ຊາວນະຄອນຫຼວງວຽງຈັນ ເຣີ່ມບຸນນະມັສການ ພຣະທາດຫຼວງ ແລ້ວ

ສິດນີ
2023.11.22
ຊາວນະຄອນຫຼວງວຽງຈັນ ເຣີ່ມບຸນນະມັສການ ພຣະທາດຫຼວງ ແລ້ວ ຊາວລາວ ໃນນະຄອນຫຼວງວຽງຈັນ ເຣີ່ມງັນບຸນທາດຫຼວງ (TS) ວັນທີ 22 ເດືອນພຶສຈິກາ ປີ 2023.
RFA

ໃນວັນທີ 22 ພຶສຈິກາ 2023 ນີ້, ພາກສ່ວນກ່ຽວຂ້ອງ ຂອງນະຄອນຫຼວງວຽງຈັນ ໄດ້ມີການກະຕຣຽມງານບຸນນະມັສການ ພຣະທາດຫຼວງວຽງຈັນ ຫຼື ທີ່ເອິ້ນທົ່ວໄປວ່າ ງານບຸນທາດຫຼວງ ໃກ້ຈະສຳເຣັດກວ່າ 80% ແລະໄດ້ມີການເປີດໃຫ້ເຂົ້າທ່ຽວຊົມງານແລ້ວ. ທັງນີ້, ຈະໄດ້ພິທີເປີດງານບຸນທາດຫຼວງ ຢ່າງເປັນທາງການ ໃນຕອນແລງຂອງວັນທີ 23 ພຶສຈິກາ ທີ່ຈະມາຮອດນີ້. ນອກຈາກນີ້ແລ້ວ, ບັນດາບໍຣິສັດ ກໍ່ໄດ້ເຣີ່ມຕິດຕັ້ງ ບູດຂາຍສິນຄ້າ ແລະພໍ່ຄ້າແມ່ຄ້າ ກໍ່ເຣີ່ມຂາຍອາຫານ ໂດຍສະເພາະ ເຂົ້າຫຼາມ-ປີ້ງໄກ່ ໃນພື້ນທີ່ເດິ່ນພຣະທາດຫຼວງ ເປັນທີ່ຮຽບຮ້ອຍແລ້ວ.

ຍານາງ ເພັນນະພາ ວົງສະໝໍລະພູມ, ຜູ້ຈັດການບໍຣິສັດ ຊີເອນພີ ຂາເຂົ້າ-ຂາອອກ ຈຳກັດ, ຕາງໜ້າຄະນະກັມມະການຈັດງານ ບຸນນະມັສການພຣະທາດຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສື່ມວນຊົນລາວ ກ່ຽວກັບຈຸດພິເສດ ຂອງງານບຸນທາດຫຼວງ ປະຈຳປີນີ້ ແມ່ນການວາງສແດງ ໝູ່ບ້ານເຮືອນລາວ ທີ່ຍານາງເປັນຜູ້ໄດ້ຮັບສັມປະທານ, ເຊິ່ງສແດງເຖິງສິລະປະວັທນະທັມ ອັນດີງາມຂອງຊາຕ.

ດັ່ງທີ່ຍານາງ ກ່າວວ່າ:

“ປີນີ້, ເນື່ອງຈາກວ່າປີ 2024 ທີ່ຈະມາເຖິງນີ້ ເປັນປີທ່ອງທ່ຽວລາວ. ເຮົາກະໄດ້ມີການເອກອ້າງ ວັທນະທັມລາວ ໂດຍການນຳໃຊ້ ສັດໃນວັນນະຄະດີ, ລວດລາຍລາວ ໃນການເອົາເຂົ້າມາວາງສແດງ ໃນໝູ່ບ້ານເຮືອນລາວພວກເຮົາໃນຄັ້ງນີ້. ພວກເຮົານ່າກະໄດ້ມີການຈັດສັນ ເອົາເຄື່ອງຫັດຖະກັມລາວ ເຊິ່ງເປັນສີມືແຮງງານຂອງຄົນລາວເຮົາເນາະ ຈາກພາກໃຕ້ເຖິງພາກເໜືອນີ້ ເຮົາເອົາມາລວມໄວ້ໃນງານດຽວກັນນີ້, ລວມທັງເຖິງອາຫານ ມາລວມກັນຫຼາກຫຼາຍແຂວງ ມາລວມກັນທີ່ນີ້ເລີຍເຈົ້າ.”

ຍານາງກ່າວອີກວ່າ ໃນປີ 2022 ທີ່ຜ່ານມາ, ມີຜູ້ເຂົ້າຢ້ຽມຊົມ ໝູ່ບ້ານເຮືອນລາວ ຫຼຸດນ້ອຍລົງ ຍ້ອນສະພາບການແຜ່ຣະບາດຂອງໂຄວິດ-19, ແຕ່ປີນີ້ ລາວເປີດໃຫ້ນັກທ່ອງທ່ຽວ ເຂົ້າມາເຕັມຮູບແບບແລ້ວ, ຈຶ່ງຄາດວ່າ ໜ້າຈະມີຜູ້ເຂົ້າຊົມຫຼາຍຂື້ນກວ່າ 20-30% ຈາກປີກາຍ. ທັງນີ້, ຈະເກັບປີ້ຄ່າເຂົ້າຊົມ ໝູ່ບ້ານເຮືອນລາວ ຜູ້ລະ 10,000 ກີບ ເຊິ່ງເປັນຣາຄາເທົ່າກັບປີຜ່ານໆ ມາ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຊາວນະຄອນຫຼວງວຽງຈັນ ຈຳນວນນຶ່ງ. ໂດຍ ນັກທຸຣະກິຈແມ່ຍິງ ຍານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ກ່າວວ່າ: ບຸນທາດຫຼວງປີນີ້ ແມ່ນໄດ້ເຣີ່ມຂື້ນແລ້ວ ກໍ່ຄືມີການເປີດ ພຣະທາດຫຼວງ ໃຫ້ເຂົ້າສັກກາຣະບູຊາ ແລະວຽນທຽນ. ອີກທັງ ຍານາງກໍ່ໄດ້ເຂົ້າໄປຢ້ຽມຊົມ ໝູ່ບ້ານເຮືອນລາວ ເຊິ່ງກໍ່ມີບໍຣິການເຊົ່າຊຸດ ພ້ອມທັງແຕ່ງໜ້າ ເພື່ອຖ່າຍຮູບທີ່ລະນຶກນຳດ້ວຍ.

ດັ່ງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ພຶສຈິການີ້ວ່າ:

“ໂດຍແມ່ນລະ ເປີດແລ້ວ. ກໍ່ຫຼາຍໄດ໋ ເຂົາເຈົ້າໃຫ້ເອົາຣົຖເຂົ້າໄປໄດ້ຊ່ວງນີ້. ແມ່ນ, ຫາກແຕ່ກະຄົນກະຂາຍຫຼາຍ, ແຕ່ວ່າເຮືອນຊົງລາວຫັ້ນເປີດເປັນທາງການແລ້ວ. ມີແຕ່ບໍຣິສັດບູດຢູ່ນອກຫັ້ນຍັງບໍ່ໄດ້ເປີດ, ແຕ່ຢູ່ໃນທາດຫັ້ນເປີດແລ້ວ. ມີເຊົ່າຊຸດແລ້ວເຂົາເຈົ້າກໍ່ແຕ່ງໜ້າ ແຕ່ງຜົມໃຫ້ພ້ອມ 150,000 ກີບ.”

ຍານາງກ່າວຕຶ່ມວ່າ ພາຍຫຼັງທີ່ງານບຸນທາດຫຼວງ ໄດ້ເປີດຂື້ນແລ້ວ ທາງການຈະບໍ່ອະນຸຍາດໃຫ້ນຳຣົຖເຂົ້າໄປຈອດບໍຣິເວນໂດຍຮອບອົງພຣະທາດຫຼວງ ໂດຍຈະຕ້ອງໄດ້ໄປຈອດຣົຖ ຕາມຈຸດທີ່ທາງການກຳນົດ ຫຼືບ່ອນຈອດຣົຖເອກະຊົນ ອ້ອມແອ້ມພຣະທາດຫຼວງ.

ທາງດ້ານ ຜູ້ຮັບສັມປະທານພື້ນທີ່ຂາຍເຄື່ອງ ໃນງານບຸນທາດຫຼວງ ແມ່ຄ້ານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ: ຄາດວ່າງານບຸນທາດຫຼວງປີນີ້ ຄົນຈະຫຼາຍເປັນພິເສດ ແລະອາດຈະເກີດບັນຫາຣົຖຕິດຢ່າງແນ່ນອນ ເຮັດໃຫ້ຍານາງ ເລືອກສັມປະທານພື້ນທີ່ຂາຍເຄື່ອງ ບໍຣິເວນແຄມທາງວົງວຽນທາຕຫຼວງ ເຊິ່ງຈະເປັນຈຸດທີ່ສາມາດ ຮອງຮັບລູກຄ້າໄດ້ຫຼາຍກວ່າໝູ່.

ດັ່ງທີ່ຍານາງ ກ່າວວ່າ:

“ເຮົາຈະເນັ້ນ ຄືແບບວ່າ ຄົນມາທາງໃນທາດຫຼວງ ກໍເຂົ້າມາໂຊນເຮົາໄດ້. ແລະກະທາງນອກ ຄືເຂົາເຈົ້າບໍ່ຢາກເຂົ້າໄປແບບວ່າ ຈອດຣົຖຢູ່ທາງໃນ ດ້ານໃນເນາະ. ແລະທາງດ້ານນອກຫັ້ນ ມັນຈະມີເຂົາເຈົ້າເຮັດຝາກຣົຖຕ່າງຫາກເດ້. ເຂົາເຈົ້າກໍ່ເຂົ້າມາຕຣົງໂຊນຂອງເຮົາໄດ້ຫັ້ນນ່າ. ແມ່ນໆ ມັນຈະມີບ່ອນຝາກຣົຖ ບ່ອນທາງເຂົ້າເລີຍ ຂອງເຮົາຈະເປັນເຊັນເຕີ້ ຈຸດໃຈກາງເລີຍນ່າ.”

ຍານາງກ່າວອີກວ່າ ພໍ່ຄ້າແມ່ຄ້າ ທີ່ມາເຊົ່າພື້ນທີ່ຂາຍອາຫານ ກໍ່ມີຈຳນວນນຶ່ງທີ່ຂາຍຍຳຈີນ ປີ້ງຈີນ ເຊິ່ງກໍ່ເປັນອາຫານທີ່ຊາວລາວ ໃຫ້ຄວາມນິຍົມ ພາຍຫຼັງທີ່ຈີນເຂົ້າມາລົງທຶນຢູ່ໃນລາວ ໃນໄລຍະປັດຈຸບັນ.

ຂະນະທີ່ ພະນັກງານໂຮງແຮມ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ: ມີແຂກເຣີ່ມຈ່ອງຫ້ອງພັກ ສຳລັບມາງານບຸນທາດຫຼວງແລ້ວ ແຕ່ກໍ່ຍັງບໍ່ຫຼາຍປານໃດ ສ່ວນຫຼາຍແຂກແມ່ນຈະເປັນຄົນງານລາວທີ່ມາເຮັດບັດ MOU ສຳລັບໄປເຮັດວຽກຢູ່ໄທຍ. ນອກຈາກນີ້ແລ້ວ, ທ່ານກໍ່ແນະນຳວ່າ ນັກທ່ອງທ່ຽວຜູ້ທີ່ຈະໄປໃສ່ບາດໃນມື້ວັນທີ 27 ພຶສຈິກາ ສາມາດໄປຊື້ເຄື່ອງໃສ່ບາດໄດ້ຢູ່ແຄມທາດຫຼວງ.

ດັ່ງທີ່ທ່ານ ກ່າວວ່າ:

“ກະມັນເຣື່ອຍໆ ນ່າອ້າຍ ເລື້ອຍໆ ເປັນບາງມື້ເຈົ້າ ເອົາແນ່ບໍ່ໄດ້ ບາງມື້ກະພວກກຣຸ໊ບ MOU ພວກແຮງງານເຮົາຢູ່ໄທຍອີ່ຫຍັງ ເຂົາມາພັກມາຫຍັງຫັ້ນນ່າ ມັນກໍ່ມີຢູ່ເຈົ້າ. ໂອ້ໂຕນີ້ນີ່ຈັ່ງຊີ້ອ້າຍ, ມັນມີຂາຍຢູ່ສະເພາະດອກອ້າຍ ໄປຊື້ຢູ່ແຖວແຄມທາດຫຼວງກໍໄດ້ອ້າຍ ມີໆ. ເຈົ້າ, ບໍຣິການເໝິດລະ ມີເຂົ້າໜົມເຂົ້າ ໜຽວ ບໍຣິການໝົດລະອ້າຍ.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ຄະນະກັມມະການຈັດງານ ບຸນນະມັສການພຣະທາດຫຼວງວຽງຈັນ ແຕ່ບໍ່ມີຜູ້ໃດຮັບສາຍ. ຢ່າງໃດກໍ່ຕາມ ເຈົ້າໜ້າທີ່ຂແນງການກ່ຽວຂ້ອງ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ແລະຕຳແໜ່ງ ເວົ້າເຊັ່ນດຽວກັນວ່າ ການກະກຽມງານ ແມ່ນໃກ້ຈະສຳເຣັດ ແລະພ້ອມທີ່ຈະເປີດງານຢ່າງເປັນທາງການ ໃນມື້ອື່ນ. ນອກຈາກນີ້, ທ່ານຍັງບອກອີກວ່າ ທາງການຈະພະຍາຍາມສົ່ງເສີມ ການຂາຍສິນຄ້າລາວ ໃນງານບຸນທາດຫຼວງ ໂດຍສະເພາະສິນຄ້າ ODOP.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ.

“ມື້ອື່ນໆ ມື້ອື່ນເປີດເປັນທາງການ, ແຕ່ມື້ນີ້ເຂົາເຈົ້າກະກຽມເຄື່ອງຢູ່ນີ້ແຫຼະ. ຕັ້ງແລ້ວ, ບໍ່ໆໆ ມີແຕ່ປະເພດສິນຄ້າແບບລາວໆ. ມາເດີ້ ມາມ່ວນເດີ້ ປີນີ້ຄົນໄທຍກໍ່ມາຂາຍເຄື່ອງຢູ່ນີ້ກະມີ.”

ງານບຸນທາດຫຼວງ ຖືເປັນປາງບຸນໃຫຍ່ຂອງຊາຕລາວ, ເຊິ່ງໃນປີ 2023 ນີ້ ທາງການນະຄອນຫຼວງວຽງຈັນ ໄດ້ກະກຽມຈັດງານໃນຄັ້ງນີ້ ຢ່າງຍິ່ງໃຫຍ່ ເພື່ອເປັນການເປີດປີທ່ອງທ່ຽວລາວ 2024. ທັງນີ້, ທາງການໄດ້ຈັດເດິ່ນຈອດຣົຖ ສຳລັບຜູ້ມາຮ່ວມງານ 3 ຈຸດ ເປັນຕົ້ນ 1.ເດິ່ນຈອດຣົຖຕລາດເຊົ້າ ຈອດໄດ້ 400 ກວ່າຄັນ, 2.ເດິ່ນຈອດຣົຖ ໜ້າຕລາດຫົວຂົວເກົ່າ ຈອດໄດ້ 300 ກວ່າຄັນ ແລະ 3.ເດິ່ນຈອດຣົຖ ໜ້າຕລາດບຶງທາດຫຼວງ ຈອດໄດ້ 200 ກວ່າຄັນ. ອີກທັງມີ ບ່ອນຈອດຣົຖເອກະຊົນ ເປັນຈຳນວນຫຼາຍ.

ອີງຕາມແຈ້ງການສະບັບເລຂທີ 800/ຈນວ, ລົງວັນທີ 20 ພຶສຈິກາ 2023, ໄດ້ກຳນົດຄ່າບໍຣິການຝາກຣົຖ ດັ່ງນີ້; ຣົຖໃຫຍ່ 30,000 ກີບ ຕໍ່ຄັນ ຕໍ່ຄັ້ງ, ຣົຖຕຸກໆ 15,000 ກີບ ຕໍ່ຄັນ ຕໍ່ຄັ້ງ ແລະ ຣົຖຈັກ 10,000 ກີບ ຕໍ່ຄົນ ຕໍ່ຄັ້ງ. ເຊິ່ງຖືວ່າແພງຂື້ນຈາກປີກ່ອນໜ້ານີ້ຫຼາຍ ຍ້ອນບັນຫາເງິນກີບເຟີ້.

ນອກຈາກນີ້ແລ້ວ, ຣັຖວິສາຫະກິຈຣົຖເມນະຄອນຫຼວງວຽງຈັນ ກໍ່ໄດ້ໃຫ້ບໍຣິການຣົຖເມຟຣີ ລະວ່າງວັນທີ 23-27 ພຶສຈິກາ 2023 ຕັ້ງແຕ່ເວລາ 17 ໂມງ ຫາ 22 ໂມງ 25 ນາທີ. ປະກອບມີ 9 ສາຍທາງ ແລະມີຣົຖເມຟຣີ ຮັບສົ່ງເດິ່ນຈອດຣົຖທັງ 3 ຈຸດ ທີ່ກ່າວມາແລ້ວຂ້າງເທິງນຳດ້ວຍ, ໂດຍຣົຖເມຮັບສົ່ງເດິ່ນຈອດຣົຖ ຈະໃຫ້ບໍຣິການທຸກໆ 15-20 ນາທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.