ບໍຣິສັດວຽດນາມ ເປີດໃຫ້ບໍຣິການ ຣົຖແທັກຊີ້ໄຟຟ້າ ຢູ່ນະຄອນຫຼວງວຽງຈັນ

ພອນ ພູມມີທອນ
2023.11.15
ບໍຣິສັດວຽດນາມ ເປີດໃຫ້ບໍຣິການ ຣົຖແທັກຊີ້ໄຟຟ້າ ຢູ່ນະຄອນຫຼວງວຽງຈັນ ຣົຖແທັກຊີ້ໄຟຟ້າ ຂອງບໍຣິສັດ XANH SM ຈາກວຽດນາມ ໃຫ້ກຳລັງໃຫ້ບໍຣິການ ຢູ່ນນະຄອນຫຼວງວຽງຈັນ. ວັນທີ 15 ພຶສຈິກາ 2023.
ນັກຂ່າວ ພົລເມືອງ

ເມື່ອວັນທີ 9 ພຶສຈິກາ ທີ່ຜ່ານມານີ້ ບໍຣິສັດ ຫຸ້ນສ່ວນ ເຄື່ອງທີ່ສີຂຽວ ແລະ ອັສຣິຍະ (Green & Smart Mobility ຫຼື GSM) ໄດ້ເປີດໃຫ້ບໍຣິການ ຣົຖແທັກຊີ້ໄຟຟ້າ ຍີ່ຫໍ້ ແຊນ ເເອສເອັມ (Xanh SM) ຂອງບໍຣິສັດ ແຊນ ແອສເອັມ (Xanh SM) ຈາກວຽດນາມ ຢູ່ພາຍໃນນະຄອນຫລວງວຽງຈັນ ຈໍານວນ 150 ຄັນ, ພ້ອມທັງ ເປີດໂຕ ແອັບພລິເຄຊັ້ນ ແຊນ ແອສເອັມ ລາວ (Xanh SM Lao) ສໍາລັບ ໃຊ້ບໍຣິການ ຈອງຣົຖແທັກຊີ້ ດັ່ງກ່າວ.    

ເຊິ່ງໃນເບື້ອງຕົ້ນ ຍັງເປີດນໍາໃຊ້ ແຕ່ພາຍໃນ ນະຄອນຫລວງວຽງຈັນ ເທົ່ານັ້ນ, ອີງຕາມການຣາຍງານ ຂອງສໍານັກຂ່າວສານ ປະເທດລາວ ວັນທີ 9 ພຶສຈິກາ 2023.

ກ່ຽວກັບເຣື່ອງນີ້ ພະນັກງານ ຜູ້ໃຫ້ບໍຣິການ ຣົຖແທັກຊີ້ໄຟຟ້າ ຂອງບໍຣິສັດ ແຊນ ເເອສເອັມ ລາວ ກ່າວວ່າ ປັດຈຸບັນ ໄດ້ເຣີ່ມດໍາເນີນການ ໃຫ້ບໍຣິການ ໃນຂອບເຂດນະຄອນຫລວງວຽງຈັນ ແລ້ວ, ໂດຍຄິດໄລ່ ລາຄາ ໂດຍສານ ຕາມໄລຍະທາງໂຕຈິງ ເຊິ່ງສາມາດເບິ່ງລາຄາ ຄ່າບໍຣິການ ຜ່ານທາງແອັບພລິເຄຊັ້ນ ຂອງບໍຣິສັດ ພ້ອມທັງມີ ໂປຣໂມຊັ້ນ ຫລຸດລາຄາ ຄ່າໂດຍສານ ໄປຈົນຮອດທ້າຍເດືອນ ພຶສຈິກາ ນີ້.

ດັ່ງ ຍານາງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 10 ພຶສຈິກາ ນີ້ວ່າ:

ກໍາລັງມີໂປຣເນາະ. ໂປຣເຮົາຮອດເດືອນ 12, ເດືອນ 11 ນີ້ ກະຄືແລ່ນໃນໂຕເມືອງ ນະຄອນຫລວງ ໝົດໂປຣ ວັນທີ 12 ນີ້, ວັນທີ 13 ຫາ ວັນທີ 30 ໂຕນີ້ ເຮົາມີຫລຸດ 50 ເປີເຊັ່ນ. ໂດຍ ຄ່າບໍຣິການນີ້ ເພິ່ນຊິໄລ່ຢູ່ໃນແອັບເລີຍເດີ້. 

ຍານາງກ່າວຕື່ມວ່າ ສໍາລັບໃນອະນາຄົດ ຈະມີການຂຍາຍ ໃຫ້ບໍຣິການ ຢູ່ຕາມແຂວງອື່ນໆ ເປັນຕົ້ນ ແຂວງຫລວງພຣະບາງ, ແຂວງວຽງຈັນ ແລະ ແຂວງຈໍາປາສັກ ແຕ່ກໍຍັງບໍ່ທັນ ມີຣາຍລະອຽດ ແບບເປັນທາງການເທື່ອ ຍັງຕ້ອງລໍຖ້າ ໃຫ້ທາງຄະນະ ຜູ້ບໍຣິຫານ ມີການຫາລືກັນ ແລະ ອອກແຈ້ງຂ່າວ ໃນພາຍຫລັງ. 

ໃນຂະນະທີ່ຊາວລາວ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກໍເຫັນວ່າ ການເປີດ ໂຕຣົຖແທັກຊີ້ໄຟຟ້າ ຂອງບໍຣິສັດວຽດນາມ ຈະມີມາຕຖານ ແລະ ຄວາມປອດໄພ ຫລາຍກວ່າຣົຖແທັກຊີ້ ອື່ນໆ ໂດຍສະເພາະ ຄວາມປອດໄພຂອງຜູ້ໂດຍສານ ເນື່ອງຈາກໄລຍະທີ່ຜ່ານມາ ກໍເຫັນວ່າ ຄົນຂັບຣົຖແທັກຊີ້ ຈໍານວນນຶ່ງ ມັກລໍ້ລວງຜູ້ໂດຍສານ ໄປປຸ້ນຊັບ ລວມທັງການເອົາປຽບເຣື່ອງໂດຍສານ ເຊິ່ງຣົຖແທັກຊີ້ໄຟຟ້າ ໂຕໃໝ່ນີ້ ຈະຊ່ວຍຫລຸດຜ່ອນ ບັນຫາດັ່ງກ່າວໄດ້.

ດັ່ງ ທ່ານກ່າວວ່າ: 

ນຶ່ງ ມັນເປັນບໍຣິສັດ ທີ່ວ່າແນ່ນອນ ມັນຈະມີນໍ້າເບີແທັກຊີ້ຫັ້ນ. ມັນຈະບໍ່ໂກງເຮົາໄດ້ງ່າຍ ສົມມຸດວ່າ ເປັນການຊິງຊັບບໍ່ ຫລືວ່າ ການເຂົາປຸ້ນ ເຂົາຈີ້. ມັນປອດພ ສຣຸບວ່າ ວ່າຊັ້ນ, ສອງມາ ກະຄ່າແທັກຊີ້ ມັນກໍຊິຍຸດຕິທັມເດ້. 

ສ່ວນຊາວລາວ ຢູ່ນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ ສ່ວນໂຕແລ້ວ ທ່ານຍັງບໍ່ທັນໄດ້ ໃຊ້ບໍຣິການຣົຖແທັກຊີ້ ໄຟຟ້າ ດັ່ງກ່າວເທື່ອ ແຕ່ເຫັນວ່າມີ ມາຕຖານດີ ແລະ ຣົຖມີສະພາບໃໝ່ ກວ່າແທັກຊີ້ຄັນອື່ນໆ ແຕ່ເຣື່ອງລາຄາ ຄ່າໂດຍສານນັ້ນ ຍັງບໍ່ແນ່ໃຈເທື່ອ ວ່າ ມີລາຄາຖືກ ຫລື ຊ່ໍາກັນກັບແທັກຊີ້ຣາຍອື່ນໆ.

ດັ່ງ ທ່ານກ່າວວ່າ: 

ຍັງນ່າເຈົ້າ ເຣື່ອງແທັກຊີ້ບໍ່. ກະມີແຕ່ ຄຸນະພາບຣົຖເບາະ. ອາດຊິດີ ດີກ່ອນເກົ່າໜ້ອຍນຶ່ງ. ລາຄາຍັງບໍ່ແນ່ໃຈ ຍັງບໍ່ທັນໄດ້ລອງ. 

ທາງດ້ານຜູ້ປະກອບການ ແທັກຊີ້ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ ໃນໄລຍະ ທີ່ຣົຖແທັກຊີ້ໄຟຟ້າ ຈາກວຽດນາມ ເຣີ່ມເປີດໃຫ້ບໍຣິການ ຢູ່ນະຄອນຫລວງວຽງຈັນ ໃນເວລານີ້ ເຫັນວ່າ ຍັງບໍ່ທັນເປັນການຍາດແຍ່ງໂອກາດ ແລະ ລູກຄ້າ ຂອງແທັກຊີ້ຄັນອື່ນໆ ແຕ່ຢ່າງໃດ ຍ້ອນຖືວ່າ ມີກຸ່ມເປົ້າໝາຍລູກຄ້າ ທີ່ແຕກຕ່າງກັນຢູ່ແລ້ວ ຈຶ່ງບໍ່ທັນເຫັນວ່າ ມີການແຂ່ງຂັນ ກັບແທັກຊີ້ຣາຍອື່ນໆ.

ດັ່ງ ທ່ານກ່າວວ່າ: 

ຖາມວ່າ ກະທົບບໍ່ ມັນກໍປົກະຕິ ເພາະວ່າບໍ່ໄດ້ ຊີຣຽດຫຍັງ. ກະຫາໄດ້ປົກະຕິ ຊ່ຳາຍຮັບປົກະຕິ ແຕ່ລະມື້ ມັນກະມີ ກຸ່ມລູກຄ້າຕ່າງຫາກ. ເຂົາກະລອງໃຊ້ເບິ່ງກ່ອນຊື່ໆ ຄວາມໝາຍ ເພາະວ່າ ໄລຍະນີ້ ເຂົາມີເປັນໂປຣໂມຊັ່ນ ທີ່ວ່າໃຫ້ໃຊ້ຟຣີ. 

ຜູ້ປະກອບການ ຣົຖແທັກຊີ້ ອີກທ່ານນຶ່ງ ເຫັນວ່າເປັນເຣື່ອງປົກກະຕິ ທີ່ຫລາຍບໍຣິສັດ ມີການເປີດໃຫ້ ບໍຣິການ ຣົຖແທັກຊີ້ ເພີ່ມຂຶ້ນເລື້ອຍໆ ແລະ ຍັງບໍ່ໄດ້ສົ່ງຜົລກະທົບ ຕໍ່ເຣື່ອງລາຍໄດ້ຂອງທ່ານ ແຕ່ຢ່າງໃດ ແລະ ເຫັນວ່າ ຣົຖແທັກຊີ້ໄຟຟ້າ ຂອງວຽດນາມ ດັ່ງກ່າວນີ້ ຍັງມີຜູ້ໃຊ້ບໍຣິການໜ້ອຍຢູ່ ຖ້າທຽບໃສ່ ແທັກຊີ້ຣາຍອື່ນໆ.

ດັ່ງ ທ່ານກ່າວວ່າ:  

ຖືວ່າ ເປັນເຣື່ອງທັມມະດານ່າ ອັນນີ້ກະໂອເຄຢູ່. ເຮົາກະຮູ້ສືກວ່າທັມມະດາ ເຣື່ອງທັມມະດາແນ່. ບໍ່ໄດ້ເປັນຫຍັງນ່າ ລູກຄ້າມີປົກະຕິ ຂອງວຽດນາມ ຍັງໜ້ອຍຢູ່. 

ເຖິງຢ່າງໃດກໍຕາມ ທ່ານ ອະນຸພາບ ຕຸນາລົມ ປະທານສະພາ ປະຊາຊົນ ນະຄອນຫລວງວຽງຈັນ ໄດ້ກ່າວໃນພິທີເປີດ ໃຊ້ຣົຖແທັກຊີ້ໄຟຟ້າ ຍີ່ຫໍ້ ແຊນ ແອສເອັມ ໃນມື້ດັ່ງກ່າວ ວ່າ ການເປີດ ຣົຖແທັກຊີ້ໄຟຟ້າ ຄັ້ງນີ້ ແມ່ນເປັນໂອກາດທີ່ດີ ເນື່ອງຈາກຈະເປັນສ່ວນປະກອບ ທີ່ສໍາຄັນໃນເຣື່ອງການຂົນສົ່ງ ໃນວາຣະທີ່ປະເທດລາວ ຈະເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊ້ຽນ ໃນປີ 2024 ແລະ ການເປີດປີທ່ອງທ່ຽວລາວ ນໍາດ້ວຍ, ອີກທັງ ຍັງຈະຊ່ວຍແກ້ໄຂ ບັນຫາຄວາມຫຍຸ້ງຍາກ ທາງດ້ານເສຖກິຈ ໄດ້ດີພໍສົມຄວນ. 

ສໍາລັບຣົຖແທັກຊີ້ ໄຟຟ້າ ຂອງບໍຣິສັດ ດັ່ງກ່າວ ມີແຜນການເພີ່ມ ຈໍານວນເປັນ 1,000 ຄັນ ໃນອະນາຄົດ ແລະ ຈະຂຍາຍໄປສູ່ເມືອງທ່ອງທ່ຽວ ທີ່ມີຊື່ສຽງ ຄື ເມືອງວັງວຽງ ແຂວງວຽງຈັນ, ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ, ແຂວງສວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງອື່ນໆ. ອີງຕາມຂໍ້ມູນຈາກ ບໍຣິສັດ ແຊນ ເອສເອັມ ລາວ.

ນອກຈາກນັ້ນແລ້ວ ເມື່ອເດືອນ ກຸມພາ ປີ 2023 ນີ້ ບໍຣິສັດ KOKKOK Express ຈາກປະເທດເກົາຫລີໃຕ້ ຫາກໍເປີດໃຫ້ບໍຣິການ ຣົຖຕຸກຕຸກ ໄຟຟ້າ ຢູ່ນະຄອນຫລວງວຽງຈັນ ໂດຍໃຊ້ສໍາລັບ ຮັບ-ສົ່ງ ພັສດຸ ໃນເຂດ ນະຄອນຫລວງວຽງຈັນ ແລະ ກໍມີແຜນຂາຍໄປຍັງແຂວງອື່ນໆ ນໍາດ້ວຍ ເຊິ່ງກໍໄດ້ມີການເປີດ ແອັບພລິເຄຊັ້ນ KOK KOK ສໍາລັບໃຫ້ລູກຄ້າ ໄວ້ໃຊ້ບໍຣິການ ເຊັ່ນດຽວກັນ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.