ເຣື້ອງທີ່ເກັບບັນທຶກໄວ້
2022-01-20
ເຈົ້າໜ້າທີ່ ຕໍາຣວດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັບໂຕກຸ່ມຄົນບໍ່ດີ ໄດ້ຈໍານວນ 5 ຄົນ ທີ່ລັກຕັດສາຍໄຟ ຂອງໂຄງການ ຣົຖໄຟລາວ-ຈີນ ຢູ່ຈຸດ ບ້ານດົງໂພສີ ຈໍານວນຫຼາຍຄັ້ງ ສ້າງຄວາມເສັຍຫາຍ ມູນຄ່າ 83 ລ້ານປາຍກີບ.
2022-01-19
ປີທີ່ຜ່ານມາ ລາວປະເຊີນກັບ ອັຕຣາ ເງິນເຟີ້ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສາເຫດຫຼັກ ມາຈາກ ຜົລກະທົບ ຂອງໂຄວິດ-19 ແລະ ອັຕຣາ ແລກປ່ຽນເງິນ ຜັນຜວນ ສົ່ງຜົລຕໍ່ຜູ້ຊື້ ແລະ ຜູ້ຂາຍ ທີ່ຕ້ອງໄດ້ແບກພາລະ ຄ່າຄອງຊີບ ສູງຂຶ້ນ.
2022-01-19
ນາງ ອ້າຍຢ່າງ ແມ່ຍິງລາວ ຊົນເຜົ່າມົ້ງ ຖືກເຈົ້າໜ້າທີ່ໜ້າທີ່ ປກສ ເມືອງທ່່າໂທມ ແຂວງໄຊສົມບູນ ທໍາຮ້າຍຮ່າງກາຍ ຈົນເສັຍຊີວິດ ໃນຄ້າຍຄຸມຂັງ ປກສ ເມືອງທ່າໂທມ ເມື່ອວັນທີ່ 18 ມົກກະຣາ ທີ່ຜ່ານມາ, ແຕ່ເຈົ້າໜ້າທີ່ບອກວ່າ ບໍ່ມີມູນຄວາມຈິງ ຊຶ່ງປັດຈຸບັນ ຍັງຢູ່ລະຫວ່າງ ການສືບສວນ-ສອບສວນ.
2022-01-19
ຣັຖບານລາວ ຫ້າມນໍາເຂົ້າສິນຄ້າ ຈາກຕ່າງປະເທດ ຫຼາຍປະເພດ ເຊັ່ນ ພືດ, ສັດ ແລະ ປາ, ຫ້າມນໍາເຂົ້າມາຈໍາໜ່າຍ ແລະບໍຣິໂພຄຢູ່ພາຍໃນ ໂດຍເດັດຂາດ, ເພື່ອເປັນການ ສົ່ງເສີມ ການຜລິດພາຍໃນ ໃຫ້ປະຊາຊົນລາວ ສາມາດ ທໍາມາຫາກິນ ກຸ້ມຕົນເອງໄດ້.
2022-01-19
ທາງການລາວ ເຣີ່ມສໍາຣວດພື້ນທີ່ກະສິກັມ ແລະດິນປຸກສ້າງ ເຮືອນຈັດສັນ ໃຫ້ປະຊາຊົນ 23 ບ້ານ ຢູ່ 3 ແຂວງ ໄດ້ແກ່ ຫລວງພຣະບາງ, ອຸດົມໄຊ ແລະໄຊຍະບູຣີ.
2022-01-18
ໂຮງງານ ຂ້າສັດ ໄດ້ປ່ອຍນ້ຳເສັຽ ເຮັດໃຫ້ສົ່ງກິ່ນເໝັນ ກະທົບຊີວິດ ການເປັນຢູ່ ຂອງຊາວບ້ານ ໃນເຂດບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມາເປັນປີແລ້ວ ບັນຫາດັ່ງກ່າວ ບໍ່ສາມາດແກ້ໄຂໄດ້ເທື່ອ.
2022-01-18
ພະນັກງານ ເກັບກູ້ລະເບີດ ຖືກລະເບີດແຕກໃສ່ ໃນສວນກາເຟ ຂອງປະຊາຊົນ ຢູ່ເຂດບ້ານ ຫລັກ 38 ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ເມື່ອວັນທີ 3 ທັນວາທີ່ຜ່ານມາ, ເຮັດໃຫ້ ມີຜູ້ເສັຍຊີວິດ ທັນທີ 3 ຄົນ ແລະບາດເຈັບອີກ 2 ຄົນ.
2022-01-18
ອົງການກວດກາ ພັກ-ຣັຖ ແຂວງສວັນນະເຂດ ໄດ້ຣາຍງານ ການເຄື່ອນໄຫວ ວຽກງານ ປະຈຳປີ 2021 ຂອງແຂວງ ໃນມື້ວັນທີ 13 ມົກກະຣາ 2022 ລະບຸວ່າໄດ້ພົບເຫັນ ພນັກງານ ພັກ-ຣັຖ ຈຳນວນນຶ່ງສໍ້ລາດບັງຫຼວງ ໂຄງການລົງທືນ.
2022-01-18
ລາວຈະສົ່ງກາເຟອອກໄປຕ່າງປະເທດ ໄດ້ 20 ພັນຕັນ ຄືຫລຸດລົງ ຈາກປີກາຍ ທີ່ໄດ້ສົ່ງອອກ 30 ພັນຕັນ ຍ້ອນຜ່ານມາ ລາຄາປາເຟ ຕໍ່າຫລາຍ ຄືກິໂລນຶ່ງ 2,000-3,000 ກີບ ແຕ່ປັດຈຸບັນ ລາຄາເຣີ່ມສູງຂຶ້ນຫລາຍແລ້ວ.
2022-01-17
ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ຈູເນັຽ, ເປັນຊາວ ອາເມຣິກັນ ຜິວດໍາ, ເປັນຜູ້ນໍາພາ ຂະບວນການສິດ ທິພົລເມືອງ ແລະສັນຕິພາບ ຕໍ່ສູ້ແບບສັນຕິວິທີ ເພື່ອບໍ່ໃຫ້ ມີການຈໍາແນກ ເຊື້ອຊາດ ແລະຜິວພັນ ຢູ່ສະຫະຣັຖອາເມຣິກາ.
2022-01-17
ນາຍົກຜຸຍ ຊນະນິກອນ ໄປຂໍສິທພິເສດ ຈາກສພາແຫ່ງຊາຕ ເພື່ອຄວາມສະດວກ ໃນການບໍຣິຫານ ບ້ານເມືອງ.
2022-01-16
ສານທະຫານພະມ້າ ຕັດສິນໃສ່ຄຸກ ຍານາງ ອອງຊານ ຊູຈີ ຕື່ມອີກ 4 ປີ ໃນຂໍ້ກ່າວຫາ ປຸກຣະດົມ ຕໍ່ຕ້ານ ຜເດັດການ, ຝ່າຝືນກົດຣະບຽບ ທາງການກ່ຽວກັບ ມາຕການປ້ອງກັນ ໂຄວິດ-19 ແລະ ອື່ນໆ.
2022-01-16
ອະນຸພາກ ເຂດລຸ່ມແມ່ນ້ຳຂອງ ຊຶ່ງປະກອບດ້ວຍ ລາວ, ໄທຍ, ພະມ້າ, ວຽດນາມ ແລະກັມພູຊາ ເປັນເຂດທີ່ ໄດ້ຮັບຄວາມ ສົນໃຈຫຼາຍ ຈາກຕ່າງປະເທດ ເປັນຕົ້ນ ສະຫະຣັຖແລະຈີນ ທີ່ຢາກມາ ຮ່ວມມື ແລະ ຄ້າຂາຍນຳ.
2022-01-15
ແມ່ຍິງລາວ ເຮັດວຽກ ຢູ່ຄິງສ໌ໂຣມັນສ໌ ຍັງລໍຖ້າການຊ່ອຍເຫຼືອ, ປະຊາຊົນຄົນທັມດາ ຮ້ອງທຸກ ບໍ່ໄດ້ຮັບການແກ້ໄຂ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າຄົນລາວ ຕີກັນກັບຄົນຈີນ.
2022-01-14
ການສ້າງເມືອງ ອັດສະຣິຍະ ຢູ່ນະຄອນຫລວງວຽງຈັນ ໃນເຂດ 2 ເມືອງ ໄດ້ແກ່ ເມືອງໄຊເສດຖາ ແລະເມືອງຫາດຊາຍຟອງ ຍັງບໍ່ທັນໄດ້ເຣີ່ມ ຍ້ອນຍັງເກັບກໍາ ຂໍ້ມູນກ່ຽວກັບດິນ ຂອງປະຊາຊົນຫລາຍຮ້ອຍເຮັກຕາ ທີ່ໂຄງການຈະກວມເອົາ.