ່ທັນ ໄດ້ຢ່າງກວ້າງຂວາງ ແລະບໍ່ໄດ້ຮັບ ການສົ່ງເສີມ ພໍເທົ່າໃດ. ການປັບປຸງ ພາກສ່ວນ ເສຖກິດຂອງຣັດ ແລະພາກສ່ວນ ເສຖກິດຮ່ວມມື ຂອງປະຊາຊົນ ຊຶ່ງເມື່ອກ່ອນ ເອີ້ນວ່າ ເສຖກິດລວມໝູ່ ອັນເປັນພື້ນຖານ ຂອງຣະບອບ ສັງຄົມນິຍົມ ຢູ່ ສປປລາວ ນັ້ນກໍບໍ່ເລິກ ເຊິ່ງຊັກຊ້າ. ບັນຫາ ໜີ້ສິນຄຸມເຄືອ ຍັງແກ້ບໍ່ຕົກ ການຄຸ້ມຄອງ ການເງິນ, ຊັບສິນຂອງຣັດ ແລະຊັພຍາກອນ ທັມມະຊາດ ຕະຫລອດເຖິງ ການຄຸ້ມຄອງ ແຈກຢາຍ ກໍບໍ່ເຂັ້ມງວດ
ທາງດ້ານການຄ້າ ແລະການລົງທຶນ ຢູ່ໃນກອງ ປະຊຸມສະພາ ກໍອາດຈະ ເວົ້າວ່າ ການປະຕິບັດ ນະໂຍບາຍ ສົ່ງເສີມການ ລົງທຶນ ເປັນຕົ້ນທາງດ້ານ ການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳຕົກ, ບໍ່ແຮ່ ແລະການປູກພືດ ອຸດສາຫະກັມ ຍັງບໍ່ທັນເປັນ ຣະບົບ ທີ່ສະດວກ ວ່ອງໄວ ແລະກົມກຽວ ລະຫວ່າງສູນກາງ ແລະທ້ອງຖິ່ນ ເຮັດໃຫ້ ການໝູນໄຊ້ ກາລະໂອກາດ ອັນອຳນວຍ ຈາກພາຍນອກ ບໍ່ໄດ້ຮັບຜົນ ເທົ່າທີ່ຄວນ ແລະການ ຍົກຣະດັບຄວາມ ສາມາດ ໃນການແຂ່ງຂັນ ເພື່ອເຊື່ອມໂຍງ ເຂົ້າກັບ ເສຖກິດພາກພື້ນ ແລະສາກົນ ຍັງຢູ່ໃນ ຂອບເຂດຈຳກັດ ຊຶ່ງມາໃນ ປັດຈຸບັນນີ້ ຍິ່ງເປັນໂອກາດ ດີທີ່ ສະຫະຣັດໄດ້ ປະກາດວ່າ ລາວ ໄດ້ເຊົາເປັນ ປະເທດ Marxist-Leninist ແລ້ວ ແລະຈະບໍ່ຖືວ່າ ລາວເປັນປະເທດ ທີ່ຖືກຫ້າມ ໃນການເຮັດ ທຸຣະກິດ ການຄ້າກັບ ສະຫະຣັດ.
ພ້ອມກັນນັ້ນກໍ ອະນຸຍາດໃຫ້ ທະນາຄານ ຂາເຂົ້າ-ຂາອອກ ຫລື Exim ຂອງສະຫະຣັດ ມີສິດໃຫ້ການ ຊ່ວຍເຫລືອທາງດ້ານ ການເງິນແກ່ນັກ ທຸຣະກິດ ອະເມຣິກັນ ທີ່ຈະເຮັດ ທຸຣະກິດ ການຄ້າກັບ ສປປລາວ ພາຍຫລັງທີ່ມີ ຄວາມສຳເຣັດທາງ ດ້ານການຄ້າ ແບບປົກກະຕິ ມາຕັ້ງແຕ່ປີ 2004 ເຖິງວ່າ ການຄ້າຣະຫວ່າງ 2 ປະເທດ ຍັງບໍ່ທັນ ຂະຫຍາຍຕົວເທົ່າ ທີ່ຄວນ ຄືໃນປີ 2008 ຜ່ານມາ ລາວຊື້ສິນຄ້າ ຈາກສະຫະຣັດ ມີມູນຄ່າພຽງ 18ລ້ານໂດລາ ແລະສະຫະຣັດ ຊື້ສິນຄ້າຈາກ ລາວ ມີມູນຄ່າເຖິງ 42ລ້ານໂດລາ ກໍດີ.
ພ້ອມກັນນັ້ນ ຢູ່ໃນກອງ ປະຊຸມສະພາ ຄັ້ງນີ້ ກໍອາດຈະມີ ການເວົ້າເຖິງ ການສະກັດກັ້ນ ແລະ ກຳຈັດປະກົດການ ຫຍໍ້ທໍ້ ການສວຍໂອກາດ ສໍ້ຣາສບັງຫລວງ ທີ່ເວົ້າ ກັນມາໄດ້ ຫລາຽໆປີແລ້ວ ກໍບໍ່ທັນເປັນ ຣະບົບຕໍ່ເນື່ອງ ບໍ່ເດັດຂາດ ແລະບໍ່ມີຄວາມ ສັກສິດສູງ ຊຶ່ງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງຂອງລາວ ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ໃຫ້ຄວາມເຫັນບາງ ຕອນວ່າ:
"ໃນການ ສໍ້ຣາສບັງຫລວງ ແນວບໍ່ດີມັນກໍ ກະທົບໝົດ ຢ່າວ່າແຕ່ ປະເທດລາວ ປະເທດອື່ນໆ ກໍຄືກັນ ມັນກໍເຮັດໃຫ້ ບັນຫາງົບປະມານ ຫົ່ວໃຫລ ເຮັດໃຫ້ລາຍຮັບ ມັນບໍ່ໄດ້ຕາມ ແຜນການ ເປັນພະຍາດນຶ່ງ ຂອງສັງຄົມ ກະສິ ພະຍາຍາມ ຣັຖບານເພີ່ນ ກະພະຍາຍາມ ແກ້ໄຂສຸດຂີດ ຫັ້ນແຫລະ"
ເມື່ອເວົ້າເຖິງການ ປະຕິບັດ ແລະການລະເມີດ ຣະບຽບກົດໝາຍ ທີ່ມີຢູ່ນັ້ນ ກໍອາດ ຈະເວົ້າວ່າ ລະບອບລະບຽບ ການຕ່າງໆ ທີ່ວາງອອກ ບໍ່ທັນໄດ້ຮັບ ການປະຕິບັດ ຢ່າງເຂັ້ມງວດ ເຖິງແມ່ນຈະໄດ້ ເວົ້າວ່າ ຕ້ອງຮັບປະກັນ ໃຫ້ມີຄວາມ ຍຸຕິທັມ ໄປຄຽງຄູ່ກັບ ການສະກັດກັ້ນ ແລະແກ້ໄຂ ບັນຫາຫຍໍ້ທໍ້ ໃນສັງຄົມ.
ແຕ່ເຖິງແນວໃດ ກໍຕາມ ອັນທີ່ ປະຕິບັດ ບໍ່ໄດ້ຫລືວ່າ ອັນທີ່ເອີ້ນວ່າ ປາກົດການ ຫຍໍ້ທໍ້ນັ້ນ ນອກຈາກຈະວ່າ ມີສາເຫດຈາກ ພະນັກງານ ຣັຖກອນ ແລະ ປະຊາຊົນ ແລ້ວ ກໍອາດຈະເວົ້າ ເຖິງວ່າເກີດຈາກ ຜົນກະທົບຂອງ ວິກິດການທາງ ດ້ານການເງິນ ແລະເສຖກິດໂລກ, ຍ້ອນດິນຟ້າອາກາດ ບໍ່ອຳນວຍ ແລະກໍອາດ ຈະບໍ່ເວົ້າ ເຖິງຜົນສະທ້ອນ ຂອງການມ້າງເພ ຂອງຝ່າຍ ກົງກັນຂ້າມ ຄືຕັ້ງແຕ່ກ່ອນມາ.
ໃນກອງປະຊຸມ ສະພາຄັ້ງນີ້ ເຈົ້າໜ້າທີ່ ຣະດັບສູງຂອງ ສະພາແຫ່ງຊາດ ກ່າວວ່າຈະມີ ການຮັບຮອງເອົາ ກົດໝາຍສະບັບ ດັດແປງແລະ ກົດໝາຍໃໝ່3–4ສະບັບ
"ກົດໝາຍ ນີ້ກໍຈະມີ 3-4ກົດໝາຍ ກົດໝາຍທີ1 ກົດໝາຍວ່າດ້ວຍ ການປະມົງ, ອັນທີ2 ກົດໝາຍວ່າດ້ວຍ ນ້ຳປະປາ ແລະ ກົດໝາຍອັນທີ3 ກົດໝາຍວ່າດ້ວຍ ການຈັດຕັ້ງ ເຄື່ອນໃຫວຂອງ ແນວລາວສ້າງຊາດ."
ພ້ອມກັນນັ້ນ ທ່ານກໍວ່າໃນ ປັດຈຸບັນນີ້ ບໍ່ມີບັນຫາ ອັນໃດທີ່ ຈຳເປັນໃຫ້ສະພາ ຈະຕ້ອງໄດ້ ແກ້ໄຂ ຢ່າງຮີບດ່ວນ:
"ກໍບໍ່ທັນມີ ບັນຫາໃຫຍ່ ທີ່ວ່າຈະ ຮີບດ່ວນແກ້ໄຂ ແຕ່ວ່າຕ້ອງໄດ້ ຟັງເບີ່ງທາງ ຣັຖບານ ລາຍງານກ່ອນ ແລະຜ່ານການ ຈັດຕັ້ງປະຕິບັດ ແຜນພັທນາ ເສຖກິດ-ສັງ ຄົມ ຣັຖບານມີບັນຫາ ຫຍັງຮີບດ່ວນ ຣັຖບານສເນີຫຍັງ ທາງສະພາຍັງ ບໍ່ຮູ້ເທື່ອດຽວ ນີ້ຖ້າໃຫ້ ຣັຖບານ ລາຍງານກ່ອນ."
ເວົ້າສະເພາະ ສະມາຊິກສະພາ ຊຶ່ງມີໜ້າທີ່ ຕິດຕາມການ ເຄື່ອນໃຫວ ຂອງອົງການ ບໍຣິຫານ ແລະຕຸລາການ ກໍຈະເວົ້າເຖິງ ການ ຕຳນິຕິຊົມ ການປະຕິບັດ ແຜນ ພັທນາ ເສຖກິດ-ສັງຄົມ ຂອງຣັຖບານ ແລະ ການເຄື່ອນໃຫວຂອງ ອົງການ ຕຸລາການ ໃນບັນຫາຕ່າງໆ ທີ່ປາກົດຂື້ນ ຢູ່ໃນສັງຄົມ ຕາມທີ່ ປະທານສະພາ ຫລືວ່າ ປະທານ ກອງປະຊຸມ ຕັ້ງບັນຫາ ເຈາະຈີ້ມໃຫ້ທີ່ ປະຊຸມຄົ້ນຄວົ້າ ປະກອບຄຳເຫັນ ແຕ່ຫາກ ຈະບໍ່ແມ່ນ ຕຳນິຕິຊົມ ແນວທາງ ນະໂຍບາຍ ແລະການຈັດຕັ້ງ ນຳພາ ຂອງພັກ ທີ່ຕົນເຫັນວ່າ ຍັງບໍ່ສອດຄ່ອງ ກັບສະພາບ ແລະ ເງື່ອນໄຂຕົວຈິງ ໃນລາວຄືກັນກັບ ທຸກໆຄັ້ງທີ່ ຜ່ານມາ.
ສິ່ງທີ່ຈະເວົ້າ ກໍອາດຈະເວົ້າເຖິງ ການລະເມີດລະບຽບ ກົດຂອງພະນັກງານ ຣັຖກອນ ຕະຫລອດຮອດ ປະຊາຊົນ ບັນຫາ ການສໍ້ໂກງ ຍັກຍອກ ກິນສິນບົນ ຂີ້ລັກ ປຸ້ນຈີ້ບັນຫາ ຢາເສບຕິດ ບັນຫາແຮງ ການປິ່ນປົວໂຣກ ຣະບາດ ການສຶກສາ ການຄ້າ ການລົງທຶນ ແລະ ບັນຫາທີ່ດິນ ຕລອດເຖິງບັນຫາ ຕ່າງໆ ທີ່ພົ້ນເດັ່ນຂື້ນ ໃນສັງຄົມ.
ແຕ່ຖິງແນວໃດ ກໍດີ ໃຈກາງຂອງ ບັນຫາທີ່ຈະມີ ການຍົກຂື້ນເວົ້າ ຢູ່ໃນກອງປະຊຸມ ສະໄໝສາມັນ ຄັ້ງທີ7 ຂອງສະພາ ແຫ່ງຊາດຊຸດທີ6 ທີ່ຈະເລີ່ມຂື້ນ ໃນວັນທີ22 ມິຖຸນາ ນີ້ກໍຄົງຈະ ບໍ່ນອກເໜືອ ໄປຈາກເລື່ອງ ຕ່າງໆດັ່ງກ່າວມາ ຂ້າງເທິງນີ້.