ອິສຣະ ຄືສິ່ງທີ່ Aung San Suu Kyi ຄວນຈະໄດ້ຮັບ

ວັນທີ່ 19 ມິຖຸນາ ເປັນວັນຄົບຮອບ 64 ປີຂອງ madame Aung San Suu Kyi ນັກຕໍ່ສູ້ເພື່ອ ປະຊາທິປະໄຕ ໃນພະມ້າ. ໂອກາດນີ້ ບຸກຄົນສຳຄັນ ໃນທຸກວົງການ ໄດ້ຮຽກຮອ້ງ ເປັນສຽງດຽວກັນ ໃຫ້ຣັຖບານ ທະຫານພະມ້າ ປ່ອຍຕົວທ່ານ ດັ່ງ ວຽງໄຊ ຈະສເນີ ຣາຍລະອຽດ ໃນອັນດັບ ຕໍ່ໄປ.
ວຽງໄຊ
2009.06.22
F-Suu ຊາວພະມ້າພາກັນ ເຮັດບຸນໃສ່ບາດ ພ້ອມດ້ວຍຄູບາອາຈານ ກໍໄດ້ຊ່ວຍຈັດພິທີ ໃນວັນຄົບຮອບ64ປີ ຂອງມາດາມ ອອງຊານຊູຈິ ທີ່ກຸງຢ້າງກູ້ງ ປະເທດພະມ້າ
Photo: AFP

ໃນມື້ວັນສຸກ ທີ່ 19 ມິຖຸນາ ຊຶ່ງເປັນ ວັນຄົບຮອບ 64ປີຂອງ madame Aung Suu Kyi ຫົວໜ້າຝ່າຍຄ້ານ ຂອງຣະບອບ ປົກຄອງໃນພະມ້າ ມີການປະນາມ ການດຳເນີນ ຄະດີ ແລະຂັງຄຸກ ຮຽກຮ້ອງໃຫ້ປ່ອຍ ນາງເປັນອິສຣະ ຜ່ານທາງ Twitter, Facebook, ແລະ websites ອື່ນໆ ທັງມີການ ຊຸມນຸມໃນຫລາຍໆ ປະເທດທົ່ວໂລກ.

ສ່ວນ madame Aung San Suu Kyi ນັ້ນ ຖືໂອກາດນີ້ ແບ່ງປັນ ຂນົມວັນເກີດ ແລະ ອາຫານການກິນ ທີ່ຜູ້ສນັບສນູນ ສົ່ງໃຫ້ ຢ່າງຫລວງຫລາຍ ກັບພວກ ທຳມະໂລງ ໃນຄຸກທີ່ນາງ ຖືກຂັງຢູ່ນັ້ນ.

ທ່ານ Nyan Win ທະນາຍຄວາມຂອງ madame Aung San Suu Kyi ໄດ້ນຳເອົາ ຂອງຂວັນໄປຝາກ ໄວ້ໃຫ້ນາງຢູ່ຄຸກ ຊຶ່ງມີທັງ ຂນົມ chocolate ຂນົມ apple ດອກເຜິ້ງ ແລະ ເຂົ້າແບບອິນເດັຍ ຫລື biryani ອີກ 50 ກັບຮ່ວມຢູ່ນຳ. ເຖິງວ່າທ່ານ Nyan Win ຈະບໍ່ມີໂອກາດ ໄດ້ພົບ madame Aung San suu Kyi ໃນມື້ວັນສຸກ ກໍ່ຕາມແຕ່ພວກ ທະນາຍຄວາມ ກໍ່ໄດ້ບອກໃຫ້ ນາງຮູ້ກ່ຽວກັບ ການຮຽກຮ້ອງທີ່ ມີຂຶ້ນທົ່ວໂລກ ແລະວ່າ Madame Aung San Suu Kyi ສຸດຈະຊາບຊຶ້ງ ໃນຄວາມ ພະຍາຍາມ ຊ່ວຍເຫລືອນາງ ແລະ ວ່ານາງເສັຍໃຈ ທີ່ບໍ່ສາມາດ ກ່າວຄຳຂອບໃຈ ນຳທຸກຄົນໂດຍ ຕົນເອງ. ປີນີ້ເປັນເທື່ອ ທີ່14ແລ້ວ ທີ່ວັນເກີດຂອງ ນາງວຽນມາເຖິງ ໃນເວລາທີ່ ນາງຖືກກັກ ຂັງຢູ່.

ບຸກຄົນສຳຄັນ ໃນວົງການຕ່າງໆ ເຊັ່ນດາຣາ ພາພຍົນໃນ Hollywood ນັກຮ້ອງ ນັກກິລາ ຜູ້ທີ່ໄດ້ຮັບ ລາງວັນ Nobel ແລະ ຜູ້ນຳປະເທດ ໄດ້ຮ່ວມຮຽກຣ້ອງ ໃຫ້ຣັຖບານ ທະຫານພະມ້າ ປ່ອຍຕົວ madame Aung San Suu Kyi. ຄົນສ່ວນຫລາຍ ຂຽນສານລົງໃນ internet ແລະ video YouTube ຊຶ່ງກຸ່ມ ສິດທິມະນຸດ ທັງຫລາຍເວົ້າວ່າ ເປັນເຄື່ອງມືແບບ ບໍ່ເຄີຍໄຊ້ ມາກ່ອນ ແລະໄຊ້ໄດ້ຜົນ ຫລາຍທີ່ສຸດ ເພື່ອເຕົ້າໂຮມການ ສນັບສນູນ madame Suu Kyi ແລະ ເນັ້ນໃຫ້ເຫັນເຖິງ ການຕໍ່ສູ້ ຂອງນາງ.

ມີ Website ໃໝ່ປະກົດຂຶ້ນ http://64forsuu.org ເປີດໃຫ້ຄົນເຂົາ ໄປຂຽນສານ ໃສ່ໄດ້ ແລະ ກໍ່ມີຜູ້ນຶ່ງ ຂຽນລົງວ່າ “ພວກເຮົາບໍ່ຄວນ ນັ່ງເສີຍ ໃນຂະນະທີ່ ນາງຖືກຕັດສິດ ໃນການປາກເວົ້າ ອີກເທື່ອນຶ່ງ. ເຖິງເວລາແລ້ວ ທີ່ຊຸມຊົນສາກົນ ຈະອອກມາເວົ້າ ເປັນສຽງດຽວກັນ” ມີບຸກຄົນ ສຳຄັນແລະ ຜູ້ມີຊື່ສຽງ ຫລາຍສິບຄົນ ລົງຊື່ໃນ Website ດັ່ງກ່າວ ຊຶ່ງກາຍເປັນ ຈຸດຮ່ວມເພື່ອ ສນັບສນູນທາງ internet ຊຶ່ງເປັນຜົນງານ ຮ່ວມຣະຫວ່າງກຸ່ມ ສິດທິມະນຸດຕ່າງໆ ອັນມີອົງການ ນິຣະໂທດກັມ ສາກົນ ຮ່ວມຢູ່ນຳ.

ທາງການກີດກັ້ນ Website ນີ້ໃນພະມ້າ ຊຶ່ງເປັນເຫດການ ປົກຕິຢູ່ແລ້ວ ເພາະຣັຖບານ ທະຫານພະມ້າ ຈະກີດກັ້ນ website ໃດທີ່ຕົນເຫັນວ່າ ມີຄວາມລໍ່ແຫລມ ທາງດ້ານການເມືອງ ແຕ່ຊາວພະມ້າ ຜູ້ຊຶ່ງມີຄວາມ ສາມາດພິເສດ ເຣື້ອງ internet ກໍ່ສາມາດ ຫາທາງອື່ນໄດ້ ເພື່ອອ້ອມໄປຫາ website ຕ້ອງຫ້າມນີ້.

ການຊຸມນຸມ ເລີ້ມຂຶ້ນຢູ່ທີ່ ນະຄອນ Yangon ຖ້າມກາງການຮັກ ສາຄວາມປອດພັຍ ຢ່າງເຂັ້ມງວດ. ໃນພິທີທີ່ ຈັດຂຶ້ນໃນຕອນ ເຊົ້າມື້ວັນສຸກ ຢູ່ຕໍ່ໜ້າ ສູນກາງພັກ ສັນນິບາດ ແຫ່ງຊາຕ ເພື່ອ ປະຊາທິປະໄຕ ຫລື NLD ຂອງນາງ ຜູ້ສນັບສນູນ ປະມານ 300ຄົນ ພາກັນປ່ອຍ ນົກຈອກ 64ໂຕ ນົກເຂົາ ຊຶ່ງເປັນສັນຍາລັກ ແຫ່ງ ສັນຕິພາບ ອີກ10ໂຕ ໝາກປຸມເປົ້າ ຫລາຍສີ ພ້ອມກັບຮ້ອງເພງ ສຸກສັນວັນເກີດ Happy Birthday ແລະຕັດຂນົມ ວັນເກີດ ເປັນກຽຕແກ່ນາງ.

ເຈົ້າໜ້າທີ່ພັກ ຝ່າຍຄ້ານ ກ່າວໃນນະຄອນ Yangon ວ່າ "(ສຽງປະກອບເປັນ ພາສາພະມ້າ) Daw (ເທົ່າກັບຍານາງ) Aung San Auu Kyi ເປັນຜູ້ນຳທີ່ ເຂັ້ມ ແຂງແລະກ້າຫານ ແຕ່ນາງຖືກ ກ່າວຫາຢ່າງ ບໍ່ມີເຫດຜົນ ແລະອາດຖືກ ຕັດສີນໂທດ ພວກເຮົາເສົ້າ ສລົດໃຈທີ່ຕ້ອງ ສລອງວັນເກີດ ຂອງນາງ ໂດຍທີ່ບໍ່ມີ ນາງຮ່ວມ ຢູ່ນຳ”

ໃນລະຍະ 19ປີຜ່ານມານີ້ madame Aung San Suu Kyi ຖືກກັກຂັງນານ ກວ່າ13ປີ ສ່ວນມາກແມ່ນຖືກ ຂັງບໍຣິເວນ ໝາຍຄວາມວ່າໃຫ້ ຢູ່ແຕ່ ໃນເຂດບ້ານ ບໍ່ສາມາດອອກ ໄປໃສໄດ້ ຢ່າງເສຣີ. ພັກ NLD ຂອງນາງ ຊນະການເລືອກຕັ້ງ ປີ1990 ຊຶ່ງຣັຖບານ ທະຫານພະມ້າ ບໍ່ຍອມຮັບຮູ້.

ຖານະຂອງນາງ ປ່ຽນແປງໄປ ຢ່າງຫລວງຫລາຍ ໃນເດືອນຜ່ານມາ ເມື່ອຊາຍ ອາເມຣິກັນ ຜູ້ນຶ່ງ ລອຍຂ້າມນ້ຳໄປ ບ້ານຂອງນາງ ຊຶ່ງຢູ່ແຄມ ທະເລສາບ ແລະມີຄົນ ຍາມຢູ່ຢ່າງ ແໜ້ນໜາ ໂດຍທີ່ເຈົ້າຂອງ ບ້ານບໍ່ໄດ້ ເຊື້ອເຊີນ ແລະພັກຢູ່ຫັ້ນ 2ມື້. ນາງຖືກຈັບໃນ ວັນທີ່14 ພືສພາ ແລະຖືກນຳໄປ ໄວ້ບ່ອນທີ່ທາງ ການພະມ້າ ຮ້ອງ ວ່າ ‘ເຮືອນຮັບຮອງແຂກ’ ໃນຄຸກ Insein ທີ່ຂຶ້ນຊື່ລືຊາ ຂອງພະມ້າ ບ່ອນຊຶ່ງຄະດີ ຂອງນາງກຳລັງ ດຳເນີນຢູ່ ໃນຂໍ້ຫາລະເມີດ ກົດເກນການກັກຂັງ ບໍຣິເວນ ຂອງ ນາງ.

ຄາດວ່າຣັຖບານ ທະຫານພະມ້າ ຈະຕັດສີນວ່າ ນາງມີຄວາມຜິດ ຕາມຂໍ້ກ່າວຫາ ທີ່ຈະມີຜົນໃຫ້ຕ້ອງຖືກຂັງຄຸກ ໄດ້ດົນເຖິງ 5ປີ. ການພິຈາຣະນາ ຄະດີໄດ້ເຍື້ອນ ເວລາອອກໄປ ເພືອໄຫ້ ທະນາຍຄວາມ ຝ່າຍຈຳເລີຍ ມີເວລາ ຂໍອຸທອນ ໃຫ້ສານຮັບຟັງຄຳ ໃຫ້ການຂອງ ພະຍານຝ່າຍຕົນ ທີ່ສານໄດ້ ປະຕິເສດ ໄປແລ້ວນັ້ນ. ໃນມື້ວັນສຸກ ສານສູງໄດ້ ກຳນົດການອຸທອນ ຂັ້ນສຸດທ້າຍ ໃສ່ມື້ວັນທີ 24 ມິຖຸນາ.

ມີການປະທ້ວງ ເປັນກຸ່ມນ້ອຍ ຢູ່ຕໍ່ໜ້າ ສະຖານທູຕພະມ້າ ໃນກຸງ Manila, Seoul, New Delhi ບ່ອນຊຶ່ງຊາວ ພະມ້າ 33ຄົນ ຖືກຈັບແລະ ຕຳຣວດອິນເດັຍ ບອກວ່າເປັນຍ້ອນ ພວກເຂົາເຈົ້າ ບໍ່ມີອານຸຍາດ ຢ່າງຖືກຕ້ອງ.

ໃນກຸງ Brussels ປະເທດ Belgium ຮູບພາບຂອງ Madame ASSK ຖືກນຳໄປສາຍ ຢູ່ທີ່ຣັຖສະພາ Europe ແລະຜູ້ນຳຂອງ ສະມາຊິກທັງ 27ປະເທດ ຂອງກຸ່ມດັ່ງກ່າວ ຈະອອກຖແລງການ ເພື່ອຮຽກຮ້ອງໃຫ້ ປ່ອຍນາງທັນທີ ຢ່າງບໍ່ມີ ເງື່ອນໄຂ.

ສ່ວນໃນນະຄອນ New York ສະຫະຣັຖ ອາເມຮິກາ ກໍ່ມີການ ຊຸມນຸມເກີດຂຶ້ນ ເຊັ່ນກັນ ໂດຍມິຈຸດພິເສດ ຢູ່ບ່ອນທີ່ມີ ຄູບາຮ່ວມນຳ. ຮອງປະທານ ອົງການຈັດຕັ້ງ ສົງສາກົນ ກ່າວໃຫ້ສິນໃຫ້ພອນ ຕິດຕາມດ້ວຍການ ສູດໄຊຍັນໂຕ (ສຽງປະກອບເປັນ ພາສາພະມ້າ) ພຣະອາຈານເວົ້າວ່າ:

“ມື້ນີ້ແມ່ອອກ ASSK ມີອາຍຸຄົ່ບ 64ປີ. ນາງເປັນຜູ້ ກ້າຫານ ເສັຍສລະບໍຣິສຸດ ແລະເປັນຜູ້ນຳ ຂອງປະຊາຊົນ ຢ່າງແທ້ຈິງ ພວກເຮົາອົງການ ຈັດຕັ້ງສົງ ສາກົນ ພາວະນາຂໍໃຫ້ ນາງມີ ອາຍຸໝັ້ນຍືນ ພົ້ນ ຈາກພັຍອັນຕຣາຍ ທີ່ກຳລັງ ປະສົບຢູ່ ໃນເວລານີ້ ແລະພາວະນາ ໃຫ້ນາງສາມາດ ປະກອບພາລະກິດ ເພື່ອຜົນປະໂຍດ ຂອງພະມ້າ ແລະ ຂອງໂລກດ້ວຍເທີ້ນ.”

ສ່ວນສະຫະຣັຖ ອາເມຣິກາ ກໍ່ໄດ້ສົ່ງ ພອນວັນເກີດໃຫ້ madame ASSK ແລະເວົາວ່າ ນາງເປັນແຣງ ບັນດານໃຈໃຫ້ ຜູ້ທີ່ ສນັນສນູນ ເສຣີພາບ ປະຊາທິປະໄຕ ໃນພະມ້າ ແລະທົ່ວໂລກ ພ້ອມກັບຮຽກຮ້ອງໃຫ້ ອຳນາດການປົກຄອງ ໃນພະມ້າ ຍົກເລີກຂໍ້ກ່າວຫາ ແລະປ່ອຍນາງໃຫ້ ເປັນອີສຣະ ທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.