ອຸບັດຕິເຫດ ລະຫວ່າງ ສລອງປີໃໝ່ລາວ ເພີ່ມຂຶ້ນຈາກປີກ່ອນໜ້ານີ້
2023.04.21

ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ສປປລາວ ເປີດເຜີຍໃນມື້ວັນທີ 19 ເມສາ 2023 ນີ້ວ່າ ໃນໄລຍະບຸນປີໃໝ່ລາວປີນີ້ ຄືແຕ່ມື້ວັນທີ 11 ຫາວັນທີ 17 ເມສາ ຢູ່ທົ່ວປະເທດເກີດອຸບັດຕິເຫດ ຕາມທ້ອງຖນົນ 342 ຄັ້ງ, ມີຜູ້ເສັຍຊີວິດ 35 ຄົນ ແລະບາດເຈັບອີກ 611 ຄົນ, ພາຫະນະເສັຍຫາຍ 589 ຄັນ. ທຽບໃສ່ປີກາຍ ປີນີ້ມີອຸບັດຕິເຫດເພິ່ມຂຶ້ນ 30 ຄັ້ງ, ຈໍານວນຜູ້ເສັຍຊີວິດເທົ່າກັນ, ຄົນບາດ ເຈັບເພິ່ມຂຶ້ນ 59 ຄົນ ແລະຈໍານວນຍານພາຫະນະ ເສັຍຫາຍກໍເພີ່ມຂຶ້ນ 44 ຄັນ.
ແຂວງທີ່ເກີດອຸບັດຕິເຫດ ຫລາຍກວ່າໝູ່ ແມ່ນແຂວງຈໍາປາສັກ ຊຶ່ງມີ 53 ຄັ້ງ, ຮອງລົງມາກໍແມ່ນນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ທີ່ເກິດອຸບັດຕິເຫດຈໍານວນ 33 ຄັ້ງເທົ່າກັນ.
ເຈົ້າໜ້າທີ່ກູ້ພັຍ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ເມສານີ້ວ່າ ໄລຍະບຸນປີໃໝ່ລາວປີນີ້ ຢູ່ແຂວງຈໍາປາສັກ ເກີດອຸບັດຕິເຫດຕາມທ້ອງຖນົນຫລາຍຂຶ້ນ ຊຶ່ງສ່ວນໃຫຍ່ແມ່ນເກີດຈາກຜູ້ຂັບຂີ່ ຍວດຍານພາຫະນະ ໃນຂະນະທີມືນເມົາ ແລະສ່ວນຫລາຍບາດເຈັບສາຫັດ.
“ຖ້າທຽບໃສ່ປີກ່ອນ ປີນີ້ແມ່ນຫລາຍກວ່າ ສ່ວນຫລາຍແມ່ນຣົຖຈັກ ກໍຄືອັນທຸກທີ ຂະເຈົ້າມັກຊ້ອນ 2 ຊ້ອນ 3ຫັ້ນແຫລະນໍ ສ່ວນຫລາຍແມ່ນເປັນເຄສທີ່ວ່າເມົາໃນມື້້ປີໃໝ່ ເຄສຫລັກໆເມົາເກືອບທຸກເຄສເລີຍແຫລະ ສ່ວນຫລາຍແມ່ນສາຫັດເລີຍ ເພາະວ່າເຄສສ່ວນຫລາຍແມ່ນຈະໜັກ ຣົຖໃຫຍ່ກໍແມ່ນກໍໝຸນໆ.”
ອຸບັດຕິເຫດທີ່ວ່ານັ້ນ ສ່ວນຫລາຍເກີດຈາກຣົຖຈັກ ແລະຣົຖໃຫຍ່ຕໍາກັນ, ເກີດຈາກຣົຖແລ່ນໄວເກີນກໍານົດ ທີ່ກົດຈະລາຈອນວາງໄວ້. ໃນໄລຍະທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດໄດ້ຕັ້ງຈຸດກວດກາ ແລະໃຫ້ຄໍາແນະນໍາພວກຂັບຂີ່ຣົຖໄວນັ້ນຢູ່.
ດັ່ງປະຊາຊົນຢູ່ນະຄອນປາກເຊ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ຫລາຍເຕີບຢູ່ ເມົາແລ້ວຂັບ ຕໍາກັນເອງນີ້ແຫລະ ຣັຖໃຫຍ່ກໍມີ ຣົຖຈັກກໍມີ ບໍ່ມີ ບໍ່ໃຫ້ມີເປົ່າຫັ້ນນະ ມີແຕ່ກວດກາເອກກະສານໂລດ ແລ້ວກໍບອກໃຫ້ຂັບຂີ່ຊ້າໆ ໃຜເມົາເຂົາກໍກັກໄວ້ ຄົນທີ່ບໍ່ເມົາຫລາຍກໍຜ່ານໄດ້.”
ອີງຕາມຂໍ້ມູນຈາກກົມຕໍາຣວດ ຈະຣາຈອນ, ເວລາທີ່ມັກເກີດອຸບັດຕິເຫດຫລາຍທີ່ສຸດ ແມ່ນລະຫວ່າງ 6:00 ໂມງແລງຫາ 11:00 ໂມງກາງຄືນ ຄືໄດ້ເກີດຂຶ້ນເຖິງ 146 ຄັ້ງ, ມີຄົນເສັຍຊີວິດ 12 ຄົນ. ຮອງລົງມາກໍແມ່ນແຕ່ຕອນທ່ຽງ ຫາ ບ່າຍ 5:00 ໂມງ ທີ່ໄດ້ເກີດອຸບັດຕິເຫດ 116 ຄັ້ງ ແລະມີຜູ້ເສັຍຊີວິດ 10 ຄົນ.
ສໍາລັບຢູ່ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ກູ້ພັຍຢູ່ເຂດ 2 ເມືອງຫາດຊາຍຟອງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 21 ເມສານີ້ວ່າ ເກີດອຸບັດຕິເຫດຫລາຍ, ມີຄົນເສັຍຊີວິດຍ້ອນອຸບັດຕິເຫດ 7 ຄົນ ຖືວ່າມີຜູ້ເສັຍຊີວິດຫລາຍກວ່າ ຢູ່ແຕ່ລະແຂວງອື່ນໆ ແລະວ່າ ສາເຫດອັນດັບນຶ່ງ ທີ່ເຮັດໃຫ້ເກີດມີອຸບັດຕິເຫດນັ້ນ ແມ່ນມາຈາກຄວາມມືນເມົາ ແລະຜູ້ປະສົບອຸບັດຕິເຫດ ສ່ວນໃຫຍ່ຈະເຈັບໜັກ.
ດັ່ງທີ່ທ່ານກ່າວວ່າ:
“ກໍຫລາຍຢູ່ເດ ແຕ່ກໍບໍ່ໜັກເທົ່າສູນໃຫຍ່ ອຸບັດຕິເຫດກໍປະມານ 10 ປາຍ 20 ປາຍນີ້ແຫລະ ເຮົາຍັງບໍ່ໄດ້ສລຸບເທື່ອນະ ຍ້ອນຄວາມມືນເມົາແດ່ ແລ້ວກໍຍ້ອນຫັ້ນນະ ຣົຖຂະເຈົ້າມີບັນຫາແດ່ນໍ ແລ້ວກໍຂະເຈົ້າເຈີດໄປໃສ່ກັນຫັ້ນນະ ບາດເຈັບນີ້ຫລາຍ ເຈັບໜັກເຕີບ ສ່ວນໜ້ອຍລະທີ່ວ່າເຈັບໜ້ອຍ.”
ເວົ້າສະເພາະ ຢູ່ເຂດເມືອງຫາດຊາຍຟອງ ແຕ່ມື້ວັນທີ 14 ຫາວັນທີ 16 ເມສານີ້ເກີດອຸບັດຕິເຫດ 6 ຄັ້ງ, ຖືເປັນເມືອງທີ່ເກີດອຸບັດຕິເຫດຫລາຍກວ່າ ຢູ່ເມືອງອື່ນໆໃນນະຄອນຫລວງວຽງຈັນ, ຮອງລົງມາກໍແມ່ນເມືອງໄຊທານີ ແລະເມືອງສີໂຄດຕະບອງ ທີ່ເກີດອຸບັດຕິເຫດເມືອງລະ 3 ຄັ້ງ. ສ່ວນວ່າເມືອງໄຊເສດຖາ ເກີດຂຶ້ນ 2 ຄັ້ງ ແລະເມືອງອື່ນໆ ທີ່ເຫລືອແມ່ນເກີດຂຶ້ນເມືອງລະ 1 ຄັ້ງ, ອີງຕາມຂໍ້ມູນຈາກຫົວໜ້າຜແນກຕໍາຣວດ ຈະລາຈອນ ນະຄອນຫລວງວຽງຈັນ.
ຮອງລົງມາ ຈາກນະຄອນຫລວງວຽງຈັນ ທີ່ມີຄົນເສັຍຊີວິດ ຍ້ອນອຸບັດຕິເຫດເຖິງ 7 ຄົນ ຄື ຫລາຍກວ່າແຂວງອື່ນໆແລ້ວ ແມ່ນແຂວງສວັນນະເຂດ ທີ່ມີຜູ້ເສັຍຊີວິດ 4 ຄົນ.
ໃນຈໍານວນອຸບັດຕິເຫດ ຕາມທ້ອງຖນົນ ທີ່ເກີດຂຶ້ນໃນທົ່ວປະເທດ 342 ຄັ້ງນັ້ນ ມີ 174 ຄັ້ງ ຄືຫລາຍກວ່າເຄິ່ງນຶ່ງ ແມ່ນເກີດຂຶ້ນຢູ່ນອກເທສບານ, ອີງຕາມຂໍ້ມູນ ຈາກກົມຕໍາຣວດຈະລາຈອນ.
ສາເຫດສໍາຄັນ ທີ່ພາໃຫ້ເກີດອຸບັດຕິເຫດ ຕາມທ້ອງຖນົນຫລາຍ ແມ່ນຍ້ອນຄວາມມືນເມົາ ທີ່ເປັນອັນດັບນຶ່ງ, ຮອງລົງມາແມ່ນການຂັບຂີ່ ຣົຖໄວເກີນກໍານົດ ຂອງກົດຈະຣາຈອນ, ຂັບຣົຖຊິງກັນ, ຂັບຂີ່ບໍ່ເປັນລະບຽບ ແລະອື່ນໆ.