ເຫຍື່ອຄ້າມະນຸສ 16 ຄົນຖືກສົ່ງກັບຄືນ ຮອດບ້ານແລ້ວ
2023.11.13

ຄົນງານລາວ 16 ຄົນ ໃນນີ້ ມີເພດຍິງ 8 ຄົນ ແລະເພດຊາຍ 8 ຄົນ, ອາຍຸ ລະຫວ່າງ 17-30 ປີ ເຊິ່ງໃນເບື້ອງຕົ້ນ ຖືກກຸ່ມແກ໊ງຄ້າມະນຸສ ທີ່ເປັນຄົນລາວ ຕົວະຍົວະ ວ່າ ຈະພາໄປເຮັດວຽກຕອບແຊັດ ຢູ່ກາສິໂນ ຄິງສ໌ ໂຣມັນສ໌ (Kings Romans) ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວພັດພາໄປຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ຕັ້ງແຕ່ເດືອນກັນຍາ ປີ 2022 ເຊິ່ງ 16 ຄົນດັ່ງກ່າວ ແມ່ນໄປຈາກ ແຂວງຫຼວງນໍ້າທາ, ແຂວງຫຼວງພຣະບາງ, ບໍ່ແກ້ວ, ສວັນນະເຂດ ແລະ ນະຄອນຫຼວງວຽງຈັນ ພວກຂະເຈົ້າ ຖືກປ່ອຍໂຕອອກມາຈາກໂຮງກາຊິໂນ ດັ່ງກ່າວນັ້ນ ຕັ້ງແຕ່ວັນທີ 29 ເດືອນສິງຫາ 2023 ແຕ່ຖືກເຈົ້າໜ້າທີ່ຕໍາຣວດເມືອງເມັຽວະດີຈັບ ແລະກັກຂັງ ຢູ່ທີ່ ສະຖານີຕໍາຣວດ ຕມ ເມືອງເມັຽວະດີ ປະເທດພະມ້າ ເປັນເວລາ 2 ເດືອນປາຍ ແລະມາຮອດວັນທີ 11 ເດືອນພຶສຈິກາ ນີ້ ທັງ 16 ຄົນດັ່ງກ່າວນັ້ນ ໄດ້ກັບມາຮອດປະເທດລາວແລ້ວ ມາທາງບົກ ຜ່ານທາງທ່າຂີ້ເຫຼັກ-ບ້ານມອມ ແຂວງບໍ່ແກ້ວ ສ່ວນຄ່າໃຊ້ຈ່າຍຕ່າງໆ ໃນການເດີນທາງ ກັບມາລາວ ພໍ່ແມ່ຂອງຄອງ ຂອງຄົນງານລາວຈໍານວນດັ່ງກ່າວ ບໍ່ໄດ້ຈ່າຍແຕ່ຢ່າງໃດ.
ດັ່ງຜູ້ປົກຄອງຜູ້ທີ່ນຶ່ງ ຢູ່ແຂວງຫຼວງນໍ້າທາ ທີ່ລູກຊາຍຖືກຄ້າມະນຸສໄປພະມ້າ ແລະໄດ້ກັບມາຮອດລາວແລ້ວ ກ່າວດ້ວຍຄວາມດີໃຈ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ພຶສຈິກາ 2023 ວ່າ:
“ດີໃຈ ຈົນບໍ່ຮູ້ແນວຊິເວົ້າລະ ປະມານ 3 ໂມງແລງມື້ວານນີ້ ເຮັດຫຍັງຈົນບໍ່ເປັນເລີຍ ສັ່ນເໝິດ ລະກໍບໍ່ຮູ້ແນວຈິເວົ້າເລີຍນ່າ ຕື່ນເຕັ້ນໂພດ ລະກໍແມ່ນໄຫ້ລູກດຽວ ບໍ່ຮູ້ແນວອິ່ເວົ້າ ແຊັດທາງກຸ່ມ ກະແມ່ນເອົາກັນໄຫ້ໝົດທຸກຄົນລະກໍ ຄວາມດີໃຈຫັ້ນນ່າ ບໍ່ຄຶດບໍ່ຝັນເລີຍວ່າຊິໄດ້ລູກ ກັບຄືນມາຫັ້ນນ່າ ເປັນແນວໃດກໍ ຍ້ອນລູກສູ້ຊົນຫັ້ນແຫຼະ (ນັກຂ່າວເອເຊັຽເສຣີ) ຄັນລູກບໍ່ຊ່ວຍ ກະຄືຊິບໍ່ໄດ້ຄືວ່າຫັ້ນແຫຼະ.”
ຜູ້ເປັນແມ່ ຜູ້ນີ້ ຍັງເລົ່າໃຫ້ຟັງເຖິງຄວາມຮູ້ສຶກ ຕອນທີ່ໄດ້ໂທລົມ ແລະເຫັນໜ້າລູກຊາຍນັ້ນວ່າ:
“ແມ່ນໄດ້ລົມ 2-3 ຄໍາ ມື້ວານນີ້ ຕໍາຣວດຂະເຈົ້າໃຫ້ລົມ ລູກຈົນວ່າບໍ່ເບິ່ງໜ້າແມ່ເລີຍ ກໍແມ່ນໄຫ້ໃສ່ກັນ ລະແມ່ ລູກຈົນວ່າ ແມ່ ລູກບໍ່ລົມແມ່ລະເດີ້ ເຂົາກະໃຫ້ລົມເຕັມທີ່ຢູ່ ແຕ່ວ່າ ລາວມບໍ່ລົມນໍາ ເປັນຄົນໃຈນ້ອຍແດ່ ລະກໍເຫັນແມ່ລະກໍແມ່ນໄຫ້ ແມ່ກໍບໍ່ປາກໄດ້ເລີຍນ່າ ແມ່ກໍ ເບິ່ງໜ້າລູກກໍໄຫ້ ລະກະບໍ່ຊ່າງລົມເລີຍ ໂອນເງິນໃຫ້ລາວຊື້ກິນ ມື້ວານນີ້ ລ້ານນຶ່ງ ເສັຍຄ່າບ້ານພັກ ຊື້ອັນຢູ່ອັນກິນ ລະຂະເຈົ້າ ຈັ່ງຊິສົ່ງມານໍ້າທານີ້ ປະມານມື້ອື່ນ ຫຼືມື້ຮື ຂະເຈົ້າວ່າ ເຂົາຍັງສືບສວນຢູ່ຫັ້ນກ່ອນ ປະມານ 2-3 ມື້ຊິ ລະຈັ່ງຊິສົ່ງມານໍ້າທາ ລະເຂົາຊິມອບໃຫ້ ການຄ້າມະນຸສ ທາງນໍ້າທານີ້ ຕື່ມວ່າຊີ້ ຂະເຈົ້າຊິຄົ້ນຄວ້າ ສອບຖາມຕື່ມ ແບບຊີ້ແຫຼະຕາມຂະເຈົ້າເວົ້າຫັ້ນນ່າ.”
ຜູ້ປົກຄອງຜູ້ທີ່ສອງ ຢູ່ແຂວງຫຼວງນໍ້າທາ ທີ່ຮູ້ຂ່າວວ່າ ລູກຊາຍກັບມາຮອດລາວແລ້ວ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ດີໃຈ ດີໃຈລູກເອີ່ຍ ແມ່ກະດີໃຈສຸດແຫຼະມື້ນີ້ ມື້ວານຫັ້ນແມ່ເຖົ້າຂ້າໄກ່ໂຕນຶ່ງຖ້າ ເຂົາວ່າ ເຂົາໂທມາ ເຂົາສົ່ງຮູບ (ຮູບລູກຊາຍ) ຫັ້ນວ່າ ມາຮອດບໍ່ແກ້ວແລ້ວ ຮອດອັນແຂວງບໍ່ແກ້ວແລ້ວ ໄປຢູ່ບ້ານພັກປ່າອ້ອຍ ແມ່ກໍໂອ້ຍ ດີໃຈສຸດແຫຼະ ກິນອິ່ມນອນອຸ່ນ.”
ຜູ້ເປັນແມ່ຜູ້ນີ້ ທີ່ບໍ່ໄດ້ລົມກັບລູກຊາຍເທື່ອນັ້ນ ກໍກ່າວອີກວ່າ:
“ຍັງໆ ຍັງບໍ່ໄດ້ລົມ ຍິນແຕ່ຂ່າວວ່າ ມັນສົ່ງຮູບ ອັນກັບໂທ ເພິ່ນໂທ ຄົນນໍ້າທາໂທ ວ່າ ເອີ່ ຮອດແຂວງບໍ່ແກ້ວແລ້ວ ຕໍາຣວດເຂົາໂທມາ ຮອດແຂວງບໍ່ແກ້ວ ຮອດບ້ານພັກລະ ຕລອດປອດພັຍ ແຕ່ວ່າ ບໍ່ມີຂ້ອຍຢູ່ຂອງກິນໜ້ອຍນຶ່ງ ຄັນມີຍາດມີພີ່ນ້ອງ ຢູ່ບໍ່ແກ້ວ ລະບອກໃຫ້ສົ່ງໃຫ້ເຂົາກິນ ແມ່ເຖົ້າກະໂທຫາຫຼານຢູ່ບໍ່ແກ້ວ ໃຫ້ໄປສົ່ງຢູ່ ເຂົາໄປສົ່ງມື້ນີ້ລະ ມື້ວານເຂົາຍັງບໍ່ຮູ້ຂ່າວເນ້ລູກເນ່.”
ແລະຜູ້ເປັນນ້ອງສາວ ຢູ່ແຂວງຫຼວງພຣະບາງ ທີ່ໄດ້ລົມກັບອ້າຍ ໃນມື້ວັນທີ 13 ພຶສຈິການີ້ ກໍກ່າວວ່າ:
“ດີໃຈຫຼາຍ ທີ່ອ້າຍເພິ່ນກັບມາແລ້ວ ປັດຈຸບັນນີ້ ເພິ່ນຢູ່ບໍ່ແກ້ວລະ ດີໃຈແຮງ ເພິ່ນເອົາເບີຕໍາຣວດໂທຫາ ມື້ເຊົ້ານີ້ ເພິ່ນບອກຢູ່ແຕ່ບ້ານພັກຢູ່ບໍ່ແກ້ວ ມີຕໍາຣວດຄຸມຢູ່ ເພິ່ນຍັງສືບສວນເພິ່ນອີກຢູ່ 2-3 ມື້ ລະເພິ່ນຊິສົ່ງກັບບ້ານ ເພິ່ນວ່າ ບໍ່ໃຫ້ໄປຮັບ ເພິ່ນຊິສົ່ງກັບເອງ ເພິ່ນຊິໄປສົ່ງຢູ່ຄິວຣົຖ ລະກັບທາງໃຜທາງມັນເລີຍ.”
ແຕ່ສໍາລັບຜູ້ປົກຄອງ ຢູ່ແຂວງຫຼວງນໍ້າທາ ທີ່ລູກເຕົ້າຖືກຄ້າມະນຸສໄປພະມ້າ ໃນຊ່ວງເວລາດຽວກັນ ກັບ 16 ຄົນດັ່ງກ່າວ ແລະລູກຍັງຕິດຄ້າງຢູ່ທີ່ ກາສິໂນໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້ານັ້ນ ກໍກ່າວດ້ວຍຄວາມເສັຍໃຈ ແລະດີໃຈ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ພຶສຈິກາ 2023 ວ່າ:
“ລູກຂະເຈົ້າໄດ້ອອກມາ ຍັງເຫຼືອແຕ່ລູກຂອງແມ່ ມື້ໃດຈິເປັນຄິວຂອງແມ່ ເປັນແນວໃດ ກະຂໍໃຫ້ລູກ ເຮັດຈັ່ງໃດ ກະຂໍໃຫ້ໄດ້ລູກຂອງແມ່ກັບມາ ໃຫ້ແມ່ແດ່ເດີ້ລູກເດີ້ ແມ່ດີໃຈນໍາຂະເຈົ້າ ບໍ່ຮູ້ແນວຈິເວົ້ານິ່ ໄຫ້ນໍາຂະເຈົ້າຢູ່ນີ້ນ່າ ແມ່ດີໃຈນໍາຂະເຈົ້າຫຼາຍ.”
ຜູ້ປົກຄອງຜູ້ທີ່ສອງ ຢູ່ແຂວງຫຼວງນໍ້າທາ ທີ່ລູກຍັງຕິດຄ້າງ ຢູ່ໂຮງກາສິໂນດັ່ງກ່າວ ໃນພະມ້າ ກໍກ່າວ ໃນທໍານອງດຽວກັນວ່າ:
“ດີໃຈນໍາພໍ່ແມ່ແຕ່ລະຄົນ ທີ່ໄດ້ລູກກັບບ້ານ ຍາມໃດຊິແມ່ນລູກແມ່ ແມ່ກໍເຫັນລູກເພິ່ນ ລະກໍຄິດຮອດລູກ (ລູກໂຕເອງ).”
ກ່ຽວກັບການກັບມາລາວ ຂອງຄົນງານລາວ ທັງ 16 ຄົນນີ້ ທາງຄອບຄົວ ຂອງຜູ້ຖືກຄ້າມະນຸສ ໄປປະເທດພະມ້າ ກໍຂໍຝາກຄວາມເຖິງເຈົ້າໜ້າທີ່ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງນໍາດ້ວຍ.
ດັ່ງຜູ້ປົກຄອງຜູ້ທີ່ນຶ່ງ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:
“ບໍ່ມີຫຍັງ ກະມີແຕ່ວ່າຄໍາຂອບໃຈຫັ້ນແຫຼະ ແນວໃດກະຂອບອົກຂອບໃຈ ທາງເຈົ້າໜ້າທີ່ເພິ່ນ ໄດ້ເລັ່ງໄດ້ແລ່ນມາ ຈົນຮອດຈຸດນີ້ຫັ້ນນ່າ ພໍ່ແມ່ແຕ່ລະຄົນ ກໍໄດ້ຂອບອົກຂອບໃຈ ຄືວ່າຫັ້ນແຫຼະ ບໍ່ມີຫຍັງກະມີແຕ່ຄໍາຂອບໃຈນີ້ແຫຼະ ຄວາມຕື່ນເຕັ້ນ ຄວາມດີອົກດີໃຈ ກະບໍ່ມີຫຍັງຊິມາປຽບ ຄືວ່າຫັ້ນແຫຼະ ເອົາຄໍາເປັນກ້ອນ ຊໍ່າຫົວມາກໍ ມາແລກກໍຄືຊິບໍ່ເອົາ ຊິເອົາແຕ່ລູກຫັ້ນແຫຼະ ເວົ້າມື້ວານນີ້ວ່າ ຄວາມດີໃຈ ແມ່ນບໍ່ມີຫຍັງທໍ່ເລີຍຫັ້ນນ່າ ແນວໃດ ກໍຂອບໃຈນໍາລູກຫັ້ນແຫຼະເນາະ (ວິທຍຸ ເອເຊັຽເສຣີ) ແລະເຈົ້າໜ້າທີ່ເພິ່ນ ຂຸ້ນຂ້ຽນໃຫ້ມາ ຈົນຮອດເຖິງຂັ້ນນີ້ແລ້ວ ແນວໃດກໍຂອບໃຈ ນໍາເຈົ້າໜ້າທີ່ເພິ່ນ ທັງພະມ້າແດ່ ລະກະທາງຣັຖບານເພິ່ນ ໄດ້ມີການຊຸກຍູ້ໄດ້ມີການຊ່ອຍເຫຼືອເດັກນ້ອຍ ທີ່ຖືກເຄາະຮ້າຍ ຢູ່ເມືອງເມັຽວະດີເນາະ ຄືວ່າແຫຼະທາງການເພິ່ນບໍ່ຊ່ວຍກໍ ຄືຊິບໍ່ມາຮອດເຮືອນປານນີ້ແຫຼະ ຂະເຈົ້າກະໄປ ໄປກະແບບ ເຂົ້າເມືອງຜິດກົດໝາຍແດ່ ອີກຢ່າງກໍ.”
ໃນຂະນະດຽວກັນ ຜູ້ເປັນອ້າຍ ຂອງແມ່ຍິງລາວ ຈາກນະຄອນຫຼວງວຽງຈັນ ກໍກ່າວເຊັ່ນດຽວກັນວ່າ:
“ແມ່ນໆ ແມ່ນ ໂອ້ຍ...ຂອບໃຈເຊັ່ນກັນ ສໍາລັບການຕິດຕາມ ລະກະອອກຂ່າວຊ່ວຍເນາະ ທັງຫຼາຍພາກສ່ວນ ກະຂອບໃຈໄປໝົດແຫຼະ ທາງເບື້ອງລາວນີ້ ກະຂອບໃຈເຕັມທີ່ເນາະ ທີ່ວ່າຂະເຈົ້າກະເປັນຫ່ວງເປັນໃຍ ເດັກນ້ອຍລາວຫັ້ນ ລະກະທາງວິທຍຸເອເຊັຽເສຣີນັ້ນແຫຼະເນາະ ກະຂອບໃຈ ເປັນຫ່ວງເປັນໃຍເພື່ອນມະນຸສທັງຫຼາຍເນາະ ລະກະເພື່ອນມະນຸສ ຮ່ວມຊາຕດ້ວຍກັນ ທີ່ວ່າຖາມໄຖ່ ເບື້ອງພະມ້າ, ຖາມໄຖ່ທາງເບື້ອງລາວ ລະກະຖາມໄຖ່ທາງຍາດຕິພີ່ນ້ອງ ກະໄດ້ອັນ ກະດີໃຈຫັ້ນແຫຼະ ກິນເຂົ້າກະຍັງແຊບແດ່ ທີ່ວ່າສົ່ງຂ່າວມາຕລອດເດ້ ກະຂອບໃຈຫັ້ນແຫຼະເນາະ.”
ແລະຜູ້ເປັນນ້ອງສາວ ຂອງຜູ້ຖືກຄ້າມະນຸສໄປພະມ້າ ຈາກແຂວງຫຼວງພຣະບາງ ກໍກ່າວວ່າ:
“ຢາກຂໍຂອບໃຈ ເຈົ້າໜ້າທີ່ລາວ ທີ່ໄດ້ອ້າຍເພິ່ນກັບມາບ້ານຢ່າງປອດພັຍ ຂອບໃຈເອື້ອຍຄືກັນ (ວິທຍຸ ເອເຊັຽເສຣີ) ທີ່ຄອຍບອກຂ່າວ ຄອຍບອກຄວາມຄືບໜ້າ ຂອງອ້າຍເພິ່ນ ຈົນໄດ້ຮອດປັດຈຸບັນນີ້ ເພິ່ນກະຊິໄດ້ກັບມາບ້ານ ຢ່າງປອດພັຍແລ້ວ ກະບໍ່ຮູ້ວ່າຊິເຮັດຫຍັງ ແນວໃດຫັ້ນນ່າ ນອກຈາກຄໍາຂອບໃຈ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່, ສຽງ ແລະຕໍາແໜ່ງ ເຊິ່ງທ່ານ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 13 ພຶສຈິກາ 2023 ວ່າ:
“ຄົນລາວານວນ 16 ຄົນ ມາຮອດແຂວງບໍ່ແກ້ວແລ້ວ ດຽວນີ້ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂະເຈົ້າຍັງສັມພາດຢູ່ ສັມພາດເອົາຂໍ້ມູນກ່ອນ ອີກປະມານ ມື້ນຶ່ງ 2 ມື້ ກະຊິແລ້ວລະ ເພາະວ່າ 16 ຄົນເດ້ເນາະ ທັງ 16 ຄົນນີ້ ມາທາງທ່າຂີ້ເຫຼັກ ບ້ານມອມ ມາຮອດຕັ້ງແຕ່ວັນທີ 11 ເດືອນນີ້ແຫຼະ ສັມພາດເອົາຂໍ້ມູນແລ້ວໆ ກະຊິແຈ້ງໃຫ້ຄອບຄົວມາຮັບ ຖ້າຄອບຄົວຜູ້ໃດ ທີ່ວ່າຫຍຸ້ງຍາກຫຼາຍ ເຈົ້າໜ້າທີ່ກະຊິໄດ້ສົ່ງ.”
ເຖິງແນວໃດກໍດີ ວິທຍຸເອເຊັຽເສຣີ ກະຕ້ອງຂໍສະແດງຄວາມຂອບໃຈ ຕໍ່ເຈົ້າໜ້າທີ່ທາງການລາວ ແລະເຈົ້າໜ້າທີ່ສະຖານທູດລາວ ປະຈໍາປະເທດພະມ້າ ທີ່ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ວິທຍຸເອເຊັຽເສຣີ ຕລອດມາ ກ່ຽວກັບການຊ່ອຍເຫຼືອເດັກນ້ອຍລາວ ແລະ ຄົນງານລາວ 16 ຄົນນີ້ ໃຫ້ກັບມາສູ່ປະເທດລາວ ດ້ວຍຄວາມປອດພັຍ ໃນຄັ້ງນີ້.
ໃນໄລຍະເດືອນກັນຍາ ປີ 2022 ທີ່ຜ່ານມາ ມີເດັກນ້ອຍວັຍໜຸ່ມ-ຍິງສາວ ລາວ ອາຍຸລະຫວ່າງ 14-23 ປີ ຈໍານວນ 45 ຄົນ ຈາກເມືອງວຽງພູຄາ, ເມືອງນາແລ, ເມືອງສິງ, ເມືອງລອງ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທີ່ໃນເບື້ອງຕົ້ນ ຖືກກຸ່ມແກ໊ງຄ້າມະນຸສ ທີ່ເປັນຄົນລາວ ຕົວະຍົວະ ວ່າ ຈະພາໄປເຮັດວຽກ ຢູ່ກາສິໂນ ຄິງສ໌ ໂຣມັນສ໌ (Kings Romans) ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ພັດພາໄປຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ແລະ ຖືກປ່ອຍໂຕກັບຮອດບ້ານແລ້ວ ວ່າງຕົ້ນປີ 2023 ຈໍານວນ 12 ຄົນ ດ້ວຍການໄຖ່ໂຕຂອງຄອບຄົວ ແລະໃນວັນທີ 11 ພຶສຈິກາ 2023 ນີ້ ກໍຖືກປ່ອຍມາຮອດລາວແລ້ວ ອີກ 16 ຄົນ, ແຕ່ປັດຈຸບັນ ຍັງມີເດັກນ້ອຍລາວ ອີກ 16 ຄົນ ໃນນີ້ ເປັນເພດຍິງ 3 ຄົນ ແລະເພດຊາຍ 13 ຄົນ ຍັງຕິດຄ້າງ ຢູ່ໂຮງກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້້າ ເຊິ່ງພວກຂະເຈົ້າ ກໍລໍຖ້າການຊ່ອຍເຫຼືອ ຈາກທາງການລາວ, ທາງການພະມ້າ ແລະພາກສ່ວນທີ່ກ່ຽວຂ້ອງຢູ່ທຸກມື້ ແລະແມ່ຍິງລາວ ອາຍຸ 17 ປີ ຈາກແຂວງຫຼວງນໍ້າທາ ອີກຄົນນຶ່ງ ທີ່ເຄີຍເຮັດວຽກຢູ່ທີ່ກາສິໂນໂກຊາຍ ຂອງຈີນນີ້ ທີ່ຖືກຂາຍຕໍ່ໃຫ້ໄປເຮັດວຽກຢູ່ກາສິໂນ ບ່ອນອື່ນ ໃນພະມ້າ ວ່າງທ້າຍເດືອນກໍຣະກະດາ 2023 ກໍຖ້າການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່ທຸກມື້ເຊັ່ນກັນ.