ບຸນນະມັດສະການພະທາດຫຼວງປີນີ້ ຄຶກຄື້ນທ່າມກາງ ບັນຫາເສດຖະກິດ
2024.11.13
ງານບຸນນະມັດສະການ ພະທາດຫຼວງວຽງຈັນ ຫຼື ງານບຸນທາດຫຼວງ ປະຈຳປີ 2024 ເຮັດພິທີເປີດຢ່າງເປັນທາງການຕັ້ງແຕ່ ມື້ວັນທີ 11 ພະຈິກ ທີ່ຜ່ານມາ ເຊິ່ງຖືວ່າ ງານບຸນພະທາດຫຼວງປີນີ້ ຄຶກຄັກ ແລະ ມ່ວນຊື່ນຫຼາຍກວ່າປີກາຍຫຼາຍ ເຖິງແມ່ນວ່າຢູ່ໃນສະພາບເງິນເຟີ້ ແລະ ເຄື່ອງຂອງແພງ ກໍຕາມ ໂດຍມີທັງບູດຈັດສະແດງ ວາງຂາຍສິນຄ້າຫຼາຍປະເພດ ເປັນຕົ້ນ ເຄື່ອງອຸປໂພກບໍລິໂພກ ອາຫານ ເຄື່ອງດື່ມ ແລະ ສິນຄ້າຫັດຖະກຳ ລວມແລ້ວມີຮ້ານຂາຍສິນຄ້າທັງໝົດກວ່າ 1,625 ຮ້ານ, ອີງຕາມຄຳເວົ້າຂອງຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 13 ພະຈິກ 2024 ວ່າ:
"ປີນີ້ຄຶກຄື້ນກວ່າທຸກໆ ປີເລີຍ ເພາະວ່າປີນີ້ຫັ້ນຈະມີແບບຫຼາຍໆ ບູດ ສ່ວນຫຼາຍຈະເປັນເຄື່ອງໃຊ້ທົ່ວໄປ ແລ້ວກໍເປັນບູດແບບ ເປັນຮ້ານແນວກິນ ແລ້ວກໍຮ້ານເບຍ ຮ້ານແບບວ່າສາຍປາຕີ້ບໍ່ ຫຼືວ່າເປັນແບບປຸ່ມເປົ້າ ເຄື່ອງເລັ່ນເດັກນ້ອຍ ໂຊນແບບວ່າຂາຍສິ້ນໄໝ ເສື້ອໄໝ ໂອ ມີຫຼາຍໂຊນ ແລ້ວຄົນຫຼາຍແຮງ ຫຼາຍທຸກປີ ແຕ່ວ່າປີນີ້ຮູ້ສຶກວ່າຈະຫຼາຍກວ່າປີກາຍນີ້ອີກ."
ນອກຈາກບູດຈັດສະແດງ ແລະ ຂາຍສິນຄ້າທີ່ຫຼາກຫຼາຍແລ້ວ ຢູ່ພາຍໃນງານບຸນທາດຫຼວງປີນີ້ ຍັງມີແສງໄຟ ຕິບເຂົ້າ ແລະ ແຄນໃຫຍ່ ຈັດສະແດງຢູ່ທາງເຂົ້າງານ ເຮັດໃຫ້ໃນປີນີ້ຊາວບ້ານ ລວມເຖິງນັກທ່ອງທ່ຽວໃນນະຄອນຫຼວງວຽງຈັນ ອອກມາທ່ຽວງານບຸນພະທາດຫຼວງ ຫຼາຍກວ່າທຸກປີ ແຕ່ ຄາດວ່າໃນປີນີ້ ຄົນຈະອອກມາທ່ຽວຫຼາຍໃນມື້ສຸດທ້າຍ ຍ້ອນມີຈະມີການຈູດບັ້ງໄຟດອກ ແລະ ເຄື່ອງຂອງໃນງານກໍຈະຫຼຸດລາຄາລົງ, ດັ່ງ ຊາວບ້ານ ທີ່ອາໄສໃກ້ກັບພະທາດຫຼວງ ນາງນຶ່ງ ກ່າວຄືກັນວ່າ:
"ປີນີ້ຄຶກຄື້ນຫຼາຍໄດ໋ ເພາະວ່າຄົນເຕັມທຸກມື້ເລີຍເນາະ ລົດຕິດ ຄົນມາຫຼາຍ ແລ້ວກໍ່ເຄື່ອງຂາຍກໍຫຼາຍປີນີ້ ເພິ່ນເຮັດໄຟແສງສີງາມ ມື້ສຸດທ້າຍຄົນລະຫຼາຍ ເພາະວ່າເຄື່ອງຈະຫຼາຍຖືກລົງເນາະ ຄົນກໍຈະມາເບິ່ງດອກໄມ້ໄຟຫັ້ນ ມື້ສຸດທ້າຍຫັ້ນນາ"
ສຳລັບໄຮໄລ້ຂອງງານບຸນນະມັດສະການ ພະທາດຫຼວງວຽງຈັນ ກໍຄືການແຫ່ຜາສາດເຜິ້ງ ເຊິ່ງຖືເປັນປະເພນີທີ່ຊາວລາວ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ເຮັດສືບຕໍ່ກັນມາເປັນເວລານານ ປີນີ້ການແຫ່ຜາສາດເຜິ້ງຈະຈັດຂຶ້ນໃນວັນທີ 14 ພະຈິກ ໂດຍຈະເລີ່ມແຫ່ຜາສາດເວລາ 13 ໂມງເປັນຕົ້ນໄປ.
ສ່ວນມື້ສຸດທ້າຍ ຄືມື້ວັນທີ 15 ພະຈິກ ຈະເປັນມື້ໃສ່ບາດ ເຮັດສັງຄະທານ ເຊິ່ງຖືວ່າເປັນງານບຸນໃຫຍ່ປະຈຳປີຂອງປະເທດລາວ ສ່ວນຕອນແລງກໍຈະມີການຈູດບັ້ງໄຟດອກນຳ 2 ມື້ສຸດທ້າຍຈຶ່ງເປັນມື້ ທີ່ປະຊາຊົນ ໃຫ້ຄວາມສົນໃຈເຂົ້າຊົມ ຫຼາຍທີ່ສຸດ, ດັ່ງ ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ອີກນາງນຶ່ງ ທີ່ກ່າວວ່າ:
"ຄົນຫຼາຍທີ່ສຸດກໍຄືມື້ໃສ່ບາດ ກັບແຫ່ຜາສາດເຜິ້ງ ເພາະວ່າໃສ່ບາດທາດຫຼວງປີນຶ່ງຈະມີເທື່ອດຽວ ອັນນີ້ຈະເປັນງານບຸນປະເພນີປະຈຳປີເລີຍ ມື້ອື່ນກໍປະເພນີ ຕາມຮີດຄອງປະເພນີເນາະ ມື້ອື່ນກໍຄືມື້ເພິ່ນແກ່ຜາສາດເຜິ້ງ ມື້ວັນສຸກຄືວ່າເປັນ ມື້ໃສ່ບາດພະທາດຫຼວງ ທາງສາດສະໜາກໍຄືຕ້ອງວຽນທຽນ ວຽນທຽນຈູດພຸຖະຫວາຍເຈົ້າພໍ່ມະຫາດທາດຈັງຊີ່ຫັ້ນນາ."
ທາງດ້ານ ພະນັກງານໂຮງແຮມແຫ່ງນຶ່ງ ທີ່ຢູ່ບໍລິເວນອ້ອມຂ້າງ ພະທາດຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ໃນວັນທຳມະດານັ້ນ ງານບຸນພະທາດຫຼວງ ຈະເລີ່ມຄຶກຄື້ນຕັ້ງແຕ່ໄລຍະ 4 ໂມງແລງ ເຊິ່ງເປັນເວລາຫຼັງເລີກການ ສ່ວນເລື່ອງການຮັກສາຄວາມປອດໄພໃນງານນັ້ນ ກໍມີຕຳຫຼວດກວດກາຢູ່ທຸກປະຕູທາງເຂົ້າ ນອກຈາກນີ້ຍັງມີອາສາສະໝັກນັກຮຽນ ທີ່ມາເວນຍາມເພື່ອກວດກາຜູ້ເຂົ້າຮ່ວມງານ ບໍ່ໃຫ້ມີການພົກພາສິ່ງຂອງອັນຕະລາຍ ເຂົ້າໄປໃນງານ:
"ຈະມີຕຳຫຼວດຍາມທຸກປະຕູທາງເຂົ້າເລີຍເຈົ້າ ໂດຍ ແມ່ນ ຕັ້ງແຕ່ເຊົ້າຈົນຮອດດຶກເລີຍ ເລື່ອງກະເປົາແມ່ນ ຄົນສ່ວນຫຼາຍຂ້າເຈົ້າຈະພົກໄປຕິດໂຕເລີຍຫັ້ນນາ ຂ້າເຈົ້າຈະບໍ່ປະໄວ້ຫັ້ນໄວ້ນີ່."
ເຖິງຢ່າງໃດກໍຕາມ ນຶ່ງໃນເລື່ອງທີ່ປະຊາຊົນຊາວລາວໄດ້ສ່ອງແສງ ພາຍໃນງານດັ່ງກ່າວກໍຄື ບັນຫາຄ່າບໍລິການຝາກລົດ ບໍລິເວນພະທາດຫຼວງ ແພງກວ່າທີ່ທາງການກຳນົດ ໂດຍຄ່າຝາກລົດໃຫຍ່ທາງທາງການກຳນົດ ຢູ່ທີ່ຄັນລະ 30,000 ກີບ ລົດຈັກ 10,000 ກີບ ແລະ ລົດຕຸກໆ 15,000 ກີບ ແຕ່ລາຄາຄ່າບໍລິການຝາກລົດໃຫຍ່ໂຕຈິງ ຢູ່ທີ່ 50,000 ກີບ ສ່ວນລົດຈັກ ຢູ່ທີ 20,000 ກີບ.