ເຣື້ອງທີ່ເກັບບັນທຶກໄວ້
2023-11-15
ປະຊາຊົນຫລາຍຄົນ ຖືກເຈົ້າໜ້າທີ່ລາວ ທີ່ດ່ານເຂົ້າ-ອອກ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 2 ລະຫວ່າງແຂວງສວັນນະເຂດ ກັບແຂວງມຸກດາຫານ ຂອງໄທຍ ເກັບເງິນຄົນລະ 100-200 ບາທ ເຊິ່ງທີ່ຜ່ານມາ ໄດ້ມີແຈ້ງການ ບໍ່ໃຫ້ເກັບເງິນແລ້ວ ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະຕິເສດເຫດການດັ່ງກ່າວ.
2023-11-15
ຣົຖແທັກຊີ້ໄຟຟ້າ ຈາກວຽດນາມ ເປີດໃຫ້ບໍຣິການ ຢູ່ນະຄອນຫລວງວຽງຈັນແລ້ວ ແລະ ຈະຂຍາຍ ໄປຊູ່ແຂວງອື່ນໆ, ສ່ວນຜູ້ປະກອບການ ຣົຖແທັກຊີ້ທັມມະດາ ຍັງບໍ່ໄດ້ຮັບຜົລກະທົບ ເນື່ອງຈາກວ່າ ມີກຸ່ມເປົ້າໝາຍລູກຄ້າ ທີ່ແຕກຕ່າງກັນ.
2023-11-15
ຣັຖບານລາວ ຈັດກອງປະຊຸມແລກປ່ຽນຄວາມຄິດເຫັນ ກັບນັກທຸຣະກິຈຈີນຄັ້ງທີ 7 ທີ່ນະຄອນຫຼວງວຽງຈັນ ເພື່ອຮັບຟັງການຣາຍງານ ຂໍ້ສະດວກ ແລະຂໍ້ຍຸ້ງຍາກ ໃນການລົງທຶນໃນລາວ ພ້ອມທັງຫາລື ການຂຍາຍການລົງທຶນຂອງຈີນທີ່ມີຢູ່ ແລະ ເພື່ອດຶງດູດນັກລົງທຶນໃໝ່ ເພື່ອການພັທນາເສຖກິຈລາວ.
2023-11-14
ຣັຖບານອອກຄຳສັ່ງໃໝ່ ຫ້າມຊື້, ຂາຍ ແລະຕິດປ້າຍ ລາຄາສິນຄ້າ ເປັນເງິນຕຣາຕ່າງປະເທດ ເພື່ອແກ້ໄຂບັນຫາ ສິນຄ້າແພງ ແລະເງິນກີບອ່ອນຄ່າ.
2023-11-14
ສປປ ລາວ ຕຣຽມເປີດປີທ່ອງທ່ຽວລາວ 2024 ຢ່າງເປັນໃນທາງການ ໃນວັນທີ 23 ພຶສຈິກາ ທີ່ຈະມາຮອດນີ້ ຂະນະທີ່ບາງຄຳເຫັນ ກ່ຽວກັບການທ່ອງທ່ຽວລາວ ວ່າ ຍັງບໍ່ເປັນລະບົບ ເຮັດໃຫ້ຍັງມີຄວາມຫຍຸ້ງຍາກ ໂດຍສະເພາະ ນັກທ່ອງທ່ຽວ ກຸ່ມແບັກແພັກ.
2023-11-14
ອົງການກາແດງ ແຫ່ງຊາຕລາວ ໄດ້ລະດົມທຶນເພື່ອຊ່ອຍເຫຼືອ ປະຊາຊົນຖືກຜົລກະທົບ ຈາກໄພພິບັດນໍ້າຖ້ວມ ໃນໄລຍະຕົ້ນເດືອນສິງຫາ 2023 ຢູ່ແຂວງບໍຣິຄໍາໄຊ ແລະ ແຂວງຄຳມ່ວນລວມມູນຄ່າ 6,724,700,000 ກີບ.
2023-11-14
ອົງການກວດກາ ແຫ່ງຣັຖ ກວດພົບເຫັນ ການຈ່າຍເງິນ ບໍ່ເປັນໄປຕາມແຜນການ ຊົດເຊີຍ ແລະແຜນການຟື້ນຟູຄຸນນະພາບຊີວິດ ຫຼາຍກວ່າ 81 ຕື້ີກີບ ໃນແຜນການຊົດເຊີຍ ໂຄງການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື.
2023-11-14
ທະຫານ ຂອງກອງທັບລາວ ຈໍານວນ 104 ນາຍໄດ້ເດີນທາງເຂົ້າຮ່ວມ ຊ້ອມຣົບ ຫຼາຍຝ່າຍ ພາຍໃຕ້ຫົວຂໍ້ “ສັນຕິພາບ ມິຕພາບ 2023” ທີ່ແຂວງກວາງຕຸ້ງ ປະເທດຈີນ ຮ່ວມກັບກອງທັບຈີນ ແລະ ອີກ 4 ປະເທດຄື ວຽດນາມ, ກັມພູຊາ, ໄທຍ ແລະ ມາເລເຊັຽ.
2023-11-13
ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອປະຕິສັງຂອນປະຕູໄຊ ແລະໄດ້ມອບໃຫ້ ແຕ່ລະພາກສ່ວນ ຂອງນະຄອນຫຼວງວຽງຈັນ ຂຶ້ນແຜນ ແລະ ປະຕິບັດໜ້າວຽກ ໃນດ້ານຕ່າງໆ, ສ່ວນງົບປະມານ ໃນການບູຣະນະປະຕູໄຊ ເທື່ອແມ່ນໄດ້ຮັບການຊ່ວຍເຫຼືອ ຈາກ ປະເທດຈີນ.
2023-11-13
ອົງການກວດກາແຫ່ງຣັຖ ສເນີໃຫ້ຣັຖບານ ຄວບຄຸມການລົງທຶນ ຂອງຣັຖ ຢ່າງເຂັ້ມງວດ ເພື່ອຫລີກລ້ຽງການຮົ່ວໄຫລ ແລະການສໍ້ຣາສບັງຫລວງ.
2023-11-13
ເກີດເຫດແມ່ຍິງຄົນຈີນຜູ້ນຶ່ງ ຖືກບັງຄັບຂຶ້ນຣົຖກະບະ ຢູ່ບໍຣິເວນໄຟແດງ 5 ແຍກຂົວຫຼວງ ນະຄອນຫຼວງວຽງຈັນ ແລະຮຽກຄ່າໄຖ່ 5 ລ້ານໂດລ້າຣ໌ ສະຫະຣັຖ ຂະນະທີ່ເຈົ້າໜ້າທີ່ ໄດ້ຊ່ອຍເຫຼືອແມ່ຍິງຄົນດັ່ງກ່າວນັ້ນ ຢ່າງປອດໄພ ໃນມື້ນັ້ນດຽວກັນນັ້ນ.
2023-11-13
ອົງການກວດກາແຫ່ງຣັຖ ພົບຄະດີການສໍ້ຣາສບັງຫຼວງ ຈຳນວນ 7 ສາຍຄະດີໃນນັ້ນ ມີພະນັກງານຣັຖກອນ 34 ຄົນ, ພະນັກງານຣັຖວິສາຫະກິຈ 33 ຄົນ ສ້າງຄວາມເສັຍຫາຍ ທັງໝົດ 508.64 ຕື້ກີບ, 64 ລ້ານປາຍບາທ ແລະ 100,000 ປາຍໂດລ້າຣ໌ສະຫະຣັຖ.
2023-11-13
ຄົນງານລາວ 16 ຄົນ ທີ່ຖືກຕົວະຍົວະ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ໄດ້ກັບຮອດບ້ານແລ້ວ ໃນວັນທີ 11 ພຶສຈິກາ 2023 ນີ້.
2023-11-11
ໄຊຍາ ອະດີດນັກຂ່າວກິລາ ເຊິ່ງປັດຈຸບັນ ເປັນນັກຂ່າວ ວິທຍຸເອເຊັຽ ເສຣີ ຈະມາໂອ້ລົມ ກ່ຽວກັບ ປັດໃຈ ແລະ ເຫດຜົນ ທີ່ວົງການກິລາລາວ ຍັງບໍ່ກ້າວໄກ ໄປບໍ່ເຖິງໃສ.
2023-11-09
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ອອກແຈ້ງການເຖິງຫົວໜ້າ ຜແນກສາທາຣະນະສຸຂ 18 ແຂວງ ທົ່ວປະເທດ ໃຫ້ໂຈະການກິນຢາ ຂ້າແມ່ທ້ອງ ຊົ່ວຄາວ.