ຊາວໂລກຮຽກຮ້ອງ ໃຫ້ປ່ອຍ ອອງຊານຊູຈິ
2009.06.19

ນັກເຄື່ອນໄຫວ ປະຊາທິປະໄຕ ໃນທົ່ວໂລກຕ່າງ ກໍພາກັນສົ່ງ ເອກສາຣຜ່ານທາງ ເຄື່ອຄ່າຍ ອີນເທີເນຕ ເປັນກາຣປະທ້ວງ ແລະທວງໃຫ້ທາງ ກາຣຣັຖບາລ ທະຫາຣ ພະມ້າໄດ້ປ່ອຍ ຍານາງອອກຈາກ ຄຸກຄຸມຂັງໂດຽ ບໍ່ມີເງື່ອນໄຂໃດໆ.
ໃນຂະນະດຽວກັນນີ້ ກໍມີບັນດາ ຜູ້ນຳປະເທສ ຕ່າງໆເຊັ່ນ: ທ່ານ Gordon Brown ນາຍົກ ຣັຖມົນຕຣີ ຂອງອັງກິດ ດາຣານັກ ກິລາເຕະບາລ David Beckham ພ້ອມກັບດາຣາ ພາພຍົນ George Clooney ແລະ Julia Roberts ແລະຫລາຍໆຄົນ ຕ່າງກໍພາກັນ ໃຫ້ກາຣສນັບສນູນ ລົງໃນເວບໄຊຕ໌ ທວງໃຫ້ທາງກາຣ ພະມ້າປ່ອຍ ຍານາງ Aung San Suu-kyi ໂດຽດ່ວນເຊັ່ນກັນ.
ສ່ວນທາງກາຣ ສະຫະຣັຖແລະ ທາງ ສະຫະພາບ ຢູໂຣປ ນັ້ນແມ່ນສືບຕໍ່ ທາງກາຣເມືອງເພື່ອ ກົດດັນ ໃຫ້ຣັຖບາລ ທະຫາຣພະມ້າ ຍຸຕິກາຣ ກັກຄຸມຕົວ ຜູ້ນຳພັກ ສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ດັ່ງກ່າວນີ້.
ຍານາງ Aung San Suu-kyi ຄວນຈະຖືກປ່ອຍ ອອກຈາກກາຣກັກ ບໍຣິເວນ ແຕ່ວັນທີ່27 ພືສພາ ຜ່ານມາພາຍຫລັງ ທີ່ຖືກຄຸມຕົວ ນານມາໄດ້ກວ່າ 13ປີໃນ ລະຍະເວລາ 19ປີ ທີ່ຜ່ານມາ ແຕ່ແລ້ວຊ້ຳຖືກ ນຳຕົວໄປຂັງ ໄວ້ໃນຄຸກຕື່ມອີກ ພ້ອມກັບດຳເນີນ ຄະດີ ໃນຂໍ້ຫາຝ່າຝືນ ກົດຣະບຽບ ຂອງກາຣ ກັກບໍຣິເວນ ໂດຽກາຣ ກ່າວຫາວ່າ ອະນຸຍາຕໃຫ້ ຊາວອະເມຣິກັນ ຄົນໜື່ງເຂົ້າໄປ ໃນເຮືອນພາຍຫລັງ ທີ່ລັກລອບລອຍ ຂ້າມນ້ຳເຂົ້າໄປ ເຂຕບ້ານພັກຂອງ ຍານາງ ນັ້ນທັ້ງໆທີ່ ຍານາງບໍ່ຮູ້ ຈັກຫຍັງນຳເລີຽນັ້ນ.