ເດັກນ້ອຍ ຜູ້ຍີງລາວ ຫາຍສາບສູນ
2009.06.19
ການທີ່ ປະເທດລາວ ມີເຂດແດນຕິດຕໍ່ ກັບປະເທດ ເພື່ອນບ້ານຫລາຍ ປະເທດ ເປັນການງ່າຍ ສຳລັບການ ຂ້າມແດນ ຫລາຍຄົນກໍ່ຂ້າມ ໄປແບບ ຜີດກົດຫມາຍ ເພື່ອໄປຊອກຫາ ວຽກເຮັດງານທຳ ແຕ່ກໍ່ຫາຍ ໄປເລີຍ ເປັນຕົ້ນ ທີ່ຊາຍແດນ ກັບຈີນໃນເຂດ ຫລວງນ້ຳທາ ດັ່ງຫົວຫນ້າອົງການ ຊາວຫນຸ່ມທີ່ແຂວງ ຫລວງນ້ຳທາ ທ່ານນື່ງກ່າວ ກ່ຽວກັບ ເຣື້ອງນີ້ວ່າ:
"ຜ່ານມາແບບ ບ້ານໃກ້ເຮືອນຄຽງ ຄືກັບລາວ ກັບໄທແນວນັ້ນ ບ້ານຕິດກັນ ແລ້ວກໍ່ ຂ້າມໄປຂ້າມມາ ບໍ່ຖືກຕ້ອງຕາມ ຣະບຽບຫລັກການ ປານໃດ ແລ້ວກໍ່ມີປາກົດ ການຍໍ້ທໍ້ຢູ່ນັ້ນ ບາງກໍຣະນີ ມີຜູ້ເອົາເດັກຍີງ ໄປແລ້ວມັນຫາຍ ສາບສູນເລີຍ ຢ່າງນັ້ນ."
ທ່ານວ່າຫ້ອງການ ຊາວຫນຸ່ມກໍ່ບໍ່ ສາມາດປອ້ງກັນ ເຫດການດັ່ງກ່າວ ໄດ້ມີແຕ່ໃຫ້ ຂໍ້ມູນຂ່າວສານ ການປູກຈີດສຳນືກ ກ່າວເຖີງ ອັນຕະຣາຍ ແລະໂທດທີ່ພວກ ຂະເຈົ້າຈະໄດ້ຮັບ ເທົ່ານັ້ນ ບໍສາມາດ ຫ້າມປາມບໍໃຫ້ ພວກຂະເຈົ້າ ລັກອອກໄປ ທຳງານໄດ້ ເພາະໃນແຂວງ ບໍ່ມີວຽກງານ ໃຫ້ຂະເຈົ້າເຮັດ ເຖີງແມ່ນວ່າມີ ກົດຫມາຍ ຫ້າມເຂົ້າປະເທດ ອື່ນແບບຜີດ ກົດຫມາຍ ກໍ່ຕາມ ແຕ່ຂະເຈົ້າ ຍັງລັກໄປ ດັ່ງເຈົ້າຫນ້າທີ່ ຈາກຫ້ອງການ ສູນກາງຊາວຫນຸ່ມ ປະຕິວັດລາວ ທີ່ນະຄອນຫລວງ ວຽງຈັນ ນາງນື່ງເວົ້າວ່າ:
"ມັນຫ້າມບໍ່ໄດ້ ກົດຫມາຍຂອງລາວ ຫ້າມບໍ່ໃຫ້ໄປ ໃຜໄປມານີ້ ໄດ້ຮັບປັບໃຫມ ແລະກໍ່ໃຫ້ໂທດ ແຕ່ມັນຫ້າມບໍ່ໄດ້ ເຂົາຢູ່ບ້ານກໍ່ຮູ້ວ່າ ວຽກເຮັດງານທຳ ມັນໜ້ອຍບໍ ໃຫ້ຂະເຈົ້າໄປຫາ ເຂົາກໍ່ລັກໄປຊີນ່າ."
ນາງວ່າເຖີງແມ່ນ ວ່າກົດຫມາຍ ບໍ່ສາມາດຫ້າມ ພວກຂະເຈົ້າໄດ້ ແຕ່ຫນ່ວຍງານຂອງ ພວກນາງກໍ່ໃຫ້ ຂໍ້ມູນຂ່າວສານ ແລະວີທີການ ປອ້ງກັນຕົວຂະເຈົ້າ ເອງຈາກ ການທີ່ຈະຕົກ ເປັນເຫຍື່ອຂອງກຸ່ມ ຄ້າມະນຸດ ຊື່ງເປັນວີທີ ດຽວທີ່ຈະກະ ທຳໄດ້.