ນະຄອນຫຼວງວຽງຈັນ ກະຕຣຽມບູຣະນະ ປະຕູໄຊ

ໄຊຍາ
2023.11.13
ນະຄອນຫຼວງວຽງຈັນ ກະຕຣຽມບູຣະນະ ປະຕູໄຊ ກຸ່ມນັກທ່ອງທ່ຽວຈີນ ທ່ຽວຊົມອານຸສາວະຣີ (ປະຕູໄຊ) ໃນນະຄອນຫຼວງວຽງຈັນ (TS), ວັນທີ 23 ສິງຫາ 2023.
RFA

ໃນວັນທີ 7 ພຶສຈິກາ 2023 ທີ່ຜ່ານມາ, ທາງການນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການປະຕິສັງຂອນ ປະຕູໄຊ ຫຼື ອານຸສາວະຣີ ແຫຼ່ງທ່ອງທ່ຽວສຳຄັນແຫ່ງນຶ່ງ ຂອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ໄດ້ມອບໝາຍໃຫ້ ແຕ່ລະພາກສ່ວນ ຂອງນະຄອນຫຼວງວຽງຈັນ ຂຶ້ນແຜນ ແລະ ປະຕິບັດໜ້າວຽກ ໃນດ້ານຕ່າງໆ ເພື່ອສນອງການປະຕິສັງຂອນ ປະຕູໄຊໃນເທື່ອນີ້.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ເຊິ່ງບໍ່ປະສົງອອກຊື່ແລະຕຳແໜ່ງທ່ານໄດ້ກ່າວວ່າ: ທີ່ຜ່ານມາ, ການປະຕິສັງຂອນປະຕູໄຊ ສຳເຣັດໃນໜ້າວຽກ ການປັບປຸງສວນຫຍ້າ ແລະພື້ນທີ່ອ້ອມແອ້ມ ແລະ ທາງການກ່ຽວຂ້ອງ ຈະໄດ້ມີການມ້າງປະຕູມ້ວນເຫຼັກ 4 ດ້ານ ຂອງປະຕູໄຊ ແລະ ການຕົບແຕ່ງ, ປູພົມ, ທາສີ, ຕິດຕັ້ງດອກໄຟ ຢູ່ຊັ້ນ 2 ແລະ ຊັ້ນ 3 ໃຫ້ສຳເຣັດ ເພື່ອສ້າງເປັນ ຈຸດວາງສແດງສິນຄ້າທີ່ລະນຶກ.

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 10 ພຶສຈິກາ ນີ້ວ່າ.

“ເພິ່ນອາດຊິຕົບແຕ່ງທາງໃນ ລັກສະນະວ່າເພິ່ນເຮັດບ່ອນຈັດວາງສແດງສິນຄ້າ ຜລິດຕະພັນການທ່ອງທ່ຽວເດ້ເນາະ. ເຄື່ອງທີ່ລະນຶກອິຫຍັງນີ້ເທິງຫັ້ນນ່າ. ຈັ່ງວ່າໂຕນີ້ບໍ່ແນ່ໃຈເພາະວ່າມັນເປັນວຽກຂອງ ຫ້ອງການຄຸ້ມຄອງ-ບໍຣິຫານ ຕົວເມືອງ ຮັບຜິດຊອບ. ມັນບໍ່ແມ່ນຂົງເຂດຂອງເຮົາຮັບຜິດຊອບ. ທ່ອງທ່ຽວນີ້ເພິ່ນກໍມີແຕ່ອັ່ນນັ້ນພຸ້ນແຫຼະ ຄະນະກັມມະການເພິ່ນ ຂັ້ນໃຫຍ່ເພິ່ນ. ຂັ້ນວິຊາການເຮົານີ້ ບໍ່ໄດ້ໄປຮ່ວມນຳເພິ່ນ. ເພິ່ນລັກສະນະວ່າ ເວລາເພິ່ນເຮັດມີປະຊົງ ປະຊຸມ ມີອິຫຍັງເພິ່ນກະເອົາແຕ່ຫົວໜ້າໄປຈັ່ງຊີ້ນ່າເນາະ. ເຮົາວິຊາການນີ້ ກະບໍ່ໄດ້ເຂົ້າຮ່ວມນຳເພິ່ນ ກໍບໍ່ໄດ້ຮູ້ເຣື່ອງນຳເພິ່ນອັນນີ້.”

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວຕຶ່ມວ່າ ທາງພາກສ່ວນກ່ຽວຂ້ອງຈະໄດ້ເປີດໃຫ້ນັກທ່ອງທ່ຽວ ຂຶ້ນທ່ຽວຊົມປະຕູໄຊ ໃນວັນທີ 2 ທັນວາ 2023 ທີ່ຈະມາຮອດນີ້, ເຊິ່ງຈະເປັນການເປີດໃຫ້ຂຶ້ນ ປະຕູໄຊຄັ້ງທຳອິດໃນຮອບ 3 ປີ ນັບແຕ່ການແຜ່ຣະບາດ ຂອງໂຄວິດ-19. ໂດຍຈະເກັບຄ່າເຂົ້າຊົມຜູ້ລະ 30,000 ກີບ.

ສຳລັບໂຄງການ ປັບປຸງສວນປະຕູໄຊທີ່ໄດ້ຮັບການສນັບສນູນ ຈາກຣັຖບານຈີນ ເທື່ອນີ້, ມີຫ້ອງການຄຸ້ມຄອງ ແລະ ບໍຣິຫານຕົວເມືອງວຽງຈັນເປັນເຈົ້າຂອງໂຄງການ ແລະມີ ບໍຣິສັດ ພາວເວີລາວ ພັທນາ ແລະ ກໍ່ສ້າງ ຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາໂຄງການ. ກຳນົດເວລາບູຣະນະ ລະວ່າງວັນທີ 1 ມິຖຸນາ ຫາ 31 ສິງຫາ 2023.

ນອກຈາກນີ້ແລ້ວ, ຫ້ອງການຄຸ້ມຄອງ ແລະ ບໍຣິຫານຕົວເມືອງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຈະໄດ້ຮ່ວມກັນ ນການຄຸ້ມຄອງການຢ້ຽມຊົມປະຕູໄຊ ຂອງນັກທ່ອງທ່ຽວເປັນຕົ້ນ ການຈຳໜ່າຍປີ້ເຂົ້າຊົມ, ການປ້ອງກັນອັນຕະຣາຍ ແກ່ນັກທ່ອງທ່ຽວໃນຈຸດທີ່ມີການສ້ອມແປງ ແລະ ການບົວລະບັດ ຮັກສາຄວາມສະອາດ ບໍຣິເວນສວນພາຍນອກປະຕູໄຊ ເຊິ່ງການປະຕິສັງຂອນ ປະຕູໄຊໃນເທື່ອນີ້ ເພື່ອສນອງຕໍ່ການເປັນເຈົ້າພາບ ກອງປະຊຸມສຸດຍອດອາຊ້ຽນ ຂອງລາວ ແລະ ການເປີດປີທ່ອງທ່ຽວລາວ 2024 ນໍາດ້ວຍ.

ທາງດ້ານ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ການປັບປຸງສວນປະຕູໄຊ ແມ່ນເຣື່ອງທີ່ດີ ແຕ່ວ່າທ່ານມີຂໍ້ສົງໄສ ກ່ຽວກັບການໃຊ້ເງິນ ງົບປະມານ ໃນການປັບປຸງສວນດັ່ງກ່າວ.

ດັ່ງທີ່ທ່ານ ກ່າວວ່າ:

“ເຮົາວ່າກະດີແລ້ວ ທີ່ໄດ້ປັບປຸງປະຕູໄຊຫັ້ນນ່າ ແຕ່ວ່າກະບໍ່ແນ່ໃຈວ່າເຣື່ອງງົບປະມານ ທີ່ວ່າເຂົາເຈົ້າ ມີການໃຊ້ນີ້ນ່າ ສາມາດໃຊ້ໄດ້ເຕັມເມັດເຕັມໜ່ວຍບໍ່? ຫຼື ວ່າມີການກິນນອກກິນໃນ ຫຼື ບໍ່ນ່າ?”

ຂະນະທີ່ ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່່າວວ່າ ວ່າງບໍ່ດົນມານີ້, ທາງການນະຄອນຫຼວງວຽງຈັນ ໄດ້ມີການປັບປຸງບໍຣິເວນພາຍນອກ ປະຕູໄຊກໍຄື ສວນຫຍ້າ, ສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໂດຍການຊ່ອຍເຫຼືອລ້າ ຈາກຣັຖບານຈີນ.

ດັ່ງທີ່ທ່ານ ກ່າວວ່າ:

“ເພິ່ນປະຕິສັງຂອນ ເພິ່ນຕົບແຕ່ງແຕ່ພາຍນອກ. ເພິ່ນເຮັດແບບເດິ່ນສນາມເດິ່ນຫຍ້າ ເດິ່ນຫຍັງເດ້. ປັບປຸງເດິ່ນຫຍ້າ, ບ່ອນຈອດຣົຖ ບ່ອນຫຍັງຕ່າງໆ. ບໍ່ໆໆໆ ບໍ່ໄດ້ປັບປຸງດອກປະຕູໄຊ ເພາະວ່າມັນບໍ່ໄດ້ເປັນຫຍັງ ມັນຍັງປົກກະຕິຢູ່ເນາະ. ມີແຕ່ວ່າອັ່ນເພິ່ນປັບປຸງຫັ້ນ ປັບປຸງອັ່ນນ່າສນາມຫຍ້າ ພີ້ນ່າ ແຖວໆ ດ້ານນອກ ຮອບນອກ. ເປັນທຶນຊ່ອຍເຫຼືອຈາກ ສປ ຈີນ. ແມ່ນແຫຼະ, ຈາກ ສປ ຈີນ.”

ທາງດ້ານ ນັກວິຊາການ ດ້ານພິພິທະພັນ ແລະ ການອະນຸຮັກບູຮານສະຖານ ຊາວໄທຍທ່ານນຶ່ງທີ່ເຄີຍໄປທ່ອງທ່ຽວ ປະຕູໄຊເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ ການປະຕິສັງຂອນ ປະຕູໄຊ ເພື່ອທີ່ຈະສາມາດ ຂຍາຍການຮອງຮັບ ນັກທ່ອງທ່ຽວຕ່າງປະເທດ ໃນອະນາຄົດ, ແຕ່ວ່າການປະຕິສັງຂອນ ປະຕູໄຊ ກໍຈະຕ້ອງຄຳນຶງເຖິງ ການອະນຸຮັກຄຸນຄ່າ ທາງປວັດສາດ ແລະ ສະຖາປັດຕະຍະກັມ ຂອງປະຕູໄຊໄວ້. ອີກທັງ ຍັງຕັ້ງຂໍ້ສັງເກດກ່ຽວກັບ ການໃຫ້ທຶນການຊ່ອຍເຫຼືອ ຂອງຣັຖບານຈີນ ໃນການປັບປຸງປະຕູໄຊ ໃນເທື່ອນີ້ດ້ວຍ.

ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

(ພາສາໄທຍ) ທ່ານກ່າວວ່າ: “ສິ່ງທີ່ ຕ້ອງຮັບຮູ້ໄວ້ກໍຄື ປະຕູໄຊເປັນສະຖານທີ່ສຳຄັນ ທາງປວັດສາດຂອງລາວ. ດັ່ງນັ້ນ, ໃນການປັບປຸງກໍຄົງຈະຕ້ອງຄຶດເຖິງ ເຣື່ອງຂອງການອະນຸຮັກ ຄຸນຄ່າໃຫ້ຍັງຢູ່. ເປັນເຣື່ອງທີ່ໜ້າກັງວົນ ເຣື່ອງນຶ່ງ ເພາະວ່າເຮົາບໍ່ສາມາດແນ່ໃຈໄດ້ວ່າ ຈີນນີ້ຈະຄຳນຶງເຖິງຄຸນຄ່າ ທາງປວັດສາດ ແລະກໍຫຼັກການ ໃນການອະນຸຮັກຂອງບູຮານສະຖານ. ອີກຢ່າງນຶ່ງກໍຄືຣັຖບານລາວ ກໍຈະບໍ່ມີອິສຣະໃນການຈັດການ ກັບໂຕເອງ, ທັງທີ່ຣັຖບານລາວ ຈະເຂົ້າໃຈເຣື່ອງຊ່ຳນີ້ຫຼາຍກວ່າ.”

ປະຕູໄຊ ຫຼື ອານຸສາວະຣີ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍຣິເວນຈຸດສິ້ນສຸດຂອງຖນົນລ້ານຊ້າງ, ຖືກສ້າງຂຶ້ນໃນປີ 1957 ແລະ ສຳເຣັດ ໃນປີ 1968, ເພື່ອເປັນອານຸສອນລະນຶກ ເຖິງບັນດານາຍທະຫານ ກອງທັບ ແຫ່ງພຣະຣາຊະອານາຈັກລາວ ທີ່ໄດ້ເສັຽສະລະຊີວິດ ເພື່ອຄວາມເປັນເອກະຣາຊ ຂອງຊາຕລາວ. ໂດຍມີທ່ານ ນາຍພົລ ທັມ ໄຊຍະສິດເສນາ ເປັນຜູ້ອອກແບບ ເຊິ່ງໄດ້ນຳເອົາແບບຢ່າງ ມາຈາກປະຕູໄຊ ຫຼື Arc de Triomphe ຂອງຝຣັ່ງເສດ ແຕ່ຕົກແຕ່ງດ້ວຍສິລປະກັມລາຍລາວ.

ໃນອະດີດ, ບໍຣິເວນຖນົນລ້ານຊ້າງ ຕໍ່ໜ້າປະຕູໄຊ ເຄີຍເປັນບ່ອນສວນສນາມ ຂອງນາຍທະຫານ-ຕຳຣວດ ໃນໂອກາດສຳຄັນຕ່າງໆ ຂອງພຣະຣາຊອານາຈັກລາວ ເປັນຕົ້ນ ວັນກອງທັບແຫ່ງຊາຕ ທີ 23 ມີນາ ແລະ ວັນຣັຖທັມມະນູນ ທີ 11 ພຶສພາ ຂອງທຸກປີ, ແຕ່ພາຍຫຼັງທີ່ການປ່ຽນແປງ ລະບອບການປົກຄອງໃນປີ 1975, ຣັຖບານລາວ ບໍ່ໄດ້ເອົາໃຈໃສ່ປະຕູໄຊ ພໍປານໃດ ຈົນຮອດປີ 2004, ຣັຖບານຈີນ ໄດ້ໃຫ້ການຊ່ອຍເຫຼືອ ປັບປຸງພື້ນທີ່ປະຕູໄຊ ຄັ້ງທໍາອິດ ໃຫ້ເປັນສວນສາທາຣະນະ, ມີນ້ຳພຸ ແລະດອກໄຟ ປະດັບປະດາ ແລະ ໃນປີ 2023 ນີ້, ທາງຣັຖບານຈີນ ໄດ້ໃຫ້ການຊ່ອຍເຫຼືອປັບປຸງພື້ນທີ່ ສວນປະຕູໄຊ ຄືນໃໝ່ອີກ ເປັນເທື່ອທີ 2, ໂດຍນຳໃຊ້ງົບປະມານ ຈຳນວນ 3.2 ຕື້ກີບ. ຢ່າງໃດກໍຕາມ, ມີຫາງສຽງຈາກຊາວບ້ານ ຈຳນວນນຶ່ງ ກ່ຽວກັບການຕັດຕົ້ນຕານ ແລະ ຕົ້ນສົນ ທີ່ຢູ່ຄຽງຄູ່ ປະຕູໄຊມາດົນນານ ກວ່າ 50 ປີ, ຊຶ່ງວິທຍຸເອເຊັຽເສຣີ ໄດ້ນຳສເນີເຣື່ອງນີ້ ໃນເດືອນຕຸລາທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.