ທາງການລາວ ຕຣຽມເປີດປີທ່ອງທ່ຽວລາວ

ສຸພັດຕາ
2023.11.14
ທາງການລາວ ຕຣຽມເປີດປີທ່ອງທ່ຽວລາວ ກຸ່ມນັກທ່ອງທ່ຽວຈີນ ກຳລັງທ່ຽວຊົມ ອານຸສາວະຣີ (ປະຕູໄຊ) ໃນນະຄອນຫຼວງວຽງຈັນ (TS). ວັນທີ 23 ສິງຫາ 2023.
RFA

ໃນວັນທີ 13 ພຶສຈິກາ 2023, ຍານາງ ສວນສະຫວັນ ວິຍະເກດ ຣັຖມົນຕຣີ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ເປັນປະທານ ຈັດງານຖແລງຂ່າວ ກ່ຽວກັບການຈັດປີທ່ອງທ່ຽວລາວ 2024 ຢູ່ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ. ກ່ອນທີ່ ຈະມີພິທີເປີດປີທ່ອງທ່ຽວລາວ ຢ່າງເປັນໃນທາງການ ໃນວັນທີ 23 ພຶສຈິກາ ທີ່ຈະມາຮອດນີ້ ຊຶ່ງຈະພ້ອມກັບ ການເປີດງານບຸນນະມັສການ ພຣະທາດຫຼວງວຽງຈັນ ປະຈຳປີ 2023.

ດັ່ງທີ່ຍານາງ ຖແລງຕໍ່ສື່ມວນຊົນລາວວ່າ:

“ໃນການຈັດປີທ່ອງທ່ຽວລາວ 2024 ນີ້, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກຳນົດບັນດາກິຈກັມ ທີ່ຈະຈັດຕັ້ງປະຕິບັດ ໃນປີທ່ອງທ່ຽວລາວ 2024 ແລະໄດ້ສເນີ ໃຫ້ຣັຖບານຮັບຮອງ ແລະໄດ້ກຳນົດເອົາ 79 ກິຈກັມ ໃນນີ້ມີ 14 ກິຈກັມ ເປັນການທ່ອງທ່ຽວລະດັບຊາຕ, ແລະ 65 ກິຈກັມເປັນການທ່ອງທ່ຽວ ລະດັບແຂວງ. ຊຶ່ງຈະຈັດເຂົ້າ ໃນປະຕິທິນການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວ ສາມາດຄັດເລືອກໄດ້ ທ່ອງທ່ຽວຕລອດປີ.”

ຍານາງ ກ່າວຕໍ່ວ່າ ສຳລັບສະຖານທີ່ທ່ອງທ່ຽວ ທີ່ທາງກະຊວງຈະໄດ້ສຸມໃສ່ໂຄສະນາ ໃນປີທ່ອງທ່ຽວລາວ 2024 ນີ້ ເປັນຕົ້ນແມ່ນ ເມືອງມໍຣະດົກໂລກ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ, ແຫຼ່ງທ່ອງທ່ຽວທັມມະຊາຕ ເມືອງວັງວຽງ ແຂວງວຽງຈັນ, ນ້ຳຕົກຕາດເຍືອງ, ຕາດຟານ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ແກ່ງຄອນພະເພັງ, ສີພັນດອນ ເມືອງໂຂງ ແຂວງຈຳປາສັກ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງຫຼວງພຣະບາງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ.

ດັ່ງທ່ານ ກ່າວໃນມື້ວັນທີ 14 ພຶສຈິກາ ນີ້ວ່າ:

“ເຈົ້າໆ ເປີດຢູ່ເຈົ້າ ປະມານຄືວ່າ ວັນທີ 30 ຕຸລາ ຄືວ່າເລື່ອນໄປ. ປະມານວັນທີ 15-18 ພຶສຈິກາ ລະ ປະມານນັ້ນແຫຼະ ຍັງບໍ່ແນ່ນອນເທື່ອເຈົ້າ. ແຕກຕ່າງນ້ອຍນຶ່ງເນາະ ເພາະວ່າເຈົ້າໜ້າທີ່ ເຮັດກິຈກັມ ໂຕຢ່າງວ່າ ເຊີນບັນດານັກທຸຣະກິຈ ເຂົ້າມາຮ່ວມເນາະ ແລ້ວກໍເປີດບູດ ເປີດຫຍັງຫັ້ນນ່າ ປະມານ 3 ມື້ນັ້ນລ່ະ. ໜ້າຈະຢູ່ຫ້ອງວ່າການແຂວງເຈົ້າ. ມີໆ ມື້ນີ້ ເຂົາເຈົ້າກະມີ ປະຊຸມນັກທຸຣະກິຈນ່າ. ປະຊຸມພາກສ່ວນທຸຣະກິຈ ມີສ່ວນຮ່ວມແມ່ນຫຍັງຫັ້ນນ່າ. ຖືວ່າອອກແບບອະຫຍັງກໍ ອອກມາໝົດແລ້ວເນາະ.”

ຢ່າງໃດກໍຕາມ, ວ່າງບໍ່ດົນມານີ້ ມີເຫດການຕົວະຍົວະ ນັກທ່ອງທ່ຽວໄທຍ ເກີດຂຶ້ນຫຼາຍຄັ້ງ ເປັນຕົ້ນແມ່ນ ໃນວັນທີ 13 ພຶສຈິກາ ທີ່ຜ່ານມາ, ນັກທ່ອງທ່ຽວໄທຍກຸ່ມນຶ່ງ ຖືກແມ່ຄ້າຂາຍເຄື່ອງໃສ່ບາດ ຢູ່ແຂວງຫຼວງພຣະບາງ ຄິດໄລ່ຄ່າເຄື່ອງໃສ່ບາດ ເປັນຈຳນວນເງິນ 1,700 ບາທ ຫຼືປະມານ 977,000 ກີບ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງຫຼວງພຣະບາງ ຜູ້ດຽວກັນນີ້. ໂດຍທ່ານກ່າວ ແຕ່ພຽງວ່າ ພາກສ່ວນກ່ຽວຂ້ອງ ພວມດຳເນີນການແກ້ໄຂ ບັນຫາດັ່ງກ່າວຢູ່ ແລະອີກເຫດການນຶ່ງ ໃນມື້ດຽວກັນ, ນັກທ່ອງທ່ຽວໄທຍອີກກຸ່ມນຶ່ງ ຖືກເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ດ່ານສາກົລ ຂົວມິຕພາບລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ ຮຽກຮັບເງິນ ເປັນຈຳນວນ 5,000 ບາທ ຫຼືປະມານ 2,870,000 ກີບ, ຍ້ອນເຈົ້າໜ້າທີ່ ບໍ່ຈ້ຳກາປະທັບເຂົ້າເມືອງໃຫ້ ຊຶ່ງພາຍຫຼັງການເຈຣະຈາຕໍ່ລອງ ນັກທ່ອງທ່ຽວກຸ່ມນີ້ ຈຶ່ງຍອມເສັຍເງິນ ໃຫ້ແກ່ເຈົ້າໜ້າທີ່ ເປັນຈຳນວນ 700,000 ກີບ.

ໂດຍທັງສອງເຫດການນີ້ ໄດ້ສ້າງຄວາມບໍ່ພໍໃຈແກ່ຊາວໄທຍ ຈຳນວນນຶ່ງ, ເຮັດໃຫ້ສະແດງຄຳເຫັນໃນລັກສະນະ ວ່າ ບໍ່ຢາກໄປທ່ຽວປະເທດລາວແລ້ວ.

ທາງດ້ານ ນັກທ່ອງທ່ຽວຊາວໄທຍ ນາງນຶ່ງ ກ່າວວ່າ ການບໍຣິຫານຈັດການ ການທ່ອງທ່ຽວ ຂອງຣັຖບານລາວ ຍັງບໍ່ທັນເປັນລະບົບລະບຽບປານໃດ ໂຕຢ່າງເຊັ່ນ ເມືອງວັງວຽງ ແຂວງວຽງຈັນ.

ດັ່ງທີ່ຍານາງ ກ່າວວ່າ:

“ຄື ພໍມັນເປັນແຫຼ່ງທ່ອງທ່ຽວ ທີ່ຄົນໄປທ່ຽວຫຼາຍ ພໍທົວລົງແມ່ນບໍ່. ກໍຍັງບໍ່ມີການບໍຣິຫານຈັດການ ຈາກທາງຣັຖບານທີ່ດີ. ຢ່າງວັງວຽງ ເປັນເມືອງທ່ອງທ່ຽວກໍຈິງ, ແຕ່ສ່ວນຫຼາຍ ມັນກໍຈະເປັນຊາວບ້ານເບິ່ງແຍງກັນເອງ ມັນກໍເລີຍເບິ່ງຄືແບບບໍ່ມີລະບົບ. ການສນັບສນູນ ໃຫ້ເປັນເມືອງທ່ອງທ່ຽວຂອງພາກຣັຖ ກໍຍັງບໍ່ໄດ້ດີຫຼາຍປານໃດ.”

ຢ່າງໃດກໍຕາມ, ຍານາງກ່າວວ່າ ປະເທດລາວ ກໍມີມົນສເນ່ ທາງດ້ານວັທນະທັມ ແລະອາຫານການກິນ ຫຼາຍຢ່າງ ທີ່ກໍຍັງດຶງດູດໃຫ້ນາງ ຢາກກັບໄປທ່ອງທ່ຽວອີກເລື້ອຍໆ.

ຂະນະທີ່ ນັກທ່ອງທ່ຽວຊາວໄທຍ ອີກທ່ານນຶ່ງ ກ່າວວ່າ ຈາກປະສົບການຂອງທ່ານ ການທ່ອງທ່ຽວລາວດ້ວຍໂຕເອງ ໃນລັກສະນະ Backpacker ແມ່ນມີຄວາມຍາກລຳບາກ ເມື່ອທຽບໃສ່ກັບການທ່ອງທ່ຽວນຳຜູ້ປະກອບການທ່ອງທ່ຽວ ຍ້ອນການເດີນທາງ ແມ່ນຕ້ອງໄດ້ໃຊ້ຣົຖ ຈຶ່ງຈະມີຄວາມສະດວກສະບາຍ ຫຼາຍກວ່າການເດີນທາງ ດ້ວຍຣົຖເມສາທາຣະນະ.

ດັ່ງທີ່ທ່ານກ່າວວ່າ:

“ໂຄງຮ່າງພື້ນຖານຂອງລາວ ມັນບໍ່ເອື້ອຕໍ່ການທ່ອງທ່ຽວ ໂດຍບໍ່ອາໄສທົວຢູ່ແລ້ວ. ເພາະສະນັ້ນ ກໍຕ້ອງເບິ່ງວ່າ ທາງຣັຖບານລາວເພິ່ນ ນອກຈາກໂຄງການນີ້ແລ້ວ ເຂົາເຈົ້າຈະເຮັດແນວໃດ ເພື່ອສົ່ງເສີມການທ່ອງທ່ຽວໄດ້ແທ້. ຊຶ່ງກໍຍັງບໍ່ແນ່ໃຈວ່າ ໂຄງການທີ່ອອກມານີ້ ຈະກະຕຸ້ນການທ່ອງທ່ຽວໄດ້ປານໃດ.”

ທ່ານກ່າວອີກວ່າ ທ່ານເຄີຍຖືກ ຄົນຂາຍປີ້ຣົຖໂດຍສານຕົວະຕົ້ມ ໂດຍຄິດໄລ່ຄ່າຣົຖໂດຍສານ ລະຫວ່າງດ່ານສາກົລບໍ່ເຕັນ ແຂວງຫຼວງນ້ຳທາ ຫາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນລາຄາຣົຖໂດຍສານພິເສດ VIP ແຕ່ໃນໂຕຈິງ ພັດໄດ້ຂຶ້ນຣົຖໂດຍສານທັມມະດາ ບໍ່ມີແອ ແລະບໍ່ໄດ້ນັ່ງຕັ່ງ ຕ້ອງໄດ້ນັ່ງຢູ່ພື້ນຣົຖຕລອດທາງ ເຮັດໃຫ້ການເດີນທາງຍາກລຳບາກຫຼາຍ.

ເຊັ່ນດຽວກັບ ຊາວແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ ບັນຫາການຕົວະຍົວະ ນັກທ່ອງທ່ຽວ ໃນໄລຍະປັດຈຸບັນ ກໍແມ່ນການທຳລາຍໂສມໜ້າ ຂອງການທ່ອງທ່ຽວລາວ ຢ່າງຫຼວງຫຼາຍ ຊຶ່ງພາກຣັຖຈະຕ້ອງເຂົ້າມາແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ອັນ ເປີດປີທ່ອງທ່ຽວລາວນີ້ ກໍຄຶດວ່າ ຄົງບໍ່ໄດ້ຊ່ອຍຫຍັງດອກ. ເພາະວ່າຕອນນີ້ກໍມີຂ່າວວ່າ ນັກທ່ອງທ່ຽວຕ່າງປະເທດ ເຂົາເຈົ້າຖືກຕົວະຍົວະເນາະ. ທັງຢູ່ ຫຼວງພຣະບາງ ຫຼືວ່າຢູ່ນະຄອນຫຼວງນີ້ ກະມີເບິດທຸກຮູບການຫັ້ນແຫຼະ. ”

ອີງຕາມຂໍ້ມູນຂອງກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ລະບຸວ່າ ໃນປີ 2024 ທີ່ຈະມາຮອດນີ້, ຄາດຄະເນວ່າ ຈະມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ ປະມານ 2.7 ລ້ານຄົນ ແລະຈະເພີ່ມຂຶ້ນເປັນ 2.9 ລ້ານຄົນ ໃນປີ 2025. ໂດຍທີ່ຜ່ານມາ, ຣັຖບານລາວເຄີຍຈັດປີທ່ອງທ່ຽວລາວ ມາແລ້ວ 3 ຄັ້ງ ປະກອບມີ ຄັ້ງທຳອິດ ປີ 1999-2000, ຄັ້ງທີ 2 ປີ 2012 ແລະ ຄັ້ງທີ 3 ປີ 2018.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.