ລາວ ຈະສົ່ງນັກກິລາ 3 ຄົນເຂົ້າຮ່ວມ ກິລາໂອລິມປິກ
2024.05.16

ນັກກິລາລາວ ຈະໄປຮ່ວມການແຂ່ງຂັນ ກິລາໂອລິມປິກ ຄັ້ງທີ 33 ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 26 ກໍລະກົດ ຫາ 11 ສິງຫາ 2024 ທີ່ຈະມາເຖິງນີ້. ປະເທດລາວ ໄດ້ຮັບໂຄຕ່າສົ່ງນັກກິລາໄປຮ່ວມ 3 ຄົນ ໃນ 2 ປະເພດກິລາຊຶ່ງນັກກິລາເຫຼົ່ານີ້ ໄດ້ຮັບເຊີນ ແລະໄດ້ຮັບສິດພິເສດ ໄປຮ່ວມໃນນາມເປັນຕົວແທນ ຈາກບັນດາປະເທດນ້ອຍ ແລະດ້ອຍພັດທະນາ.
ນອກຈາກນັ້ນ ກໍຍັງມີນັກກິລາລາວ ອີກ 3 ຄົນ ໃນ 3 ປະເພດກິລາ ທີ່ກຳລັງແຂ່ງຂັນການຄັດເລືອກ
ເພື່ອໄປແຂ່ງຂັນກິລາໂອລິມປິກ ຄັ້ງນີ້ນຳ.
ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ດ້ານການກິລາລາວ ທ່ານໜຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ພຶດສະພານີ້ວ່າ:
“ເຈົ້າມີ, ຊິມີ. ກິລາທີ່ພວກເຮົາອັ່ນນ່າ ໄດ້ໂກຕ້າຂອງອັ່ນນ່າ Universality ຫັ້ນນ່າ 2 ກິລາລະຄື ກິລາແລ່ນຜູ້ໜຶ່ງ, ກິລາລອຍນ້ຳ 2 ຄົນ. ນອກນັ້ນ, ກະຍັງມີກິລາທີ່ວ່າພວກເຮົາຄັດເລືອກຢູ່. ມີກິລາຍິມນາສຕິກຜູ້ຍິງເນາະ, ກິລາລົດຖີບຜູ້ຍິງ, ກິລາມວຍ (ສາກົນ). ແມ່ນແຫຼະ, ຊິໄປຄັດເລືອກຢູ່ກຸງເທບນີ້ແຫຼະ.”
ທາງດ້ານ ເຈົ້າໜ້າທີ່ ສະຫະພັນກິລາມວຍລາວ ທ່ານໜຶ່ງ ກ່າວວ່າຍັງບໍ່ທັນມີນັກກິລາມວຍສາກົນ ເຂົ້າຮ່ວມແຂ່ງຂັນໃນກິລາໂອລິມປິກ ໃນຄັ້ງນີ້ເທື່ອ ຍ້ອນວ່າ ບໍ່ມີນັກກິລາລາວຄົນໃດທີ່ຜ່ານການຄັດເລືອກ ແລະ ຢູ່ໃນລະດັບມາດຕະຖານທີ່ສາມາດເຂົ້າຮ່ວມ ແຂ່ງຂັນກິລາໂອລິມປິກໄດ້. ໃນຂະນະທີ່ກິລາມວຍລາວ ຫຼື ມວຍໄທ ບໍ່ໄດ້ຖືກບັນຈຸເຂົ້າໃນການແຂ່ງຂັນກິລາໂອລິມປິກນີ້ເທື່ອ.
“ບໍ່ມີເນາະ ມວຍລາວ, ມວຍໄທ ເຮົາບໍ່ມີໄປແຂ່ງໂອລິມປິກ ບໍ່ໄດ້ຈັດໃນໂອລິມປິກເຈົ້າ. ແຕ່ວ່າຕາມທີ່ເຫັນມວຍ (ສາກົນ) ລາວqualify (ຄັດເລືອກ) ບໍ່ຜ່ານນ່າ ຕາມລາຍງານມານີ້ເນາະ. ກະແຜນເຂົ້າຮ່ວມ Asian Indoor Game ຢູ່ປະເທດໄທຫັ້ນແຫຼະ, ເພິ່ນຈັດໃນເດືອນພະຈິກ.”
ນັກກິລາລອຍນ້ຳຄົນໜຶ່ງ ຊຶ່ງເຄີຍເປັນໂຕແທນທີມຊາດລາວ ໄປແຂ່ງຂັນໃນກິລາລະດັບພາກພື້ນ ເວົ້າວ່າ
ລາວບໍ່ໄດ້ໄປລົງແຂ່ງຂັນເພື່ອຄັດເລືອກໂຕແທນ ປະເທດລາວ. ຊຶ່ງໄດ້ຮັບໂກຕ້າຈາກສະຫະພັນລອຍນ້ຳສາກົນ ພຽງ 1 ຄົນທີ່ຈະໄດ້ເຂົ້າໄປແຂ່ງຂັນກິລາໂອລິມປິກ ຢູ່ນະຄອນຫຼວງປາຣີ ໃນໄລຍະເດືອນກໍລະກົດໜ້ານີ້.
“ໂອລິມປິກປີນີ້ວ່າ ເຮົາບໍ່ໄດ້ໄປ. (ປະເພດຊາຍ) ມີແຕ່ຄົນດຽວ. ລາວໄດ້ໄປເຈັດແຕ້ມພຸ້ນນ່ະ ລາວຈັ່ງໄດ້ໄປ.”
ທາງດ້ານ ຄູເຝິກສອນ ນັກກິລາລາວ ທ່ານໜຶ່ງ ກ່າວວ່າສຳລັບນັກກິລາທີ່ເປັນນັກຮຽນຂອງທ່ານ ຍັງບໍ່ທັນມີໃຜໄດ້ຮັບໂກຕ້າ ເຂົ້າຮ່ວມແຂ່ງຂັນກິລາໂອລິມປິກເທື່ອນີ້ເທື່ອ, ແຕ່ສ່ວນຫຼາຍກໍຈະໄດ້ຮັບໂອກາດ ໄປແຂ່ງຂັນໃນກິລາລະດັບພາກພື້ນຫຼາຍລາຍການ ໂດຍສະເພາະ ກິລາປະເພດແລ່ນ-ລານ ແລະ ກິລາກະຕໍ້.
“ຍັງບໍ່ມີເວີ້ຍ ກ່ຽວກັບໂອລິມປິກແຕ່ວ່າ ເຂົາເຈົ້າຈະມີໂກຕ້າອັ່ນນັ້ນຕ່າງຫາກນ່າ ເຮົາກະບໍ່ແນ່ໃຈຄືກັນວ່າປະເພດໃດເຂົາໄດ້ໄປບໍ່ຫັ້ນນ່າ. ສ່ວນຫຼາຍເຂົາກະມີແຕ່ qualified ແຕ່ຍັງບໍ່ແນ່ໃຈປານໃດ.
ກ່ຽວກັບອັ່ນນັ້ນພໍມີຢູ່ເນາະ ແຕ່ວ່າກະແຕ່ລະລາຍການເຮົາກະບໍ່ທັນໄດ້ຮວບຮວມ ແມ່ນຫຍັງ
ແຕ່ວ່າກະມີບາງປະເພດ ກະໄດ້ໄປຫັ້ນນ່າ ມີແລ່ນ-ລານ ມີກະຕໍ້ບໍ່ມີຫຍັງຫັ້ນໄປຊີ້ນ່າ.”
ສ່ວນເຈົ້າໜ້າທີ່ກ່ຽວຂ້ອງຂັ້ນສູງ ດ້ານການກິລາລາວກ່າວມ້ວນທ້າຍອີກວ່າ ທາງຄະນະກຳມະການໂອລິມປິກແຫ່ງຊາດລາວ ກໍບໍ່ໄດ້ຄາດຫວັງຫຼຽນລາງວັນ ຫຼື ການຜ່ານເຂົ້າຮອບ ຫຼາຍພໍປານໃດຍ້ອນວ່າ ການແຂ່ງຂັນກິລາໂອລິມປິກ ມີນັກກິລາລະດັບໂລກທີ່ມີຄວາມສາມາດສູງ ເຂົ້າຮ່ວມເປັນຈຳນວນຫຼາຍ ແຕ່ກໍຢາກໃຫ້ນັກກິລາລາວ ທີ່ໄປເຂົ້າຮ່ວມແຂ່ງຂັນ ໄດ້ມີໂອກາດທົດສອບຄວາມສາມາດຂອງຕົນເອງ ກັບບັນດານັກກິລາລະດັບໂລກ ເພື່ອທີ່ຈະເປັນແຮງກະຕຸກຊຸກຍູ້ ໃນການເຝິກຝົນຕົນໃຫ້ດີຫຼາຍຂຶ້ນ.
“ໂອ້! ລະດັບໂລກນີ້ເຮົາບໍ່ສາມາດລະເນາະ. ບໍ່ຫວັງຫັ້ນແລ້ວ, ພວກເຮົານີ້ກະປະເທດໜ້ອຍ ປະເທດກຳລັງພັດທະນານີ້ກະຍາກຢູ່. ໂອ້!ປະສົບການກະແມ່ນອັ່ນນ່າໄດ້ທົດສອບ ຄວາມສາມາດຂອງໂຕເອງກັບລະດັບໂລກນີ້ແຫຼະເນາະ. ແລະກະຈະໄດ້ອັ່ນເປັນບົດຮຽນໃຫ້ເຂົາເຈົ້າໄດ້ບຸກບືນເນາະ. ຈະໄດ້ເຝິກແອບຕົນເອງໃຫ້ມັນມີສະຖິຕິດີຂຶ້ນຫັ້ນແລ້ວ.”
ຜູ້ສັງເກດການ ດ້ານການກິລາລາວທ່ານໜຶ່ງໃຫ້ຄຳເຫັນຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າໃນໄລຍະຜ່ານມາ, ການເຝິກແອບນັກກິລາລາວ ຍັງຂາດການສະໜັບສະໜູນຈາກພາກລັດ ໃນການພັດທະນາການກິລາ ໂດຍສະເພາະດ້ານວິທະຍາສາດ ການກິລາທີ່ເປັນປັດໄຈສຳຄັນ ຕໍ່ກັບການສ້າງນັກກິລາໃຫ້ມີປະສິດທິພາບສູງ ຊຶ່ງຕ້ອງອາໄສໂພຊະນາການທີ່ດີ ແລະເໝາະສົມ, ການສ້າງຂະບວນການເຝິກແອບ ແລະ ການດຳເນີນຊີວິດປະຈຳວັນ ທີ່ຖືກຕ້ອງ. ຈຶ່ງຈະເຮັດໃຫ້ ການພັດທະນາກິລາລາວ ຈະເລີນກ້າວໜ້າ. ຄະນະກຳມະການ ໂອລິມປິກແຫ່ງຊາດ ລາວໄດ້ຖືກສ້າງຕັ້ງຂຶ້ນໃນປີ 1977 ແລະ ໄດ້ຖືກຮັບຮອງຈາກຄະນະກຳມະການ ໂອລິມປິກສາກົນ ໃນປີ 1979. ຊຶ່ງໃນໄລຍະຜ່ານມາ, ລາວເຄີຍສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ກິລາໂອລິມປິກ ມາແລ້ວ 10 ຄັ້ງ. ໂດຍຄັ້ງທຳອິດ ແມ່ນການແຂ່ງຂັນກິລາໂອລິມປິກ ຄັ້ງທີ 22 ຢູ່ນະຄອນຫຼວງມົສກູ ສະຫະພາບໂຊຫວຽດ ໃນເວລານັ້ນລາວໄດ້ສົ່ງນັກກິລາ ເຂົ້າຮ່ວມ 20 ຄົນ ໃນ 3 ປະເພດກິລາປະກອບມີ ແລ່ນ-ລານ ມວຍສາກົນ, ແລະ ຍິງປືນ. ຈາກນັ້ນ, ນັກກິລາລາວກໍໄດ້ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກ ຕະຫຼອດມາ ແຕ່ກໍບໍ່ເຄີຍໄດ້ຮັບຫຼຽນຈັກເທື່ອ.
ໃນການແຂ່ງຂັນກິລາ ໂອລິມປິກ ຄັ້ງທີ 32 ປີ 2021 ຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ, ລາວໄດ້ຮັບສິດສົ່ງນັກກິລາ ເຂົ້າຮ່ວມທັງໝົດ 4 ຄົນ ຄື
- ນັກກິລາແລ່ນ-ລານຍິງ 1 ຄົນ
- ນັກກິລາຢູໂດຊາຍ 1 ຄົນ
- ນັກກິລາລອຍນ້ຳຊາຍ 1 ຄົນ
- ນັກກິລາລອຍນ້ຳຍິງ 1 ຄົນ