ອາວຸດນິວເຄລັຽ ເກົາຫລີເໜືອ ຈະບໍ່ຍຸຕິ
2009.06.19
ສະຫະປະຊາຊາດ ສະຫະຣັຖ ແລະ ປະເທດອື່ນໆ ໃນໂລກ ໄດ້ພະຍາຍາມ ຫລາຍຄັ້ງຫລາຍຫົນ ທີ່ຈະເຮັດໃຫ້ ເກົາຫລີເໜືອ ເລີກລົ້ມ ຄວາມຕັ້ງໃຈ ທະເຍີທະຍານ ທີ່ຈະສ້າງ ໂຄງການ ອາວຸດນິວເຄລັຍ ຊຶ່ງຕົນເຫັນວ່າ ມັນຈຳເປັນ ສ່ວນນຶ່ງສຳລັບ ຄວາມປອດພັຍ ແລະ ໝັ້ນຄົງຂອງຊາດ.
ຮອດວັນທີ13 ກຸມພາ ປີ2007 ເກົາຫລີເໜືອ ແລະ ຄູ່ເຈຣະຈາ 5 ປະເທດ ຊຶ່ງມີ ສະຫະຣັຖ ເກົາຫລີໃຕ້ ຈີນ ຍີ່ປຸ່ນ ແລະຣັດເຊັຍ ໄດ້ຕົກລົງກັນ ອີກເພື່ອຣັບຮອງ ເອົາຂໍ້ຕົກລົງ ປີ2005 ທີ່ຈະເຮັດໃຫ້ ແຫລມເກົາຫລີ ກາຍເປັນເຂດ ປອດອາວຸດ ນິວເຄລັຍ.
ໃນຂໍ້ຕົກລົງ ກ່ອນອື່ນໝົດ Pyongyang ຫລືທາງການ ເກົາຫລີເໜືອ ຕ້ອງຍຸດຕິການ ປັ່ນຜລິດທາດ Plutonium ສານເຄມີ ຊນິດນຶ່ງທີ່ ຈຳເປັນໃນການ ໃຊ້ເຮັດ ອາວຸດ ປະຣາມະນູ ໂດຍສະເພາະ. 2- ທາງການ ເກົາຫລີເໜືອ ຕ້ອງໄດ້ປະກາດ ຫລັງຈາກທີ່ໄດ້ ທຳລາຍມ້າງ ໂຮງງານປັ່ນ ສານເຄມີ ຜລິດອາວຸດ ນິວເຄລັຍແລ້ວ ແລະອັນສຸດທ້າຍ ກໍແມ່ນການ ທຳລາຍລ້າງ ຄວາມສາມາດ ທີ່ຈະກໍ່ສ້າງ ອາວຸດນິວເຄລັຍ ອີກເຮັດໃຫ້ຈົນ ບໍ່ສາມາດ ກັບຄືນມາໄດ້ ອີກໃໝ່.
ການເຈຣະຈາ 6ຝ່າຍ ໃນຂໍ້ຕົກລົງ ຕ້ອງເປັນໄປຕາມ ຂັ້ນຕອນ, ຊຶ່ງຈະມີການ ແລກປ່ຽນຕອບແທນ ຫາກເກົາຫລີເໜືອ ປະຕິບັດຕາມ ຂໍ້ສັນຍາ ດັ່ງກ່າວ. ຄືຂັ້ນທຳ ອິດ ຈະໄດ້ຮັບ ພະລັງນ້ຳມັນ ເຊື້ອເພີງ ຫລາຍລ້ານຕັນ ໃນການຍຸຕິການ ຜລິດປັ່ນທາດ Plutonium ເປັນຂັ້ນແລກ. ຈາກການລິເລີ້ມ ເກົາຫລີເໜືອ ກໍມີບັນຫາ ເກີດຂື້ນແລ້ວ ເພາະບໍ່ມີສາງ ເກັບຮັກສາ ພະລັງນ້ຳມັນເ ຊື້ອເພີງດັ່ງກ່າວ. ເກົາຫລີເໜືອ ໃຊ້ນ້ຳມັນ ເຊື້ອເພີງພຽງແຕ່ 650,000 ຕັນຕໍ່ປີຫລື ປະມານ 54,000 ຕັນຕໍ່ເດືອນ. ບໍ່ທໍ່ໃດອາທິດ ຫລັງຈາກການ ເຈຣະຈາ ເກົາຫລີໃຕ້ ກໍສົ່ງພະລັງ ນ້ຳມັນເຊື້ອເພີງ ຊຸດທຳອິດ ໃຫ້ເກົາຫລີເໜືອ.
ການເຈຣະຈາ 6 ຝ່າຍເກີດຂື້ນ 5ເທື່ອ ລະຫວ່າງປີ2003 ຫາ2007 ແຕ່ກໍບໍ່ມີຫຍັງ ຄືບໜ້າເທົ່າທີ່ ຄວນແຕ່ ເກົາຫລີເໜືອ ກໍໄດ້ຕົກລົງ ທີ່ຈະອັດ ໂຮງປັ່ນທາດ Plutonium ເຮັດອາວຸດ ນິວເຄລັຍ ເພື່ອແລກປ່ຽນກັບ ພະລັງນ້ຳມັນເ ຊື້ອເພີງ. ຄູ່ເຈຣະຈາ 6ຝ່າຍ ສັນຍາວ່າຂັ້ນ ທຳອິດ ຂອງຂໍ້ຕົກລົງ ຈະຕ້ອງເຮັດ ໃຫ້ແລ້ວ ພາຍໃນວັນທີ31 ທັນວາ ປີ2007. ຄືການມ້າງ ໂຮງງານ ສ້າງອາວຸດ ນິວເຄລັຍ ຢູ່ Yongbyon ຊຶ່ງຮວມທັງບ່ອນ ທົດລອງໂຮງປັ່ນ, ຫ້ອງທົດລອງ ແລະຜລິດ radio chemical.
ຮອດເດືອນ ພຶສຈິກາ ປີ2007 ແຜນການ ປະຕິບັດງານ ທັງສອງຝ່າຍ ກໍເປັນໄປດ້ວຍດີ. ແຕ່ເຫດຜົນ ທາງດ້ານສຸຂພາບ ແລະຄວາມປອດພັຍ ເຮັດໃຫ້ການມ້າງ ໂຮງງານປັ່ນ ສານເຄມີ ຊັກຊ້າກາຍ ເດືອນທັນວາ 2007ໄປ. ວຽກງານການ ປະຕິບັດຕາມ ຄຳຕົກລົງໃນ ສັນຍາ ກໍຍັງດຳເນີນ ໄປຮອດເດືອນ ມົກກະຣາ ປີ2008.
ຕົກມາຮອດເດືອນ ມີຖຸນາ ປີ2008 ປະທານາທິບໍດີ ສະຫະຣັຖທ່ານ George W Bush ປະກາດຍົກເລີກ ການຈຳກັດ ການຄ້າກັບ ເກົາຫລີເໜືອ ແຕ່ຢາກເຫັນ ຄວາມຄືບໜ້າໃນ ການທັບມ້າງ ໂຄງການສ້າງ ອາວຸດນິວເຄລັຍ ຂອງ ເກົາຫລີເໜືອ ຈຶ່ງຈະລຶບຊື່ ເກົາຫລີເໜືອ ອອກຈາກບັນຊີດຳ ຂອງປະເທດ ທີ່ສນັບສນູນ ຜູ້ກໍ່ ການຮ້າຍສາກົນ.
ເຖິງເດືອນສິງຫາ ປີ2008 ສະຫະຣັຖ ຍັງພະຍາຍາມ ໃນການຮ່ວມ ເຈຣະຈາ 6ຝ່າຍ ແລະຈະລຶບຊື່ ເກົາຫລີເໜືອ ອອກຈາກບັນຊີດຳ ຫາກເກົາຫລີເໜືອ ໃຫ້ການ ຮ່ວມມືກັບ ຄນະກັມມະການ ກວດກາ ອາວຸດ ນິວເຄລັຍ ສະຫະປະຊາຊາດ. ແຕ່ເກົາຫລີເໜືອ ກໍຍັງບໍ່ຍອມໃຫ້ ຄນະກັມມະການ ໄປກວດສອບ ສະຖານທີ່ ທີ່ສົງໃສ ວ່າສາມາດຜລິດ ອາວຸດ ນິວເຄລັຍໄດ້ ພຽງແຕ່ ສົ່ງລາຍງານ ໃຫ້ກວດສອບ ຊຶ່ງທາງ ຄນະກັມມະການ ເຫັນວ່າບໍ່ຖືກ ຕ້ອງຕາມຂໍ້ຕົກລົງ.
ດ້ວຍເຫດນີ້ ສະຫະຣັຖ ຈຶ່ງບໍ່ຍອມ ລຶບຊື່ ເກົາຫລີເໜືອ ອອກຈາກບັນຊີດຳ ເປັນເຫດໃຫ້ ເກົາຫລີເໜືອ ບໍ່ພໍໃຈ ແລະປະກາດ ຍົກເລີກລາຍການ ເຈຣະຈາ ທັງໝົດ ເມື່ອວັນທີ14 ເມສາ ປີ2009 ແລະຍັງທ້າທາຍ ອີກວ່າຈະເລີ້ມ ສ້າງໂຄງການ ອາວຸດນິວເຄລັຍ ຄືໃໝ່ອີກ ຫລັງຈາກນັ້ນ ເກົາຫລີເໜືອ ກໍໄດ້ສັ່ງໃຫ້ ຄນະກັມມະການ ກວດກາ ອາວຸດ ນິວເຄລັຍ ສະຫະປະຊາຊາດ ອອກຈາກປະເທດ ແລະໄດ້ເລີ້ມ ການທົດລອງ ອາວຸດ ນິວເຄລັຍ ຈະຣວດນຳວິຖີ ແລະ ຂີປະນາວຸດຕ່າງໆ ຕລອດ ມາທ່າມກາງການ ຕິຕຽນປະນາມ ຈາກທົ່ວໂລກແລະ ສະຫະປະຊາຊາດ.
ແລະຄັ້ງສຸດທ້າຍ ເມື່ອວັນທີ25 ພຶສພາ ປີ2009 ຜ່ານມາ ຈົນສ້າງຄວາມ ວິຕົກກັງວົນ ໄປທົ່ວທຸກແຫ່ງ ແລະ ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ ຈຶ່ງເອົາ ມາຕການລົງໂທດ ເຄັ່ງຄັດຫລາຍຂື້ນ ໂດຍການຜ່ານ ຍັດຕິສບັບນຶ່ງ ເພື່ອລົງໂທດ ເກົາຫລີເໜືອ. ຍັດຕິສບັບ ເລກທີ 1874 ຂອງສະພາ ຄວາມໝັ້ນຄົງ ສະຫະ ປະຊາຊາດ ທີ່ຜ່ານການລົງ ຄະແນນສຽງ ເຫັນດີ15ຕໍ່0 ໃຫ້ລົງໂທດ ເກົາຫລີເໜືອ ໂດຍການສັ່ງຫ້າມ ຄ້າອາວຸດກັບ ເກົາຫລີເໜືອ ເດັດຂາດ ແລະໃຫ້ສິດກວດ ຄົ້ນກຳປັ່ນຢູ່ ກາງທະເລໄດ້ ຊຶ່ງເປັນຄວາມ ພະຍາຍາມ ທີ່ຈະບັ່ນທອນ ໂຄງການ ອາວຸດນິວເຄລັຍ ແລະຈະຣວດ ນຳວິຖີຂອງ ເກົາຫລີເໜືອ ນອກຈາກນີ້ຍັງ ບັງຄັບ ໃຫ້ ເກົາຫລີເໜືອ ຍຸດຕິການ ທົດລອງ ອາວຸດນິວເຄລັຍ ແລະ ຈະຣວດນຳວິຖີ ແລະຢ້ຳໃຫ້ເຊົາ ການຜລິດອາວຸດ ປະຣາມະນູ ທັງໝົດແລະ ໃຫ້ກັບເຂົ້າຮ່ວມ ການ ເຈຣະຈາ 6ຝ່າຍ ຄືນອີກ.
ຕໍ່ຍັດຕິສບັບ ດັ່ງກ່າວ ຂອງສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ຍິ່ງສ້າງຄວາມ ໂກດແຄ້ນໃຫ້ ເກົາຫລີເໜືອ ຊຶ່ງໄດ້ປະກາດ ຕອບໂຕ້ ປະທ້ວງໂດຍການ ທີ່ຈະ ປຸງແຕ່ງທາດ uranium ແລະຈະສ້າງອາວຸດ ຈາກທາດ plutonium ທີ່ຕົນມີ ທັງໝົດຕໍ່ໄປ.
5ປະເທດທີ່ເປັນ ສະມາຊິກຖາວອນ ຂອງຄນະມົນຕຣີ ຄວາມໝັ້ນຄົງ ສະຫະປະຊາຊາດ ປະນາມ ການກະທຳຂອງ ເກົາຫລີເໜືອ ຄັ້ງນີ້ ຢ່າງຮຸນແຮງ.ດັ່ງທ່ານ ຢູກີໂອ້ ທາກາສູ ເອກອັຄຣາຊທູດ ຍີ່ປຸ່ນ ປະຈຳອົງການ ສະຫະປະຊາຊາດ ໄດ້ກ່າວ ໃນຕອນນຶ່ງວ່າ:
As you know the launch last night of NK utilizing ballistic missile technology is a direct threat to Japan and a serious issue for the UN and Security Council…
ທ່ານກ່າວວ່າ ດັ່ງທີ່ຮູ້ແລ້ວ ວ່າການທົດລອງ ມື້ຄືນນີ້ຂອງ ເກົາຫລີເໜືອ ໂດຍໃຊ້ລະບົບ ຈະຣວດນຳວິຖີ ເປັນການທ້າທາຍ ໂດຍກົງ ຕໍ່ປະເທດ ຍີ່ປຸ່ນ ແລະຍັງສ້າງ ບັນຫາຮ້າຍແຮງ ໃຫ້ສະຫະ ປະຊາຊາດ ແລະໂດຍສະເພາະ ຄນະມົນຕຣີ ຄວາມໝັ້ນຄົງ ນອກຈາກນີ້ ມາດາມ ຊູຊານ ໄຣສ ເອກອັຄຣາຊທູດ ສະຫະຣັຖ ປະຈຳ ອົງການສະຫະ ປະຊາຊາດ ຍັງກ່າວກ່ຽວກັບ ຍັດຕິດັ່ງກ່າວ ໃນຕອນນຶ່ງວ່າ:
and demanding that North Korea halt all nuclear activities, halt all missile activities, and return unconditionally to the 6-party process in negating table...
ມາດາມ ຊູຊານ ໄຣສ ກ່າວວ່າ ແລະຮຽກຮ້ອງແບບ ບັງຄັບໃຫ້ ເກົາຫລີເໜືອ ຍຸດຕິການ ເຂື່ອນໄຫວດ້ານ ນິວເຄລັຍ ທັງໝົດແລະ ຍຸດຕິການ ເຂື່ອນໄຫວດ້ານ ຈະຣວດນຳວິຖີ ທັງໝົດແລະ ກັບຄືນໄປຮ່ວມ ການເຈຣະນາ 6ຝ່າຍ ຢ່າງບໍ່ມີ ເງື່ອນໄຂ.
ການທີ່ຍັດຕິ ດັ່ງກ່າວໄດ້ຮັບ ຄວາມສນັບສນູນ ຢ່າງເປັນເອກກະສັນ ແມ່ນແຕ່ຈີນຊຶ່ງ ສ່ວນຫລາຍ ຈະເຂົ້າຂ້າງ ເກົາຫລີເໜືອ ຊຶ່ງເປັນປະເທດ ເພື່ອນບ້ານ ທີ່ມີລະບົບ ການປົກຄອງແບບ ຄອມມິວນິສ ເຊັ່ນກັນ ຍັງສນັບສນູນ ຍັດຕິນີ້ ກໍສະແດງໃຫ້ ເຫັນວ່ານາໆຊາດ ບໍ່ເຫັນພ້ອມກັບ ການທົດລອງ ອາວຸດຂອງ ເກົາຫລີເໜືອ ເພາະ ເປັນການທ້າທາຍ ສະພາບຄວາມ ໝັ້ນຄົງ ແລະສະງົບສຸຂ ຂອງປະເທດໃນ ພາກພື້ນເອເຊັຍ ແລະໃນໂລກ.
ແຕ່ທີ່ຜ່ານມາ ເກົາຫລີເໜືອ ບໍ່ເຄີຍຟັງສຽງ ຂອງໃຜບໍ່ວ່າ ຈະເປັນ ສະຫະຣັຖ ຫລື ສະຫະປະຊາຊາດ.