ແມ່ຍິງຊາວຈີນ ຖືກລັກພາໂຕ, ຮຽກຄ່າໄຖ່ ໃນນະຄອນຫຼວງວຽງຈັນ

ສຸພັດຕາ
2023.11.13
ແມ່ຍິງຊາວຈີນ ຖືກລັກພາໂຕ, ຮຽກຄ່າໄຖ່ ໃນນະຄອນຫຼວງວຽງຈັນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ເດືອນພຶສຈິກາ ປີ 2023.
ນັກຂ່າວ ພົລເມືອງ

ໃນເວລາ 8:46 ນາທີ ກາງຄືນ ຂອງວັນທີ 10 ເດືອນພຶສຈິກາ 2023 ເກີດເຫດຊາຍຊຸດດໍາ ເປັນຄົນຈີນ ໄດ້ລັກພາໂຕແມ່ຍິງຄົນນຶ່ງ ເຊິ່ງເປັນຄົນຈີນ ດ້ວຍການບັງຄັບຂຶ້ນຣົຖກະບະ ຢູ່ເຂດຈຸດໄຟແດງ 5 ແຍກຂົວຫຼວງ ນະຄອນຫຼວງວຽງຈັນ ພ້ອມຮຽກຄ່າໄຖ່ 5 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງແມ່ຍິງຄົນດັ່ງກ່າວເປັນເມັຍຂອງທ່ານ ອາຫຼົງ ເຊິ່ງເປັນຄົນຈີນ ມີຮ້ານຂາຍອາໄຫຼ່ ຢູ່ເຂດບ້ານຂົວຫຼວງ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບແຫ່ງຊາຕ ສົມທົບກັບ ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ເມືອງຈັນທະບູຣີ ຊ່ອຍເຫຼືອແມ່ຍິງຄົນຈີນ ເຊິ່ງເປັນເມັຍຂອງທ່ານອາຫຼົງ ກັບມາເຮືອນຢ່າງປອດໄພແລ້ວ ແຕ່ວ່າ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາມາດຈັບຜູ້ກະທໍາຜິດ ທີ່ລັກພາໂຕແມ່ຍິງຄົນຈີນນັ້ນໄດ້ເທື່ອ ແລະກໍາລັງຕິດຕາມໂຕຜູ້ກະທໍາຜິດ ມາດໍາເນີນຄະດີຕາມກົດໝາຍ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບແຫ່ງຊາຕ ທີ່ບໍ່ປະສົງອອກຊື່ ສຽງ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶສຈິກາ ນີ້ວ່າ:

“ຊ່ອຍໄດ້ແລ້ວ ແຕ່ວ່າຍັງບໍ່ໄດ້ ອັນນ່າ ເປົ້າໝາຍນີ້ ຍັງບໍ່ທັນເອົາໄດ້ເທື່ອ ພວກເຮົາຍັງສືບຕໍ່ເຮັດວຽກຢູ່.”

ທ່ານກ່າວຕື່ມວ່າ ສ່ວນຣາຍລະອຽດອື່ນ ແມ່ນບໍ່ສາມາດໃຫ້ຂໍ້ມູນໄດ້ເທື່ອ.

ດ້ານທ່ານ ອາຫຼົງ ໄດ້ກ່າວວ່າ ບໍ່ສະດວກໃຫ້ຂໍ້ມູນເທື່ອ ມີແຕ່ຂໍ້ມູນຢືນຢັນພຽງສັ້ນໆວ່າ ເມັຍຂອງລາວ ປອດໄພແລ້ວ, ດັ່ງທ່ານ ອາຫຼົງ ກ່າວໃນມື້ດຽວກັນນີ້ວ່າ:

ໂອ້...ໄດ້ເຈົ້າ ໄດ້ແລ້ວ ຖືວ່າເມັຍ ກັບມາດີແລ້ວ ປອດໄພແລ້ວ ຖ້າຢາກຮູ້ນີ້ ຕ້ອງໄດ້ພົບກັນເຈົ້າ ເພາະວ່າເຮົາແຈ້ງເຂົາເຈົ້າຫຼາຍບໍ່ໄດ້.”

ຕໍ່ບັນຫາທີ່ວ່າ ຜູ້ເປັນຜົວ ໄດ້ຈ່າຍຄ່າໄຖ່ ຫຼືບໍ່ນັ້ນ ທາງເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມເພ່ິ່ນແລ້ວ ທັງເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບ ແລະທ່ານ ອາຫຼົງ ເພິ່ນບໍ່ຕອບ ເພິ່ນໃຫ້ຜູ້ສື່ຂ່າວເອເຊັຽເສຣີ ໄປຫາທີ່ຂົວຫຼວງ ດ້ວຍໂຕເອງ.

ດ້ານຊາວລາວ ຜູ້ທີ 1 ຈາກນະຄອນຫຼວງວຽງຈັນ ທີ່ຕິດຕາມຂ່າວນີ້ ກ່າວວ່າ ຖ້າຜູ້ກະທໍາຜິດ ມີເຣື່ອງຜິດກັບເຈົ້າຂອງຮ້ານ ຜູ້ເປັນຜົວຂອງລາວ ກໍຄວນຫາວິທີແກ້ໄຂນໍາຜົວຂອງລາວ ແບບຖືກຕ້ອງຕາມກົດໝາຍ ບໍ່ຄວນໃຊ້ຄວາມຮຸນແຮງ ກັບແມ່ຍິງແນວນນັ້ນ ແລະຢາກໃຫ້ເຈົ້າໜ້າທີ່ ເຮັດວຽກປາບປາມຜູ້ກະທໍາຜິດຢ່າງຈິງຈັງ ເພື່ອປ້ອງກັນ ບໍ່ໃຫ້ເກີດພຶດຕິກັມຮຽນແບບ ໃນກໍຣະນີຕໍ່ໄປ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ບໍ່ຄວນຈະ ກະທໍາແບບນີ້ຫັ້ນນ່າ ສົມມຸດວ່າ ຜິດກັບເຈົ້າຂອງຮ້ານເນາະ ກໍຜູ້ຊາຍກັບຜູ້ຊາຍ ຄືຕ້ອງໃຊ້ວິທີ ທີ່ວ່າເຄັຍກັນ ແບບຖືກຕ້ອງຕາມກົດໝາຍເນາະ ບໍ່ຕ້ອງແບບໃຊ້ຄວາມຮຸນແຮງ ແບບນີ້ ກັບຜູ້ຍິງຫັ້ນນ່າ ມັນເປັນພາບພົດ ທີ່ມັນໂຫດຮ້າຍຫັ້ນນ່າ ຢາກໃຫ້ເຈົ້າໜ້າທີ່ນີ້ ເອົາເຕັມທີ່ເດ້ເນາະ ໃຫ້ມີການປາບປາມຢ່າງຈິງຈັງ ເພື່ອເອົາເຖິງທີ່ສຸດ ກັບພວກທີ່ວ່າເຄີຍເຮັດມາແບບນີ້ເນາະ ເພື່ອສັງຄົມ ມັນຈະບໍ່ໄດ້ເຮັດແບບນີ້ອີກ ຫັ້ນນ່າ.”

ຂະນະທີ່ ຊາວລາວຜູ້ທີ 2 ຈາກແຂວງຫຼວງພຣະບາງ ທີ່ຕິດຕາມຂ່າວນີ້ ກ່າວວ່າ ໃນສື່ຂອງລາວ ສ່ວນຫຼາຍມີແຕ່ຂ່າວວ່າ ເມັຍຂອງທ່ານ ອາຫຼົງ ໄດ້ຄືນມາແລ້ວ ແຕ່ບໍ່ມີຂ່າວວ່າ ເຈົ້າໜ້າທີ່ຈັບຜູ້ກະທໍາຜິດໄດ້ເທື່ອ ເຊິ່ງມັນສະທ້ອນວ່າ ເຈົ້າໜ້າທີ່ເຮັດວຽກບໍ່ທັນທ່ວງທີ ເຮັດໃຫ້ປະຊາຊົນຢ້ານກົວ ໃນການດໍາເນີນຊີວິດທີ່ບໍ່ມີຄວາມປອດພັັຍ ທັ້ງໆທີ່ ຈຸດເກີດເຫດ ເປັນເຂດຊຸມຊົນຂນາດໃຫຍ່ ມີຄົນທຽວໄປມາຫຼາຍ ຍັງເກີດເຫດຮຸນແຮງ ຈຶ່ງບໍ່ຢາກຈະຄິດວ່າ ຖ້າເປັນຈຸດປ່ຽວ ຈະບໍ່ຍິ່ງເກີດເຫດຮຸນແຮງກວ່ານີ້ບໍ, ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

ມີແຕ່ວ່າ ຂ່າວວ່າ ເພິ່ນມາຄືນແລ້ວ ບໍ່ຮູ້ວ່າ ຈັບໄດ້ບໍ່ ຄັນມີຂ່າວວ່າ ເອີ່ຈັບໄດ້ ເຮົາກໍຊິພໍໂລ່ງໃຈ ວ່າ ເອີ່ ຢ່າງນ້ອຍ ຍັງຈັບໄດ້ ຈັ່ງຊີ້ນ່າ ຕໍາຣວດເພິ່ນຍັງເຮັດວຽກໄດ້ທ່ວງທີ່ ວ່າເອີ່ ຈັບໄດ້ ກໍຢ້ານເພາະວ່າ ມັນບໍ່ຮູ້ວ່າ ຜູ້ໃດເປັນຜູ້ໃດ ຄັນວ່າ ມັນຖືກກັບເຮົາ ເຮົາກໍບໍ່ຮູ້ຊິເຮັດຄືກັນຫັ້ນແຫຼະ ຢາກໃຫ້ແບບວ່າ ເອີ່ ຕໍາຣວດ ຢາກໃຫ້ເຂັ້ມງວດອີ່ຫຍັງກວ່ານີ້ ກັບພວກຄົນຕ່າງດ້າວອີ່ຫຍັງທີ່ວ່າ ເຂົາເຈົ້າຊິເຂົ້າມາຢູ່ບ້ານເຮົາບໍ່ ບໍ່ວ່າແຕ່ຄົນຕ່າງດ້າວດອກ ມີລວມທັງຄົນບ້ານເຮົານໍາແຫຼະ ອີກຢ່າງເສຖກິຈມັນເປັນແບບນີ້ນ່າ ພວກຂີ້ລັກ ພວກອີ່ຫຍັງກໍຫຼາຍ ຈັ່ງຊີ້ນ່າ ທີ່ຈິງຄັນຊິວ່າແລ້ວ ເຂດຂົວຫຼວງ ຄົນທຽວທາງຫຼາຍເດ້ ເຂົາເຈົ້າຍັງກ້າເຮັດ ປະເທດລາວ ກໍຖືວ່າ ຢູ່ຍາກຂຶ້ນຫຼາຍເຕີບແຫຼະ ຕັ້ງຊິເປັນຕາຢ້ານແຫຼະ ທາງອື່ນທາງມັນກໍປ່ຽວກ່ອນນີ້.”

ສ່ວນຊາວລາວຜູ້ທີ 3 ເປັນຄົນໃນພື້ນທີ່ເກີດເຫດ ຄືຢູ່ບ້ານຂົວຫຼວງ ມາແຕ່ກໍາເນີດ ກ່າວວ່າ ຈຸດເກີດເຫດ ມີຮ້ານຄ້າຂອງຄົນຈີນ ແລະມີຄົນຈີນອາສັຍຢູ່ຈໍານວນຫຼາຍ ເອີ້ນໄດ້ວ່າ ເປັນຊຸມຊົນຄົນຈີນກໍຍ່ອມໄດ້ ຂະນະທີ່ ໂຕລາວເອງ ບໍ່ໄດ້ຢ້ານກົວ ຕໍ່ເຫດການທີ່ເກີດຂຶ້ນປານໃດ ຍ້ອນໂຕເອງ ບໍ່ໄດ້ມີສັດຕູດ້ານການຄ້າຂາຍ ຫຼືໄປສ້າງໜີ້ສ້າງສິນ ນໍາຄົນຈີນ, ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

ຄົນຈີນຫຼາຍ ແຖວນັ້ນ ມັນຈະເປັນຮ້ານຄ້າຈີນ ເປັນແຖວ ຈີນຢູ່ຫຼາຍ ແຖວຂົວຫຼວງ ເປັນແມ່ຍິງ ເຮົາກໍບໍ່ຢ້ານ ເພາະວ່າ ເຮົາບໍ່ມີເຣື່ອງນໍາໃຜ ເຮົາບໍ່ມີສັດຕູູ ແຕ່ວ່າ ເຮົານີ້ຄ້າຂາຍ ດ້ວຍຄວາມຂາວສະອາດເນາະ ເຮົາບໍ່ໄດ້ໄປສ້າງໜີ້ສ້າງສິນ ແລ້ວເຮົາກໍບໍ່ຫຼີ້ນການພະໜອກພະນັນ ເຂົາເຈົ້າກໍພໍຢູ່ພໍເຂົາເຈົ້າ ເຮົາກໍຢູ່ພໍເຮົາ ບາງເທື່ອເຮົາມີຫຍັງ ເຂົາກໍລົມກັນໄດ້ ບໍ່ໄດ້ມີຫຍັງ ຕື່ນເຊົ້າມາ ເຂົາກໍເປີດຮ້ານຂາຍເຄື່ອງ ຄໍ່າມາເຂົາກໍປິດຮ້ານເຂົາ ເຂົາກໍຢູ່ພໍເຂົາ ເຮົາກໍຢູ່ພໍເຮົາ.”

ທີ່ຜ່ານມາ ມີເຫດການທີ່ຄົນຈີນ ມັກຈະກໍ່ເຫດ ກັບກຸ່ມຄົນຈີນດ້ວຍກັນເອງ ໂດຍທີ່ບໍ່ຢ້ານກົວຕໍ່ກົດໝາຍລາວ ເປັນຕົ້ນວ່າ ເວລາ 11 ໂມງ ຂອງວັນທີ 12 ເດືອນສິງຫາ ປີ 2018 ທີ່ຜ່ານມາ ທ່ານ ລີ ຈ້າວເຜິງ ຫຼືທ່ານ ໄຊຊະນະ ຫຍົດສະຫວັດ ເຈົ້າຂອງໂຮງແຮມຕີ້ຮາວ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກທ່ານ ຖາງອີ້ຊຸນ ແລະ ທ່ານ ຕີ້ງຈີ້ລີນ ຄາດຕະກັມ ຍ້ອນຄວາມຂັດແຍ່ງ ທາງທຸຣະກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.