ອົງການ ກວດກາແຫ່ຣັຖ ສເນີໃຫ້ຣັຖບານ ຄວບຄຸມການລົງທຶນ ຂອງຣັຖ
2023.11.13
ໃນໄລຍະສອງປີເຄິ່ງທີ່ຜ່ານມາ ອົງການກວດກາແຫ່ງຣັຖ ໄດ້ສືບສວນ ແລະສອບສວນຄະດີສໍ້ຣາສບັງຫລວງຈຳນວນ 7 ຄະດີ ທີ່ພົວພັນກັບບຸກຄົນທີ່ສໍ້ຣາສບັງຫລວງທັງໝົດ 74 ຄົນ ໃນນັ້ນເປັນພະນັກງານຣັຖກອນ 34 ຄົນ, ພະນັກງານຣັຖວິສາຫະກິຈ 33 ຄົນ, ປະຊາຊົນທັມມະດາ 6 ຄົນ ແລະອີກ 1 ຄົນເສັຍຊີວິດແລ້ວ. ບຸກຄົນເຫລົ່ານີ້ ໄດ້ສ້າງຄວາມເສັຍຫາຍ ທາງດ້ານການເງິນໃຫ້ແກ່ຣັຖເຖິງ 508 ຕື້ກີບ, 64 ລ້ານບາທ ແລະນຶ່ງແສນໂດລ້າຣ໌ສະຫະຣັຖ.
ຕໍ່ການຮົ່ວໄຫລດັ່ງກ່າວ, ເມື່ອວັນທີ່ 7 ພຶສຈິກາ 2023 ນີ້, ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ສເນີໃນກອງປະຊຸມ ສະພາແຫ່ງຊາຕ ຮຽກຮ້ອງໃຫ້ຣັຖບານ ຕິດຕາມກວດກາ ແລະຄຸ້ມຄອງການເງິນ ໃຫ້ເຂັ້ມງວດ ໂດຍສະເພາະການລົງທຶນ ຂອງຣັຖ ເພື່ອປ້ອງກັນການຮົ່ວໄຫລ ແລະການສໍ້ຣາສບັງຫລວງ.
ດ່ັງທ່ານ ຄຳພັນ ພົມມະທັດ ໄດ້ກ່າວຕອນນຶ່ງວ່າ:
“ສເນີຣັຖບານເພິ້ມທະວີການຄຸ້ມຄອງ ການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນ ຢູ່ຂແນງການ ແລະທ້ອງຖິ່ນ ໃຫ້ປະຕິບັດຕາມກົດໝາຍ ແລະຣະບຽບຢ່າງເຂັ້ມງວດ ຫັດກຸມໃນການຄຸ້ມຄອງການລົງທຶນ ລວມທັງນຳໃຊ້ ບັນດາມາຕການເຂັ້ມງວດ ຕໍ່ເຈົ້າຂອງໂຄງການ ບໍຣິສັດທີ່ປຶກສາ ບໍຣິສັດຜູ້ຮັບເໝົາກໍ່ສ້າງແລະພາກສ່ວນອື່ນໆ ທີ່ມີການລະເມີດ ແລະນຳຜົລເສັຍຫາຍໃຫ້ຣັຖ.”
ທ່ານ ຄຳພັນ ພົມມະທັດ ກ່າວຕື່ມວ່າ ອົງການກວດກາແຫ່ງຣັຖ ສາມາດເກັບກູ້ເງິນຄືນຈາກການຮົ່ວໄຫລນັ້ນໄດ້ແລ້ວ 1.53 ຕື້ກີບ ແລະ 4.63 ລ້ານບາດ; ສ່ວນເງິນສ່ວນຫລາຍທີ່ເຫລືອປະມານ 506 ຕື້ກີບ, 59 ລ້ານບາດ ແລະນຶ່ງແສນດອນລ່າ ຍັງບໍ່ສາມາດເກັບກູ້ໄດ້ຄືນເທື່ອ. ສຳຣັບການດຳເນີນຄະດີນັ້ນ ເຈົ້າໜ້າທີ່ ໄດ້ສືບສວນ-ສອບສວນສຳເຣັດແລ້ວ 4 ຄະດີໃນທັງໝົດ 7 ຄະດີ ແລະໄດ້ສົ່ງຄະດີແລະຜູ້ຕ້ອງສົງໃສໃຫ້ໄອຍະການແລ້ວ 7 ຄົນ ໃນນັ້ນມີພະນັກງານຂອງຣັຖ 3 ຄົນ ພະນັກງານຣັຖວິສາຫະກິຈ 1 ຄົນ ແລະສາມາດຍຶດຂອງກາງໃນຄະດີໄດ້ລວມທັງໝົດ 68 ຣາຍການ.
ໃນສະເພາະປີ 2023 ນີ້ ອົງການກວດກາແຫ່ງຣັຖ ໄດ້ສືບສວນ-ສອບສວນຄະດີສໍ້ຣາສ ບັງຫລວງ 5 ເປົ້າໝາຍ ສຳເຣັດແລ້ວ 2 ເປົ້າໝາຍ ແລະກຳລັງຈັດຕັ້ງປະຕິບັດ 3 ເປົ້າໝາຍ ທີ່ມີຄົນພົວພັນທັງໝົດ 9 ຄົນ ໃນນີ້ ມີພະນັກງານຣັຖກອນ 4 ຄົນ, ພະນັກງານຣັຖວິສາຫະກິຈ 4 ຄົນ, ແລະຄົນຕ່າງປະເທດ 1 ຄົນ ລວມມູນຄ່າເສັຍຫາຍເກືອບ 400 ຕື້ກີບ 16 ລ້ານໂດລ້າຣ໌ ແລະ ທັງໝົດນີ້ ຍັງບໍ່ສາມາດເກັບກູ້ຄືນໄດ້ເທື່ອ.
ທ່ານ ວຽງທະວີ ສອນເທບພະຈັນ ປະທານອົງການກວດສອບແຫ່ງຣັຖ ໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາຕ ເມື່ອວັນທີ່ 7 ພຶສຈິກາ 2023 ນີ້ວ່າ ຣັຖບານສູນເສັຍງົບປະມານ ຍ້ອນການຮົ່ວໄຫລ ເປັນເງິນມະຫາສານໃນ ແຕ່ລະປີ ເພາະເຈົ້າໜ້າທີ່ ຂອງຣັຖເກືອບທຸກຂແນງການ ບໍ່ມີຄວາມໂປ່ງໃສ; ເມື່ອໄດ້ງົບປະມານໄປແລ້ວ ບໍ່ເຮັດບັນຊີເບີກຈ່າຍຕາມ ລະບຽບຫລັກການ, ບາງໂຄງການລົງທຶນ ເພີ່ມງົບປະມານ ໂດຍບໍ່ຈຳເປັນ, ບາງໂຄງການ ບໍ່ມີການປະເມີນດ້ານເສຖກິຈ-ແຕັກນິກ ແຕ່ກໍໄດ້ຮັບເງິນງົບປະມານ ເພື່ອດຳເນີນການ.
ນອກຈາກນີ້ ການເຊັນສັນຍາ ໂຄງການພັທນາຕ່າງໆໃນ ລະດັບຊັ້ນແຂວງ ແລະເມືອງ ສ່ວນໃຫຍ່ ມີການສົມຮູ້ຮ່ວມຄິດ ກັບບໍຣິສັດຜູ້ຮັບເໝົາກໍ່ສ້າງ ແລະບໍຣິສັດທີ່ປຶກສາ ແລ້ວມີການຕັ້ງງົບປະມານ ເກີນຄວາມເປັນຈິງ ໂດຍບໍ່ສອດຄ່ອງກັບແຜນງົບປະມານ ທີ່ສະພາແຫ່ງຊາຕ ກຳນົດໄວ້; ຕົວຢ່າງ ການກວດສອບ ກອງທຶນຫລຸດຜ່ອນຄວາມທຸກຍາກ ໃນບ້ວງເງິນກູ້ຢືມ ຈາກທະນາຄານໂລກ ມູນຄ່າ 22 ລ້ານໂດລ້າຣ໌ສະຫະຣັຖ ພົບວ່າ ລາຍຈ່າຍຂອງໂຄງການ ບໍ່ຈະແຈ້ງ ເຮັດໃຫ້ເງິນສູນເສັຍ ໄປຢ່າງຫລວງຫລາຍ.
ທ່ານ ວຽງທະວີ ສອນເທບພະຈັນ ອະທິບາຍຕື່ມວ່າ:
“ຍັງມີສະພາບຈ່າຍ ນອກແຜນງົບປະມານແຫ່ງຣັຖ ການປະຕິບັດຣາຍຈ່າຍ ບໍ່ຖືກຕ້ອງຕາມແຜນງົບປະມານ ການປະຕິບັດຣາຍຈ່າຍບໍ່ມີເອກກະສານຢັ້ງຢືນ ຄົບຖ້ວນ ການຈັດຊື້ຈັດຈ້າງແລະຊື້ເຄື່ອງໃຊ້ຫ້ອງການ ບໍ່ໄດ້ຮັບການປະມູນສົມທຽບລາຄາ ການຄຸ້ມຄອງການລົງທຶນຂອງຣັຖ ການດຳເນີນຂັ້ນຕອນ ການເຊັນສັນຍາ ເກີນມູນຄ່າທີ່ສະພາແຫ່ງຊາຕ ຮັບຮອງ.”
ກ່ຽວກັບການຮົ່ວໄຫລນີ້ ປະຊາຊົນລາວຫລາຍຄົນເຫັນວ່າ ການສໍ້ຣາສບັງຫລວງ ເປັນບັນຫາຊ້ຳເຮື້ອມາເປັນເວລາດົນນານ ທີ່ຣັຖບານລາວ ບໍ່ສາມາດແກ້ໄຂໄດ້ຈັກເທື່ອ ບໍ່ສາມາດບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດ ຈຶ່ງເຮັດໃຫ້ພະນັກງານຣັຖກອນ ແລະພະນັກງານຣັຖວິສາຫະກິຈ ບໍ່ຢ້ານກົວຕໍ່ການລົງວິໄນ.
ຄົນລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ທີ່ບໍ່ປະສົງບອກຊື່ ໃຫ້ຄຳເຫັນກັບ ວິທະຍຸເອເຊັຽເສຣີ ໃນວັນທີ່ 10 ພຶສຈິກາ 2023 ນີ້ວ່າ:
“ການປະຕິບັດໜ້າທີ່ວຽກງານຫັ້ນ ອັນນີ້ປະຊາຊົນກໍຮູ້ດີແຫລະຜ່ານມາ ເດີນບໍ່ແມ່ນແລ່ນບໍ່ສະດວກນີ້ ມັນກະຕ້ອງມີການປັບປຸງ ແລະປ່ຽນແປງ ປະຊາຊົນນີ້ເບື່ອໜ່າຍທີ່ສຸດແລ້ວ ເຣື່ອງການສໍ້ຣາສບັງຫລວງ ເພິ່ນຈະແກ້ໄຂໄດ້ບໍ່.”
ຊາວລາວອີກຜູ້ນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ໃນແຕ່ລະປີ ມີໂຄງການພັທນາຕ່າງໆ ເປັນຈຳນວນຫລາຍ ທີ່ທາງການລາວ ເປັນຜູ້ຮັບຜິດຊອບ ແລະລົງທຶນດ້ວຍໂຕເອງ ແຕ່ເທົ່າທີ່ສັງເກດເຫັນ ກໍມີຫລາຍໂຄງການພັທນາ ກໍ່ສ້າງບໍ່ໄດ້ມາດຕະຖານ ເຊັ່ນໂຄງການພັທນາເສັ້ນທາງ ແລະໂຄງການກໍ່ສ້າງຊົນລະປະທານ ພາຍຫລັງທີ່ກໍ່ສ້າງສຳເຣັດ ມີການນຳໃຊ້ປະມານ 1 ປີ-2 ປີ ກໍເປ່ເພ ແລ້ວປະຖິ້ມໄປຊື່ໆ ສິ້ນເປືອງງົບປະມານລ້າໆ. ສະນັ້ນ ຖ້າຢາກໃຫ້ປະເທດຊາຕ ຈະເຣີນກ້າວໜ້າ ຣັຖບານກໍຕ້ອງປາບປາມການສໍ້ຣາສບັງຫລວງ ໃຫ້ໄດ້ ດັ່ງຄົນລາວຜູ້ນີ້ ໄດ້ອີກວ່າ:
“ເວົ້າເຣື່ອງຜົລປະໂຍດນີ້ ມັນກະຊິມີນຳກັນເນາະໃນການເຮັດວຽກນີ້ ຜູ້ວິຊາການແລ້ວກະຜູ້ເປັນນາຍແນວນີ້ນ່າ ໂຕນີ້ແລ້ວ ຂ້ອຍຊິປະກອບຄວາມເຫັນນຳນ່າ ມັນມີຜົລປໂຍດສໍ້ຣາສບັງຫລວງແຫລະໂຕນີ້ນັ້ນ ທຸກໆຜແນກ ທຸກໆກະຊວງ ທຸກໆໜ່ວຍງານ ມັນແນວນັ້ນໝົດ.”
ກ່ອນນີ້ ດຣ. ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາຕ ຈາກນະຄອນຫລວງວຽງຈັນ ເຄີຍກ່າວໃນກອງປະຊຸມສະພາແຫ່ງຊາຕວ່າ ການສໍ້ຣາສບັງຫລວງຂອງພະນັກງານພັກຣັຖ ໂດຍສະເພາະໃນຂແນງການເງິນ ບໍ່ໄດ້ຫລຸດລົງເລີຍ ງົບປະມານຂອງຣັຖ ຍັງຮົ່ວໄຫລເປັນຈຳນວນຫລາຍ ຕົວຢ່າງຢູ່ຕາມດ່ານຊາຍແດນ ແຮ່ງເກີດຂຶ້ນຫລາຍ ແລະແບບແນບນຽນກວ່າເກົ່າ; ສະນັ້ນ ຈຶ່ງຢາກໃຫ້ຣັຖບານເຂັ້ມງວດຂຶ້ນຕື່ມ; ຫາກພົບເຫັນພະນັກງານພັກຣັຖ ກະທຳຜິດ ກໍຢາກໃຫ້ລົງໂທດ ເຊັ່ນໃຫ້ປົດໜ້າທີ່ຕຳແໜ່ງ ຫລືໄລ່ອອກການເລີຍ.
ອົງການຄວາມໂປ່ງໃສສາກົລ ທີ່ມີສຳນັກງານ ຢູ່ປະເທດເຢັຍຣະມັນ ຣາຍງານວ່າ ສປປ ລາວ ເປັນປະເທດນຶ່ງ ທີ່ມີການສໍ້ຣາສບັງຫລວງຫລາຍ ໃນອັນດັບທີ່ 126 ໃນຈຳນວນທັງໝົດ 180 ປະເທດ ຊຶ່ງໃນການຈັດລະດັບນີ້ ປະເທດລະດັບທີ 1 ເປັນປະເທດທີ່ໂປ່ງໃສທີ່ສຸດ ສ່ວນປະເທດລະດັບທີ່ 180 ເປັນປະເທດ ທີ່ມີການສໍ້ຣາສບັງຫລວງ ຫລາຍທີ່ສຸດ.