ຫລວງພຣະບາງ ກວດຄົນ ທາງບົກແລະອາກາດ

ແຂວງຫລວງພຣະບາງ ເອົາໃຈໃສ່ການ ເຝົ້າຣະວັງ ການແຜ່ຣະບາດ ຂອງເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ຢູ່ໃນ ສນາມບິນ ແລະດ່ານສາກົນ ທາງບົກ ລາວ-ວຽດນາມ.

2009.06.19

ສປປລາວ ໄດ້ປະຕິບັດ ການສອບຖາມ ອາການ ແລະບັນທຶກແບບ ຟອມສຸຂພາບໃຫ້ ຣະອຽດຕື່ມ ດັ່ງທີ່ເຈົ້າໜ້າທີ່ ສາທາຣະນະສຸກ ປະຈໍາແຂວງໄດ້ ກ່າວກ່ຽວກັບ ການເຝົ້າຣະວັງ ແລະຕິດຕາມນີ້:

"ກໍຕ້ອງໄດ້ເອົາ ໃຈໃສ່ເປັນ ພິເສດເຣື້ອງການ ເຝົ້າຣະວັງ ນີ້ແຫລະ ຕິດຕາມເຝົ້າຣະວັງ ຢູ່ສນາມບິນ ກັບດ່ານນາຊອນ ສະເພາະດ່ານສາກົນ ກໍມີແຕ່ວ່າ ເບີ່ງຕາມ ກວດຟອມນັ້ນແຫລະ ຟອມທີ່ວ່າ ກ່ອນເຂົາເຈົ້າສີ່ ລົງຍົນ ເຂົາເຈົ້າຕ້ອງມາ ກອກຟອມ ຕິດຕາມສຸຂພາບ."

ທ່ານວ່າການຕິດຕາມ ເຝົ້າຣະວັງນີ້ແມ່ນ ເນັ້ນໃສ່ສອງຈຸດ ທີ່ກ່າວມານີ້ ເປັນພິເສດ ຍ້ອນວ່າເປັນ ທາງເຂົ້າທາງອອກ ຂອງນັກທ່ອງທ່ຽວ ຈາກຕ່າງປະເທດ ຈໍານວນ ຫລາຍ.

ນອກຈາກນັ້ນ ຍັງຕ້ອງຕິດຕາມ ເຝົ້າຣະວັງສະຖານ ທີ່ຊຸມຊົນຕ່າງໆ ເຊັ່ນໃນໂຮງຮຽນ ໂຮງຈັກໂຮງງານ. ຫາກສະຖານທີ່ ດັ່ງທີ່ກ່າວມານີ້ ມີຄົນປ່ວຍເປັນ ໄຂ້ຫວັດ ກໍຕ້ອງໄດ້ລາຍງານ ໃຫ້ຫນ່ວຍເຝົ້າ ຣະວັງຮູ້ໃນ ທັນທີທັນໃດ.

ສໍາຫລັບ ເຄື່ອງວັດແທກ ອຸນຫະພູມນັ້ນ ຄາດວ່າ ຈະມີການຕິດຕັ້ງ ໃນໄວໆນີ້. ທ່ານກ່າວຕໍ່ໄປວ່າ ເວລານີ້ໂຮງໝໍ ຢູ່ໃນແຂວງ ກໍມີການ ຕຽມພ້ອມໃນການ ປິ່ນປົວ ຄົນປ່ວຍ ຖ້າຫາກເກີດ ກໍຣະນີວ່າ ມີຜູ້ຕິດເຊື້ອໂຣກໄຂ້ຫວັດສາຍພັນໃໝ່  A/H1N1:

"ເຮົາກໍມີແຜນ ໄວ້ຊີ່ວ່າຕິດ ຕໍ່ເອົາຣົຖໂຮງໝໍ ມາຮັບເລີຽ ເຂົ້າໂຮງໝໍແຍກ ດຽວເລີຽແລ້ວ ກໍຄັ້ນຖ້າວ່າ ເປັນຄົນຕ່າງ ປະເທດ ຊີ່ຕ້ອງພົວພັນ ກັບທູດພຸ້ນແຫລະ ຖ້າເປັນ ຄົນຕ່າງປະເທດ ນີ້ຕ້ອງແມ່ນທາງ ຫລວງພຣະບາງ ນີ້ຕ້ອງລາຍງານ ຕໍຫ້ອງການ ປະສານງານ ຄວບຄຸມພະຍາດ ຕິດຕໍ່ສູນ ກາງພຸ້ນ."

ທ່ານວ່າປັດຈຸບັນ ບໍ່ມີກໍຣະນີ ຄົນຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ຢູ່ຫລວງພຣະບາງ ແຕ່ກໍຕ້ອງໄດ້ ເອົາໃຈໃສ່ສຶກສາ ປະຊາຊົນໃຫ້ ຮູ້ຈັກວິທີ່ປ້ອງ ກັນ ບໍ່ໃຫ້ຕິດເຊື້ອໂຣກນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.