ເຣື້ອງທີ່ເກັບບັນທຶກໄວ້
2024-05-20
ລາວ ມີມູນຄ່າການຄ້າຕ່າງປະເທດ ທີ່ບໍ່ລວມການນໍາເຂົ້າ-ສົ່ງອອກ ໄຟຟ້າ ບັນລຸໄດ້ 3,680 ລ້ານໂດລ້າຣ໌ສະຫະລັດ ໃນນັ້ນມູນຄ່າການສົ່ງອອກບັນລຸ ໄດ້ 1,685 ລ້ານໂດລ້າຣ໌ ສ່ວນມູນຄ່າການນໍາເຂົ້າບັນລຸ 1,994 ລ້ານໂດລ້າຣ໌.
2024-05-19
ທູດພິເສດອາຊຽນ ພົບປະກັບ ຜູ້ນໍາທະຫານມຽນມາ ເພື່ອຊອກແນວທາງແກ້ໄຂຂໍ້ຂັດແຍ່ງໃນມຽນມາ.
2024-05-17
ປະຊາຊົນ ຍັງໃຊ້ຊີວິດການເປັນຢູ່ລໍາບາກ ຍ້ອນສະພາບເສດຖະກິດ ໃນປັດບັນ ທີ່ບໍ່ມີທ່າທີວ່າ ຈະດີຂຶ້ນ.
2024-05-17
ສື່ມວນຊົນລາວລາຍງານວ່າ ບໍລິສັດ ຊິໂນເປັກ (SINOPEC) ເຊິ່ງເປັນບໍລິສັດນໍ້າມັນເຊື້ອໄຟ ແລະ ເປໂຕຣເຄມີຈາກປະເທດຈີນ ກຽມເຂົ້າມາເປັນຜູ້ໃຫ້ບໍລິການນໍ້າມັນ ເຊື້ອໄຟໃນປະເທດລາວ ລວມເຖິງການເປີດປໍ້ານໍ້າມັນ ດ້ວຍແຕ່ຍັງບໍ່ທັນມີລາຍລະອຽດວ່າ ຈະເປີດກິດຈະການເມື່ອໃດ.
2024-05-17
5 ເດືອນຕົ້ນປີນີ້ ທົ່ວປະເທດລາວມີຜູ້ຕິດເຊື້ອໄຂ້ຍຸງລາຍ 3,095 ຄົນ, ເສັຍຊີວິດ-3 ຄົນ, ຕິດຫລາຍກວ່າໝູ່ ແມ່ນຢູ່ແຂວງເຊກອງ-1,014 ຄົນ, ຮອງລົງມາກໍແມ່ນນະຄອນ ຫລວງວຽງຈັນ-610 ຄົນ.
2024-05-17
ຊາວບ້ານ 59 ຄອບຄົວຢູ່ບ້ານຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ອາໄສຢູ່ໃກ້ກັບສະໜາມກັອຟ ບູຢອງ ຫຼື ສະໜາມກັອຟຊີເກມຫຼັກ 16 ມາຮອດປະຈຸບັນຊາວບ້ານຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍເທື່ອ ແລະ ຍັງບໍ່ມີທ່າທີວ່າຈະໄດ້ຮັບເງິນຄ່າຊົດເຊີຍມື້ໃດ.
2024-05-17
ຄົນລາວ 14 ຄົນ ຈາກແຂວງຫຼວງນໍ້າທາ ແລະແຂວງບໍ່ແກ້ວ ທີ່ຕົກເປັນເຫຍື່ອການຄ້າມະນຸດ ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ຕັັ້ງແຕ່ເດືອນສິງຫາ ປີ 2022 ນັ້ນ ມາຮອດມື້ວັນທີ 15 ເດືອນພຶດສະພາ ປີ 2024 ນີ້ ຖືກປ່ອຍໂຕອອກຈາກ ກາສິໂນດັ່ງກ່າວນັ້ນແລ້ວ.
2024-05-16
ເຂື່ອນທົວປາ (Tuoba) ເຊິ່ງເປັນເຂື່ອນໄຟຟ້າ ໃນແມ່ນໍ້າຂອງຕອນເທິງ ແຫ່ງທີ່ 12 ຂອງປະເທດຈີນ ທີ່ຫາຈະສ້າງແລ້ວບໍ່ເມື່ອດົນມານີ້ ໄດ້ມີການກັກເກັບນໍ້າ ເອົາໄວ້ ເຮັດໃຫ້ຊາວບ້ານລຸ່ມແມ່ນໍ້າຂອງ ລາວ-ໄທ ທີ່ອາໄສ ແມ່ນໍ້າຂອງໃນການທໍາມາຫາກິນ ໄດ້ຮັບຜົນກະທົບ.
2024-05-16
ປະເທດລາວ ຈະສົ່ງນັກກິລາສາມຄົນ ໄປຮ່ວມການແຂ່ງຂັນກິລາໂອລິມປິກທີ່ນະຄອນຫຼວງປາຣີ ປະເທດຝຣັ່ງໃນເດືອນກໍລະກົດຈະມາເຖິງນີ້.
2024-05-16
ພາກທຸລະກິດໃນລາວ ກໍາລັງພິຈາລະນາປັບຂຶ້ນຄ່າແຮງງານ ເພື່ອໃຫ້ສອດຄ່ອງກັບອັດຕາເງິນກີບເຟີ້ ແລະຄ່າຄອງຊີບໃນປັດຈຸບັນ ທີ່ສູງຂຶ້ນນໍາເລື້ອຍໆ ເຊິ່ງໄດ້ສະເໜີຂຶ້ນເງິນເດືອນຂັ້ນຕໍ່າ, ຄ່າເຮັດວຽກລ່ວງເວລາ ແລະຄ່າສະວັດດິການຕ່າງໆ ໃຫ້ຄົນງານ ເພື່ອດຶງດູດ ຄົນງານລາວ ເຮັດວຽກນໍາ ແລະແກ້ໄຂບັນຫາການຂາດເຂີນແຮງງານຢູ່ລາວ.
2024-05-16
ບັນຫາ ການປ່ອຍນໍ້າເປື້ອນ-ນໍ້າເສຍ ປົນເປື້ອນສານເຄມີ ຢູ່ເມືອງຊໍາເໜືອ ຕັ້ງແຕ່ວັນທີ 22 ເດືອນກຸມພາ 2024 ເຮັດໃຫ້ຊາວບ້ານ 36 ບ້ານ ໄດ້ຮັບຜົນກະທົບ ຫຼ້າສຸດ ມາຮອດວັນທີ 11 ເດືອນພຶດສະພາ 2024 ນີ້ ບັນຫາດັ່ງກ່າວ ໄດ້ຮັບການແກ້ໄຂແລ້ວ ໂດຍມີການຢັ້ງຢືນ ວ່າ ນໍ້າແວ່ນ ແລະນໍາຊໍາ ສາມາດນໍາໃຊ້ໄດ້ແລ້ວ ແລະທາງບໍລິສັດຜູ້ຂຸດຄົ້ນ ກໍຮັບປະກັນ ກັບຜົນກະທົບຕ່າງໆ ທີ່ຈະເກີດຂຶ້ນ ໃນພາຍພາກໜ້ານໍາດ້ວຍ.
2024-05-16
ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ຂອງລັດ ແລະເອກກະຊົນ ໃນເຂດເມືອງໄຊທານີ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນເລກ 1 ນະຄອນຫລວງວຽງຈັນ.
2024-05-15
ເຈົ້າໜ້າທີ່ຕໍາຫຼວດ ຜະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍ່ແກ້ວທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ເຂົ້າກວດຄົ້ນເຮືອນເປົ້າໝາຍ 2 ຫຼັງ ຢູ່ບ້ານຈຽງຕອງ ເມືອງ ປາກທາ ແລະສາມາດຍຶດຢາເສບຕິດ ປະເພດຢາບ້າ ໄດ້ທັງໝົດ14,106,000 ເມັດ ພ້ອມກັບຈັບຜູ້ຖືກຫາໄດ້ 2 ຄົນ.
2024-05-15
ຊາວບ້ານ ສະຫວ່າງ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ຈໍານວນ 47 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ຢູ່ໜ້າເຂື່ອນນໍ້າງື່ມ 1 ໄດ້ຮັບຄ່າຊົດເຊີຍງວດທີ 3 ແລ້ວ ຈາກທາງການແຂວງວຽງຈັນ.
2024-05-15
ບໍລິສັດ ລີຊິນ ພັດທະນາກະສິກໍາ ຈໍາກັດ ຂອງນັກລົງທຶນຈີນ ໃຫ້ພະນັກງານດຸດ (ສວນ) ມັນຕົ້ນ ຂອງປະຊາຊົນ ເພື່ອບຸກເບີກເນື້ອທີ່ດິນ ຕາມສິດທີ່ໄດ້ຮັບ ອະນຸຍາດຈາກຂັ້ນເທິງ ຂະນະທີ່ປະຊາຊົນ ທີ່ປູກມັນຕົ້ນ 4 ຄອບຄົວບໍ່ຍອມຮັບຄ່າຊົດເຊີຍ ແລະ ບໍ່ຍອມຍົກດິນໃຫ້ບໍລິສັດ.