ຣັຖບານລາວ ຈັດກອງປະຊຸມ ແລກປ່ຽນຄວາມຄິດເຫັນ ນັກທຸຣະກິຈຈີນ
2023.11.15

ຣັຖບານລາວ ຈັດກອງປະຊຸມແລກປ່ຽນ ຄວາມຄິດເຫັນ ກັບນັກທຸຣະກິຈ ຈີນຄັ້ງທີ 7 ໃນວັນທີ 14 ພຶສຈິກາປີ 2023 ທີ່ນະຄອນຫຼວງວຽງຈັນ ເພື່ອຮັບຟັງການລາຍງານ ຂໍ້ສະດວກແລະຂໍ້ຍຸ້ງຍາກ ຈາກນັກທຸຣະກິຈ ຈີນທີ່ລົງທຶນໃນລາວ ພ້ອມທັງຫາລື ການຂຍາຍການລົງທຶນ ຂອງຈີນ ທີ່ມີຢູ່ ແລະດຶງດູດນັກລົງທຶນໃໝ່ ເຂົ້າມາລົງທຶນໃນລາວ ໃນການພັທນາເສຖກິຈລາວ.
ກ່ຽວກັບເຣືອງນີ້ ຊາວຄົນຄົນນຶ່ງຢູ່ ແຂວງວຽງຈັນເວົ້າວ່າ ໃນປັດຈຸບັນນີ້ ມີຄົນຈີນເຂົ້າມາລົງທຶນ ໃນລາວເປັນຈຳນວນຫລາຍ ເຣີ່ມແຕ່ການຄ້າຂາຍ, ການນຳເຂົ້າ-ສົ່ງອອກ ສິນຄ້າ, ການສ້າງເຂື່ອນ, ການຂຸດຄົ້ນແຮ່ທາດ ແລະໂຄງການຕ່າງໆ ທີສຳຄັນ. ນັກທຸຣະກິຈຈີນ ທີ່ມາລົງທຶນໃນລາວ ບໍ່ໄດ້ໃຫ້ຜົລປະໂຍດ ແລະສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວຫລາຍເທົ່າທີ່ຄວນ.
ດັ່ງທ່ານເວົ້າວ່າ:
“ຄົນຈີນມາທຳທຸຣະກິຈຫລາຍເດີ ຢູ່ບ້ານເຮົາດຽວນີ້. ສວນກ້ວຍ, ສວນອອ້ຍ ມີແຕ່ຈີນເຮັດໝົດເນາະ. ທັມມະດາເນາະ ກັມມະກອນເຮັດນັ້ນ ເຂົາກໍເອົາຄົນລາວ ອັນນີ້ເຂົາບໍ່ຈ້າງ ມັນເອົາແຕ່ຄົນມັນໝົດ. ເງິນກະຄືນເມືອບ້ານມັນໝົດ. ເຮົາລະມີແຕ່ຝ່າຍເສັຽປຽບ ໄດ້ກະມີແຕ່ເຈົ້ານາຍເພິ່ນໄດ້.”
ຄົນລາວອີກທ່ານນຶ່ງ ຈາກແຂວງຄຳມ່ວນເວົ້າວ່າ ໃນໄລຍະ 10 ປີຜ່ານມາ ມີຄົນຈີນເຂົ້າມາສັມປະທານທີ່ດິນຢູ່ແຂວງຄຳມ່ວນ ກວ່າ 10 ພັນເຮັກຕ້າຣ໌ ເພື່ອປູກໝາກໄມ້, ຕົ້ນໄມ້ເສຖກິຈ, ມັນຕົ້ນ, ຟາມລ້ຽງງົວ ແລະການຂຸດຄົ້ນແຮ່ທາດຕ່າງໆ ເພື່ອສົ່ງອອກ ແຕ່ການລົງທຶນ ຂອງຈີນເກືອບທັງໝົດ ປະຊາຊົນລາວບໍ່ມີສ່ວນຮ່ວມ ໃນໂຄງການດັ່ງກ່າວ.
ດັ່ງທ່ານເວົ້າວ່າ:
“ຈີນມາຈ່າຍເງິນໃຫ້ເຂົາ (ປະຊາຊົນ) ໝົດ. ມັນຢາກໄດ້ດິນຫັ້ນນ່າ, ບາດຊິຕົກເຊັ່ນລູກ ເຊັ່ນເຕົ້າ ຈັກຊິເຮັດແນວໃດ. ເຂົາເອົາໄດ້ ເຂົາເຮັດໄດ້ແທ້ໆ. ບໍ່ມີໂຄງງການຈີນ ໄທເຮົາກໍຢູ່ໄດ້ຕາມທັມມະຊາຕ. ດຶງຈີນເຂົາມາເຮັດອິສັງເນາະ. ນັ້ນລະບໍ ໄທເຮົາຈັ່ງອະນຸລັກໄວ້ນ່າ.”
ແຕ່ຊາວລາວ ຄົນນຶ່ງຢູ່ແຂວງວຽງຈັນ ເວົ້າວ່າ ນັບຕັ້ງແຕ່ຣັຖບານລາວໄດ້ ອະມັດການສັມປະທານ ໃຫ້ແກ່ນັກລົງທຶນຈີນ ເຂົ້າມາລົງທຶນໃນລາວ ເສຖກິຈມະຫາພາກ ຂອງປະເທດລາວ ມີການຂຍາຍໂຕ ຢ່າງວ່ອງໄວ ເຮັດໃຫ້ປະຊາຊົນ ມີວຽກເຮັດງານທຳ ແຕ່ຣັຖບານຕ້ອງເອົາໃຈໃສ່ ໃນການກວດກາ ບໍ່ໃຫ້ເອົາປຽບຄົນລາວຫລາຍເກີນໄປ. ຣັຖບານລາວຕ້ອງເຫັນຜົລປະໂຍດ ຄົນລາວຫລາຍກວ່າ.
ດັ່ງທ່ານເວົ້າວ່າ:
“ມັນກະມີອັນດີຫລາຍ, ເຮັດໃຫ້ມີການພັທນາ, ເຮັດໃຫ້ມີຄວາມຈເຣີນກ້າວໜ້າ. ເປີດຫູເປີດຕາໃໝ່ ແຕ່ກໍຍ້ອນເຈົ້ານາຍລະດັບສູງ ມັນບໍ່ຄິດກ້ວາງໄກ ຄິດແຕ່ວ່າ ຢາກໄດ້, ບາດນີ້ຄັນຖ້າບໍ່ມີຈີນນີ້ ກະແຮ່ງຈະຫຍຸ້ງຍາກອີກ ຍ້ອນຈີນນີ້ມັນມາຄ້ຳປະກັນເຮົາ.”
ຜູ້ປະກອບການ ຂາຍເຂົ້າສານ ທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ຄົນຈີນມາລົງທຶນ ຈຳນວນຫລາຍໃນລາວໃນປັດຈຸບັນ ແຕ່ບໍ່ມີໂຄງການໃດ ທີີ່ຈະສົ່ງເສີມໃຫ້ຊາວລາວ ສາມາດຜລິດສິນຄ້າ ສົ່ງອອກໄດ້ ສ່ວນໃຫຍ່ຈະເປັນຄົນຈີນ ດຳເນີນທຸຣະກິຈ ສົ່ງອອກເອງ.
ດັ່ງທ່ານເວົ້າວ່າ:
“ການລົງທຶນຂອງຈີນ ຕັ້ງແຕ່ໃດມາ ກະບໍ່ໄດ້ສົ່ງເສີມ ລັກສນະທີ່ເປັນການຜລິດ ທຸຣະກິຈ ຂນາດໃຫຍ່ ມີນະໂຍນບາຍພິເສດ ທີ່ຈະສົ່ງເສີມໃຫ້ຄົນລາວ ມີຂະບວນການຫລາຍກວ່ານີ້ ຫັ້ນນ່າ.”
ຜູ້ປະກອບການຣົຖຂົນສິນຄ້າ ທ່ານນຶ່ງ ຢູ່ແຂວງໄຊຍະບູຣີ ເວົ້າວ່າ ຫລາຍປີຜ່ານມານີ້ ມີນັກລົງທຶນຈີນເຂົ້າມາສັມປະທານ ທີ່ດິນກັບຣັຖບານລາວ ຊຶ່ງການເຂົ້າມາລົງທຶນ ຂອງຄົນຈີນ ຈະເຮັດເປັນລະບົບເຄືອຄ່າຍ ຂອງຈີນໂດຍສະເພາະ, ຈີນຈະລົງທຶນທັງໝົດ ເຣີ່ມຈາກການຜລິດ ໄປຮອດການສົ່ງອອກ ແມ່ນລະບົບເຄືອຄ່າຍ ຂອງຄົນຈີນລ້ວນໆ. ປະຊາຊົນລາວ ບໍ່ມີສ່ວນຮ່ວມ.
ດັ່ງທ່ານເວົ້າວ່າ:
“ເຂົາເຂົ້າມານີ້ ຂະເຈົ້າຈະເຮັດເປັນລະບົບເຄືຶຄ່າຍ. ນັບຕັ້ງແຕ່ຂັ້ນຕອນ ການກະຕຽມ, ການປູກ, ຮອດການສົ່ງອອກ ແມ່ນໄດ້ເຂົ້າສູ່ລະບົບຂອງເຂົາໝົດ. ປະຊາຊົນລາວນີ້ ຈະບໍ່ໄດ້ລາຍຮັບຈາກຂະເຈົ້າໄດ໋. ສິນຄ້າທີ່ບໍ່ແມ່ນຄົນເຂົາຜລິດນີ້ ຂະເຈົ້າຈະບໍ່ຊື້ໃຫ້ເຮົາໄດ໋.”
ໃນປັດຈຸບັນ ສິນຄ້າທີ່ລາວ ສົ່ງອອກຫລາຍທີ່ສຸດຄື ທອງແດງ, ເກືອກາລີ, ຢາງພາຣາ, ກ້ວຍ, ມັນຕົ້ນແລະສິນຄ້າ ດ້ານການກະເສດ ແລະອື່ນໆ ທີ່ຣັຖບານໄດ້ຮັບໂຄຕ້າ ຈາກຈີນ ໂດຍຈະມີການຂົນສົ່ງສິນຄ້າ ຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ຊຶ່ງເປັນຜົລປໂຍດ ຂອງຈີນ ຍອ້ນເປັນພາກສ່ວນຂອງໂຄງການ BRI ຫຼື Belt and Road Initiative.
ຕາມສtຖີຕິ ການລົງທຶນຂອງຈີນໃນລາວ ເປັນອັນດັບ 1 ໂດຍມີໂຄງການລົງທຶນໄປແລ້ວ ຈຳນວນ 933 ໂຄງການ, ມູນຄ່າການລົງທຶນສະສົມ 16.4 ຕື້ໂດລ້າຣ໌, ເຣີ່ມແຕ່ປີ 1989-2022 ອີງຕາມກະຊວງແຜນການ ແລະການລົງທຶນ.
ສະເພາະ ໃນປີ 2022 ປີດຽວ, ນັກລົງທຶນຈີນ ໄດ້ເຂົ້າມາລົງທຶນໃນລາວ ທັງໝົດ 30 ບໍຣິສັດ, ມູນຄ່າການລົງທຶນ 339 ລ້ານໂດລ້າຣ໌ສະຫະຣັຖ ໃນນັ້ນ ລົງທຶນໃນຂແນງອຸດສາຫະກັມ 6 ໂຄງການ, ສາທາຣະນະສຸຂ 1 ໂຄງການ ແລະຂແນງອື່ນໆ 2 ໂຄງການ.
ເມື່ອເດືອນສິງຫາ ຜ່ານມາ ກະຊວງການເງິນ ໄດ້ແຈ້ງໃຫ້ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ແລະເຂດເສຖກິຈ ພິເສດບໍ່ເຕັນ ແດນງາມ ແຂວງຫລວງນ້ຳທາ ຕິດຕາມກວດຄືນ ຫົວໜ່ວຍທຸຣະກິຈ ທີ່ຍັງດຳເນີນທຸຣະກິຈຢູ່ ເພື່ອເກັບກຳຂໍ້ມູນ ທີ່ຍັງບໍ່ໄດ້ຢູ່ໃນສະຖີຕິ ເຊັ່ນສນາມກອຟ, ໂຮງແຮມ, ຮ້ານອາຫານ ແລະໂຄງການຮັບເໝົາກໍ່ສ້າງຕ່າງໆ ໃນເຂດເສຖກິຈພິເສດ ເຂົ້າສູ່ລະບົບກົດໝາຍ ເພື່ອຮັບປະກັນ ການເກັບລາຍໄດ້ ໃຫ້ຖືກຕອ້ງຄົບຖ້ວນ.
ນອກຈາກນັ້ນ ຣັຖບານລາວ ຍັງໃຫ້ເຂັ້ມງວດ ບັນດາຫົວໜ່ວຍທຸຣະກິຈ ໃນເຂດເສຖກິຈທັງ 2 ແຫ່ງ ໃຫ້ປະຕິບັດຕາມລະບຽບ ກົດໝາຍ ຄືຈົດທະບຽນໃຫ້ຖືກຕ້ອງ ເປັນຕົ້ນການຄຸ້ມຄອງ ຕິດຕາມການກວດກາ ສາງສິນຄ້າ, ນ້ຳມັນເຊື້ອໄຟ ແລະອາຍແກ້ສ ໃຫ້ແກ້ໄຂບັນຫາ ຍານພາຫານະ ທີ່ນຳເຂົ້າບໍ່ຖືກຕ້ອງ, ການເຄື່ອນຍ້າຍເງິນ ເຂົ້າ-ອອກ ຢູ່ເຂດເສຖກິຈພິເສດ ໃຫ້ເຂົ້າລະບົບ ແລະຖືກຕ້ອງຕາມກົດໝາຍ.